ໂພຊະນາການ ແລະ ສຸຂະອະນາໄມ
ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບການສົ່ງເສີມວຽກງານດ້ານໂພຊະນາການ ແລະ ສຸຂະອະນາໄມທີ່ດີຂອງທຸກຄົນໃນຊຸມຊົນ, ພວກເຮົາໄດ້ແນໃສ່ກຸ່ມເປົ້າໝາຍທີ່ຢູ່ເຂດຫ່າງໄກສອກຫຼີກ ໂດຍສະເພາະແມ່ຍິງຖືພາ ແລະ ເດັກນ້ອຍອາຍຸລຸ່ມ 5 ປີ ເພື່ືອໃຫ້ເຂົ້າເຖິງດ້ານສາທາລະນະສຸກ, ມີນ້ຳໃຊ້ທີ່ສະອາດ, ມີອາຫານການກິນທີ່ຖືກຫຼັກໂພຊະນາການ, ມີວິດຖ່າຍໃຊ້ ແລະ ອື່ນໆ. ບົດເລື່ອງຕໍ່ໄປນີ້ແມ່ນຜົນສຳເລັດສ່ວນໜື່ງທີ່ພວກເຮົາທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ເຊິ່ງເຫັນໄດ້ເຖິງການປ່ຽນແປງຂອງກຸ່ມເປົ້າໝາຍ ຈະເປັນແນວໃດນັ້ນ ຂໍເຊີນທ່ານມ່ວນຊື່ນກັບການອ່ານໄດ້.
ສີເມືອງ ຊາຍຜູ້ທີ່ເປັນແບບຢ່າງ ໃນການຍົກສູງວຽກງານບົດບາດຍິງຊາຍ ຢູ່ ບ້ານຕັງໂບຣງ
ພວກເຮົາຄົງປະຕິເສດບໍ່ໄດ້ວ່າ ວັດທະນະທຳໃນສັງຄົມລາວສະໄໝກ່ອນ, ເພິ່ນໃຫ້ຄວາມສຳຄັນກັບເພດຊາຍຫຼາຍກວ່າເພດຍິງ ເຊິ່ງປາກົດໃຫ້ເຫັນເກືອບທຸກດ້ານ, ໃນຄອບຄົວ, ສະຖານບັນການສຶກສາ, ຊຸມຊົນ ແລະ ລວມໄປເຖິງລະດັບຊາດ ໂດຍປາກົດໃຫ້ເຫັນຈາກການເຂົ້າເຖິງໂອກາດຕ່າງໆ ເພດຊາຍຈະມີໂອກາດຫຼາຍກວ່າເພດຍິງ. ປັດຈຸບັນເຖິງແມ່ນວ່າຈະມີການປຸກລະດົມ ແລະ ມີກົດໝາຍອອກມາທີ່ບົ່ງບອກໃຫ້ເຫັນເຖິງການມີສິດເທົ່າທຽມກັນ, ການຍົກສູງບົດບາດຍິງຊາຍແລ້ວກໍ່ຕາມ, ແຕ່ໃນບາງເຂດກໍ່ຍັງປາກົດເຫັນເລື່ອງດັ່ງກ່າວນີ້ຢູ່ ໂດຍສະເພາະແມ່ນເຂດທີ່ຢູ່ຫ່າງໄກຈາກຕົວເມືອງ, ບ່ອນທີ່ຂໍ້ມູນເຂົ້າບໍ່ເຖິງ ຜູ້ຍິງບາງຄົນກໍ່ຍັງຕ້ອງໄດ້ເຮັດວຽກໜັກ ແລະ ບໍ່ມີສິດມີສຽງເທົ່າທີ່ຄວນ. ເຊິ່ງເລື່ອງດັ່ງກ່າວນີ້, ກໍ່ເຄີຍເກີດຂື້ນກັບຄອບຄົວຂອງ ສີເມືອງ ເຊັ່ນກັນ, ເຮົາມາຕິດຕາມໄປນຳກັນວ່າເລື່ອງລາວຂອງສີເມືອງຈະເປັນແນວໃດ.
ທ້າວ ສີເມືອງ ອາຍຸ 23 ປີ, ປັດຈຸບັນລາວອາໄສຢູ່ກັບຄອບຄົວ ຢູ່ ບ້ານຕັງໂບຣງ, ເມືອງດາກຈຶງ, ແຂວງເຊກອງ. ໃນຄອບຄົວມີທັງໝົດ 9 ຄົນ ຄື: ແມ່, ເອື້ອຍ, ອ້າຍເຂີຍ, ສີເມືອງ, ເມຍ ແລະ ລູກຂອງລາວອີກ 4 ຄົນ. ຄອບຄົວຂອງລາວແມ່ນເຮັດໄຮ່ ແລະ ເຮັດນາ. ສີເມືອງແມ່ນຄົນໜື່ງທີ່ໄດ້ເຂົ້າຮ່ວມກິດຈະກຳຂອງໂຄງການ ໂດຍສະເພາະແມ່ນເຂົ້າຮ່ວມຝຶກອົບຮົມໃນຫົວຂໍ້: ການມີສ່ວນຮ່ວມຂອງບົດບາດຍິງຊາຍ, ເຮັດໃຫ້ລາວ ແລະ ຄອບຄົວໄດ້ຮັບຮູ້ວ່າ ແມ່ຍິງຄວນເຮັດວຽກຫຍັງແດ່, ຜູ້ຊາຍຄວນເຮັດວຽກຫຍັງແດ່ ລວມໄປເຖິງການແບ່ງໜ້າວຽກກັນພາຍໃນຄອບຄົວ ເພື່ອໃຫ້ສົມດູນ ແລະ ຢູ່ຮ່ວມກັນຢ່າງມີຄວາມສຸກ.
