ນ້ອງໆນັກຮຽນ 100 ຄົນ ຈາກ 5 ໂຮງຮຽນປະຖົມໄດ້ຮັບອຸປະກອນການສຶກສາ ແລະ ກິລາ ທີ່ເມືອງໂພນໄຊ ແຂວງຫຼວງພະບາງ.
ໂຄງການສົ່ງເສີມການເຂົ້າເຖິງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຜູ້ດ້ອຍໂອກາດໃນຊັ້ນປະຖົມ ຈັດຕັ້ງປະຕິບັດຢູ່ ເມືອງ ໂພນໄຊ, ແຂວງ ຫຼວງພະບາງ 5 ໂຮງຮຽນ (ໂຮງຮຽນປະຖົມ ສົບເຈ້ຍ, ຜັກຫົກ, ດອນຄໍາ, ຫ້ວຍລອນ ແລະ ຕາດທອງ)
10/24/20231 min read
ພວກເຮົາ ສະມາຄົມ ສພປ, ໄດ້ສຸມໃສ່ວຽກງານການສຶກ ຕາມແຜນຍຸດທະສາດເປົ້າໝາຍ ເພື່ອໃຫ້ນ້ອງໆນັກຮຽນທີ່ຢູ່ເຂດຫ່າງໄກ ສາມາດເຂົ້າເຖິງການສຶກສາ ແລະ ໄດ້ຮັບໂອກາດຫຼາຍຢ່າງໆ. ໃນວັນທີ 9-13 ຕຸລາ 2023, ພວກເຮົາໄດ້ເດີນທາງໄປມອບເຄື່ອງມື, ອຸປະກອນການສຶກສາ ແລະ ກິລາ ທີ່ຈຳເປັນໃຫ້ແກ່ນ້ອງນັກຮຽນ ຈຳນວນ 100 ຄົນ (ຍິງ 46 ຄົນ) ໃນນັ້ນປະກອບມີເດັກນ້ອຍທີ່ມີຄວາມເປັນພິການ 8 ຄົນ (ຍິງ 3 ຄົນ) ແລະ ເດັກນ້ອຍທີ່ດ້ອຍໂອກາດ 92 ຄົນ (ຍິງ 42 ຄົນ). ເຊິ່ງພວກເຮົາໄດ້ມອບອຸປະກອນການສຶກສາ ແລະ ກິລາ ປະກອບມີ: ບິກຂຽນ, ສໍດໍາ, ປື້ມຂຽນ, ຕາໜ່າງບານເຕະ, ຕາໜ່າງກະຕໍ້ວາຍ, ຊຸດກິລາ ແລະ ອື່ນໆ ອີກຫລາຍໆຢ່າງ ລວມມູນຄ່າ 60 ລ້ານກວ່າກີບ, ໂດຍຮ່ວມກັບ ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ໂພນໄຊ, ສະມາຄົມ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ນອກຈາກນັ້ນ ທີມງານຍັງໄດ້ເກັບກຳຂໍ້ມູນສະພາບແວດລ້ອມຂອງໂຮງຮຽນ ເພື່ອເປັນຖານຂໍ້ມູນຂອງກິດຈະກໍາປັບປຸງອາຄານສະຖານທີ່ ແລະ ສະພາບແວດລ້ອມຂອງໂຮງຮຽນ ໃນໄວໆນີ້.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la