ໂຄງການທີ່ກຳລັງຈັດຕັ້ງປະຕິບັດ

ແຜນງານເສີມສ້າງຄວາມສາມາດໃນການຮັບມືກັບໄຟປ່າ ເເລະ ການດໍາລົງຊີວິດຂອງຊຸມຊົນ ເເລະ ການເຊື່ອມໂຍງຕະຫຼາດ

ໂຄງການສົ່ງເສີມການບໍລິການແບບມີສ່ວນຮ່ວມຂອງຄົນພິການ

2

3

4

5

6

7

ແຜນງານການຈັດຕັ້ງສັງຄົມລາວ ໃນການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ໂຄງການພັດທະນາສະຖານີຮຽນຮູ້ເຕັກນິກກະສິກໍາແບບຊຸມຊົນບ້ານແກ້ງເກ່ຍ

7 ແຂວງ: ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ

20 ບ້ານ ຢູ່ ເມືອງຈອມເພັດ ແຂວງຫຼວງພະບາງ

6 ບ້ານ ເມືອງສະໝ້ວຍ ແຂວງສາລະວັນ

ນະຄອນຫຼວງວຽງຈັນ

16 ບ້ານ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ, 17 ບ້ານ ເມືອງຜາໄຊ ແຂວງຊຽງຂວາງ, 13 ບ້ານ ເມືອງທຸລະຄົມ ແຂວງວຽງຈັນ

10 ບ້ານ ນະຄອນປາກເຊ ແລະ 5 ບ້ານ ເມືອງບາຈຽງ ແຂວງຈໍາປາສັກ

1 ບ້ານ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ

ໂຄງການສ້າງຄວາມເຂັ້ມແຂງວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂພຊະນາການ

8

ເມືອງລະມາມ ແລະ ເມືອງດາກຈຶງ ແຂວງເຊກອງ

ແຜນງານສົ່ງເສີມເຕົາປະຢັດ ໃນ ສປປ ລາວ

ຢູ່ 7 ແຂວງ: ແຂວງຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ

ຂໍ້ມູນກ່ຽວກັບ ແຜນງານສົ່ງເສີມເຕົາປະຢັດ ຢູ່ ສປປ ລາວ

ແຜນງານສົ່ງເສີມເຕົາປະຢັດ ຢູ່ ສປປ ລາວ ແມ່ນໜຶ່ງໃນໂຄງການຂອງ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ທີ່ໄດ້ຈັດຕັ້ງປະຕິບັດຢູ່ຫຼາຍພື້ນທີ່ໃນປະເທດລາວຄື: ແຂວງ ສະຫວັນນະເຂດ, ແຂວງ ຈຳປາສັກ, ແຂວງ ວຽງຈັນ, ແຂວງ ຫຼວງພະບາງ, ແຂວງ ຊຽງຂວາງ ແລະ ນະຄອນຫລວງວຽງຈັນ. ໂຄງການດັ່ງກ່າວໄດ້ຮັບທຶນຈາກ Endev, ມູນຄ່າ 225,000 ໂດລາ ໃນປີ 2021, ເຊິ່ງມີໄລຍະການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ປີ 2013 - ປັດຈຸບັນ, ໂດຍໄດ້ມີການຮ່ວມມືກັບ ອົງການພັດທະນາຂອງປະເທດເນເທີແລນ (ທີ່ປຶກສາດ້ານເຕັກນິກ) ຫຼື SNV, ສະຖາບັນພະລັງທົດແທນ ແລະ ວັດສະດຸໃໝ່, ສະຫະພັນແມ່ຍິງແຂວງ, ພະແນກພະລັງງານ ແລະ ບໍ່ແຮ່.

ແຜນງານສົ່ງເສີມເຕົາປະຢັດ ຢູ່ ສປປ ລາວ ເປັນໂຄງການໜື່ງທີ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນ SDG 7 ຄື: ຮັບປະກັນການເຂົ້າເຖິງພະລັງງານທີ່ທັນສະໄໝ, ຍືນຍົງ, ເຊື່ອຖືໄດ້ ແລະ ລາຄາບໍ່ແພງສຳລັບໝົດທຸກຄົນ. ໃນ SDG 13 ຄື: ເອົາມາດຕະການອັນຮີບດ່ວນເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ຮັບມືຜົນກະທົບຈາກບັນຫາດັ່ງກ່າວ ແລະ ໃນ SDG 15 ຄື: ປົກປ້ອງ, ຟື້ນຟູ ແລະ ສົ່ງເສີມການນໍາໃຊ້ລະບົບນິເວດແບບຍືນຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນທະເລຊາຍ, ຢຸດຕິ ແລະ ຟື້ນຟູການເສື່ອມໂຊມຂອງດິນ ແລະ ຢຸດການສູນເສຍຊິວະນາໆພັນ. ພ້ອມກັນນີ້, ກໍ່ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX ເຊິ່ງນອນຢູ່ເປົ້າໝາຍທີ 4 ໃນແຜນວຽກຈຸດສຸມທີ 1 ຄື: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ; ໃນແຜນວຽກຈຸດສຸມທີ 2 ຄື: ການເຕີບໂຕສີຂຽວ ແລະ ແກ້ໄຂບັນຫາຕໍ່ກັບການປ່ຽນແປງດິນຟ້າອາກາດ; ໃນແຜນວຽກຈຸດສຸມທີ 3 ຄື: ເພີ່ມທະວີການປ້ອງກັນ, ການຄວບຄຸມ.

ອີງຕາມບົດລາຍງານການພັດທະນາຍຸດທະສາດກ່ຽວກັບ ພະລັງງານທົດແທນໃນ ສປປ ລາວ ປີ 2011 ໄດ້ຊີ້ໃຫ້ເຫັນວ່າ ສ່ວນໃຫຍ່ຂອງປະຊາກອນທີ່ມີລາຍຮັບຕໍ່າທັງໃນຕົວເມືອງ ແລະ ຊົນນະບົດສ່ວນຫຼາຍແມ່ນລ້ວນແລ້ວແຕ່ ນຳໃຊ້ຟືນ ແລະ ຖ່ານເປັນເຊື້ອເພີງໃນການແຕ່ງກິນ ແລະ ໃຊ້ສຳລັບການດຳລົງຊີວິດປະຈຳວັນ. ເຊິ່ງເຊື້ອເພີງທີ່ໃຊ້ໃນການແຕ່ງກິນແມ່ນກວມເອົາ 70% ຂອງການໃຊ້ພະລັງງານທົ່ວປະເທດ, ສິ່ງເຫຼົ່ານີ້ເປັນສາເຫດສົ່ງຜົນໃຫ້ປ່າໄມ້ ແລະ ຊັບພະຍາກອນທຳມະຊາດໃນທ້ອງຖິ່ນຫຼຸດລົງ ແລະ ຍັງກໍ່ໃຫ້ເກີດມົນລະຜິດທາງອາກາດທີ່ຢູ່ພາຍໃນຄົວເຮືອນອີກດ້ວຍ.

ດັ່ງນັ້ນ, ຈື່ງໄດ້ມີໂຄງການນີ້ຂື້ນມາ ເພື່ອເປັນການປະກອບສ່ວນເຂົ້າໃນແຜນຫຼຸດຜ່ອນຄວາມທຸກຍາກໃນ ສປປ ລາວ ໂດຍຜ່ານການພັດທະນາແບບຕ່ອງໂສ້ໃນການຜະລິດ ແລະ ນຳໃຊ້ເຕົາປະຢັດແບບຍືນຍົງ, ໄດ້ນໍາໃຊ້ເຊື້ອເພີງທີ່ສະອາດ ແລະ ມີປະສິດທິພາບເຊິ່ງຈະລວມໄປເຖິງການນໍາໃຊ້ຟືນ ແລະ ຖ່ານຢ່າງມີປະສິດທິຜົນ ແລະ ຫລຸດຜ່ອນປາກົດການອາຍພິດເຮືອນແກ້ວ. ຜູ້ໄດ້ຮັບຜົນປະໂຫຍດຫຼັກແມ່ນ ຜູ້ຊົມໃຊ້ເຕົາ ແລະ ຜູ້ຜະລິດເຕົາ.

ໂຄງການແຜນງານສົ່ງເສີມເຕົາປະຢັດມີ 3 ກິດຈະກຳຫຼັກ ແລະ 15 ກິດຈະກຳຍ່ອຍ

  1. ວຽກງານງານສົ່ງເສີມການຜະລິດ
  • ລົງສະໜັບສະໜູນຕິດຕາມ ແລະ ກວດສອບຄຸນນະພາບເຕົາປະຢັດ

  • ສະໜອງສະຕິກເກີ້ໃຫ້ແກ່ຜູ້ຜະລິດຫຼັງຈາກຜ່ານມາດຕະຖານ

  • ຈັດກອງປະຊຸມ ແລະ ຝຶກອົບຮົມການຜະລິດ ປະຈຳໄຕມາດໃນທຸກພື້ນທີ

  • ກວດກາມາດຕະຖານຂອງເຄື່ອງມື້ທີໃຊ້ໃນການຜະລິດ ແລະ ນຳເຕົາເຂົ້າຫ້ອງທົດສອບ

  • ສະໜອງອຸບປະກອນທີຈຳເປັນໃນການຜະລິດ

  1. ວຽກງານທົດສອບເຕົາປະຢັດ
  • ທົດສອບເຕົາປະຢັດ

  • ສະໜອງເຄື່ອງມື, ອຸບປະກອນໃນການທົດສອບ

  • ຈັດຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃຫ້ແກ່ຜູ້ຜະລິດໃໝ່

  • ກວດກາຫ້ອງເຜົາເຕົາ

  1. ວຽກງານສົ່ງເສີມການຂາຍ ແລະ ການຊົມໃຊ້ເຕົາປະຢັດ
  • ລົງຂາຍເຕົາຕາມຕະຫຼາດ, ເທດສະການສຳຄັນໃນທຸກພື້ນທີ

  • ລົງສະໜັບສະໜູນຮ້ານຄ້າທີຈຳໜ່າຍເຕົາປະຢັດ

  • ໂຄສະນາ ແລະ ປຽບທຽບການນຳໃຊ້ເຕົາປະຢັດ

  • ລົງໂຄສະນາ ທາງ ໂທລະພາບ,ວິທະຍຸ ແລະ ໜັງສືພິມ

  • ຜະລິດອຸບປະກອນໂຄສະນາ

  • ປະຊຸມປະຈຳປີ ແລະ ຈົກສະຫຼາກຄືນກຳໄລໃຫ້ລູກຄ້າທີໃຊ້ເຕົາປະຢັດ

ວຽກງານສົ່ງເສີມການຜະລິດ

ລົງສະໜັບສະໜູນຕິດຕາມ ແລະ ກວດສອບຄຸນນະພາບເຕົາປະຢັດ.

ພວກເຮົາທີ່ປະຈຳຢູ່ແຕ່ລະພື້ນທີ່ ໄດ້ຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອລົງໄປຊຸກຍູ້ ແລະ ສົ່ງເສີມຜູ້ຜະລິດ ພ້ອມທັງໄດ້ແນະນຳຂະບວນການຜະລິດໃຫ້ກັບບັນດາຜູ້ຜະລິດອີກດ້ວຍເຊັ່ນ: ການປັ້ນເຕົາ, ການແຕ່ງເຕົາ, ການເຈາະຮັງເຜິ້ງ, ການຢັດເຕົາ ແລະ ການເຜົາເຕົາ. ເພື່ອໃຫ້ການຜະລິດເຕົາໄດ້ປະສິດທິພາບ ແລະ ເປັນການສົ່ງເສີມການຜະລິດ ໂດຍການນຳໃຊ້ເຕັກນິກໃໝ່ຄື ການນຳໃຊ້ຊຸດປັ້ນເຕົາແບບໄຮໂດລິກ. ນັບແຕ່ຕົ້ນປີ 2021 ຜ່ານມາທີມງານໄດ້ລົງຊຸກຍູ້ຜູ້ຜະລິດທັງໝົດ 352 ຄັ້ງ.

ສະໜອງສະຕິກເກີ້ໃຫ້ແກ່ຜູ້ຜະລິດຫຼັງຈາກຜ່ານມາດຕະຖານ.

