ໂຄງການຄ້ຳປະກັນສະບຽງອາຫານ

ຊີວິດການເປັນຢູ່ຂອງປະຊາຊົນລາວຢູ່ໃນເຂດຊົນນະບົດ ສ່ວນຫຼາຍມີຄວາມຕິດພັນກັບທຳມະຊາດ ແລະ ຫາລ້ຽງຊີບຕາມລະດູການ. ໃນຍາມລະດູແລ້ງ ບາງຄອບຄົວກໍ່ຂາດອາຫານເພື່ອມາລ້ຽງຊີບຕົນເອງ ແລະ ຄອບຄົວ, ບາງຄອບຄົວຄວາມຮູ້ທາງດ້ານປູກຜັກປະສົມປະສານທີ່ເຂົ້າກັບລະດູການກໍ່ຍັງບໍ່ທັນຫຼາກຫຼາຍ. ນອກເໜືອຈາກນັ້ນ ການປູກຝັງ ແລະ ລ້ຽງສັດກໍ່ຍັງບໍ່ໄດ້ມາດຕະຖານ ຍ້ອນຄວາມຮູ້ວິຊາການດ້ານການລ້ຽງສັດທີ່ຖືກຕ້ອງຍັງບໍ່ທັນມີຫຼາຍ ຈຶ່ງເຮັດໃຫ້ເກີດມີສັດລົ້ມຕາຍໄປຕາມລະດູການ. ປັດໃຈດັ່ງກ່າວເຮັດໃຫ້ມີຜົນກະທົບຕໍ່ການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນທ້ອງຖິ່ນໃນເຂດຊົນນະບົດ, ກໍ່ໃຫ້ເກີດໄພອຶດຫິວ ແລະ ທຸກຍາກນັບຕັ້ງແຕ່ຂັ້ນຄອບຄົວ ຕະຫຼອດຮອດຂັ້ນບ້ານ ຫຼື ຊຸມຊົນ.

ຍ້ອນການຄຳນຶງເຖິງຄວາມສຳຄັນຂອງບັນຫາດັ່ງກ່າວ ຫຼາຍໆພາກສ່ວນກໍ່ໄດ້ພາກັນໃຫ້ຄວາມສົນໃຈ ແລະ ຊອກຫາວິທີການເພື່ອແກ້ໄຂບັນຫານີ້ ໃຫ້ກາຍເປັນການພັດທະນາແບບຍືນຍົງ ອີງຕາມແຜນນະໂຍບາຍການພັດທະນາແບບຍືນຍົງ (Sustainable Development Goals) ຂອງອົງການສະຫະປະຊາຊາດ.  ໂດຍສະເພາະແມ່ນເຂດທີ່ຢູ່ຫ່າງໄກສອກຫຼີກທີ່ຍັງຂາດທຶນຮອນ, ໂຄງສ້າງພື້ນຖານ ແລະ ຄວາມຮູ້ເທັກນິກວິຊາການສະເພາະດ້ານທີ່ບໍ່ທັນເຂົ້າຮອດເຂົ້າເຖິງ ກໍ່ເປັນຂົງເຂດທີ່ໜ້າເປັນຫ່ວງ ແລະ ຕ້ອງການການສະໜັບສະໜູນຫຼາຍພໍສົມຄວນ. ສະນັ້ນ ສະມາຄົມເພື່ອການພັດທະນາ ແລະ ປັບປຸງຊົນນະບົດ (ສພປ) ກໍ່ໄດ້ນຳເອົາປະເດັນນີ້ມາພິຈາລະນາ ແລະ ກໍ່ໄດ້ຊອກຫາແຫຼ່ງທືນເພື່ອປະກອບສ່ວນໃນການແກ້ໄຂບັນຫາດັ່ງກ່າວ  ໂດຍຜ່ານໂຄງການທີ່ມີຊື່ວ່າ “ໂຄງການຄຳປະກັນສະບຽງອາຫານ”.

