Xayphoutnong SVK

 ຊື່ໂຄງການ

 ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງໄຊພູທອງ ແຂວງສະຫວັນນະເຂດ

ພື້ນທີ່ຈັດໂຄງການ

ເມືອງໄຊພູທອງ ແຂວງສະຫວັນນະເຂດ

ເປັນຫຍັງຕ້ອງມີໂຄງການນີ້ 

     ການຂາດການມີສ່ວນຮ່ວມຢ່າງເຕັມສ່ວນຂອງຄົນພິການໃນຄອບຄົວແລະຊຸມຊົນຂອງພວກເຂົາແມ່ນບັນຫາທີ່ ສຳຄັນສຳລັບການພັດທະນາປະເທດລາວ. ຄ້າຍຄືກັນກັບຫລາຍໆປະເທດໃນພາກພື້ນ, ຫຼັກຖານສະແດງໃຫ້ເຫັນວ່າຄົນພິການບໍ່ໄດ້ເຂົ້າຮ່ວມກິດຈະກຳ ໃນຄອບຄົວແລະຊຸມຊົນເທົ່າທຽມກັນ. ນອກຈາກນັ້ນ, ຄົນພິການຍັງຢູ່ເບື້ອງຫຼັງ ແລະ ຍັງໄດ້ຮັບຄວາມບໍເທົ່າທຽມກັບຄົນພິການທີ່ບໍ່ມີຄວາມພິການ, ໃນແງ່ຂອງການເຂົ້າເຖິງການສຶກສາ, ການບໍລິການຊ່ວຍເຫລືອແລະໂອກາດ 

ຈຸດປະສົງຂອງໂຄງການ

ຈຸດປະສົງແມ່ນເພື່ອປັບປຸງແລະຍືນຍົງຄວາມສາມາດໃນການ ດຳ ລົງຊີວິດແລະການເປັນຢູ່ແບບອິດສະຫຼະຂອງຄົນພິການ, ໂດຍບໍ່ສົນໃຈເຖິງປັດໃຈເຊັ່ນ: ອາຍຸ, ການສະແດງອອກບົດບາດຍິງຊາຍ, ຊົນເຜົ່າ, ຫຼືຖານະຊົນເຜົ່າພື້ນເມືອງ, ແລະທີ່ຢູ່ອາໄສຂອງພວກເຂົາ.

ໄລຍະເວລາໂຄງການ

1 ເມສາ 2019 – 31 ພຶດສະພາ 2022
79%

ຜູ້ໄດ້ຮັບຜົນປະໂຫຍດ

ຜູ້ທີ່ມີຄວາມພິການ ແລະ ຄະນະບ້ານ ຢູ່ໃນ 16 ບ້ານ ຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ

ກິດຈະກຳ

  • ປະຊຸມເປີດໂຄງການ
  • ປະຊຸມການວາງແຜນໂຄງການ
  • ປະຊຸມປະຈຳປີ
  • ປະຊຸມປະຈຳໄຕມາດ
  • ປະຊຸມປິດໂຄງການ
  • ປະຊຸມທີມງານໂຄງການ
  • ລົງສຳຫຼວດພາກສະໜາມປະຈຳໄຕມາດ
  • ສ້າງຄວາມອາດສາມາດໃຫ້ແກ່ທີມງານໂຄງການ

ກິດຈະກຳທີ່ສຳເລັດແລ້ວ

1.     ສຳເລັດສ້າງຄວາມສາມາດກ່ຽວກັບການບໍລິຫານການເງິນສໍາລັບຄົວເຮືອນ ແລະ ບຸກຄົນໃຫ້ກຸ່ມເປົ້າໝາຍຜູ້ຮັບກິດຈະກໍາສ້າງລາຍຮັບ
2.     ສຳເລັດການທົບທວນແຜນກິດຈະກຳຂອງກຸ່ມຊ່ວຍເຫຼື່ອຕົນເອງ 05 ບ້ານ
3.     ສະໜອງອຸປະກອນເຄື່ອງຊ່ວຍການເບິ່ງເຫັນຈຳນວນ 02 ກໍລະນີ
4.     ສຳເລັດ ການສະໜອງກິດຈະກໍາສ້າງລາຍຮັບ:ລ້ຽງໝູ  01 ກໍລະນີ
5.     ສຳເລັດການສະໜອງເຂົ້າສານໜຽວໃຫ້ກັບກຸ່ມເປົ້າໝາຍ ຈຳນວນ 5 ຄອບຄົວ
6.     ສຳເລັດການສໍາພາດເພີ່ມເພື່ອເອົາຄົນເຂົ້າໃໝ່ 20 ກໍລະນີໃນຮອບສອງ
7.     ສຳເລັດ ການສະໜອງກ້ອນເກືອແຮ່ທາດໃຫ້ຄອບຄົວກຸ່ມເປົ້າໝາຍສໍາລັບລ້ຽງແບ້ຈໍານວນ 23 ກໍລະນີ
8.     ສຳເລັດການສະໜັບສະໜູນການບໍລິການໃຫ້ສັດຕະວະແພດບ້ານໃນ 16 ບ້ານ ເປົ້າໝາຍ