ນັບແຕ່ເດືອນ ມັງກອນ 2021 ຮອດປະຈຸບັນ, ພວກເຮົາ ທີມງານສົ່ງເສີມການຜະລິດເຕົາປະຢັດປະຈຳຢູ່ແຕ່ລະພື້ນທີ່ ຕ່າງກໍໄດ້ພາກັນ ສືບຕໍ່ລົງສະໜັບສະໜູນຕິດຕາມ ແລະ ຊຸກຍູ້ຜູ້ຜະລິດເຕົາປະຢັດທັງໝົດ ໂດຍການມອບສະຕິກເກີຕິດເຕົາໃຫ້, ພ້ອມທັງໄດ້ແນະນຳເຕັກນິກວິທີການນຳໃຊ້ ເພື່ອໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບ. ໃນກິດຈະກຳສະໜອງສະຕິກເກີ້ເຕົາໃຫ້ຜູ້ຜະລິດທົ່ວປະເທດ ປີ 2021 ສັງລວມທັງໝົດ 126,162 ກາໝາຍ.

ຈັດກອງປະຊຸມ ແລະ ຝຶກອົບຮົມການຜະລິດປະຈຳໄຕມາດໃນທຸກພື້ນທີ່

ເພື່ອເປັນການລາຍງານວຽກການຜະລິດເຕົາພ້ອມທັງວາງແຜນການຜະລິດເຕົາໃນຕໍ່ໜ້າ, ໃນທຸກໆ 3 ເດືອນ ພວກເຮົາໃນນາມທີມງານສົ່ງເສີມການຜະລິດແຕ່ລະພື້ນທີ່ ກໍ່ໄດ້ມີການຈັດກອງປະຊຸມປະຈຳໄຕມາດຂື້ນ, ເຊິ່ງພວກເຮົາໄດ້ສະຫຼຸບຜົນໄດ້ຮັບທຸກໆ 03 ເດືອນ ແລະ ວາງແຜນການຜະລິດ 03 ເດືອນຕໍ່ໜ້າ, ໂດຍໄດ້ປືກສາຫາລືກ່ຽວກັບຂໍ້ຄົງຄ້າງ, ບັນຫາ, ອຸປະສັກ, ວິທີແກ້ໄຂ ແລະ ຂໍ້ສະເໜີຂອງຜູ້ຜະລິດ ແລະ ຄູ່ຮ່ວມງານ ເພື່ອນຳເອົາມາປັບປຸງການຜະລິດໃຫ້ດີຂື້ນ. ເຊິ່ງຜ່ານມາພວກເຮົາໄດ້ຈັດກອງປະຊຸມປະຈຳໄຕມາດທັງໝົດ 15 ຄັ້ງໃນທົ່ວປະເທດ.

ກວດກາມາດຕະຖານຂອງເຄື່ອງມືທີໃຊ້ໃນການຜະລິດ ແລະ ນຳເຕົາເຂົ້າຫ້ອງທົດສອບ

ພວກເຮົາໄດ້ມີການແນະນຳໃຫ້ທີມງານຜູ້ຮັບຜິດຊອບຂອງແຕ່ລະພື້ນທີ່ສືບຕໍ່ລົງກວດກາອຸປະກອນໃນການຜະລິດເຕົາ. ເຊິ່ງໄດ້ມີການກວດກາຫ້ອງເຜົາເຕົາ, ກວດກາການດູດອາກາດຂອງເຕົາ, ກວດກາການຄົງໂຕຂອງຫ້ອງເຜົາເຕົາ, ລວມເຖິງວັດຖຸດິບທັງໝົດຂອງການຜະລິດ. ໂດຍໃນແຕ່ລະຄັ້ງ ທີມງານວິຊາການຈະສຸມເອົາເຕົາຈຳນວນ 33 ໜ່ວຍ ເຂົ້າວັດແທກຄ່າມາດຕະຖານຂອງເຕົາແຕ່ລະປະເພດໃນຫ້ອງທົດສອບ. ປີທີ່ຜ່ານມາພວກເຮົາສາມາດສັງລວມການທົດສອບເຕົາໄດ້ທັງໝົດ 99 ຄັ້ງ.

ສະໜອງອຸປະກອນທີຈຳເປັນໃນການຜະລິດ

ກິດຈະກຳການສະໜອງອຸປະກອນທີ່ຈຳເປັນໃນການຜະລິດ ແມ່ນພວກເຮົາໄດ້ມີການສະໜັບສະໜູນອຸປະກອນທີ່ຈຳເປັນໃຫ້ກັບຜູ້ຜະລິດ ເປັນຕົ້ນແມ່ນ: ຊຸດປັ້ນເຕົາ, ຈັກໂມ້, ຫຼອດເຈາະ ແລະ ກາຈ້ຳ. ໃນປີທີ່ຜ່ານມາພວເຮົາໄດ້ລົງສະໜອງຊຸດປັ້ນເຕົາໃຫ້ຜູ້ຜະລິດທັງໝົດໄດ້ 8 ຊຸດ ແລະ ສະໜັບສະໜູນການສ້າງຫ້ອງເຜົາເຕົາໃຫ້ຜູ້ຜະລິດໄດ້ 6 ແຫ່ງ. ນອກຈາກນີ້, ພວກເຮົາກໍມີແຜນທີ່ຈະປະຕິບັດກິດຈະກຳໃນຕໍ່ໜ້າຄື: ສືບຕໍ່ລົງຕິດຕາມກວດກາຄຸນນະພາບເຕົາປະຢັດ ແລະ ມອບສະຕິກເກີ້ໃຫ້ຜູ້ຜະລິດ, ລົງຕິດຕາມການນຳໃຊ້ຫ້ອງເຜົາເຕົາແບບໃໝ່ຂອງຜູ້ຜະລິດທົ່ວປະເທດ, ລົງແນະນຳເຕັກນິກການຜະລິດໃຫ້ແກ່ຜູ້ຜະລິດ ແລະ ລົງກວດກາເຕົາເພື່ອນຳເຂົ້າຫ້ອງທົດສອບ.

ວຽກງານທົດສອບ

ທົດສອບເຕົາປະຢັດ

ພວກເຮົາພ້ອມດ້ວຍທີມງານວິຊາການຂອງໂຄງການຮ່ວມກັບຜູ້ຮັບຜິດຊອບທີ່ກ່ຽວຂ້ອງ ໄດ້ເຂົ້າທົດສອບການຜະລິດເຕົາຂອງຜູ້ຜະລິດວ່າໄດ້ຄຸນນະພາບຕາມເປົ້າຫຼືບໍ່. ໂດຍຜ່ານຂະແໜງຊັບສີນທາງປັນຍາ, ມາດຕະຖານ ແລະ ວັດແທກ, ພະແນກອຸດສະຫະກຳ ແລະ ການຄ້າແຂວງ. ເຊິ່ງອຸປະກອນທີ່ໄດ້ເອົາມາທົດສອບເຕົາມີ: ຖ່ານດັງໄຟ, ໄມ້ຟືນດັງໄຟ, ໄມ້ແປກອ່ອຍໄຟ ແລະ ເຕົາ. ໂດຍໃນແຕ່ລະຄັ້ງເພິ່ນໄດ້ສຸມເອົາເຕົາຈຳນວນ 33 ໜ່ວຍເຂົ້າວັດແທກຄ່າມາດຖານຂອງເຕົາແຕ່ລະປະເພດໃນຫ້ອງທົດສອບ.

ສະໜອງເຄື່ອງມື, ອຸປະກອນໃນການທົດສອບ

ນອກຈາກວຽກງານການຈັດກິດຈະກຳການທົດສອບເຕົາແລ້ວ ພວກເຮົາທີມງານໂຄງການທີ່ປະຈຳຢູ່ແຕ່ລະພື້ນທີ່ ຍັງໄດ້ລົງສະໜັບສະໜູນເຄື່ອງມື ແລະ ອຸປະກອນໃນການທົດສອບໃຫ້ຄູ່ຮ່ວມງານໃນການທົດສອບກໍ່ຄື: ສະຖາບັນພະລັງງານທົດແທນ-ວັດສະດຸໃຫມ່ ແລະ ພະແນກພະລັງງານບໍ່ແຮ່. ເພື່ອເປັນການສານສຳພັນມິດທະໄມຕີ ແລະ ເປັນການກະຕຸ້ນການຜະລິດ ເພື່ອໃຫ້ສາມາດຜະລິດເຕົາໄດ້ຢ່າງມີປະສິດທິພາບດ້ານຈຳນວນ ແລະ ຄຸນະພາບໃຫ້ຫຼາຍຂື້ນ.

ຈັດຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃຫ້ແກ່ຜູ້ຜະລິດໃໝ່

ຜູ້ຮັບຜິດຊອບທົດສອບເຕົາຂອງໂຄງການພວກເຮົາ ນອກຈາກຈະລົງທົດສອບເຕົາ ແລະ ສະໜອງອຸປະກອນໃນການທົດສອບເຕົາແລ້ວ, ພວກເຮົາຍັງໄດ້ມີການຝຶກອົບຮົມໃຫ້ທີມງານທົດສອບເຕົາທີ່ປະຈຳຢູ່ແຕ່ລະພື້ນທີ່ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວິທີການທົດສອບເຕົາຢ່າງຖືກຕ້ອງ, ພ້ອມນີ້ຍັງໄດ້ນຳພາທີມງານທົດສອບລົງຕິດຕາມການຜະລິດຂອງຜູ້ຜະລິດໃນແຕ່ລະແຂວງ. ເພື່ອເປັນການກວດກາວັດແທກຄຸນນະພາບ ແລະ ມາດຕະຖານຂອງເຕົາ ໂດຍໃຫ້ນຳເຕົາເຂົ້າທົດສອບ ທຸກໆ 3 ເດືອນ, ເພື່ອໃຫ້ເຕົາມີຄຸນນະພາບ ແລະ ປະສິດທິພາບ ສາມາດນຳອອກຈຳໜ່າຍສູ່ທ້ອງຕະຫຼາດໄດ້.

ກວດກາຫ້ອງເຜົາເຕົາ

 ໃນທຸກພື້ນທີ່ຂອງໂຄງການ ພວກເຮົາລ້ວນແຕ່ມີທີມງານທີ່ປະຈຳຢູ່ແຕ່ລະບ່ອນ, ເຊິ່ງພວກເຮົາກໍໄດ້ມີການແນະນຳໃຫ້ທີມງານໝັ່ນລົງຕິດຕາມ ແລະ ກວດກາຫ້ອງເຜົາເຕົາຂອງຜູ້ຜະລິດ. ເພື່ອໃຫ້ແນ່ໃຈວ່າ ການຜະລິດເຕົາຂອງຜູ້ຜະລິດແຕ່ລະບ່ອນໄດ້ຕາມມາດຕະຖານ ແລະ ຮັບປະກັນວ່າຫຼັງຈາກເຜົາເຕົາແລ້ວ ເຮົາຈະໄດ້ເຕົາປະຢັດທີຜ່ານມາດຕະຖານຕາມທີ່ກຳນົດໄວ້ກ່ອນທີ່ຈະນຳອອກຈຳໜ່າຍສູ່ພາຍນອກ

ແຜນຕໍ່ໜ້າ: ພວກເຮົາຈະສືບຕໍ່ການທົດສອບເຕົາຮ່ວມກັບສະຖາບັນພະລັງທົດແທນ ແລະ ວັດສະດຸໃໝ່, ພະແນກພະລັງງານ ແລະ ບໍ່ແຮ່ ຂອງແຕ່ລະພື້ນທີ່; ສືບຕໍ່ລົງຕິດຕາມຫ້ອງທົດສອບນຳວິຊາການໃນແຕ່ລະເດືອນ, ສືບຕໍ່ຈັດຝຶກອົບຮົມໃຫ້ແກ່ຜູ້ທົດສອບເຕົາປະຢັດໃນແຕ່ລະພື້ນທີ ເພື່ອແລກປ່ຽນເຕັກນິກການທົດສອບ, ສືບຕໍ່ຈັດກອງປະຊຸມຂອງຜູ້ທົດສອບ ແລະ ສືບຕໍ່ປັບປຸງວຽກງານທົດສອບໃຫ້ມີປະສິດທິພາບ ແລະ ປະສິດທິຜົນໃນປີຕໍ່ໄປ

ວຽກງານສົ່ງເສີມການຂາຍ ແລະ ການຊົມໃຊ້ເຕົາປະຢັດ

ລົງຂາຍເຕົາຕາມຕະຫຼາດ, ເທດສະການສຳຄັນໃນທຸກພື້ນທີ່.