ໂຄງການຄຳປະກັນສະບຽງອາຫານເປັນໂຄງການທີ່ໄດ້ຮັບທຶນສະໜັບສະໜູນຈາກ 3 ອົງການຄື: ອົງການເວວເຮົາສ (Welthaus) ປະເທດໂອຕຣິດ, ອົງການເຂົ້າຈີ່ເພື່ອປະຊາກອນໂລກ(Bread for the World) ປະເທດເຢຍລະມັນ ແລະ ອົງການ ຟາສເຕີນົບເຟີ (Fasternopfer) ປະເທດສະວິດສະແລນ. ສະມາຄົມເພື່ອການພັດທະນາ ແລະ ປັບປຸງຊົນນະບົດ ຮ່ວມກັບຜູ້ຮ່ວມງານທາງພາກລັດ ນັ້ນກໍ່ຄືບັນຫາຫ້ອງການຕ່າງໆກ່ຽວຂ້ອງເຊັ່ນ:​ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການພາຍໃນເມືອງ ແລະ ຄະນະບ້ານໃນພື້ນທີ່ເປົ້າໝາຍ. ສະມາຄົມ ສພປ ໄດ້ແນ່ໃສ່ແຜນພັດທະນາຊົນນະບົດເປັນຕົ້ນຕໍ ແລະ ໄດ້ເລືອກເອົາ 2 ຕົວເມືອງໃນແຂວງສະຫວັນນະເຂດ ຄືເມືອງອາດສະພອນ ແລະ ເມືອງທ່າປາງທອງເປັນເມືອງເປົ້າໝາຍຂອງໂຄງການ ຄໍ້າປະກັນສະບຽງອາຫານ ພາຍໃນທ້າຍປີ 2017 ຈົນຮອດກາງປີ 2020. ໂຄງການນີ້ໄດ້ຄັດເລືອກເອົາ 13 ບ້ານທີ່ເມືອງອາດສະພອນ ແລະ 13 ບ້ານທີ່ເມືອງທ່າປາງທອງ, ທີ່ມີຄວາມທຸກຍາກ ແລະ ຫ່າງໄກສອກຫຼີກໃນແຂວງສະຫວັນນະເຂດ. ການປັບປຸງທີ່ດີຂຶ້ນຂອງຄວາມໝັ້ນຄົງທາງດ້ານສະບຽງອາຫານໃນບ້ານເປົ້າໝາຍ ແລະ ການນຳໃຊ້- ຄຸ້ມຄອງຊັບພະຍາກອນຢ່າງຍືນຍົງ ເຂົ້າໃນພື້ນຖານຊີວິດການເປັນຢູ່ຂອງຊຸມຊົນ ລ້ວນແລ້ວແຕ່ແມ່ນຈຸດປະສົງຫຼັກຂອງໂຄງການນີ້. ເພື່ອໃຫ້ເປັນການບັນລຸເປົ້າໝາຍທີ່ໄດ້ຕັ້ງໄວ້, ໂຄງການກໍ່ໄດ້ມີກິດຈະກຳທີ່ຫຼາກຫຼາຍຮູບແບບ ໂດຍແນ່ໃສ່ການມີສ່ວນຮ່ວມຈາກປະຊາຊົນ ທ້ອງຖິ່ນເປັນຫຼັກ. ນັບຕັ້ງແຕ່ການສິດສອນຄວາມຮູ້ພື້ນຖານຜ່ານການຝຶກອົບຮົມ ຕະຫຼອດຮອດການສະໜັບສະໜູນໂຄງສ້າງພື້ນຖານຕ່າງໆໃຫ້ແກ່ຊຸມຊົນ. ການສ້າງໂຄງສ້າງພື້ນຖານ ແລະ ກິດຈະກຳຫຼັກຂອງໂຄງການດັ່ງກ່າວ ປະກອບມີ: ຝຶກອົບຮົມ ແລະ ທັດສະນະສຶກສາດ້ານກະສິກຳ; ການສຶກສາຕະຫຼາດ ແລະ ຕ່ອງໂສ້ມູນຄ່າການຜະລິດກະສິກຳເປັນສິນຄ້າ; ຝຶກອົບຮົມສ້າງອາຊີບເສີມ; ຝຶກອົບຮົມສັດຕະວະແພດ; ຝຶກອົບຮົມການເປັນຜູ້ນຳທີ່ດີ; ໂຄສະນາສຸຂະສຶກສາ, ໂພສະນາການ ແລະ ຄວາມສະເໝີພາບຍິງ-ຊາຍ; ຂະຫຍາຍເນື້ອທີ່ນາ; ການປູກຝັງລ້ຽງສັດແບບປະສົມປະສານ; ເຈາະບາດານ; ລ້ຽງປາອ່າງຜ້າຢາງ; ສ້າງລະບົບພະລັງງານແສງອາທິດ; ຝາຍລວມບ້ານ; ໜອງປາຄອບຄົວ; ກອງທຶນສັດ; ການສ້າງເຂດສະຫງວນຂັ້ນບ້ານ; ນຳປະປາຊຸມຊົນ; ສ້າງວິດຖ່າຍ; ແລະ ການບໍລິຫານໂຄງການ, ການຕິດຕາມ ແລະ ປະເມີນຜົນໂຄງການ.

ຜ່ານການດຳເນີນກິດຈະກຳໂຄງການຄໍ້າປະກັນສະບຽງອາຫານ, ກໍ່ໄດ້ຮັບຜົນຫຼາຍພໍສົມຄວນຕໍ່ຊຸມຊົນ ບໍ່ວ່າຈະເປັນການຂະຫຍາຍເນື້ອທີ່ນາເຊັ່ນ: ຄອບຄົວ ນາງ ສານ ທີ່ເປັນໜຶ່ງໃນກຸ່ມເປົ້າໝາຍທີ່ຍັງຂາດທຶນຮອນເພື່ອມາລ້ຽງຊີບຕົນ ແລະ ຄອບຄົວ. ນາງ ສານ ອາໃສຢູ່ບ້ານຜາສຸກ, ເມືອງອັດຕະປື, ແຂວງສະຫວັນນະເຂດ. ປະກອບມີສະມາຊິກທັງ ໝົດ 7 ຄົນໃນຄອບຄົວຂອງນາງ, ນາງມີເນື້ອທີ່ປູກເຂົ້າ 0,56 ເຮັກຕາ, ໃນນີ້ມີເຂົ້ານາແຊງ 875 ກິໂລກຼາມພໍພຽງ 6 ເດືອນ, ນອກນັ້ນ ລາວຕ້ອງໄດ້ຢືມອີກ. ລາວສ້າງລາຍໄດ້ຈາກການເກັບຊື້ ແລະ ຂາຍເຄື່ອງປ່າຂອງດົງ, ຂາຍສັດ, ຂາຍແຮງງນ. ນັບຕັ້ງແຕ່ປີ 2018, ນາງໄດ້ຮັບການສະໜັບສະໜູນ ຈາກໂຄງການເພື່ອຂະຫຍາຍເນື້ອທີ່ນາ 0,16 ເຮັກຕາ. ພ້ອມກັນນັ້ນ ນາງກໍ່ໄດ້ຮັບການຝຶກອົບຮົມ ແລະ ການສະໜັບສະໜູນດ້ານເຕັກນິກຈາກທີມງານໂຄງການ ເຊິ່ງເປັນຄັ້ງທຳ ອິດທີ່ລາວເຮັດ ແລະ ນຳ ໃຊ້ຝຸ່ນບົ່ມ 1,600 ກິໂລ ແລະ ນໍ້າສະກັດຊີວະພາບ 40 ລິດແລະ ປີຕໍ່ມານາງໄດ້ນຳໃຊ້ຝຸ່ນ. ໃນປີ 2018 ນາງໄດ້ຮັບເຂົ້າ 1,434 ກິໂລໃນເນື້ອທີ່ທັງໝົດ, ໃນນັ້ນເຂົ້ານາໃໝ່ 210 ກິໂລ. ໃນປີ 2019 ແລະ ໃນປີ 2020, ຜົນຜະລິດເຂົ້າໄດ້ຕໍ່າກວ່າປີທຳອິດຍ້ອນຜົນກະທົບຈາກໄພແຫ້ງແລ້ງ. ເຖິງແມ່ນວ່ານາງສາມາດຫາເຂົ້າໄດ້ຫຼາຍ ເມື່ອທຽບກັບປີກ່ອນການຂະຫຍາຍເນື້ອທີ່ນາ ແລະ ການນຳ ໃຊ້ຝຸ່ນບົ່ມ ແລະ ຝຸ່ນ, ນາງຈະສືບຕໍ່ເກັບກູ້ ແລະ ນຳ ໃຊ້ຝຸ່ນ. ນອກຈາກຜົນໄດ້ຮັບທີ່ດີຈາກການຂະຫຍານເນື້ອທີ່ນາແລ້ວ, ການສະໜັບສະໜູນການລ້ຽງສັດກໍ່ເຊັ່ນກັນ. ທ້າວ ອິນ ແລະ ນາງ ລຳອາໄສຢູ່ບ້ານດົງຄຳມ່ວນ ເມືອງອາດສະພອນ ແຂວງສະຫວັນນະເຂດ, ມີສະມາຊິກຄອບຄົວທັງໝົດ 5 ຄົນ, ອາຊີບຕົ້ນຕໍແມ່ນປູກເຂົ້າ ແລະ ລ້ຽງສັດ. ໃນເດືອນກຸມພາ 2019, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ ໂດຍພວກເຂົາໄດ້ເລີ່ມເຮັດການລ້ຽງໝູ, ພວກເຂົາໄດ້ຮັບໝູ 3 ໂຕ. ໂຄງການໃຫ້ການຝຶກອົບຮົມ ແລະ ສະໜັບສະໜູນດ້ານເຕັກນິກຢ່າງໃກ້ຊິດ. ໄດ້ໃຫ້ຄວາມຮູ້ກ່ຽວກັບການລ້ຽງສັດ ແລະ ວິທີການຮັກສາສັດ, ເພື່ອທີ່ພວກເຂົາຈະສາມາດດູແລໝູຂອງພວກເຂົາໃຫ້ໄດ້ດີ. ໃນທ້າຍປີ 2020, ພວກເຂົາມີ ໝູ 21 ໂຕ ແລະ ໄດ້ຂາຍໝູ 20 ໂຕສາມາດສ້າງລາຍຮັບໄດ້ 6,600,000 ກີບ. ຫຼັງຈາກນັ້ນ, ພວກເຂົາກໍ່ໄດ້ເງິນດັ່ງກ່າວໄປຊື້ງົວໂຕໜຶ່ງເພື່ອລ້ຽງ, ຊື້ເຂົ້າ ແລະ ສິ່ງອື່ນໆທີ່ຈຳເປັນ. ພວກເຂົາຮູ້ສຶກດີໃຈຫຼາຍ ແລະ ຮູ້ສຶກໝັ້ນໃຈໃນການລ້ຽງໝູ. ທ້າວ ອິນ ແລະ ນາງ ລຳຍັງໄດ້ແບ່ງປັນປະສົບການກັບຜູ້ອື່ນໆໃນລະຫວ່າງການປະຊຸມບ້ານ ແລະ ຈະສືບຕໍ່ເບິ່ງແຍງໝູ ຂອງພວກເຂົາ ເພື່ອສ້າງລາຍໄດ້ໄວ້ໃຫ້ລູກຫຼານຕໍ່ໄປ.