ການສົມທຽບຜົນທີ່ໄດ້ຮັບ

ບົດຄວາມສຳເລັດ 

ການມອບອຸປະກອນອຳນວຍຄວາມສະດວກໃຫ້ແກ່:

ທ້າວໜອມ ພູວຽງ ອາຍຸ 19 ປີ

ບ້ານຄຳແສນໄຊ ເມືອງໄຊພູທອງ ແຂວງສະຫວັນນະເຂດ
ທ້າວ ໜອມ ມີຄວາມຫຍຸ້ງຍາກໃນການເຄື່ອນໄຫວ ເງື່ອນໄຂ້ສຸຂະພາບແມ່ນ ພິການສະໝອງມາແຕ່ກຳເນີດ,ລາວມີຄວາມຫຍຸ້ງຍາກໃນຫຼາຍໆດ້ານ,ການເຮັດກິດຈະກຳປະຈຳວັນຂອງລາວແມ່ນຕ້ອງມີຄົນຊ່ວຍເພາະລາວບໍ່ສາມາດຊ່ວຍເຫຼືອຕົວເອງໄດ້.
ທ້າວ ໜອມ  ລາວຖືກແບ່ງແຍກຈາກຄອບຄົວ,ເຊີ່ງຄອບຄົວຂອງລາວໄດ້ແຍກລາວອອກມາຢູ່ຄົນດຽວຕ່າງຫາກເຊິ່ງໄດ້ສ້າງຕູບນ້ອຍໃຫ້ຢູ່ຄົນດຽວ ເພາະເວລາຖ່າຍໜັກ ຫຼື ຖ່າຍເບົາຈະໄດ້ທຳຄວາມສະອາດງ່າຍ.
ທ້າວ ໜອມ ໃຊ້ຊີວິດຄົນດຽວແຕ່ຍັງນ້ອຍ ຈື່ງເຮັດໃຫ້ລາວໃຊ້ມືຂວາຊ່ວຍໃນເວລາກີນເຂົ້າເອງ,ເວລາທີ່ແມ່ຂອງລາວຈະອອກເຮັດວຽກນອກແມ່ນຈະໄດ້ກຽມອາຫານ ໄວ້ໃຫ້ ແລະ ທ້າວ ໜອມ ລາວກໍ່ສາມາດກີນເອງໄດ້, ເວລາທີ່ຈະຖ່າຍໜັກ ຫຼື ຖ່າຍເບົາລາວກໍ່ຈະຄ່ອຍໆເຄື່ອນຍ້າຍໂຕເອງມາໃສ່ປ່ອງທີ່ທາງຄອບຄົວເພີ່ນເຈາະໄວ້ໃຫ້, ຈຸດພິເສດຂອງລາວແມ່ນບໍ່ມັກໃຫ້ຖ່າຍຮູບ ແລະ ບໍ່ມັກໃຫ້ມີຄົນຫຼາຍມາຢາມ.