ພວກເຮົາມີທີມງານໂຄສະນາສະເພາະຂອງແຕ່ລະພື້ນທີ່, ເຊິ່ງພວກເຮົາກໍໄດ້ມີການຈັດຕັ້ງປະຕິບັດກິດຈະກຳໂຄສະນາເຕົາປະຢັດໂດຍໄດ້ລົງຂາຍຕົງຫາຜູ້ຊົມໃຊ້, ພໍ່ຄ້າ, ແມ່ຄ້າໃນພື້ນທີຕ່າງໆ ຜ່ານການຕັ້ງບູດໂຄສະນາ, ການແຈກແຜ່ນຜັບ ຫຼື ໃບປິວ, ການປະຊາສຳພັນ. ພ້ອມກັນນີ້ ພວກເຮົາກໍ່ໄດ້ຈັດກິດຈະກຳເພື່ອດຶງດູດຄວາມສົນໃຈຂອງຊົມໃຊ້ຫຼາຍຢ່າງເຊັ່ນວ່າ: ມີການຈົດຄູ່ປ໋ອງ ພ້ອມຈັບສະຫຼາກແຈກລາງວັນ ປະກອບມີ: ຖົງຜ້າ, ຜ້າກັນເປື້ອນ, ເສື້ອຍຶດ, ເຕົາ ແລະ ອື່ນໆ.

ລົງສະໜັບສະໜູນຮ້ານຄ້າທີຈຳໜ່າຍເຕົາປະຢັດ.

ພວກເຮົາໃນທຸກພື້ນທີ່ມີທີມງານສົ່ງເສີມການຂາຍ ແລະ ຈຳໜ່າຍເຕົາ ເຊິ່ງແຕ່ລະທີມງານກໍ່ລ້ວນແຕ່ມີປະສົບການໃນການເຮັດວຽກນີ້, ພວກເຮົາໄດ້ສົ່ງເສີມໃຫ້ທີມງານແຕ່ລະພື້ນທີ່ລົງເກັບກຳຂໍ້ມູນຂອງເຕົາຢູ່ຕາມເຮືອນຂອງຜູ້ຊົມໃຊ້ ແລະ ຂໍ້ມູນຂອງເຕົາຕາມຮ້ານຄ້າໃນທົ່ວປະເທດ ພ້ອມກັບເຮັດວຽກ ຮ່ວມກັບພໍ່ຄ້າຄົນກາງໃນການກະຈາຍເຕົາສູ່ຮ້ານຄ້າແຕ່ລະພື້ນທີ່, ປີທີ່ຜ່ານມາແມ່ນໄດ້ເຮັດວຽກລົງເກັບກຳຂໍ້ມູນກັບພໍ່ຄ້າຄົນກາງທັງໝົດ 37 ຄັ້ງ.

ຜະລິດອຸປະກອນໂຄສະນາ.

ໄລຍະທີ່ຜ່ານມາ, ພວກເຮົາບໍ່ພຽງແຕ່ໂຄສະນາຜ່ານການລົງພື້ນທີ່ຕົວຈິງ ແລະ ໂຄສະນາຜ່ານສື່ຕ່າງໆເທົ່ານັ້ນ ແຕ່ພວກເຮົາຍັງໄດ້ມີການຈັດຕັ້ງກິດຈະກຳການຜະລິດອຸປະກອນໂຄສະນາອີກດ້ວຍ. ໂດຍພວກເຮົາເລີ່ມຈາກການກະກຽມ ແລະ ວາງແຜນໃນການຜະລິດເປັນຕົ້ນແມ່ນທາງດ້ານເນທ້ອໃນ, ຮູບພາບປະກອບ ແລະ ຮູບແບບຂອງມັນ. ເຊິ່ງທັ້ງໝົດນັ້ນໄດ້ຜ່ານການເຫັນດີຈາກທີມງານໂຄງການ, ຜູ້ໃຫ້ທຶນ ແລະ ຜູ້ອຳນວຍການຂອງສະມາຄົມ. ແລ້ວຫຼັງຈາກນັ້ນພວກເຮົາຈຶ່ງສາມາດຜະລິດໄດ້. ໃນປີທີ່ຜ່າອຸປະກອນໂຄສະນາທີ່ພວກເຮົາໄດ້ເຮັດ ປະກອບມີ: ປ້າຍໂຄສະນາເຕົາປະຢັດ, ແຜ່ນພັບ, ຜ້າໄວນິວ, ປ້າຍຕັ້ງທີ່ມີຮູບເຕົາປະຢັດ. ຈຸດປະສົງກໍເພື່ອໄວ້ໃຊ້ໃນກິດຈະກຳຕ່າງໆທີ່ທີມງານແຕ່ລະພື້ນທີ່ໄດ້ຈັດຂື້ນ ແລະ ມອບໃຫ້ແກ່ຜູ້ຜະລິດ, ຜູ້ຊົມໃຊ້ ແລະ ລູກຄ້າຂອງພວກເຮົາ.

ປະຊຸມປະຈຳປີ ແລະ ຈົກສະຫຼາກຄືນກຳໄລໃຫ້ລູກຄ້າທີນຳໃຊ້ເຕົາປະຢັດ.

ກອງປະຊຸມປະຈຳປີ ປີ 2021 ຂອງໂຄງການແຜນງານສົ່ງເສີມເຕົາປະຢັດ, ພວກເຮົາໄດ້ຈັດຂື້ນຢູ່ 2 ພື້ນທີ່ຄື: ທີມງານນະຄອນຫຼວງວຽງຈັນ ແລະ ຫຼວງພະບາງຈັດຢູ່ເມືອງ ວັງວຽງ, ແຂວງ ວຽງຈັນ. ພື້ນທີ່ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ ຈັດຢູ່ ແຂວງ ຈຳປາສັກ. ຈຸດປະສົງກໍ່ເພື່ອສະຫຼຸບວຽກງານການຜະລິດ, ການຈຳໜ່າຍ ແລະ ການທົດສອບ ປະຈຳປີ 2021 ຂອງໂຄງການ, ເຊິ່ງພວກເຮົາໄດ້ມີການແລກປ່ຽນປະສົບການ ແລະ ແລກປ່ຽນບົດຮຽນຫຼາຍໆຢ່າງ ໂດຍສະເພາະແມ່ນການຜະລິດເຕົາຈາກຜູ້ຜະລິດທັງໝົດ ເພື່ອໃນຕໍ່ໜ້າຈະສາມາດສ້າງເປັນເຄືອຂ່າຍໃນວຽກງານການຜະລິດ, ວຽກງານທົດສອບ ແລະ ວຽກງານຈຳໜ່າຍເຕົາປະຢັດໃຫ້ກວ້າງຂວາງຂື້ນອີກ.

ແຜນວຽກໃນຕໍ່ໜ້າ: ທີມງານພວກເຮົາໃນແຕ່ລະພື້ນທີ່ ຈະຕັ້ງໜ້າສືບຕໍ່ລົງໂຄສະນາຂາຍເຕົາຮ່ວມກັບສະຫະພັນແມ່ຍິງ, ເກັບຂໍ້ມູນຮ້ານຄ້າ ແລະ ເກັບຂໍ້ມູນຜູ້ຊົມໃຊ້; ສືບຕໍ່ໂຄສະນາຂາຍເຕົາຮວ່ມກັບພໍ່ຄ້າຄົນກາງລົງແຕ່ລະເມືອງ ແລະ ໂຄສະນາຕາມຕະຫຼາດ ສາທິດການແຕ່ງກິນຮ່ວມກັບສະຫະພັນແມ່ຍິງ

ໂຄສະນາ ແລະ ປຽບທຽບການນຳໃຊ້ເຕົາປະຢັດ.

ການຈັດຕັ້ງປະຕິບັດກິດຈະກຳໂຄສະນາ ແລະ ປຽບທຽບການນຳໃຊ້ເຕົາປະຢັດ ແມ່ນພວກເຮົາໄດ້ດຳເນີນຈັດຕັ້ງຮ່ວມກັບຄູ່ຮ່ວມງານທີ່ກ່ຽວຂ້ອງໃນແຕ່ລະພື້ນທີ່, ໂດຍໄດ້ລົງຈັດຕັ້ງຢູ່ຕາມສະຖານທີ່ທີ່ເພິ່ນມີກິດຈະກຳ ເຊັ່ນວ່າ: ຢູ່ຕາມງານມະຫາກຳອາຫານ, ກິດຈະກຳຂອງໂຮງຮຽນ ແລະ ອື່ນໆ. ຄືດັ່ງຜ່ານມານີ້, ທີມງານພວກເຮົາປະຈຳພື້ນທີ່ແຂວງ ສະຫວັນນະເຂດ ໄດ້ຮ່ວມກັບ ສະຫະພັນແມ່ຍິງ ຈັດກິດຈະກຳສາທິດການປຸງແຕ່ງອາຫານ (ທອດລູກຊີ້ນ), ໂດຍການເອົາເຕົາປະຢັດຂອງໂຄງການສົມທຽບກັບເຕົາດຳທົ່ວໄປ, ເພື່ອໃຫ້ປະຊາຊົນ ແລະ ຜູ້ທີ່ມີຄວາມສົນໃຈໄດ້ເຫັນຄວາມແຕກຕ່າງລະຫວ່າງເຕົາປະຢັດ ແລະ ເຕົາດຳທົ່ວໄປ. ເຊິ່ງໃນປີທີ່ຜ່ານມາພວກເຮົາສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 62 ຄັ້ງ.

ລົງໂຄສະນາທາງ ໂທລະພາບ,ວິທະຍຸ ແລະ ໜັງສືພິມ.

ນອກຈາກຈະມີການລົງໂຄສະນາເຕົາຕາມສະຖານທີ່ຕ່າງໆແລ້ວ, ພວກເຮົາຍັງໄດ້ມີການໂຄສະນາ ແລະ ປະຊາສຳພັນໂດຍໄດ້ມີການຈັດຕັ້ງປະຕິບັດກິດຈະກຳ ການເຜີຍແຜ່ ແລະ ໂຄສະນາກ່ຽວກັບເຕົາປະຢັດ, ການນຳໃຊ້ເຕົາປະຢັດ ແລະ ຂໍ້ມູນກ່ຽວກັບເຕົາປະຢັດຜ່ານສື່ໂຄສະນາຕ່າງໆເຊັ່ນ: ໂຄສະນາຜ່ານທາງວິທະຍຸ, ໂຄສະນາຜ່ານທາງໂທລະພາບ, ໂຄສະນາຜ່ານທາງໜັງສືພິມ. ເຊິ່ງກິດຈະກຳນີ້ໃນປີທີ່ຜ່ານມາ ພວກເຮົາໄດ້ຈັດຂື້ນທັງໝົດ 4 ແຂວງຄື: ແຂວງ ຊຽງຂວາງ, ນະຄອນຫຼວງວຽງຈັນ, ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ.

ໂຄງການພັດທະນາຄົນພິການ ແບບມີສ່ວນຮ່ວມຂອງຊຸມຊົນ

ເມືອງ ຈອມເພັດ, ແຂວງ ຫຼວງພະບາງ

ຂໍ້ມູນກ່ຽວກັບໂຄງການ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ແມ່ນໜຶ່ງໃນໂຄງການຂອງ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ທີ່ໄດ້ຈັດຕັ້ງປະຕິບັດຢູ່ເມືອງຈອມເພັດ, ແຂວງຫຼວງພະບາງ. ໂຄງການດັ່ງກ່າວ, ໄດ້ຮັບທຶນຈາກອົງການChristian Blind Mission (CBM), ມູນຄ່າ 180,216.58 ໂດລາສະຫະລັດ, ເຊິ່ງມີໄລຍະການຈັດຕັ້ງປະຕິບັດໂຄງການໃນເດືອນຕຸລາ 2019 - ມິຖຸນາ 2022, ໂດຍໄດ້ມີການຮ່ວມມືກັບກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ (ກອງເລຂາຄະນະກຳມະການແຫ່ງຊາດເພື່ອຄົນພິການ ແລະ ຜູ້ສູງອາຍຸ).