ນອກຈາກການລ້ຽງໝູແລ້ວ, ໂຄງການນີ້ກໍ່ໄດ້ສະໜັບສະໜູນການລ້ຽງປາດຸກ ໂດຍການປັບໃຊ້ວັດສະດຸແບບງ່າຍດາຍໃຫ້ແກ່ຊຸມຊົນ. ຄືກັນກັບຄອບຄົວ ທ້າວ ຕຸ່ນ ແລະ ນາງ ວອນ, ບ້ານພະຂາວວຽງ ຄຳ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ, ມີສະມາຊິກຄອບຄົວທັງໝົດ 3 ຄົນ. ໃນເດືອນມີນາປີ 2020, ໂຄງການໄດ້ສະ ໜັບ ສະ ໜູນ ໃຫ້ພວກເຂົາເຮັດການລ້ຽງປາດຸກໃນໜອງພລາສຕິກ ແລະ ສະໜັບສະໜູນດ້ານວິຊາການຢ່າງໃກ້ຊິດ. ພາຍຫຼັງ 3 ເດືອນພວກເຂົາສາມາດເກັບກ່ຽວກັບປາ 28 ກິໂລ, ພວກເຂົາສາມາດຫາລາຍໄດ້ 600,000 LAK ຈາກການຂາຍປາ 24 ກິໂລ, ປາ 4 ກິໂລສຳລັບອາຫານໃນຄົວເຮືອນຂອງພວກເຂົາເອງ. ສຳລັບລາຍໄດ້ນີ້ພວກເຂົາໃຊ້ຈ່າຍ ສຳ ລັບເຂົ້າ ແລະ ເຄື່ອງໃຊ້ໃນຄອບຄົວອື່ນໆ. ຜ່ານການດຳເນີນເຮັດແລ້ວ ພວກເຂົາກໍ່ຮູ້ສຶກວ່າການລ້ຽງປາບໍ່ແມ່ນເລື່ອງຍາກ ອີກຕໍ່ໄປ. ນອກນັ້ນກໍ່ຍັງໄດ້ຮັບຄວາມຮູ້ເພີ້ມຂຶ້ນ ແລະ ປະສົບການໃນການລ້ຽງປາ. ຈົນໃນທີ່ສຸດພວກເຂົາກໍ່ວາງ ແຜນທີ່ຈະສືບຕໍ່ເຮັດການລ້ຽງປາໂດຍກອງທຶນຂອງຕົນເອງ.

ໂຄງການຄຳປະກັນສະບຽງອາຫານ ເປັນໂຄງການໜຶ່ງຂອງສະມາຄົມເພື່ອການພັດທະນາ ແລະ ປັບປຸງຊົນນະບົດ ທີ່ໄດ້ຮັບການຍອມຮັບເປັນຢ່າງດີພໍສົມຄວານຈາກຫຼາຍໆພາກສ່ວນ, ບໍ່ວ່າຈະເປັນຜູ້ຮ່ວມງານຈາກທາງພາກລັດ ຫຼື ຜູ້ໃຫ້ທຶນຈາກຕ່າງປະເທດ ຕ່າງກໍ່ໃຫ້ຄວາມເຊື່ອໝັ້ນຕໍ່ຜົນທະທົບດ້ານດີຈາກໂຄງການດັ່ງກ່າວ. ສິ່ງສຳຕັນທີ່ສຸດຈາກໂຄງການນີ້ ກໍ່ຄືການນຳເອົາການປ່ຽນແປງຄັ້ງຍິ່ງໃຫຍ່ມາໃຫ້ແກ່ຊຸມຊົນເປົ້າໝາຍ ໃຫ້ກາຍເປັນຊຸມຊົນທີ່ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີເຂົ້າປາອາຫານທີ່ບໍ່ພຽງແຕ່ກຸ້ມກິນເທົ່ານັ້ນ, ແຕ່ພວກເຂົາກໍ່ສາມາດສ້າງໃຫ້ເປັນລາຍຮັບໃຫ້ແກ່ຄອບຄົວ ແລະ ຊຸມຊົນຂອງພວກເຂົາເອງໃນອະນາຄົດຕໍ່ໜ້າ.