ຕອນທີ່ທີມງານ CBID ລົງໄປຢ້ຽມຢາມໃນຄັ້ງທຳອິດລາວຍັງບໍ່ທັນລຶ້ງເຮັດໃຫ້ລາວງຸດງິດ, ບໍ່ໃຫ້ການຕອນຮັບ ແລະ ເກີດມີຄວາມຢາກຮ້າຍຢູ່ຕະຫຼອດເວລາ, ຫຼັງຈາກທີ່ທີມງານ CBID ໄປຢ້ຍມຢາມຫຼາຍໆຄັ້ງລາວກໍ່ຄ່ອຍໆໃຫ້ການຕ້ອນຮັບ ແລະ ໃຫ້ຄວາມຮ່ວມມືໃນການເຮັກກິດຈະກຳເຊັ່ນວ່າ: ການສົ່ງເສີມລາຍຮັບ ແລະ ລົມນຳ ຮ່ວມກັບທີມງານໂຄງການ.
ໃນຊ່ວງວັນທີ່ 27 ພຶດສະພາ 2020 ທ່ານໝໍຈາກສາຂາສູນການແພດພື້ນພູໜ້າທີ່ການແຂວງສະຫວັນນະເຂດໄດ້ລົງມາຕິດຕາມ ແລະ ຊຸກຍູ້ທີມງານໂຄງການໃນຮ່າງແຜນກິດຈະກຳຮ່ວມກັບກຸ່ມເປົ້າໝາຍເຊີ່ງເພີ່ນມີຄຳເຫັນວ່າໃນກໍລະນີ ທ້າວ ໜອມ ແມ່ນບໍ່ສາມາດບຳບັດທີ່ຈະກັບມາໃຊ້ງານໄດ້ ເພາະກ້າມຊີ້ນຫຼື ກະດູກ ຫົດຕົວ ແລະ ແຂງຕົວ ຈຶ່ງບໍ່ສາມາດບຳບັດໄດ້.
ໃນວັນທີ່ 12 ກໍລະກົດ 2020 ຄູ່ຮ່ວມງານຂັ້້ນກະຊ່ວງ,ແຂວງ,ເມືອງ,ທີມງານອົງການເວີລດເອດຢູເຄຊັນ ແລະ ທີງານ CBID ໄດ້ລົງມາຕິດຕາມ ແລະ ຊຸກຍູ້ກຸຸ່ມເປົ້າໝາຍ ແລະ ມອບອຸປະກອນອຳນວຍຄວາມສະດວກເປັນຕົ້ນແມ່ນ ເສື່ອນອນສູບລົມ, ໂຖຍ່ຽວ, ໂຖຖ່າຍໜັກ ໃຫ້ກັບຜູ້ກ່ຽວ ເພື່ອອຳນວຍຄວາມສະດວກ.
ຄອບຄົວຂອງຜູ້ກ່ຽວໄດ້ກ່າວວ່າ:”ຂໍຂອບໃຈຫຼາຍໆ ມາຍັງທາງທີມງານພານລັດ ແລະ ທີມງານໂຄງການໂອກາດ ທີໄດ້ມອບອຸປະກອນອຳນວຍຄວາມສະດວກເພື່ອເຮັດໃຫ້ລູກຂອງຕົນເອງ, ເຮັດໃຫ້ມີບ່ອນຮອງນອນ ແລະ ສາມາດຊ່ວຍເຫຼືອຕົວເອງໄດ້ໃນລະດັບໜື່ງ ຂໍຂອບໃຈຫຼາຍໆ”