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ເປັນວຽກງານໜbຶ່ງທີ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 10 ຄື: ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ, ໃນ SDG 18 ຄື: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ, ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງເພື່ອການພັດທະນາແຫ່ງຊາດ ແລະ ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX ເຊິ່ງນອນຢູ່ໃນເປົ້າໝາຍທີ 3 ເພື່ອຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂື້ນເທື່ອລະກ້າວຕາມທິດມີກິນມີໃຊ້, ເຊິ່ງນອນຢູ່ໃນແຜນວຽກຈຸດສຸມທີ 3 ຄື: ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ, ໄວໜຸ່ມ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະ ໄດ້ຮັບການພັດທະນາ ແລະ ປະກອບສ່ວນຢ່າງເຕັມທີ່ໃນການພັດທະນາເສດຖະກິດສັງຄົມ ແລະ ນອນຢູໃນແຜນວຽກຈຸດສຸມທີ 5 ຄື: ການເກັບກູ້ລະເບີດບໍ່ທັນແຕກ ແລະ ຊີວິດຂອງປະຊາຊົນມີຄວາມປອດໄພຈາກລະເບີດບໍ່ທັນແຕກເພີ່ມຂື້ນເທື່ອລະກ້າວ.

ອີງຕາມການເກັບຂໍ້ມູນເບື້ອງຕົ້ນກ່ອນການຈັດຕັ້ງປະຕິບັດໂຄງການເຫັນວ່າ: ຂະບວນການເຄື່ອນໄຫວຂອງວຽກງານຂອງຜູ້ພິການ, ອົງການຈັດຕັ້ງຂອງຄົນພິການ ແລະ ຜູ້ດ້ອຍໂອກາດຍັງບໍ່ມີຫຼາຍປານໃດ ໂດຍສະເພາະຢູ່ແຂວງຫຼວງພະບາງ, ອົງການຈັດຕັ້ງກ່ຽວກັບຄົນພິການ ຫຼື ຜູ້ອຳນວຍຄວາມສະດວກວຽກງານຂອງຄົນພິການຍັງບໍ່ທັນຫຼາຍ. ດັ່ງນັ້ນ, ເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນນະພາບຊີວິດຂອງຄົນພິການດ້ວຍການສ້າງຄວາມຮັບຮູ້, ຄວາມເຂົ້າໃຈກ່ຽວກັບສິດທິ ການມີສ່ວນຮ່ວມຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະບັນດາກິດຈະກຳປັບປຸງຊີວິດການເປັນຢູ່ຂອງຄົນພິການທຸກປະເພດຢູ່ຊຸມຊົນເປົ້າໝາຍຈື່ງເກີດມີໂຄງການນີ້ຂື້ນ. ຜູ້ໄດ້ຮັບຜົນປະໂຫຍດຫຼັກກໍຄືຄົນພິການ 124 ຄົນ. ໂຄງການໄດ້ຄາດຄະເນຜົນຮັບໄວ້ດັ່ງນີ້:

  • ຂໍ້ມູນສະຖິຕິຄົນພິການຢູ່ເມືອງຈອມເພັດ, ແຂວງຫຼວງພະບາງຈະເປັນລະບົບ ແລະ ສາມາດເຊື່ອມເຂົ້າກັບລະບົບຖານຂໍ້ມູນແຫ່ງຊາດ

  • ຄົນພິການມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິດທິຂອງຕົນ,ເຂົ້າເຖິງການບໍລິການຂັ້ນພື້ນຖານໃນຊຸມຊົນ ແລະ ມີຊິວິດການເປັນຢູ່ທີ່ດີຂື້ນ.

  • ຊຸມຊົນ ແລະ ພາກສ່ວນກ່ຽວຂ້ອງມີຄວາມເຂົ້າໃຈກ່ຽວກັບຄວາມເປັນພິການ ໂດຍສະເພາະວຽກງານດ້ານສຸຂະພາບຈິດ.

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ

ມີ 4 ກິດຈະກຳຫຼັກ ແລະ 19 ກິດຈະກຳຍ່ອຍ

1. ສຳຫຼວດຂໍ້ມູນຄັດເລືອກຜູ້ພິການ

  • ຝຶກອົບຮົມກ່ຽວການສຳຫຼວດຂໍ້ມູນ ແລະ ຄັດເລືອກຄົນພິການ

  • ກອງປະຊຸມວາງແຜນ, ກຳນົດເຄື່ອງມື ແລະ ວິທີການປະຕິບັດ

  • ດໍາເນີນການສຶກສາຂໍ້ມູນພື້ນຖານ, ການວິເຄາະຊຸມຊົນ ແລະ ເກັບກຳຂໍ້ມູນຈາກອົງການປົກຄອງທ້ອງຖິ່ນ ແລະພາກສ່ວນກ່ຽວຂ້ອງ

  • ການຄັດເລືອກຄົນພິການເພື່ອເຮັດໃຫ້ການຊ່ວຍເຫຼືອມີຄວາມຖືກຕ້ອງ ແລະ ເໝາະສົມທີ່ສຸດ

  • ປັບປຸງລະບົບການເກັບກຳຂໍ້ມູນທີ່ມີການແຍກຂໍ້ມູນຕາມອາຍຸ, ເພດ, ຊົນເຜົ່າ ແລະ ປະເພດຄວາມພິການເຂົ້າໃນລະບົບຂອງໂຄງການ

2. ເສີມສ້າງຄວາມສາມາດ ແລະ ເສດຖະກິດໃຫ້ແກ່ຄົນພິການ

  • ການຝຶກອົບຮົມກ່ຽວກັບສິດທິຂອງຄົນພິການ ແລະ ຄວາມສະເໝີພາບສຳລັບຄົນ

  • ສະໜັບສະໜູນການສ້າງກຸ່ມຊ່ວຍເຫຼືອຕົນເອງ ຫຼື ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການ

  • ປັບປຸງສິ່ງອຳນວຍຄວາມສະດວກຂັ້ນພື້ນຖານໃນຊຸມຊົນ ເພື່ອໃຫ້ຄົນພິການສາມາດເຂົ້າເຖິງ ແລະ ມີສ່ວນຮ່ວມໃນກິດຈະກຳຕ່າງໆຂອງສັງຄົມໄດ້ຢ່າງສະດວກ

  • ສົ່ງເສີມຊີວິດການເປັນຢູ່ໂດຍຜ່ານກິດຈະກຳການປູກການລ້ຽງ, ການບໍລິການ ແລະ ອື່ນໆ

  • ຂະຫຍາຍ ແລະ ສະໜັບສະໜູນ ສະມາຊິກ ເພື່ອນຊ່ວຍເພື່ອນຂອງຄົນພິການ

3. ສ້າງຄວາມເຂົ້າໃຈກ່ຽວກັບຄວາມເປັນພິການໃຫ້ແກ່ຊຸມຊົນ

  • ຝຶກອົບຮົມສ້າງຄວາມເຂົ້າໃຈກ່ຽວກັບຄວາມເປັນພິການໃຫ້ແກ່ຄົນພິການ ແລະ ຊຸມຊົນ

  • ຈັດຝຶກອົບຮົມກ່ຽວກັບສຸຂະພາບຈິດ ແລະ ຈິດຕະວິທະຍາສັງຄົມຂັ້ນພື້ນຖານໃຫ້ແກ່ສະຫະພັນແມ່ຍິງ ແລະ ອາສາສະໝັກບ້ານເພື່ອໃຫ້ຄຳປຶກສາແກ່ບຸກຄົນ, ຄອບຄົວ ແລະ ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການ

  • ຈັດຝຶກອົບຮົມກ່ຽວກັບການໃຫ້ການຊ່ວຍຫລືອທາງດ້ານສຸຂະພາບຈິດໃຫ້ແກ່ບັນດາຜູ້ໃຫ້ບໍລິການ ດ້ານສຸຂະພາບ (ທ່ານໝໍ, ພະຍາບານ) ຂັ້ນເມືອງ ແລະ ຂັ້ນບ້ານ

  • ຕິດຕາມ ແລະ ຝຶກສອນການປະຕິບັດຕົວຈິງໃຫ້ແກ່ຜູ້ທີ່ໄດ້ຝຶກອົບຮົມດ້ານສຸຂະພາບຈິດ

4. ສ້າງຄວາມສາມາດດ້ານວິຊາການໃຫ້ແກ່ຄູ່ຮ່ວມງານພາກລັດທີ່ກ່ຽວຂ້ອງທຸກຂັ້ນ ແລະ ສະມາຄົມ

  • ກອງປະຊຸມປືກສາຫາລືກັບພາກສ່ວນກ່ຽວຂ້ອງກ່ຽວກັບກົນໄກການປະສານງານ ແລະ ຂະບວນການສົ່ງຕໍ່ຄົນພິການ

  • ເກັບກຳ ແລະ ເຜີຍແຜ່ບົດຮຽນທີ່ຖອດຖອນໄດ້ ແລະ ຕົວຢ່າງການປະຕິບັດທີ່ດີທີ່ສຸດກ່ຽວກັບການພັດທະນາແບບ

    ມີສ່ວນຮ່ວມ

  • ຝຶກອົບຮົມກ່ຽວກັບການພັດທະນາແບບມີສ່ວນຮ່ວມຂອງຄົນພິການ ໃຫ້ແກ່ພາກລັດທຸກຂັ້ນ ແລະ ສະມາຄົມ ສພປ

  • ກຳນົດ ແລະ ສ້າງຕັ້ງທີມງານຜູ້ອຳນວຍຄວາມສະດວກ ເຊິ່ງປະກອບດ້ວຍຄົນພິການ ເພື່ອດຳເນີນການກວດສອບການເຂົ້າເຖີງສະຖານທີ່ ແລະ ການປະຕິບັດ

  • ປັບປຸງການວາງແຜນ, ລະບຽບນະໂຍບາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດໂຄງການ

ສຳຫຼວດຂໍ້ມູນ ຄັດເລືອກຜູ້ພິການ

ຝຶກອົບຮົມກ່ຽວກັບການສຳຫຼວດຂໍ້ມູນ ແລະ ຄັດເລືອກຄົນພິການ

ພວກເຮົາໄດ້ຈັດຝຶກອົບຮົມການສໍາຫຼວດຂໍ້ມູນ ແລະ ຄັດເລືອກຄົນພິການຢູ່ ຫ້ອງປະຊຸມສະຫະພັນແມ່ຍິງ ແຂວງຫຼວງພະບາງ, ໂດຍມີຜູ້ເຂົ້າຮ່ວມຄັ້ງນີ້ທັັງໝົດ 18 ທ່ານ, ຍິງ 6 ທ່ານ ແລະ ຜູ້ທີ່ມີຄວາມເປັນພິການ 4 ທ່ານ, ຍິງ 2 ທ່ານ. ຈຸດປະສົງເພື່ອໃຫ້ທີມງານໄດ້ຮັບຮູ້ ແລະ ເຂົ້າໃຈກິດຈະກຳທີ່ຈະລົງໄປຈັດຕັ້ງປະຕິບັດຢ່າງທົ່ວເຖິງ.

ກອງປະຊຸມວາງແຜນ, ກຳນົດເຄື່ອງມື ແລະ ວິທີການປະຕິບັດ

ກິດຈະກຳນີ້ໄດ້ຈັດຂື້ນມື້ດຽວກັນກັບກິດຈະກຳຝຶກອົບຮົມການສໍາຫຼວດຂໍ້ມູນ ແລະ ຄັດເລືອກຄົນພິການ. ເຊິ່ງພວກເຮົາໄດ້ມີການວາງແຜນກິດຈະກຳຕ່າງໆທີ່ຈະລົງໄປຈັດຕັ້ງປະຕິບັດ, ພ້ອມກຳນົດວິທີຮູບແບບຂອງກິດຈະກຳ, ກະກຽມບັນດາເຄື່ອງມື, ອຸປະກອນຕ່າງໆທີ່ຈຳເປັນຈະຕ້ອງໃຊ້ໃນການຈັດກິດຈະກຳທີ່ບ້ານເປົ້າໝາຍ.

ດໍາເນີນການສຶກສາຂໍ້ມູນພື້ນຖານ, ການວິເຄາະຊຸມຊົນ ແລະ ເກັບກຳຂໍ້ມູນຈາກອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ

ພວກເຮົາໄດ້ເລີ່ມຈັດກິດຈະກຳການດໍາເນີນສຶກສາຂໍ້ມູນພື້ນຖານ, ການວິເຄາະຊຸມຊົນ ແລະ ເກັບກຳຂໍ້ມູນຈາກອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງໂດຍເລີ່ມລົງສຶກສາຂໍ້ມູນພື້ນຖານຢູ່ທີ່ 10 ບ້ານເປົ້າໝາຍມີ: ບ້ານ ຊຽງແມນ, ບ້ານ ຈ່ານເໜືອ, ບ້ານ ບວມເລົາ, ບ້ານ ຫ້ວຍອອນ, ບ້ານ ໂຄກສະຫວ່າງ, ບ້ານ ໜອງຈອງ, ບ້ານ ຈ່ານໃຕ້, ບ້ານ ນາຄໍາ, ບ້ານ ໂພລາດ ແລະ ບ້ານ ປາກຫ້ວຍຄໍ້ ເຊີ່ງໄດ້ຂໍ້ມູນ ແລະ ປະເມີນກ່ຽວກັບບ້ານກຸ່ມເປົ້າໝາຍຈາກພື້ນທີ່ຕົວຈິງ ແລະ ພື້ນທີ່ໃກ້ຄຽງເພື່ອນໍາໃຊ້ໃນການຈັດຕັ້ງປະຕິບັດກິດຈະກຳຕໍ່ໄປ.

