ສະມາຄົມ ສພປ ເລີ່ມມາຈາກ ສະມາຊິກ 15 ທ່ານ ທີ່ເປັນ ພະນັກງານ ຂອງອົງການ ຊິດເຊ ແລະ ຕັດສິນໃຈ ສ້າງຕັ້ງ ສະມາຄົມ ໃນເດືອນ ຕຸລາ ປີ 2006 ຫຼັງຈາກ ອົງການ ສະມາຊິກ ຂອງ ຊິດເຊ ໄດ້ຕັດສິນໃຈ ທີ່ຈະໃຫ້ ບັນດາ ຫ້ອງການ ປະຈໍາຢູ່ ປະເທດ ກໍາປູເຈຍ, ຫວຽດນາມ ແລະ ລາວ ສ້າງ ໃຫ້ເປັນ ອົງການ ທ້ອງຖິນ.

CIDSE-CLV (Cooperation International pour le Development et la Solidarite ອົງການ ຮ່ວມມື ສາກົນ ເພື່ອການ ພັດທະນາ ແລະ ສາມັກຄີ) ເປັນ ແຜນງານ ການຮ່ວມມື ຂອງ 16 ອົງການ ຢູ່ປະເທດ ໃນທະວີບ ເອີຣົບ ແລະ ອາເມລິກາ ເໜືອ ມີຈຸດປະສົງ ເພື່ອໃຫ້ ການ ຊ່ວຍເຫລືອ ແລະ ສະແດງ ຄວາມສາມັກຄີ ກັບ ປະຊາຊົນ ກຳປູເຈຍ ປະຊາຊົນລາວ ແລະ ຫວຽດນາມ. ໄດ້ເລິ້ມ ເຂົ້າໄປຊ່ວຍ ປະເທດ ຫວຽດນາມ ໃນປີ 1997, ເຂົ້າໄປຊ່ວຍ ປະເທດ ກຳປູເຈຍ ປີ 1979 ແລະ ປະເທດລາວ ປີ 1988.

ກອງປະຊຸມ ຄະນະ ກໍາມະການ ການ ປະສານງານ ໂຄງການ ຊິດເຊ ກຳປູເຈຍ-ລາວ-ຫວຽດນາມ (CIDSE-CLV programme) ທີ່ເມືອງ ມົງຕຣີອານ ປະເທດ ການາດາ (Montreal, Canada) ໃນປີ 1996 ໄດ້ມີ ການຕົກລົງ ເຫັນດີ ກັບຫ້ອງການ ພາກພື້ນ ຂອງ ແຕ່ລະ ປະເທດວ່າ: “ ມີຄວາມ ຕ້ອງການ ຢາກປິດ ຫ້ອງການ ພາກພື້ນ ແລະ ຢາກໃຫ້ ຫ້ອງການ ພາກພື້ນ ໃນແຕ່ ລະປະເທດ ກາຍເປັນ ອົງການ ທີ່ເອກະ ລາດ ບໍ່ຂື້ນກັບ ຜູ້ໃຫ້ທຶນ ໃດໜື່ງ ແລະ ສາມາດ ຄຸ້ມຄອງ ຕົນເອງ ໄດ້” ແລະ ອົງການ ຜູ້ໃຫ້ທຶນ ກໍ່ໄດ້ ເຫັນດີ ທີ່ຈະ ສືບຕໍ່ ຮ່ວມມື ຊ່ວຍເຫລືອ ຢ່າງໜ້ອຍ ຮອດປີ 2002

ຕໍ່ກັບ ການ ຕົກລົງ ດັ່ງກ່າວ ນັ້ນ, ພະນັກງານ ຂອງ ຫ້ອງການ ພາກພື້ນ ທັງ 3 ປະເທດ ໄດ້ ປະຊຸມ ແລະ ພາກັນ ກະກຽມ ເພື່ອສ້າງ ໃຫ້ ຕົນເອງ ກາຍເປັນ ອົງການ ທ້ອງຖີ່ນ ເພື່ອ ໃຫ້ ສາມາດ ສືບຕໍ່ ເອົາການ ຊ່ວຍເຫລືອ ໃນການ ພັດທະນາ ປະເທດຊາດ ຂອງຕົນ.

ອົງການ ຊິດເຊ – ຫວຽດນາມ ໄດ້ປິດ ຫ້ອງການ ພາກພື້ນ ໃນທ້າຍ ປີ 2005 ແລະ ໄດ້ ສ້າງສູນ ຂື້ນ 2 ສູນ ໃນ ຕົ້ນປີ 2006 ຄື: ສູນ ເພື່ອ ການ ພັດທະນາ ເສດຖະກິດ ຊຸມຊົນ ແລະ ສະພາບ ແວດລ້ອມ“Centre for Community Socio Economic and Environmental Development” (CSEED) ແລະ ສູນ ເພື່ອການ ພັດທະນາ ຊົນນະບົດ ແບບຍືນຍົງ “Centre for Sustainable Rural Development” (SRD). ສ່ວນ ອົງການ ຊິດເຊ – ກຳປູເຈຍ ໄດ້ປິດ ຫ້ອງການ ພາກພື້ນ ໃນທ້າຍ ປີ 2005 ເຊັ່ນກັນ ແລະ ໄດ້ເກີດ ມີ ອົງການ ທ້ອງຖິ່ນ ຂື້ນ ໃນ ຕົ້ນປີ 2006 ຊື່ວ່າ Development and Partnership in Action (DPA).

ກອງປະຊຸມ ກຸ່ມ ຜູ້ໃຫ້ທຶນ ຂອງ ອົງການ ຊິດເຊ-ລາວ ໃນ ເດືອນ ພຶດສະພາ 2005 ໄດ້ ຕັດສິນ ເອົາປີ 2008 ເປັນປີ ທີ່ຈະ ປິດ ອົງການ ຊິດເຊ-ລາວ. ຕໍ່ກັບ ການ ຕັດສິນໃຈ ດັ່ງກ່າວ ພະນັກງານ ຂອງ ອົງການ ທັງຫມົດ ໄດ້ຈັດ ກອງປະຊຸມ ເພື່ອ ປືກສາ ຫາລື ກັນ ຫລາຍຄັ້ງ. ກອງປະຊຸມ ຄັ້ງ ສຸດທ້າຍ ໃນວັນທີ 3-4 ເມສາ 2006, ພະນັກງານ 15 ທ່ານ ໄດ້ ພ້ອມ ກັນ ຕັດສິນໃຈ ສ້າງຕັ້ງສະມາຄົມ ນັບແຕ່ວັນທີ 10 ຕຸລາ 2006.

ວິໄສທັດ

ສະມາຄົມ ສພປ ມີຄວາມປາຖະໜາປະກອບສ່ວນເພື່ອໃຫ້ສັງຄົມບັນດາເຜົ່າມີຄວາມຜາສຸກ ບົນພື້ນຖານຄວາມເຄົາລົບເຊີ່ງກັນ ແລະ ກັນ, ມີໂອກາດຢ່າງເທົ່າທຽມກັນ, ໃສ່ໃຈສິ່ງແວດລ້ອມ ແລະ ຊົມໃຊ້ຊັບພະຍາກອນຢ່າງຍືນຍົງ

ພາລະກິດ

ສ້າງຄວາມສາມາດໃຫ້ແກ່ກຸ່ມເປົ້າໝາຍໃນການຍົກລະດັບຄຸນນະພາບຊີວິດໃຫ້ມີຄວາມຜາສຸກ ຕາມທິດສີຂຽວ ແລະ ຍືນຍົງ

