ກອງປະຊຸມທ້າຍໂຄງການ “ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ທີ່ເມືອງໄຊພູທອງ, ແຂວງສະຫວັນນະເຂດ”

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ ໂຄງການນີ້ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ (HI), ມີຄູ່ຮ່ວມງານຄື ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI). ເພື່ອສົ່ງເສີມຄວາມເປັນອິດສະຫຼະ ແລະ ຄວາມສາມາດໃນການເຮັດວຽກຂອງຄົນພິການຜ່ານການເຂົ້າເຖິງການບໍລິການສຸຂະພາບ ແລະ ສັງຄົມຢ່າງເທົ່າທຽມກັນ.

9/26/20231 min read

ໃນວັນທີ 15 ກັນຍາ 2023 ທີ່ຜ່ານມາ, ພວກເຮົາໄດ້ສໍາເລັດກອງປະຊຸມທ້າຍໂຄງການ ຂອງ ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ (CBID-XPT) ທີ່ສະໂມສອນເມືອງໄຊພູທອງ, ແຂວງສະຫວັນນະເຂດ. ໂດຍການເປັນປະທານຂອງ ທ່ານ ພົມມາ ສົງວິໄລ ຮອງເຈົ້້າເມືອງ ເມືອງໄຊພູທອງ, ເຂົ້າຮ່ວມມີບັນດາຄະນະກໍາມະການຊີ້ນໍາໂຄງການຂັ້ນແຂວງ, ຄູ່ຮວມງານຂັ້ນເມືອງ, ຄະນະຊີ້ນໍາກຸ່ມບ້ານ, ອໍານາດການປົກຄອງບ້ານຈາກ 21 ບ້ານ, ສັດຕະວະແພດບ້ານ, ກຸ່ມຊ່ວຍເຫຼືອຕົນເອງ, ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ, ອົງການສຶກສາໂລກ ແລະ ທິມງານໂຄງການ ລວມຜູ້ເຂົ້າຮ່ວມທັງໝົດ 68 ທ່ານ (ຍິງ 11 ທ່ານ).

ໃນກອງປະຊຸມ, ໄດ້ມີການລາຍງານຜົນຂອງການຈັດຕັ້ງປະຕີບັດກິດຈະກຳແຕ່ເລີ່ມຕົ້ນ ຈົນຈົບໂຄງການ (ພຶດສະພາ 2019- ກັນຍາ 2023), ໄດ້ຮັບຊົມວີດີໂອ ແລະ ຮູບພາບຂອງກິດຈະກຳ, ຕະຫຼອດຮອດໄດ້ຮັບຟັງຄຳຄິດເຫັນບັນດາຜູ້ຂົ້າຮ່ວມ ເພື່ອນຳໄປປັບປຸງໃນການຈັດຕັ້ງກິດຈະກຳໃຫ້ໄດ້ຮັບຜົນສຳເລັດທີ່ດີກວ່າເກົ່າໃນໄລຍະຕໍ່ໄປ. ໃນຕອນທ້າຍ, ທ່ານ ພົມມາ ສົງວິໄລ ຮອງເຈົ້້າເມືອງ ເມືອງໄຊພູທອງ ໄດ້ຍໍຍ້ອງຊົມເຊີຍຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດກິດຈະກຳ ພ້ອມມອບໃບຍ້ອງຍໍສັນລະເສີນໃຫ້ຜູ້ທີ່ມີຜົນງານຕໍ່ກັບໂຄງການ.