ການຄັດເລືອກຄົນພິການເພື່ອເຮັດໃຫ້ການຊ່ວຍເຫຼືອມີຄວາມຖືກຕ້ອງ ແລະ ເໝາະສົມທີ່ສຸດ.

ພວກເຮົາໄດ້ລົງສຶກສາຂໍ້ມູນ ແລະ ເກັບກຳຂໍ້ມູນພື້ນຖານ,ການວິເຄາະຊຸມຊົນ ແລະ ເກັບກຳຂໍ້ມູນຈາກອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງແລ້ວ, ພວກເຮົາກໍ່ໄດ້ສືບຕໍ່ຄັດເລືອກຄົນພິການຈາກ 10 ບ້ານເປົ້າໝາຍຕາມມາດຖານເງື່ອນໄຂ ແລະ ຂໍ້ກຳນົດຂອງໂຄງການ ເພື່ອໃຫ້ໝາກຜົນຂອງການລົງສະໜັບສະໜູນ ແລະ ຊ່ວຍເຫຼືອໃນກິດຈະກຳນີ້ມີຄວາມຖືກຕ້ອງ ແລະ ເໝາະສົມທີ່ສຸດ. ໄດ້ປະຕິບັດໃນ 10 ບ້ານເປົ້າໝາຍເຊີ່ງມີພົນລະເມືອງລວມທັງໝົດ 8,651 ຄົນ, ຍິງ 4,397 ຄົນ ແລະ ຜູ້ທີ່ມີຄວາມເປັນພິການ 124 ຄົນ ໃນນັ້ນມີຍິງ 47 ຄົນ ແລະ ໄດ້ແບ່ງປະເພດຄວາມເປັນພິການດັ່ງນີ້: ຜູ້ທີ່ມີຄວາມບົກຜ່ອງທາງດ້ານຮ່າງກາຍ 57 ທ່ານ, ຜູ້ທີ່ມີຄວາມບົກຜ່ອງທາງດ້ານການເບີ່ງເຫັນ 39 ທ່ານ, ຜູ້ທີ່ມີຄວາມບົກຜ່ອງທາງດ້ານການປາກເວົ້າ ແລະ ໄດ້ຍິນ 12 ທ່ານ, ຜູ້ທີ່ມີຄວາມຍຸ້ງຍາກທາງດ້ານການຮຽນຮູ້ 11 ທ່ານ, ຜູ້ທີ່ມີຄວາມຍຸ້ງຍາກທາງດ້ານການຈື່ຈຳ 3 ທ່ານ ແລະ ຜູ້ທີ່ມີຄວາມເປັນພິການທາງດ້ານສຸຂະພາບຈິດ 2 ທ່ານ.

ກອງປະຊຸມປັບປຸງນຳສະເໜີການເກັບກຳຂໍ້ມູນທີ່ມີການແຍກຂໍ້ມູນຕາມອາຍຸ, ເພດ, ຊົນເຜົ່າ ແລະ ປະເພດຄວາມພິການເຂົ້າໃນລະບົບໂຄງການ

ຫຼັງຈາກສຳເລັດຜົນຂອງການເກັບຂໍ້ມູນແລ້ວ, ພວກເຮົາໄດ້ຈັດກອງປະຊຸມນໍາສະເໜີຜົນສໍາຫຼວດຂອງການລົງເກັບກໍາຂໍ້ມູນພື້ນຖານຢູ່ເມືອງຈອມເພັດ, ແຂວງຫຼວງພະບາງ. ເພື່ອເປັນການນຳສະເໜີ ແລະ ປັບປຸງລະບົບຖານເກັບກຳຂໍ້ມູນຂອງໂຄງການໃຫ້ດີຂື້ນ. ເຊິ່ງພວກເຮົາໄດ້ມີການແຍກຂໍ້ມູນຂອງກຸ່ມເປົ້າໝາຍຂອງໂຄງການຕາມເງື່ອນໄຂຕ່າງໆຄື: ອາຍຸ, ເພດ, ຊົນເຜົ່າ ແລະ ປະເພດຄວາມພິການຂອງກຸ່ມເປົ້າໝາຍໃຫ້ມີຄວາມລະອຽດ ແລະ ຊັດເຈນຂື້ນ.

ເສີມສ້າງຄວາມສາມາດ ແລະ ເສດຖະກິດໃຫ້ແກ່ຄົນພິການ

ການຝຶກ ອົບຮົມກ່ຽວກັບສິດທິຂອງຄົນພິການ ແລະ ຄວາມສະເໝີພາບສຳຫລັບຄົນພິການ, ຄອບຄົວ ຫຼື ຜູ້ດູແລຄົນພິການ

ກິດຈະກຳນີ້ຈັດຂື້ນທີ່ຫ້ອງຝືກອົບຮົມ ເມືອງຈອມເພັດ, ແຂວງຫຼວງພະບາງ. ເຊິ່ງໄດ້ຝຶກອົບຮົມໃຫ້ກັບຄອບຄົວ ຫຼື ຜູ້ດູແລຄົນພິການ ພາຍໃນ 10 ບ້ານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິດທິຂອງຄົນພິການ ແລະ ຄວາມສະເໝີພາບສຳຫລັບຄົນພິການ. ໃນການຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 66 ທ່ານ (ຍິງ 27 ທ່ານ), ຜູ້ພິການ 37 ທ່ານ (ຍິງ 11 ທ່ານ). ຜູ້ທີ່ມີຄວາມພິການທາງດ້ານຮ່າງກາຍ 21 ທ່ານ (ຍິງ 3 ທ່ານ), ດ້ານການເບີ່ງເຫັນ 11 ທ່ານ (ຍິງ 6 ທ່ານ), ດ້ານການສື່ສານ ແລະ ການໄດ້ຍິນ 3 ທ່ານ (ຍິງ 2 ທ່ານ) ແລະ ມີຄວາມພິການທາງດ້ານສະຕິປັນຍາ 1 ທ່ານ. ການຝືກອົບຮົມແມ່ນໄດ້ມີການປະເມີນກ່ອນ ແລະ ຫຼັງການຝືກອົບຮົມ ເຊີ່ງຄະແນນກ່ອນການຝຶກອົບຮົມມີ 44,39% ແລະ ຫຼັງ ການຝຶກອົບຮົມໄດ້ 45,53% , ເຊິ່ງມັນສະແດງອອກວ່າ ນັກສໍາມະນາກອນໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການພັດທະນາຄົນພິການແບບມີສ່ວນຮ່ວມຫຼາຍຂື້ນ. ນອກຈາກນັ້ນ, ຜູ້ທີ່ໄດ້ເຂົ້າຮ່ວມການຝືກອົບຮົມຍັງໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນຮູ້ເຂົ້າໃນຊີວິດປະຈໍາວັນຢູ່ໃນຊຸມຊົນແມ່ນມີການຫຼຸດ ຜ່ອນການຈໍາແນກແບ່ງແຍກ ແລະ ຜູ້ທີ່ມີຄວາມເປັນພິການໄດ້ມີສ່ວນຮ່ວມຫຼາຍຂື້ນ. ຕົວຢ່າງ: ກໍລະນີຢູ່ ບ້ານໂຄກສະຫວ່າງ ລາວຖືກເຍາະເຍີຍ ແລະ ຖືກແບ່ງແຍກຫຼັງຈາກຊຸມຊົນໄດ້ຮັບການຝືກອົບຮົມແມ່ນບໍ່ມີການຈໍາແນກ ແລະ ແບ່ງແຍກ. ກິດຈະກຳນີ້ຈັດຂື້ນທີ່ຫ້ອງຝືກອົບຮົມ ເມືອງຈອມເພັດ, ແຂວງຫຼວງພະບາງ. ເຊິ່ງໄດ້ຝຶກອົບຮົມໃຫ້ກັບຄອບຄົວ ຫຼື ຜູ້ດູແລຄົນພິການ ພາຍໃນ 10 ບ້ານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບສິດທິຂອງຄົນພິການ ແລະ ຄວາມສະເໝີພາບສຳຫລັບຄົນພິການ. ໃນການຝຶກອົບຮົມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 66 ທ່ານ (ຍິງ 27 ທ່ານ), ຜູ້ພິການ 37 ທ່ານ (ຍິງ 11 ທ່ານ). ຜູ້ທີ່ມີຄວາມພິການທາງດ້ານຮ່າງກາຍ 21 ທ່ານ (ຍິງ 3 ທ່ານ), ດ້ານການເບີ່ງເຫັນ 11 ທ່ານ (ຍິງ 6 ທ່ານ), ດ້ານການສື່ສານ ແລະ ການໄດ້ຍິນ 3 ທ່ານ (ຍິງ 2 ທ່ານ) ແລະ ມີຄວາມພິການທາງດ້ານສະຕິປັນຍາ 1 ທ່ານ. ການຝືກອົບຮົມແມ່ນໄດ້ມີການປະເມີນກ່ອນ ແລະ ຫຼັງການຝືກອົບຮົມ ເຊີ່ງຄະແນນກ່ອນການຝຶກອົບຮົມມີ 44,39% ແລະ ຫຼັງ ການຝຶກອົບຮົມໄດ້ 45,53% , ເຊິ່ງມັນສະແດງອອກວ່າ ນັກສໍາມະນາກອນໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການພັດທະນາຄົນພິການແບບມີສ່ວນຮ່ວມຫຼາຍຂື້ນ. ນອກຈາກນັ້ນ, ຜູ້ທີ່ໄດ້ເຂົ້າຮ່ວມການຝືກອົບຮົມຍັງໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນຮູ້ເຂົ້າໃນຊີວິດປະຈໍາວັນຢູ່ໃນຊຸມຊົນແມ່ນມີການຫຼຸດ ຜ່ອນການຈໍາແນກແບ່ງແຍກ ແລະ ຜູ້ທີ່ມີຄວາມເປັນພິການໄດ້ມີສ່ວນຮ່ວມຫຼາຍຂື້ນ. ຕົວຢ່າງ: ກໍລະນີຢູ່ ບ້ານໂຄກສະຫວ່າງ ລາວຖືກເຍາະເຍີຍ ແລະ ຖືກແບ່ງແຍກຫຼັງຈາກຊຸມຊົນໄດ້ຮັບການຝືກອົບຮົມແມ່ນບໍ່ມີການຈໍາແນກ ແລະ ແບ່ງແຍກ.