ກຸ່ມເປົ້າໝາຍ

ຊຸມຊົນໃນເຂດຊົນນະບົດ, ຜູ້ທຸກຍາກ, ຜູ້ດ້ອຍໂອກາດໂດຍສະເພາະເດັກນ້ອຍ, ໄວໜຸ່ມ, ແມ່ຍິງ ແລະ ຜູ້ທີ່ມີຄວາມເປັນພິການ

ຄຳຂວັນ

ສາມັກຄີ ມີສ່ວນຮ່ວມ ບົນຄວາມໂປ່ງໃສເນັ້ນໃສ່ປະສິດທິຜົນ ເປີດໂອກາດໃຫ້ໝົດທຸກຄົນ

ເປົ້າໝາຍແຜນຍຸດທະສາດ 5 ປີ (2021-2025)

ເພື່ອຫຼຸດຜ່ອນຄວາມທຸກຍາກໂດຍການຍົກລະດັບການຄໍ້າປະກັນສະບຽງອາຫານ

ສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມເພື່ອສຸຂະພາບທີ່ດີຂອງທຸກຄົນໃນຊຸມຊົນ

ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດຕາມທິດສີຂຽວ-ຍືນຍົງ

ເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສືກສາທີ່ມີຄຸນະພາບ

ເພື່ອສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ

ເພື່ອຫຼຸດຜ່ອນຄວາມທຸກຍາກໂດຍການຍົກລະດັບການຄໍ້າປະກັນສະບຽງອາຫານ

          ຊີວິດການເປັນຢູ່ຂອງປະຊາຊົນລາວຢູ່ໃນເຂດຊົນນະບົດ ສ່ວນຫຼາຍມີຄວາມຕິດພັນກັບທຳມະຊາດ ແລະ ຫາລ້ຽງຊີບຕາມລະດູການ, ບາງຄອບຄົວຂາດອາຫານເພື່ອມາລ້ຽງຊີບ, ບາງຄອບຄົວການປູກຝັງລ້ຽງສັດກໍ່ຍັງບໍ່ໄດ້ມາດຕະຖານຍ້ອນຍັງຂາດຄວາມຮູ້ວິຊາການ, ເຮັດໃຫ້ມີຜົນກະທົບຕໍ່ການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນທ້ອງຖິ່ນ, ກໍ່ໃຫ້ເກີດໄພອຶດຫິວ ແລະ ທຸກຍາກນັບຕັ້ງແຕ່ຂັ້ນຄອບຄົວຕະຫຼອດຮອດຂັ້ນບ້ານ ແລະ ຊຸມຊົນ. ດັ່ງນັ້ນ, ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ໂດຍການຍົກລະດັບການຄໍ້າປະກັນສະບຽງອາຫານຂອງປະຊາຊົນຢູ່ເຂດຊົນນະບົດ ໃຫ້ໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ, ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງ ດ້ວຍການສົ່ງເສີມການຜະລິດສິນຄ້າ, ສົ່ງເສີມວິຊາຊີບ ແລະ ເຕັກນິກວິຊາການທີ່ກ້າວໜ້າ ເພື່ອຍົກສູງການຜະລິດຄຽງຄູ່ກັບການສ້າງອາຊີບຄົງທີ່ ແລະ ໝັ້ນຄົງ.

          ເຊິ່ງເປົ້າໝາຍນີ້ ຍັງເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ໃນວຽກຈຸດສຸມທີ 1: ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກໄດ້ຮັບການພັດທະນາ ແລະ ຊິວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂື້ນ, ພາຍໃຕ້ເປົ້າໝາຍທີ 3: ຊິວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂື້ນເທື່ອລະກ້າວຕາມທິດມີກິນມີໃຊ້. ທັງຍັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 1: ລືບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ ແລະ SDG 2: ລືບລ້າງຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ ແລະ ປັບປຸງດ້ານໂພສະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ. ພວກເຮົາໄດ້ສົ່ງເສີມ ແລະ ສະໜັບສະໜູນກິດຈະກຳດັ່ງນີ້:

  • ການສ້າງຂີດຄວາມສາມາດໃຫ້ແກ່ກຸ່ມເປົ້າໝາຍ

  • ສົ່ງເສີມກະສິກຳ ແລະ ເຕັກນິກການຜະລິດ

  • ສົ່ງເສີມການສ້າງລາຍຮັບ

ສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມເພື່ອສຸຂະພາບທີ່ດີຂອງທຸກຄົນໃນຊຸມຊົນ

          ເນື່ອງຈາກວ່າບັນຫາກາຂາດໂພຊະນາການຢູ່ເຂດຊົນນະບົດຍັງພົບເຫັນໄດ້ຫຼາຍຖ້າທຽບໃສ່ກັບຕົວເມືອງ, ໃນຂະນະທີ່ 89% ຂອງປະຊາກອນມີຮູບແບບການບໍລິໂພກອາຫານທີ່ຍອມຮັບໄດ້ ແລະ ອີກ 11% ຂອງຄົວເຮືອນໃນຊົນນະບົດມີການບໍລິໂພກອາຫານທີ່ບໍ່ດີ ແລະ ກຳ່ກຶ່ງ. ໃນປີ 2015, ເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີລົງມາ ປະມານ 35,6% ມີສະພາບຕ່ຳເຕ້ຍ, ນ້ຳໜັກຫຼຸດເກນ ປະມານ 25,5% ແລະ ຮ່າງກາຍຈ່ອຍຜອມ 9,6%. ຄືດັ່ງທີ່ພວກເຮົາຮູ້ວ່າເຂດຊົນນະບົດແມ່ນຢູ່ຫ່າງໄກສອກຫຼີກ ແລະ ບາງບ່ອນບໍ່ມີເສັ້ນທາງເຂົ້າເຖິງ ເຮັດໃຫ້ດ້ານສາທາລະນະສຸກເຂົ້າຫາໄດ້ຍາກ ຈຶ່ງເຮັດໃຫ້ບັນຫາດ້ານສຸຂະພາບນີ້ແຜ່ກະຈາຍໃນເດັກນ້ອຍທີ່ຢູ່ໃນຄອບຄົວທຸກຍາກທີ່ສຸດ ເປັນສາມເທົ່າ ຖ້າທຽບກັບຄອບຄົວທີ່ຮັ່ງມີ. ດັ່ງນັ້ນ, ພວກເຮົາຈື່ງໄດ້ປະຕິບັດກິດຈະກຳເຊື່ອມສານວຽກງານສົ່ງເສີມໂພຊະນາການໃນຊຸມຊົນ ເພື່ອຫຼຸດຜ່ອນການຂາດອາຫານ ແລະ ວຽກງານສາທາລະນະສຸກໃຫ້ໄດ້ຮັບການຂະຫຍາຍຕົວ-ພັດທະນາຢ່າງຕໍ່ເນື່ອງ.

          ດັ່ງນັ້ນ, ເປົ້າໝາຍນີ້ແມ່ນເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຍຸດທະສາດດ້ານໂພຊະນາການ ແລະ ສຸຂະອານາໄມເພື່ອໃຫ້ຊຸມຊົນເປົ້າໝາຍເພື່ອໃຫ້ມີສຸຂະພາບທີ່ດີຂຶ້ນເທື່ອລະກ້າວ ແລະ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ໃນແຜນວຽກຈຸດສຸມທີ 1: ການປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພສະນາການຢ່າງທົ່ວເຖິງ ແລະ ມີຄຸນນະພາບສູງຂື້ນ, ພາຍໃຕ້ເປົ້າໝາຍທີ 2: ຊັບພະຍາກອນມະນຸດ ມີຄຸນນະພາບສູງຂື້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄ້ວາ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ້ມການຜະລິດ ແລະ ການບໍລິການ. ນອກຈາກນັ້ນ, ກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 2: ລືບລ້າງຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ ແລະ ປັບປຸງດ້ານໂພສະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ. SDG 3: ຮັບປະກັນການມີສຸຂະພາບທີ່ດີແລະ ສົ່ງເສີມຊິວິດການເປັນຢູ່ທີ່ດີຂອງທຸກຄົນທຸກເກນອາຍຸ. SDG 6: ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ. ພວກເຮົາໄດ້ສົ່ງເສີມ ແລະ ສະໜັບສະໜູນກິດຈະກຳດັ່ງນີ້:

  • ການສ້າງຂີດຄວາມສາມາດໃຫ້ແກ່ກຸ່ມເປົ້າໝາຍ

  • ສົ່ງເສີມໂພຊະນາການທີ່ດີ

  • ສົ່ງເສີມສຸຂະພາບທີ່ດີ

ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດຕາມທິດສີຂຽວ-ຍືນຍົງ

          ເນື່ອງຈາກວ່າປະຊາຊົນຜູ້ທີ່ດໍາລົງຊີວິດຢູ່ໃນເຂດຊົນນະບົດ ຍັງເພິ່ງພາອາໄສການຜະລິດກະສິກຳ ແລະ ອາໄສແຫຼ່ງຊັບພະຍາກອນປ່າໄມ້ເປັນບ່ອນທຳມາຫາກິນ, ເປັນແຫຼ່ງອາຫານ. ເຊິ່ງມັນໄດ້ເຮັດໃຫ້ສິ່ງຕ່າງໆທີ່ມາຈາກທຳມະຊາດ ໂດຍສະເພາະແມ່ນບັນດາເຄື່ອງປ່າຂອງດົງຫຼຸດໜ້ອຍລົງໃນແຕ່ລະປີ ຍ້ອນວ່າຈຳນວນນວນປະຊາກອນເພີ່ມຂຶ້ນ. ດັ່ງນັ້ນ, ເພື່ອເປັນການປະກອບສ່ວນສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ, ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ-ຫຼຸດຜ່ອນຄວາມສ່ຽງ ແລະ ການຟື້ນຟູຫຼັງໄພພິບັດ, ເພື່ອປະກອບສ່ວນໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

          ດັ່ງນັ້ນ, ເປົ້າໝາຍນີ້ແມ່ນເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນວຽກຈຸດສຸມທີ 1: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ; ແຜນວຽກຈຸດສຸມທີ 2: ການເຕີບໂຕສີຂຽວ ແລະ ແກ້ໄຂບັນຫາຕໍ່ກັບການປ່ຽນແປງດິນຟ້າອາກາດ; ແຜນວຽກຈຸດສຸມທີ 3: ເພີ່ມທະວິການປ້ອງກັນ, ການຄວບຄຸມ ແລະ ການຟືນຟຸຫຼັງໄພພິບັດຕ່າງໆ. ທັງ 3 ແຜນວຽກຢູ່ພາຍໃຕ້ເປົ້າໝາຍທີ 4: ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ. ນອກຈາກນັ້ນກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 7: ຮັບປະກັນການເຂົ້າເຖິງພະລັງງານທີ່ທັນສະໄໝ, ຍືນຍົງ, ເຊື່ອຖືໄດ້ ແລະ ລາຄາບໍ່ແພງສຳລັບໝົດທຸກຄົນ. SDG 13: ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ. SDG 15: ປົກປ້ອງ, ຟື້ນຟູ ແລະ ສົ່ງເສີມການນໍາໃຊ້ລະບົບນິເວດແບບຍືນຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນທະເລຊາຍ, ຢຸດຕິ ແລະ ຟື້ນຟູການເສື່ອມໂຊມຂອງດິນ ແລະ ຢຸດການສູນເສຍຊິວະນາໆພັນ. ພວກເຮົາໄດ້ສົ່ງເສີມ ແລະ ສະໜັບສະໜູນກິດຈະກຳດັ່ງນີ້:

  • ການນຳໃຊ້ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ

  • ການກຽມພ້ອມຮັບມືກັບໄພພິບັດ ແລະ ການຟື້ນຟູຫຼັງໄພພິບັດ

  • ການເຕີບໂຕສີຂຽວ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ

ເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນນະພາບ

          ເນື່ອງຈາກວ່າ ບັນຫາດ້ານການສຶກສາຍັງມີພົບເຫັນຢູ່ຫຼາຍໃນເຂດຊົນນະບົດ ໂດຍສະເພາະໃນພື້ນທີ່ຫ່າງໄກ ການສຶກສາເຂົ້າບໍ່ເຖິງ, ເຮັດໃຫ້ການເຂົ້າຮຽນ, ການໄດ້ຮຽນຄົບຊັ້ນ ແລະ ການຮູ້ໜັງສືແມ່ນຍັງຕ່ຳທີ່ສຸດໃນບັນດາເດັກນ້ອຍ ແລະ ເດັກໄວໜຸ່ມທີ່ກຳລັງດຳລົງຊີວິດຢູ່ເຂດຊົນນະບົດ, ບັນຫາພື້ນຖານໂຄງລ່າງແມ່ນຍັງບໍ່ພຽງພໍ ໃນປີ 2015 ໂຮງຮຽນປະຖົມປະມານ 1,500 ແຫ່ງ ມີບໍ່ຄົບຊັ້ນຮຽນ, ໂຮງຮຽນສ່ວນໃຫຍ່ບໍ່ຕອບສະໜອງປຶ້ມຕຳລາ ແລະ ເກືອບເຄິ່ງໜຶ່ງຂອງໂຮງຮຽນຂັ້ນປະຖົມ ຂາດແຄນນ້ຳໃຊ້ຂັ້ນພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານສຸຂະອະນາໄມທີ່ເປັນໄປຕາມມາດຕະຖານແຫ່ງຊາດ. ດັ່ງນັ້ນ, ເປົ້າໝາຍນີ້ແມ່ນເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ ພວກເຮົາໄດ້ເອົາໃຈໃສ່ປະຕິບັດວຽກງານຕາມແຜນຍຸດທະສາດການສຶກສາ ເພື່ອພັດທະນາຄົນໃຫ້ມີຄວາມຮູ້ ແລະ ຄວາມສາມາດ.

          ເປົ້າໝາຍນີ້ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນວຽກຈຸດສຸມທີ 2: ປັບປຸງຄຸນນະພາບການສືກສາໃນທຸກລະດັບໃຫ້ສູງຂື້ນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສືກສາເພື່ອໃຫ້ມີຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເປັນການຮອງຮັບອຸດສາຫະກຳ 4.0 ເຊີ່ງຢູ່ພາຍໃຕ້ເປົ້າໝາຍທີ 2: ຊັບພະຍາກອນມະນຸດມີຄຸນນະພາບສູງຂື້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄ້ວາ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ້ມການຜະລິດ ແລະ ການບໍລິການ. ນອກຈາກນັ້ນກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 4: ຮັບປະກັນການສືກສາໃຫ້ມີຄຸນນະພາບ, ເທົ່າທຽມກັນ, ທົ່ວເຖິງ ແລະ ສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊິວິດສຳລັບໝົດທຸກຄົນ. ພວກເຮົາໄດ້ສົ່ງເສີມ ແລະ ສະໜັບສະໜູນກິດຈະກຳດັ່ງນີ້:

  • ປັບປຸງສະຖານທີ່ໂຮງຮຽນ

  • ສົ່ງເສີມການສ້າງໂຮງຮຽນສີຂຽວ, ສະອາດ, ສວຍງາມ

  • ສະຫນັບສະຫນູນການຮຽນ-ການສອນ

  • ການສ້າງຂີດຄວາມສາມາດໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ

ເພື່ອສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ

        ເນື່ອງຈາກວ່າການຂາດການມີສ່ວນຮ່ວມຢ່າງເຕັມສ່ວນຂອງຄົນພິການໃນຄອບຄົວ ແລະ ຊຸມຊົນຂອງພວກເຂົາແມ່ນບັນຫາທີ່ສໍາຄັນສໍາລັບການພັດທະນາປະເທດລາວ, ເຊິ່ງມີຫຼາຍໆຢ່າງທີ່ສະແດງໃຫ້ເຫັນວ່າຄົນພິການບໍ່ໄດ້ເຂົ້າຮ່ວມກິດຈະກໍາໃນຄອບຄົວ ແລະ ຊຸມຊົນຢ່າງເທົ່າທຽມກັນ. ທີ່ຜ່ານມາ, ຄົນພິການເຮັດໄດ້ພຽງເປັນຄົນທີ່ຢູ່ເບື້ອງຫຼັງ ແລະ ຍັງເຂົ້າບໍ່ເຖິງດ້ານອື່ນໆເທົ່າທຽມກັບຄົນທີ່ບໍ່ມີຄວາມເປັນພິການ ເຊັ່ນວ່າ: ໃນແງ່ຂອງການສຶກສາ, ການບໍລິການ ແລະ ໂອກາດໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ການເຂົ້າຮ່ວມກິດຈະກຳຕ່າງໆໃນສັງຄົມ. ສະນັ້ນ, ເປົ້າໝາຍນີ້ກໍ່ເພື່ອສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ ໃຫ້ເຂົາເຈົ້າສາມາດດໍາລົງຊີວິດຢູ່ໃນສັງຄົມຢ່າງເທົ່າທຽມ, ມີອຸປະກອນອໍານວຍຄວາມສະດວກສະບາຍ ແລະ ມີລາຍຮັບທີ່ເຮັດໃຫ້ຊີວິດຂອງເຂົາເຈົ້າດີຂື້ນ.

         ເປົ້າໝາຍນີ້ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນວຽກຈຸດສຸມທີ 3: ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ, ໄວໜຸ່ມ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະ ໄດ້ຮັບການພັດທະນາ ແລະ ປະກອບສ່ວນຢ່າງເຕັມທີ່ໃນການພັດທະນາເສດຖະກິດສັງຄົມ; ແຜນວຽກຈຸດສຸມທີ 5: ການກວດກູ້ລະເບີດບໍ່ທັນແຕກ ແລະ ຊີວິດຂອງປະຊາຊົນມີຄວາມປອດໄພຈາກລະເບີດບໍ່ທັນແຕກເພີ້ມຂື້ນເທື່ອລະກ້າວ ເຊີ່ງທັງສອງແຜນວຽກຈຸດສຸມແມ່ນຢູ່ພາຍໃຕ້ເປົ້າໝາຍທີ 3: ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂື້ນເທື່ອລະກ້າວຕາມທິດມີກິນມີໃຊ້. ນອກຈາກນັ້ນກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 10 ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ. SDG 18: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ, ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ເພື່ອການພັດທະນາແຫ່ງຊາດ. ພວກເຮົາໄດ້ສົ່ງເສີມ ແລະ ສະໜັບສະໜູນກິດຈະກຳດັ່ງນີ້:

  • ການສ້າງຂີດຄວາມສາມາດໃຫ້ແກ່ກຸ່ມເປົ້າໝາຍ

  • ສົ່ງເສີມການສ້າງແຫຼ່ງສະບຽງອາຫານ ແລະ ລາຍຮັບ

  • ສົ່ງເສີມການເຂົ້າເຖິງການສຶກສາ ແລະ ກິລາເດັກພິການ

  • ສົ່ງເສີມວຽກງານ ແລະ ການເຂົ້າເຖິງ