ການຄໍ້າປະກັນສະບຽງອາຫານ
ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ໂດຍການຍົກລະດັບການຄ້ຳປະກັນສະບຽງອາຫານ, ບໍ່ວ່າຈະເປັນການປູກຝັງ ແລະ ລ້ຽງສັດ ເຊັ່ນ: ການປູກເຂົ້າ, ປູກພືດປະສົມປະສານ, ການລ້ຽງແບ້ ແລະ ອື່ນໆ. ເລື່ອງລາວລຸ່ມນີ້ເປັນພຽງສ່ວນໜື່ງຂອງຜົນສຳເລັດ ເຊິ່ງພວກເຮົາຈະພະຍາຍາມເກັບກຳ ແລະ ນຳມາເຜີຍແຜ່ໃຫ້ທຸກທ່ານໄດ້ຮັບຮູ້ໃຫ້ຫຼາຍກວ່ານີ້. ຂໍເຊີນທ່ານມ່ວນຊື່ນກັບການອ່ານບົດເລື່ອງຂອງພວກເຮົາໄດ້.
ລູກຂອງທ້າວເຫຼີມໄດ້ຫຼຸດພົ້ນຈາກການເປັນເດັກນ້ອຍທີ່ຂາດສານອາຫານແລ້ວ
ທ້າວເຫຼີມ ອາຍຸ 39 ປີ, ອາໄສຢູ່ ບ້ານຫ້ວຍເດື່ອ, ເມືອງອາດສະພອນ, ແຂວງສະຫວັນນະເຂດ. ມີສະມາຊິກຄອບຄົວທັງໝົດ 5 ຄົນຄື: ໂຕລາວເອງ, ນາງທາ (ເມຍ), ລູກ 3 ຄົນ ແລະ ລູກ ຜູ້ນ້ອຍສຸດຢູ່ແມ່ນເດັກໃນເກນອາຍຸລຸ່ມ 5 ປີ ແລະ ເປັນຄົນທີ່ຂາດສານອາຫານ, ມີຮູບຮ່າງທີ່ຈ່ອຍ ແລະ ບໍ່ແຂງແຮງ. ໃນໄລຍະທີ່ຜ່ານມາ, ຄອບຄົວຂອງທ້າວເຫຼີມມີອາຊີບເຮັດນາ, ລາຍໄດ້ຫຼັກມາຈາກການຂາຍສັດ, ຂາຍມັນຕົ້ນ ແລະ ເຄື່ອງປ່າຂອງດົງ. ເນື່ອງຈາກຄອບຄົວຂອງເຂົາເຈົ້າທຸກຍາກ ແລະ ມີລູກນ້ອຍທີ່ຂາດສານອາຫານ, ທາງໂຄງການຈຶ່ງໄດ້ລົງໄປປະເມີນ ແລະ ສະໜອງກິດຈະກຳຈຳນວນໜື່ງ ເປັນຕົ້ນແມ່ນ: ກິດຈະກຳສົ່ງເສີມການເຂົ້າເຖິງວິດຖ່າຍ, ກິດຈະກຳການສົ່ງເສີມການສ້າງລາຍຮັບ (ການລ້ຽງແບ້, ການລ້ຽງກົບ ແລະ ການປູກເຫັດ). ໃນໄລຍະທຳອິດປີ 2021, ທາງໂຄງການໄດ້ລົງໄປສະໜັບສະໜູນ ແລະ ສົ່ງເສີມການເຂົ້າເຖິງວິດຖ່າຍ ເພາະວ່າເປັນຄອບຄົວທີ່ມີລູກນ້ອຍອາຍຸລຸ່ມ 5 ປີ, ແຕ່ເນື່ອງຈາກວ່າ ເຂົາເຈົ້າເປັນຄອບຄົວທີ່ທຸກຍາກ ໂຄງການຈຶ່ງໄດ້ສະໜອງກິດຈະກຳການລ້ຽງກົບໃຫ້ອີກ ເຊິ່ງມີ: ອ່າງລ້ຽງກົບ 1 ອ່າງ ແລະ ກົບນ້ອຍ 500 ໂຕ. ຫຼັງຈາກໄດ້ກິດຈະກຳການລ້ຽງກົບແລ້ວ ທ້າວເຫຼີມກໍ່ມີຄວາມບຸກບືນ ແລະ ຕັ້ງໃຈໃນການລ້ຽງກົບ ເຮັດໃຫ້ຄອບຄົວມີອາຫານການກິນທີ່ດີຂື້ນ, ບາງມື້ກໍ່ເອົາກົບມາເປັນອາຫານ, ບາງມື້ກໍ່ເອົາກົບໄປຂາຍເພື່ອຊື້ຊິ້ນ-ຊື້ປາມາກິນ ເຮັດໃຫ້ເລື່ອງອາຫານການກິນຂອງເຂົາເຈົ້ານັບມື້ນັບດີຂື້ນ.
ຮອດທ້າຍປີ 2022, ທາງໂຄງການ ແລະ ຜູ້ຊ່ຽວຊານໄດ້ລົງຢ້ຽມຢາມ ແລະ ປະເມີນສຸຂະພາບລູກຂອງລາວເຫັນວ່າ ລູກຂອງລາວມີສຸຂະພາບທີ່ແຂງແຮງຂື້ນ, ຮ່າງກາຍຕຸ້ຍຂື້ນ ແລະ ໃກ້ຈະຫຼຸດພົ້ນຈາກສະພາບເດັກນ້ອຍທີ່ຂາດສານອາຫານ. ຫຼັງຈາກນັ້ນ, ເນື່ອງເຫັນໄດ້ເຖິງຄວາມຕັ້ງໃຈ ແລະ ຄວາມບຸກບືນຂອງລາວ, ບວກກັບຄອບຄົວຂອງລາວກໍ່ຍັງມີຄວາມຂັດສົນ ແລະ ຍັງບໍ່ພົ້ນຈາກຄອບຂາດເຂີນ, ທາງໂຄງການຈຶ່ງໄດ້ສືບຕໍ່ສະໜັບສະໜູນກິດຈະກຳການລ້ຽງແບ້ໃຫ້ກັບລາວ, ເຊິ່ງໄດ້ມອບແບ້ໃຫ້ 4 ໂຕ ພ້ອມກັບແນະນຳວິທີການລ້ຽງ, ເຕັກນິກການສັກຢາ ແລະ ການບົວລະບັດຮັກສາໃຫ້. ປັດຈຸບັນແບ້ຂອງລາວມີຄວາມແຂງແຮງ ຕຸ້ຍພີດີງາມ ແລະ ໄດ້ເກີດແມ່ແຜ່ລູກເພີ່ມຂື້ນ ເປັນ 8 ໂຕ. ໃນປີ 2023 ທາງໂຄງການຍັງໄດ້ ສະໜັບສະໜູນກິດຈະກຳການປູກເຫັດໃຫ້ກັບລາວອີກດ້ວຍ, ໂດຍໄດ້ສະໜອງເຊື້ອເຫັດ 50 ກ້ອນ, ປູນຂາວ 2 ໂລ, ສຳລີ 1 ຖົງ, ຖົງເບົ້າເຫັດ 1,000 ຖົງ ແລະ ປອກຄໍເບົ້າເຫັດ 1,000 ປອກ ແລະ ໄດ້ແນະນຳເຕັັກນິກການປູກເຫັດ ແລະ ການບົວລະບັດຮັກສາເຫັດໃຫ້ອອກຜົນດີ, ຮອດປັດຈຸບັນລາວສາມາດເກັບດອກເຫັດມາກິນ ແລະ ຂາຍອອກເພື່ອຊື້ອາຫານອື່ນມາກິນ, ບໍ່ສະເພາະແຕ່ກິດຈະກຳການປູກເຫັດ ລາວຍັງໄດ້ລາຍຮັບຈາກການລ້ຽງກົບ, ເຊີ່ງລາວໄດ້ນຳເອົາເງິນດັ່ງກ່າວໄປໝຸນໃຊ້ໃນການຊື້ເປັດຊື້ໄກ່ມາລ້ຽງ, ເຮັດສວນຜັກ ເພື່ອຕໍ່ຍອດການສ້າງລາຍຮັບ ແລະ ການສຳຮອງອາຫານໄວ້ສຳລັບຄອບຄົວ ໂດຍໄດ້ຮັບການແນະນຳຈາກທີມງານໂຄງການ ແລະ ວິຊາການຈາກເມືອງ ທາງດ້ານເຕັກນິກການເຮັດປຸ໋ຍຊີວະພາບ, ການເຮັດຝຸ່ນບົ່ມຝຸ່ນໝັກຈາກທຳມະຊາດອີກດ້ວຍ. ຄຽງຄູ່ກັນນັ້ນ, ທາງໂຄງການກໍ່ໄດ້ລົງເຜີຍແຜ່ການໃຫ້ຄວາມຮູ້ກ່ຽວກັບເລື່ອງໂພຊະນາການ ແລະ ການປຸງແຕ່ງອາຫານທີ່ຫຼາກຫຼາຍ ໃຫຄົບສານອາຫານ ເຊິ່ງເຂົາເຈົ້າກໍ່ໄດ້ເອົາໃຈໃສ່ ແລະ ນຳໄປປັບໃຊ້ໃນຄອບຄົວ ກັບລູກຂອງເຂົາເຈົ້າ.


ປັດຈຸບັນ, ລູກສາວຂອງລາວແມ່ນຫຼຸດພົ້ນຈາກສະພາບການຂາດສານອາຫານ ເປັນເດັກນ້ອຍປົກກະຕິ ແລະ ເປັນເດັກນ້ອຍທີ່ມີສຸຂະພາບແຂງດີ. ເມື່ອທ້າວເຫຼີມ ແລະ ຄອບຄົວໄດ້ມີຄວາມຮູ້ ແລະ ປະສົບການໃນການລ້ຽງກົບ, ການລ້ຽງແບ້ ແລະ ການປູກເຫັດແລ້ວ ລາວໄດ້ແນະນຳວິທີການປຸ່ງແຕ່ງອາຫານພາຍໃນຄົວເຮືອນໃຫ້ຄອບຄົວໃກ້ຄຽງ, ແນະນຳການປູກພືດສວນຄົວ, ການລ້ຽງກົບໄວ້ເປັນອາຫານພາຍໃນຄົວເຮືອນໃຫ້ຄອບຄົວອື່ນອີກດ້ວຍ ເພື່ອເຮັດໃຫ້ແຕ່ລະຄອບຄົວມີອາຫານພຽງພໍ ແລະ ມີແຫຼ່ງອາຫານຄົງທີ່.
ຖະໜົນວິໄລ
ເຮືອນເລກທີ 046/05
ບ້ານສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ
ຕູ້ປ.ນ. 1133
ໂທ/ແຟັກ: 041-252717
ອີເມວ: info@armi.la