ສະໜັບສະໜູນການສ້າງກຸ່ມຊ່ວຍເຫຼືອຕົນເອງຫຼື ກຸ່ມ ເພື່ອນຊ່ວຍເພື່ອນຂອງຜູ້ພິການ

ຫຼັງຈາກໄດ້ຝຶກອົບຮົມໃຫ້ກັບຄອບຄົວ ແລະ ຜູ້ດູແລຄົນພິການເຂົ້າໃຈສິດຂອງຜູ້ພິການແລ້ວ, ພວກເຮົາກໍ່ໄດ້ລົງສະໜັບສະໜູນການສ້າງຕັ້ງກຸ່ມຊ່ວຍເຫຼືອຕົນເອງ ຫຼື ເອີ້ນວ່າ ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການຢູ່ບ້ານເປົ້າໝາຍ. ເຊິ່ງໃນກິດຈະກຳດັ່ງກ່າວພວກເຮົາໄດ້ມີການແນະນຳ ແລະ ໃຫ້ຄຳປຶກສາ, ພ້ອມສະໜັບສະໜູນໃຫ້ການຊ່ວຍເຫຼືອຢ່າງໃກ້ຊິດກັບຜູ້ພິການ ເພື່ອໃຫ້ເຂົາເຈົ້າຢູ່ໄດ້ດ້ວຍຕົນເອງ ແລະ ສາມາດຊ່ວຍເຫຼືອເຊິ່ງກັນ ແລະ ກັນໄດ້ອີກດ້ວຍ. ໄດ້ອຳນວຍຄວາມສະດວກໃນການສ້າງຕັ້ງກຸ່ມຊ່ວຍເຫຼືອຕົນເອງ ຫຼື ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການ ເຊີ່ງລວມມີ 10 ກຸ່ມ (ບ້ານລະກຸ່ມ) ມີສະມາຊິກລວມທັງໝົດ: 288 ຄົນ, ຍິງ 118 ຄົນ. ກຸ່ມຊ່ວຍເຫຼືອຕົົນເອງຂອງຄົນພິການ ແມ່ນເປັນກຸ່ມຄົນບໍ່ເປັນທາງການ ສ້າງຕັ້ງຂຶ້ນມາເພື່ອເຕົ້າໂຮມຄວາມສາມັກຄີຂອງຄົນພິການ, ແກ້ໄຂບັນຫາຊ່ວຍກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ສະມາຊິກຂອງກຸ່ມປະຊຸມມີການກັນເປັນປະຈໍາ ເພື່ອໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ສ້າງແຜນປະຕິບັດງານ ເພື່ອປັບປຸງ ຄຸນນະພາບຊີວິດຂອງພວກເຂົາ, ການມີສ່ວນຮ່ວມໃນກຸ່ມເຮັດໃຫ້ພວກເຂົາສາມາດ ເພີ່ມພັດທະນາຄວາມຮັບຮູ້ ແລະ ຄວາມສາມາດຂອງພວກເຂົາ ເພື່ອຈັດຕັ້ງ ແລະ ດໍາເນີນງານ ທີ່ຈະນໍາໄປສູ່ການປ່ຽນແປງໃໝ່, ແນວຄວາມຄິດພື້ນຖານ ຂອງກຸ່ມຊ່ວຍເຫຼືອຕົນເອງ ກໍ່ຄືວ່າ ຮ່ວມກັນແລ້ວທຸກຄົນບັນລຸຜົນຫຼາຍກວ່າເປັນທີມດຽວກັນ. ກຸ່ມມີພາລະໜ້າທີ່ບົດບາດໃນການແກ້ໄຂອຸປະສັກຮ່ວມໝູ່ບາງອັນເຊິ່ງຄົນພິການປະສົບພົບພໍ້ເຊັ່ນ: ການຖືກຕັດຂາດຈາກສັງຄົມ, ການຈໍາແນກ, ຂາດຄວາມຮັບຮູ້ກ່ຽວກັບສິດທິຂອງພວກເຂົາໂດຍການຮຽນຮູ້ຂໍ້ມູນ ແລະ ຍຸດທະສາດໃໝ່ໆ, ນໍາພວກເຂົາມາເຕົ້າໂຮມກັນເພື່ອຮັບຮູ້ສິດທິ, ສົ່ງເສີມການມີສ່ວນຮ່ວມໃນສັງຄົມ, ອໍານວຍຄວາມສະດວກໃຫ້ສະມາຊິກຂອງກຸ່ມຊ່ວຍເຫຼືອຕົນເອງ ເພື່ອແລກປ່ຽນແນວຄວາມຄິດ, ເພື່ອລະບຸເຖິງ ຄວາມຕ້ອງການຂອງພວກເຂົາ ແລະ ເພື່ອເລືອກວຽກງານທີ່ເປັນທ່າແຮງຂອງພວກເຂົາ (ເຊັ່ນ: ການປັບປ່ຽນ ສະຖານທີ່ ເພື່ອໃຫ້ຄົນພິການ ເຂົ້າເຖິງໄດ້ງ່າຍຂຶ້ນ ໃນຊຸມຊົນ, ງານກິລາ, ການສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດ ແລະ ສາກົນ, ພັດທະນາ ວຽກງານສ້າງລາຍຮັບ ໂດຍມີເປົ້າໝາຍເພື່ອຈັດ ແລະ ໃຫ້ການຊ່ວຍເຫຼືອ ໃຫ້ຄົນທີ່ສ່ຽງໄພທີ່ສຸດ ໃນຊຸມຊົນຂອງພວກເຂົາ ເຊິ່ງຮວມທັງ ຄົນອາຍຸສູງທີ່ຢູ່ປ່ຽວພອຍ ແລະ ຄົນພິການ).

ປັບປຸງສິ່ງອຳນວຍຄວາມສະດວກຂັ້ນພື້ນຖານໃນຊຸມຊົນເພື່ອຄົນພິການສາມາດເຂົ້າເຖິງ ແລະ ມີສ່ວນຮ່ວມໃນກິດຈະກຳຕ່າງໆຂອງສັງຄົມໄດ້ຢ່າງສະດວກ

ບໍ່ພຽງແຕ່ການຝຶກອົບຮົມ ແລະ ໃຫ້ການຊ່ວຍເຫຼືອແກ່ຜູ້ພິການເທົ່ານັ້ນ, ພວກເຮົາຍັງໄດ້ສະໜັບສະໜູນໃນການປັບປຸງສິ່ງອຳນວຍຄວາມສະດວກຂັ້ນພື້ນຖານໃນຊຸມຊົນ ເພື່ອໃຫ້ຄົນພິການສາມາດເຂົ້າເຖິງ ແລະ ມີສ່ວນຮ່ວມໃນກິດຈະກຳຕ່າງໆຂອງສັງຄົມໄດ້ຢ່າງສະດວກ. ເຊິ່ງພວກເຮົາໄດ້ສຳເລັດການສ້າງວິດຖ່າຍ ໃຫ້ກັບ 2 ຄອບຄົວເປົ້າໝາຍ, ເພາະສິ່ງດັ່ງກ່າວໄດ້ເປັນບັນຫາ ແລະ ຂໍ້ຫຍຸ້ງຍາກຕໍ່ຜູ້ທີ່ມີຄວາມເປັນພິການ ຫຼື ຄອບຄົວຂອງເຂົາເຈົ້າ. ເພື່ອໃຫ້ໄດ້ຖືກແກ້ໄຂ ແລະ ບໍ່ມີຄວາມສ່ຽງວ່າຈະເກີດອຸປະຕິເຫດໃນຍາມໄປເຂົ້າຫ້ອງນໍ້າ. ກິດຈະກຳນີ້ໄດ້ເຮັດໃຫ້ຄອບຄົວຜູ້ພິການມີຫ້ອງນໍ້າໃຊ້ ແລະ ເຂົ້າເຖິງວຽກງານສຸຂະອະນາໄມ. ໄດ້ສະໜອງອຸປະກອນການກໍ່ສ້າງທາງເນີນ ແລະ ຫ້ອງນໍ້າໃຫ້ແກ່ຄອບຄົວເປົ້າໝາຍ ແລະ ບ້ານເປົ້າໝາຍ ເພື່ອໃຫ້ຜູ້ທີ່ມີຄວາມເປັນພິການ, ເດັກນ້ອຍ, ຜູ້ອາຍຸສູງ ແລະ ປະຊາຊົນພາຍໃນຊຸມຊົນສາມາດເຂົ້າເຖິງສະຖານທີ່ໄດ້ຢ່າງສະດວກສະບາຍ ລວມມູນຄ່າທັງໝົດ: 12,258,000 ກີບ. ເຊີ່ງມີລາຍລະອຽດດັ່ງນີ້: ເດືອນທັນວາ 2021 ໄດ້ມອບອຸປະກອນສ້າງທາງເນີນຂື້ນຫ້ອງປະຊຸມໂຄສະນາສູນຝືກອົບຮົມເມືອງຈອມເພັດ, ແຂວງຫຼວງພະບາງ, ປະກອບມີ: ຊາຍ, ຫີນແຮ່, ປູນຊີມັງ, ເຫຼັກເສັ້ນເບີ 10, ເຫຼັກລວດ, ດິນຈີ່, ທໍ່ຊີມັງ, ຄ່ານາຍຊ່າງ ແລະ ຄ່າຂົນສົ່ງ ລວມມູນຄ່າ: 3,200,000 ກີບ; ເດືອນມັງກອນ 2022 ໄດ້ມອບອຸປະກອນສ້າງຫ້ອງນ້ຳໃຫ້ ທ້າວ ບຸນມີ ຢູ່ ບ້ານ ນາຄຳ, ເມືອງຈອມເພັດ, ແຂວງຫຼວງພະບາງ, ປະກອບມີ: ຊັກໂຄກ (ບ໋ອກ), ຫີນແຮ່, ຊາຍ, ດິນບ໋ອກ, ຊີມັງ, ສັງກະສີ, ເຫຼັກເສັ້ນ P10 ລວມມູນຄ່າ: 3,280,000 ກີບ; ໄດ້ມອບອຸປະກອນສ້າງທາງເນີນຂື້ນໂຮງຮຽນປະຖົມສົມບູນ ແລະ ຫ້ອງປະຊຸມບ້ານ ໂພລາດ, ເມືອງ ຈອມເພັດ ແຂວງ ຫຼວງພະບາງ, ປະກອບມີ: ຫີນແຮ່ ແລະ ຊາຍລວມມູນຄ່າ: 1,500,000 ກີບ; ເດືອນກຸມພາ 2022 ໄດ້ມອບອຸປະກອນສ້າງທາງເນີນຂື້ນຫ້ອງນໍ້າ ບ້ານ ນາຄໍາ, ເມືອງ ຈອມເພັດโ, ແຂວງຫຼວງພະບາງ, ປະກອບມີ: ຊາຍ (ລົດ 3 ແມັດກ້ອນ), ດິນບ໋ອກ, ຊີມັງ ແລະ ບ໋ອກ (ຊັກໂຄກ) ລວມມູນຄ່າ: 1,105,000 ກີບ ແລະ ໄດ້ມອບອຸປະກອນການສ້າງທາງຂື້ນຫ້ອງປະຊຸມບ້ານ ປາກຫ້ວຍຄໍ້, ເມືອງ ຈອມເພັດ ແຂວງ ຫຼວງພະບາງ, ປະກອບມີ: ຊີມັງ ແລະ ຊາຍ ລວມມູນຄ່າ: 3,200,000 ກີບ ເຊີ່ງທາງໂຄງການແມ່ນໄດ້ສະໜັບສະໜູນທາງດ້ານອຸປະກອນ ແລະ ປະຊາຊົນໄດ້ປະກອບສ່ວນແຮງງານ ແລະ ອຸປະກອນທີ່ມີໃນຊຸມຊົນຂອງເຂົາເຈົ້າ.

ສົ່ງເສີມຊີວິດການເປັນຢູ່ໂດຍຜ່ານກິດຈະກໍາການປູກການລ້ຽງ, ການບໍລິການ ແລະ ອື່ນໆ

ພວກເຮົາໄດ້ສືບຕໍ່ຈັດກິດຈະກຳເພື່ອສົ່ງເສີມຊີວິດການເປັນຢູ່ຂອງຜູ້ພິການໂດຍຜ່ານກິດຈະກໍາການປູກການລ້ຽງ, ການບໍລິການ ແລະ ອື່ນໆ ເພື່ອເຮັດໃຫ້ເຂົາເຈົ້າໄດ້ມີອາຊີບ ແລະ ມີລາຍຮັບເພີ້ມຂື້ນ. ເຊິ່ງພວກເຮົາໄດ້ເລີ່ມຈາກການລົງຝືກອົບຮົມກ່ຽວກັບເຕັກນິກການລ້ຽງສັດຄື: ການລ້ຽງໄກ່, ເປັດ, ໝູ, ແບ້ ແລະ ກົບ. ພ້ອມກັນນີ້, ກໍໄດ້ສະໜອງອຸປະກອນການສ້າງຄອກ ແລະ ລົງຕິດຕາມການສ້າງຄອກໃຫ້ກັບສັດລ້ຽງທີ່ທາງໂຄງການໄດ້ສະໜອງໃຫ້. ຄຽງຄູ່ກັນນັ້ນ, ກໍ່ໄດ້ມີການສະໜອງຫົວອາຫານສັດລ້ຽງ ແລະ ແນະນໍາວິທີການສັກຢາວັກຊິນປ້ອງກັນພະຍາດສັດອະຫິວາສັດປີກໃຫ້ແກ່ຄອບຄົວເປົ້າໝາຍ. ພວກເຮົາໄດ້ສະໜອງກິດຈະກຳຂາຍເຄື່ອງຍ່ອຍ ແລະ ຝືກອົບຮົມກ່ຽວກັບການຕັດຜົມ, ຈັດຊື້ອຸປະກອນຕັດຜົມໃຫ້ເຂົາເຈົ້າອີກດ້ວຍ.