ສີເມືອງເວົ້າວ່າ: “ແຕ່ກ່ອນຢູ່ໃນເຮືອນ, ເມຍຂອງຂ້ອຍລາວຈະເຮັດວຽກເຮືອນງານຊານທັງໝົດ ເປັນຕົ້ນແມ່ນ: ການນຶ້ງເຂົ້າ, ເຮັດກິນ, ເອົາລູກ, ຕັກນ້ຳ, ປັດກວາດເຮືອນຊານ, ຊັກເຄື່ອງ ແລະ ອື່ນໆ. ສ່ວນຂ້ອຍແມ່ນຈະເຮັດວຽກທີ່ໜັກ ເຊັ່ນ: ເຮັດໄຮ່, ເຮັດນາ, ເຮັດສວນ ລວມໄປເຖິງການຕັດສິນໃຈໃນຄອບຄົວ ກໍ່ຈະແມ່ນຂ້ອຍເປັນສ່ວນໃຫຍ່. ແຕ່ຫຼັງຈາກໄດ້ເຂົ້າຮ່ວມຝຶກອົບຮົມນຳໂຄງການກໍ່ໄດ້ເຂົ້າໃຈຫຼາຍຢ່າງກ່ຽວກັບບົດບາດຍິງຊາຍ, ເມື່ອຮ່ວມແບ່ງໜ້າວຽກກັນຈຶ່ງຮູ້ວ່າ ເມຍຂອງຂ້ອຍເຮັດວຽກຫຼາຍຢ່າງ ທັ້ງໆທີ່ຂ້ອຍເອງກໍ່ສາມາດຊ່ວຍລາວໄດ້ ຂ້ອຍຮູ້ສຶກອິຕົນລາວຫຼາຍ ນັບແຕ່ນັ້ນມາຂ້ອຍຈຶ່ງຕັດສິນໃຈທີ່ຈະປ່ຽນແປງໂຕເອງກໍ່ຄື ຊ່ວຍວຽກທີ່ມີໃນເຮືອນໃຫ້ຫຼາຍຂື້ນ ເປັນຕົ້ນແມ່ນ: ຍາມເຮັດວຽກກໍ່ຊ່ວຍກັນ ຖ້າເມຍເຮັດວຽກໜື່ງ ຂ້ອຍກໍ່ໄປຊ່ວຍເຮັດອີກວຽກໜື່ງເຊັ່ນ: ເມຍນຶ້ງເຂົ້າ ຂ້ອຍກໍ່ຈະຊ່ວຍເອົາລູກ, ເມຍຊັກເຄື່ອງ ຂ້ອຍກໍ່ຈະຊ່ວຍຕັກນ້ຳ... ມັນເຮັດໃຫ້ຂ້ອຍຮູ້ສຶກພູມໃຈ ແລະ ພ້ອມທີ່ຈະສູ້ໄປນຳກັນ”. ຫຼັງຈາກໄດ້ເຂົ້າຮ່ວມຝຶກອົບຮົມລາວກໍ່ປ່ຽນແປງໂຕເອງ, ຈາກແຕ່ກ່ອນບໍ່ຄ່ອຍໄດ້ຊ່ວຍວຽກເມຍ ກໍ່ຫັນມາຊ່ວຍວຽກເມຍ, ໄດ້ໃຫ້ເມຍມີສ່ວນຮ່ວມຢູ່ພາຍໃນບ້ານ ບໍ່ວ່າຈະເປັນ ການເຂົ້າຮ່ວມກອງປະຊຸມ, ການມີຄຳເຫັນໃນຫ້ອງປະຊຸມ ຫຼື ເມື່ອໄປປະຊຸມມາກໍ່ຈະມາປຶກສາຫາລືກັບເມຍ ແລະ ໃຫ້ເມຍໄປເຂົ້າຮ່ວມງານສ້າງສັນຕ່າງໆ.
“ຝາກເຖິງຜູ້ຊາຍທີ່ຍັງບໍ່ຢາກຊ່ວຍວຽກລູກເມຍ, ຂ້ອຍຢາກໃຫ້ເຈົ້າລອງປັບປ່ຽນໂຕເອງເທື່ອລະໜ້ອຍ ເພື່ອຊ່ວຍວຽກລູກເມຍ ໂດຍສະເພາະແມ່ນວຽກທີ່ໜັກເຊັ່ນ: ເອົາລູກຊ່ວຍເມຍ, ຊັກເຄື່ອງຊ່ວຍລູກ ຊ່ວຍເມຍ, ເຮັດກິນ, ຜ່າຟືນ ແລະ ອື່ນໆ. ການຊ່ວຍວຽກເມຍບໍ່ແມ່ນເລື່ອງທີ່ໜ້າອາຍ ແຕ່ເປັນເລື່ອງທີ່ພູມໃຈ ເພາະເປັນຄອບຄົວດຽວກັນ ຢາກໃຫ້ຊ່ວຍກັນ ແລະ ສາມັກຄີກັນຈຶ່ງຈະມີຄວາມສຸກ”.
ຖະໜົນວິໄລ
ເຮືອນເລກທີ 046/05
ບ້ານສຸນັນທາ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ
ຕູ້ປ.ນ. 1133
ໂທ/ແຟັກ: 041-252717
ອີເມວ: info@armi.la