ບົດຄວາມສຳເລັດ 

 ການສົ່ງຕໍ່ຫາສະຖານທີ່ບໍລິການດ້ານສຸຂະພາບຢູ່ໂຮງໝໍສູນກາງນະຄອນຫລວງວຽງຈັນ ນາງ ວາບີ ແລະ ທ້າວ ເບັດ.

        ນາງ ວາລີ ຢູ່ດີ ອາຍຸ 8 ປີ ແລະ ທ້າວ ເບັດ ຢູ່ດີ ອາຍຸ 6 ປີ

(ມີຄວາມຫຍຸ້ງຍາກໃນການສື່ສານ ແລະ ໄດ້ຍີນ)
ແມ່ຊື່ ນາງ ລີ້ ທັງ 2 ແມ່ນເປັນພີ່ນ້ອງພໍ່ແມ່ດຽວກັນເຊິ່ງພໍ່ເປັນຄົນໄທ(ຢ່າຮ່າງກັນແລ້ວ), ປະຈຸບັນນີ້ ນາງ ລີ້ ໄດ້ສ້າງຄອບຄົວໃໝ່ກັບ ທ້າວ ແອ ບ້ານ ນາຄຳ ທັງສອງແມ່ນອາຊີບຊາວນາຢູ່ບ້ານຕາກແດດ ເມືອງໄຊພູທອງ ແຂວງສະຫວັນນະເຂດ, ສະພາບທາງດ້ານຄອບຄົວແມ່ນເປັນຄອບຄົວທີ່ຂາດເຂີນ, ບໍ່ມີລາຍຮັບ, ບໍ່ມີຮຽນຢູ່ຖາວອນ ຕ້ອງໄດ້ສາໄສຢູ່ຖຽງນາ.
ໃນວັນທີ່ 8 ກັນຍາ ປີ 2020 ໄດ້ນຳສົ່ງເປົ້າໝາຍ 02 ກໍລະນີ ເຂົ້າກວດ ແລະ ວິໄສການຢູ່ໂຮງໝໍ ເມືອງໄຊພູທອງ ແຂວງສະຫວັນນະເຂດ ເຊິ່ງທ່ານໝໍແມ່ນບໍ່ສາມາດວິນິໄສອາການໄດ້ເນື່ອງຈາກບໍ່ມີທ່ານໝໍສະເພາະດ້ານ ຈື່ງໄດ້ເຮັດໃບນຳສົ່ງເຂົ້າກວດຢູ່ ຂະແນງ ຫູ ດັງ ຄໍ ໂຮງໝໍແຂວງສະຫວັນນະເຂດ.
ໃນວັນທີ່ 9 ກັນຍາ ປີ 2020 ໄດ້ນຳສົ່ງເປົ້າໝາຍ 02 ກໍລະນີ ເຂົ້າກວດ ແລະ ວິນິໄສການຢູ່ຂະແໜງການ ຫູ ດັງ ຄໍ ໂຮງໝໍແຂວງສະຫວັນນະເຂດ ເຊິ່ງທ່ານໝໍກໍ່ໄດ້ກວດ ແລະ ວິນິໄສການອອກມາວ່າ ທັງ 02 ກໍລະນີແມ່ນມີຄວາມຫຍຸ້ງຍາກດ້ານການສື່ສານ ແລະ ໄດ້ຍີນ ແຕ່ບໍ່ສາມາດວັດແທກການໄດ້ຍີນໄດ້ ເພາະວ່າທາງໂຮງໝໍບໍ່ມີເຄື່ອງມື ແລະ ອຸປະກອນທີ່ໃຊ້ວັດແທກການໄດ້ຍີີນ ຈື່ງເຮັດໃບນຳສົ່ງເຂົ້າວັດແທກລະດັບການໄດ້ຍີນຢູ່ ຂະແໜງ ຫູ ດັງ ຄໍ ຢູ່ໂຮງໝໍມະໂຫສົດ ນະຄອນຫລວງວຽງຈັນ.
ໃນວັນທີ່ 10 ກັນຍາ ປີ 2020 ໄດ້ນຳສົ່ງເປົ້າໝາຍກໍລະນີ ເຂົ້າກວດ ແລະ ວິນິໄສການຢູ່ ຂະແນງ ຫູ ດັງ ຫໍ ຢູ່ີໂຮງໝໍມະໂຫສົດ ນະຄອນຫລວງວຽງຈັນ ທ່ານໝໍກໍ່ໄດ້ກວດ ແລະ ວິນິໄສການອອກມາວ່າ ທັງ 02  ກໍລະນີແມ່ນບໍ່ມີຄວາມຫຍຸ້ງຍາກທາງດ້ານການສື່ສານ ແລະ ໄດ້ຍີນ ແຕ່ຢູ່ໂຮງໝໍເຄື່ອງວັດແທກລະດັບການໄດ້ຍືນເພ ແລະ ໄດ້ຢືນຢັນອີກວ່າ 02 ກໍລະນີ ແມ່ນເປັນ(ອໍທີສຕິກ) ແລະ ກໍ່ໄດ້ແນະນຳໃຫ້ໄປກວດຢູ່ຂະແໜງ ແມ່ ແລະ ເດັກ (ຫ້ອງພັດທະນາການ) ໂຮງໝໍ 150 ຕຽງ ແລະ ໄປກວດວັດແທກຫູຢູ່ຄີນິກ ຫູ ດັງ ຄໍ (ດຣ ສຸດາພອນ).
ຫຼັງຈາກນັ້ນແມ່ນໄດ້ມາ ວິນິໄສອາການຢູ່ຂະແໜງ ແມ່ ແລະ ເດັກ (ຫ້ອງພັດທພນາການ) ໂຮງໝໍ 150 ຕຽງແຕ່ທ່ານໝໍຊ່ຽວຊານເພີ່ນບໍ່ຢູ່ ຈື່ງແນະນຳໃຫ້ໄປປະເມີນຢູ່ ສະມາຄົມ ອໍທິ??ະຕິກ.