ຂະຫຍາຍ ແລະ ສະໜັບສະໜູນສະມາຊິກເພື່ອນຊ່ວຍເພື່ອນຂອງຄົນພິການ

ເນື່ອງຈາກວ່າ ມີການລະບາດຂອງພະຍາດໂຄວິດ 19, ພວກເຮົາຈື່ງໄດ້ຈັດຊື້ ເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນປ້ອງກັນມອບໃຫ້ແກ່ຄອບຄົວຜູ້ທີ່ທຸກຍາກ, ຜູ້ດ້ອຍໂອກາດ ແລະ ຄົນພິການໃນ 10 ບ້ານເປົ້າໝາຍ ຈຳນວນ 143 ຄອບຄົວ ຢູ່ໃນເມືອງຈອມເພັດ, ມອບອຸປະກອນປ້ອງກັນໃຫ້ສູນກັກບໍລິເວນ ແລະ ຄະນະສະເພາະກິດພາຍໃນເມືອງ. ເຊິ່ງບັນດາເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອນປ້ອງກັນທີ່ສະໜອງໃຫ້ປະກອບມີ: ໝີ່, ໄຂ່ເປັດ, ປ່ອງປາ, ນ້ຳມັນພືດ, ເກືອ, ເຂົ້າສານ, ນໍ້າດື່ມ, ຜ້າອັດປາກ, ສະບູ່, ເຈວລ້າງມື, ຊຸດປ້ອງກັນ ແລະ ຖົງມືແພດໃຫ້ແຕ່ລະພາກສ່ວນຢ່າງເໝາະສົມ.

ສ້າງຄວາມເຂົ້າໃຈກ່ຽວກັບຄວາມເປັນພິການໃຫ້ແກ່ຊຸມຊົນ

ຝືກອົບຮົມສ້າງຄວາມເຂົ້າໃຈກ່ຽວກັບຄວາມເປັນພິການໃຫ້ແກ່ຄົນພິການ ແລະ ຊຸມຊົນ

ພວກເຮົາໄດ້ຈັດຝຶກອົບຮົມສ້າງຄວາມເຂົ້າໃຈກ່ຽວກັບຄວາມເປັນພິການລະຫວ່າງອຳນາດການປົກຄອງບ້ານ ແລະ ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການຢູ່ໃນ 10 ບ້ານເປົ້າໝາຍ, ໂດຍຝຶກໃຫ້ກັບຄອບຄົວ ແລະ ສະມາຊິກຜູ້ພິການ, ຝຶກໃຫ້ກັບອໍານາດປົກຄອງບ້ານ ແລະ ຕ່າງໜ້າກຸ່ມຊ່ວຍເຫຼືອຕົນເອງ. ຈຸດປະສົງໃນການຈັດຝຶກອົບຮົມກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບສິດທິຂອງຄົນພິການ, ຄວາມເປັນພິການ, ສາເຫດທີ່ພາໃຫ້ເປັນພິການ ແລະ ຄວາມສະເໝີພາບສຳລັບຄົນພິການ. ຜູ້ເຂົ້າຮ່ວມທັງໝົດ 66 ທ່ານ (ຍິງ 27 ທ່ານ) ແລະ ຜູ້ພິການ 37 ທ່ານ, ຍິງ 11 ທ່ານ (ພິການທາງດ້ານຮ່າງກາຍ 21 ທ່ານ, ຍິງ 3 ທ່ານ, ພິການທາງດ້ານການເບີ່ງເຫັນ 11 ທ່ານ, ຍິງ 6 ທ່ານ, ພິການທາງດ້ານການສື່ສານ ແລະ ການໄດ້ຍິນ 3 ທ່ານ, ຍິງ 2 ທ່ານ ແລະ ພິການທາງດ້ານສະຕິປັນຍາ 1 ທ່ານ). ການຝືກອົບຮົມແມ່ນໄດ້ມີການປະເມີນກ່ອນ ແລະ ຫຼັງການຝືກອົບຮົມ ເຊີ່ງຄະແນນກ່ອນ ການຝຶກອົບຮົມມີ 44.37% ແລະ ຫລັງ ການຝຶກອົບຮົມໄດ້ 45.53% , ເຊິ່ງມັນສະແດງອອກວ່າ ນັກສໍາມະນາກອນໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການພັດທະນາຄົນພິການແບບມີສ່ວນຮ່ວມຫຼາຍຂື້ນ, ນອກຈາກນັ້ນຜູ້ທີ່ໄດ້ເຂົ້າຮ່ວມການຝືກອົບຮົມຍັງໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນຮູ້ເຂົ້າໃນຊີວິດປະຈໍາວັນຢູ່ໃນຊຸມຊົນແມ່ນມີການຫຼຸດຜ່ອນການຈໍາແນກແບ່ງແຍກ ແລະ ຜູ້ທີ່ມີຄວາມເປັນພິການໄດ້ມີສ່ວນຮ່ວມຫຼາຍຂື້ນ ຕົວຢ່າງ: ກໍລະນີຢູ່ບ້ານໂຄກສະຫວ່າງ, ລາວຖືກເຍາະເຍີ້ຍ ແລະ ຖືກແບ່ງແຍກຫຼັງຈາກຊຸມຊົນໄດ້ຮັບການຝືກອົບຮົມແມ່ນບໍ່ມີການຈໍາແນກ ແລະ ແບ່ງແຍກ.

ຝຶກອົບຮົມກ່ຽວກັບສຸຂະພາບຈິດ ແລະ ຈິດຕະວິທະຍາສັງຄົມຂັ້ນພື້ນຖານໃຫ້ແກ່ສະຫະພັນແມ່ຍິງ ແລະ ອາສາສະໝັກບ້ານເພື່ອໃຫ້ຄຳປຶກສາແກ່ບຸກຄົນ, ຄອບຄົວ ແລະ ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການ

ຈຸດປະສົງຂອງການຈັດຝຶກອົບຮົມກ່ຽວກັບສຸຂະພາບຈິດ ແລະ ຈິດຕະວິທະຍາສັງຄົມຂັ້ນພື້ນຖານໃຫ້ແກ່ສະຫະພັນແມ່ຍິງ ແລະ ອາສາສະໝັກບ້ານເພື່ອໃຫ້ຄຳປຶກສາແກ່ບຸກຄົນ, ຄອບຄົວ ແລະ ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການແມ່ນເພື່ອສ້າງຂີດຄວາມສາມາດທາງດ້ານການຊ່ວຍເຫຼືອໃຫ້ຄໍາປືກສາກ່ຽວກັບບັນຫາສຸຂະພາບຈິດໃຈ ແລະ ຈິດຕະສາດສັງຄົມຂັ້ນພື້ນຖານ ໃຫ້ແກ່ຜູ້ຕາງໜ້າກຸ່ມຊ່ວຍເຫຼືອຕົນເອງເພື່ອຈະສາມາດນຳໄປໃຫ້ຄຳປຶກສາແກ່ຄົນພິການ, ຄອບຄົວຄົນພິການ ແລະ ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການດ້ວຍກັນ.

ຝຶກອົບຮົມການໃຫ້ການຊ່ວຍເຫລືອທາງດ້ານສຸຂະພາບຈິດໃຫ້ແກ່ຜູ້ໃຫ້ບໍລິການດ້ານສຸຂະພາບ (ທ່ານໝໍພະຍາບານ) ຂັ້ນເມືອງ ແລະ ຂັ້ນບ້ານ

ພວກເຮົາໄດ້ສືບຕໍ່ຈັດຝຶກອົບຮົມກ່ຽວກັບການໃຫ້ການຊ່ວຍເຫຼືອທາງດ້ານສຸຂະພາບຈິດ ໃຫ້ແກ່ບັນດາຜູ້ໃຫ້ບໍລິການດ້ານສຸຂະພາບຄື: ທ່ານໝໍ, ພະຍາບານ, ສະຫະພັນແມ່ຍິງ, ອາສາສະໝັກຂັ້ນບ້ານ, ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ. ພວກເຮົາໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນກ່ຽວກັບຄວາມຄິດ, ຈິດໃຈຂອງຄົນພິການເປັນຫຼັກ. ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດນຳເອົາສິ່ງທີ່ໄດ້ຮຽນຮູ້ໄປນຳໃຊ້ສາມາດໃຫ້ການແນະນຳ ແລະ ໃຫ້ການຊ່ວຍເຫຼືອແກ່ຜູ້ພິການໄດ້ໃນຕໍ່ໜ້າ.

ຕິດຕາມ ແລະ ຝຶກສອນການປະຕິບັດຕົວຈິງໃຫ້ແກ່ຜູ້ທີ່ໄດ້ຝຶກອົບຮົມດ້ານສຸຂະພາບຈິດ

ໃນເດືອນ ພຶດສະພາ 2022, ພວກເຮົາໄດ້ລົງຕິດຕາມ ແລະ ຝຶກສອນການປະຕິບັດຕົວຈິງໃຫ້ແກ່ຜູ້ທີ່ໄດ້ຝຶກອົບຮົມດ້ານສຸຂະພາບຈິດຢູ່ຂັ້ນຊຸມຊົນ ແລະ ໃຫ້ຄໍາປືກສາກ່ຽວກັບ ສຸຂະພາບຈິດ ແລະ ຈິດຕະສາດສັງຄົມ ຂັ້ນພື້ນຖານ ໃຫ້ແກ່ ທ່ານໝໍ, ພະຍາບານ, ສະຫະພັນແມ່ຍິງ, ອາສາສະໝັກບ້ານ, ກຸ່ມເພື່ອນຊ່ວຍເພື່ອນຂອງຄົນພິການຢູ່ຂັ້ນຊຸມຊົນໃນ 10 ບ້ານເປົ້າໝາຍ ທີ່ເມືອງ ຈອມເພັດ, ແຂວງ ຫຼວງພະບາງ. ເຊິ່ງມີຜູ້ເຂົ້າທັງໝົດ 39 ທ່ານ, ຍິງ 12 ທ່ານ.

ສ້າງຄວາມສາມາດດ້ານວິຊາການໃຫ້ແກ່ຄູ່ຮ່ວມງານພາກລັດທີ່ກ່ຽວຂ້ອງທຸກຂັ້ນ

ກອງປະຊຸມປືກສາຫາລືກັບພາກສ່ວນກ່ຽວຂ້ອງກ່ຽວກັບກົນໄກປະສານງານ, ຂະບວນສົ່ງຕໍ່ຄົນພິການ

ກອງປະຊຸມປືກສາຫາລືກັບພາກສ່ວນກ່ຽວຂ້ອງ ກ່ຽວກັບກົນໄກການປະສານງານ ແລະ ຂະບວນການສົ່ງຕໍ່ຜູ້ພິການ ໄດ້ຈັດຂື້ນໃນວັນທີ 06 ພຶດສະພາ 2022, ໂດຍມີຜູ້ເຂົ້າຮ່ວມ 23 ທ່ານ (ຍິງ 9 ທ່ານ), ຜູ້ພິການ 5 ທ່ານ (ຍິງ 2 ທ່ານ). ເຊິ່ງເປັນກອງປະຊຸມທາງດ້ານວິຊາການ ເພື່ອປືກສາຫາລືຮ່ວມກັນກ່ຽວກັບການສົ່ງຕໍ່ຜູ້ພິການ ແລະ ເຊື່ອມສານກັບຂະແໜງການຕ່າງໆທີ່ກ່ຽວຂ້ອງພາຍໃນແຂວງ ຫຼວງພະບາງ ແລະ ເມືອງ ຈອມເພັດ ຂອງບ້ານເປົ້າ ໝາຍຂອງໂຄງການ ເພື່ອສ້າງກົນໄກການປະສານງານ ແລະ ການສົ່ງຕໍ່ໃຫ້ຖືກຕ້ອງຕາມຂະແໜງການທີ່ໃຫ້ບໍລິການແກ່ຜູ້ທີ່ມີຄວາມເປັນພິການ ເພື່ອໃຫ້ໄດ້ຮັບການບໍລິການທີ່ສົມເຫດສົມຜົນ ແລະ ມີສິດເທົ່າທຽມກັບຄົນອື່ນທີ່ຢູ່ໃນສັງຄົມໄດ້ຢ່າງສະດວກສະບາຍຂື້ນ, ເຊີ່ງຂະແໜງການທີ່ກ່ຽວຂ້ອງຈະໄດ້ແລກປ່ຽນວຽກງານຂອງແຕ່ລະຂະແໜງການ.