ຫຼັງຈາກນັ້ນແມ່ນໄດ້ມາ ວິນິໄສອາການຢູ່ ສາມາຄົມອໍທິສສະຕິກ  ແຫ່ງຊາດລາວເພີ່ນກໍໄດ້ປະເມີນ ແລະ ຢັ້ງຢືນອາການອອກມາວ່າເປົ້າໝາຍ 02 ກໍລິນີ ແມ່ນເປັນເດັກ (ອໍທິສຕິກ) ຈື່ງໄດ້ແນະນຳໃຫ້ຜູ້ດູແລ ຝຶກສອນການດູແລຕົວເອງເປັນປະຈຳເຊັ່ນວ່າ: ການນຸ່ງເຄື່ອງ; ການເຂົ້າຫ້ອງນ້ຳ ແລະ ອື່ນໆ ຝຶກຕະຫຼອດເພື່ອໃຫ້ພວກເຂົາສາມາດດູແລຕົວເອງໄດ້ໃນອານາຄົດ ແລະ ຍັງແນະນຳໃຫ້ເດັກ 02 ຄົນໄປໂຮງຮຽນ ແລະ ອອກໄປພົບປະກັບໝູ່ເພື່ອສ້າງຄວາມລື້ງເຄີຍໃຫ້ເຂົາເຈົ້າ ແລະ ທາງສະມາຄົມຍັງໃຫ້ຂໍ້ມູນອີກວ່າໂຮງຮຽນທີ່ຮັບເດັກ ອໍທິສຕິກ ຢູ່ແຂວງສະຫວັນນະເຂດ ແມ່ນຢູ່ໂຮງຮຽນຄຸນແມ່ ແຕ່ເພີ່ນຈະຮັບເດັກທີ່ໄດ້ການຝຶກຂັ້ນເລີມຕົ້ນແລ້ວລະດັບສອງປີ.
ຜູ້ດູແລກໍ່ໄດ້ກ່າວວ່າ : “ຂໍຂອບໃຈຫຼາຍໆ ມາຍັງທັງທີມງານພາກລັດ ແລະ ພາກ ທີມງານ CBID ທີ່ໄດ້ອຳນວຍຄວາມສະດວກໃນການສົ່ງຕໍ່ທຸກຂັ້ນຕອນເປັນຕົ້ນການສົ່ວເຂົ້າມາບົ່ງມະຕິອາການເຮັດໃຫ້ຕົນເອງຮູ້ໄດ້ຊັດເຈນວ່າລູກທັງສອງຄົນບໍ່ໄດ້ມີຄວາມຫຍຸ້ງຍາກດ້ານການສື່ສານ ແລະ ໄດ້ຍີນ, ແຕ່ທັງສອງຄົນແມ່ນເປັນເດັກທີ່ມີພັດທະນາການທາງດ້ານສະຕິປັນຍາດ ເຮັດໃຫ້ຕົນເອງຮູ້ຈັກວິທີການດູແລພວກເຂົາຫລາຍຂື້ນ. ”
ທີ່ສຳຄັນຂໍຂອບໃຈມາຍັງທີມງານໂຄງການໂອກາດ ທີ່ສະໜັບສະໜູນໃນທຸກໆດ້ານ. ຂໍຂອບໃຈຫຼາຍໆ

ການປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ່ 9

SDG 10: ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ, 
SDG 18: ຊີວິດທີ່ປອດໄພຈາກລະເບີດທີ່ບໍ່ທັນແຕກ, ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງເພື່ອການພັດທະນາແຫ່ງຊາດ
ແຜນ 9, ເປົ້າໝາຍທີ 3:
ແຜນວຽກຈຸດສຸມທີ 3: ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ, ໄວໜຸ່ມ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະ ໄດ້ຮັບການພັດທະນາ ແລະ ປະກອບສ່ວນຢ່າງເຕັມທີ່ໃນການພັດທະນາເສດຖະກິດສັງຄົມ ,
ແຜນວຽກຈຸດສຸມທີ 5:  ການກວດກູ້ລະເບີດບໍ່ທັນແຕກ ແລະ ຊິວິດຂອງປະຊາຊົນມີຄວາມປອດໄພຈາກລະເບີດບໍ່ທັນແຕກເພີ້ມຂື້ນເທື່ອລະກ້າວ
 

ຜູ້ໃຫ້ທືນ

U.S Agency for international Development,  Humanity & Inclusion

ຜູ້ຮ່ວມງານ

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຜນການ ແລະ ການລົງທຶນ , ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