ເກັບກຳ ແລະ ເຜີຍແຜ່ບົດຮຽນທີ່ຖອດຖອນໄດ້ ແລະ ຕົວຢ່າງການປະຕິບັດທີ່ດີທີ່ສຸດກ່ຽວກັບການພັດທະນາແບບມີສ່ວນຮ່ວມ

ພວກເຮົາໄດ້ລົງເກັບກຳຂໍ້ມູນ ແລະ ຕິດຕາມການດຳລົງຊີວິດຂອງກຸ່ມເປົ້າໝາຍ, ພົບວ່າມີຫຼາຍກໍລະນີທີ່ຫຼັງຈາກໄດ້ຮັບຄວາມຊ່ວຍເຫຼືອຈາກໂຄງການແລ້ວກໍ່ສາມາດພັດທະນາຕົນເອງ, ຊ່ວຍເຫຼືອຕົນໄດ້, ບໍ່ສ້າງພາລະໃຫ້ຄົນອື່ນ ແລະ ຍັງສາມາດຊ່ວຍເຫຼືອຄອບຄົວໄດ້. ເຊິ່ງພວກເຮົາກໍ່ນຳເອົາເລື່ອງລາວຊີວິດຂອງກຸ່ມເປົ້າໝາຍມາຂຽນເປັນບົດເລື່ອງລາວຄວາມສໍາເລັດ (Success story) ຂອງໂຄງການ, ເພື່ອນຳເປັນໄປແບບຢ່າງທີ່ດີ ແລະ ເປັນບົດຮຽນໃຫ້ຄົນອື່ນຖອດຖອນໄດ້. ເປັນຕົ້ນແມ່ນເລື່ອງຂອງທ້າວ ກິ່ງ ດວງວິໄລ ຫົວໜ້າກຸ່ມຄົນພິການຢູ່ບ້ານ ໜອງຈອງ (ພິການທາງດ້ານຮ່າງກາຍ); ເລື່ອງຂອງທ່ານ ອອນຈັນ ຫົວໜ້າກຸ່ມຄົນພິການຢູ່ບ້ານ ໂຄກສະຫວ່າງ (ພິການທາງດ້ານການເບິ່ງເຫັນ); ເລື່ອງຂອງທ່ານ ຄຳຊາຍ ມະນີວົງ ຫົວໜ້າກຸ່ມຄົນພິການຢູ່ບ້ານ ປາກຫ້ວຍຄໍ້ (ພິການທາງດ້ານຮ່າງກາຍ).

ຝຶກອົບຮົມການພັດທະນາແບບມີສ່ວນຮ່ວມຂອງຄົນພິການໃຫ້ແກ່ພາກລັດ ແລະ ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ)

ພວກເຮົາຮ່ວມກັບຄູ່ຮ່ວມງານພາກລັດ ຈັດຝຶກອົບຮົມກ່ຽວກັບການພັດທະນາແບບມີສ່ວນຮ່ວມຂອງຄົນພິການ ໃຫ້ແກ່ຄະນະກຳມະການຄຸ້ມຄອງໂຄງການຂັ້ນເມືອງ, ຂັ້ນແຂວງ ແລະ ວິຊາການຂອງ ສະມາຄົມເພື່ອການພັດທະນາ ແລະ ປັບປຸງຊົນນະບົດ. ເຊິ່ງກິດຈະກຳນີ້ໄດ້ຈັດຂື້ນທີ່ ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ. ມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ລວມທັງໝົດ 34 ທ່ານ (ຍິງ 15 ທ່ານ). ຈຸດປະສົງເພື່ອໃຫ້ທີມງານຂອງໂຄງການ ແລະ ຄູ່ຮ່ວມງານພາກລັດໄດ້ເຂົ້າໃຈເລິກເຊິ່ງກ່ຽວກັບການຈັດຕັ້ງກິດຈະກຳຂອງຜູ້ພິການ. ກ່ອນການຝຶກອົບຮົມ, ຜູ້ອໍານວຍຄວາມສະດວກໄດ້ມີການແນະນຳແບບຟອມກ່ອນການຝຶກອົບຮົມ ແລະ ຫລັງການຝຶກອົບຮົມ, ແບບການນຳໃຊ້ຖ່າຍຮູບຈາກຜູ້ເຂົ້າຮ່ວມ ທຸກທ່ານໄດ້ອະນຸຍາດຕໍ່ກັບແບບຟອມຕ່າງໆ ໃຫ້ການຮ່ວມມືເປັນຢ່າງດີ ເຊິ່ງສະແດງອອກຢູ່ໃຫ້ເຫັນຕໍ່ກັບຄະແນນກ່ອນການຝຶກອົບຮົມມີ 73% ຫລັງການຝຶກອົບຮົມໄດ້ 84% ສະເລ່ຍຜົນອອກແມ່ນ 78.5% ເຊິ່ງມັນສະແດງອອກວ່າ ນັກສໍາມະນາກອນໄດ້ຄວາມຮູ້ຕໍ່ການພັດທະນາເພີ້ມຂື້ນ

ກຳນົດ ແລະ ສ້າງຕັ້ງທີມງານຜູ້ອຳນວຍຄວາມສະດວກ ເຊິ່ງປະກອບດ້ວຍຄົນພິການເພື່ອກວດສອບການເຂົ້າເຖີງສະຖານທີ່ ແລະ ການປະຕິບັດ

ພວກເຮົາໄດ້ສ້າງຕັ້ງທີມງານປະເມີນການເຂົ້າເຖິງຜູ້ພິການ ປະກອບມີ 10 ທ່ານ, ໂດຍຫ້ອງການປະສານງານຂອງ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ ປະຈຳແຂວງຫຼວງພະບາງ ຮ່ວມກັບອົງການຈັດຕັ້ງຄົນພິການ ໄດ້ ຈັດຝຶກອົບຮົມໃຫ້ກັບທີມງານໂຄງການ, ວິຊາການຂັ້ນເມືອງ, ຂັ້ນແຂວງ ແລະ ຕາງໜ້າກຸ່ມ 3 ບ້ານຄື: ບ້ານ ປາກຫ້ວຍຄໍ້, ບ້ານ ບວມເລົາ ແລະ ບ້ານ ໂຄກສະຫວ່າງ. ເພື່ອໃຫ້ທຸກພາກສ່ວນໄດ້ມີສ່ວນຮ່ວມ ແລະ ການປະກອບສ່ວນເຂົ້າໃນການເປັນຜູ້ອຳນວຍຄວາມສະດວກໃຫ້ກັບຊຸມຊົນ ໂດຍສະເພາະກໍ່ແມ່ນກຸ່ມຄົນພິການ. ໃນກິດຈະກຳດັ່ງກ່າວ, ພວກເຮົາໄດ້ຮ່າງແຜນການກວດສອບການເຂົ້າເຖິງສະຖານທີ່ ແລະ ການປະຕິບັດຂອງຄົນພິການ.

ປັບປຸງການວາງແຜນ, ລະບຽບນະໂຍບາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດໂຄງການ

ເພື່ອໃຫ້ໝາກຜົນຂອງໂຄງການໄດ້ຮັບປະສິດທິຜົນສູງສຸດ, ໃນທຸກເດືອນ, ທຸກໄຕມາດ ແລະ ທຸກປີ ພວກເຮົາຈະໄດ້ມີການຈັດກອງປະຊຸມຮ່ວມກັນ. ໃນປີທີ່ຜ່ານມາກໍ່ດຽວເຊັ່ນກັນ ພວກເຮົາໄດ້ເຂົ້າຮ່ວມກອງປະຊຸມທົບທວນຄືນວຽກງານ, ປັບປຸງການວາງແຜນ, ລະບຽບນະໂຍບາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດຂອງໂຄງການທີ່ເມືອງ ວັງວຽງ, ແຂວງ ວຽງຈັນ. ຈຸດປະສົງກໍ່ເພື່ອທົບທວນຄືນກ່ຽວກັບ 10 ນະໂຍບາຍ ແລະ ບັນດາຄູ່ມືຂອງສະມາຄົມ. ຫຼັງຈາກນັ້ນ, ທາງທີ່ປຶກສາໄດ້ຂຽນບົດລາຍງານ ພ້ອມດ້ວຍຂໍ້ແນະນຳເພື່ອປັບປຸງນະໂຍບາຍ ແລະ ຄູ່ມືຂອງສະມາຄົມ, ເຊິ່ງຜົນໄດ້ຮັບຂອງການທົບທວນຄືນແມ່ນ ການວາງແຜນ, ນະໂຍບາຍ ແລະ ຄູ່ມືຂອງສະມາຄົມ.

ປັບປຸງການວາງແຜນ, ລະບຽບນະໂຍບາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດໂຄງການ

ເພື່ອໃຫ້ໝາກຜົນຂອງໂຄງການໄດ້ຮັບປະສິດທິຜົນສູງສຸດ, ໃນທຸກເດືອນ, ທຸກໄຕມາດ ແລະ ທຸກປີ ພວກເຮົາຈະໄດ້ມີການຈັດກອງປະຊຸມຮ່ວມກັນ. ໃນປີທີ່ຜ່ານມາກໍ່ດຽວເຊັ່ນກັນ ພວກເຮົາໄດ້ເຂົ້າຮ່ວມກອງປະຊຸມທົບທວນຄືນວຽກງານ, ປັບປຸງການວາງແຜນ, ລະບຽບນະໂຍບາຍ ແລະ ຂັ້ນຕອນການຈັດຕັ້ງປະຕິບັດຂອງໂຄງການທີ່ເມືອງ ວັງວຽງ, ແຂວງ ວຽງຈັນ. ຈຸດປະສົງກໍ່ເພື່ອທົບທວນຄືນກ່ຽວກັບ 10 ນະໂຍບາຍ ແລະ ບັນດາຄູ່ມືຂອງສະມາຄົມ. ຫຼັງຈາກນັ້ນ, ທາງທີ່ປຶກສາໄດ້ຂຽນບົດລາຍງານ ພ້ອມດ້ວຍຂໍ້ແນະນຳເພື່ອປັບປຸງນະໂຍບາຍ ແລະ ຄູ່ມືຂອງສະມາຄົມ, ເຊິ່ງຜົນໄດ້ຮັບຂອງການທົບທວນຄືນແມ່ນ ການວາງແຜນ, ນະໂຍບາຍ ແລະ ຄູ່ມືຂອງສະມາຄົມ.

ສ້າງຄວາມສາມາດດ້ານວິຊາການໃຫ້ແກ່ຄູ່ຮ່ວມງານພາກລັດທີ່ກ່ຽວຂ້ອງທຸກຂັ້ນ

ຂໍ້ມູນສະຖິຕິຂອງຄົນພິການຢູ່ເມືອງ ຈອມເພັດ

ແຂວງ ຫຼວງພະບາງ ມີຄວາມເປັນລະບົບຫຼາຍຂື້ນ

ຜູ້ຊາຍ ແລະ ແມ່ຍິງພິການທຸກປະເພດມີສ່ວນຮ່ວມໃນການວາງແຜນ, ສາມາດຕັດສິນໃຈບັນຫາໃນແຜນງານ ແລະ ໂຄງການພັດທະນາຊຸມຊົນຕ່າງໆໄດ້

ການບໍລິການຕ່າງໆຢູ່ຂັ້ນຊຸມຊົນລວມທັງການບໍລິການດ້ານສຸຂະພາບຈິດ ໄດ້ຖືກສ້າງຕັ້ງຂື້ນ ແລະ ຖືກປັບປຸງແບບມີສ່ວນຮ່ວມ

ລະບົບການຈັດຕັ້ງ, ນະໂຍບາຍ ແລະ ການປະຕິບັດຂອງສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ ກາຍເປັນສະມາຄົມແບບມີສ່ວນຮ່ວມ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ

ເມືອງທ່າປາງທອງ, ເມືອງອາດສະພອນ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ

ຂໍ້ມູນກ່ຽວກັບໂຄງການ

ໂຄງການພັດທະນາຊຸມຊົນ ແບບມີສ່ວນຮ່ວມ ເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການແມ່ນໜຶ່ງໃນໂຄງການຂອງສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI) ທີ່ໄດ້ຈັດຕັ້ງປະຕິບັດຢູ່ເຂດຊົນນະບົດໃນ 2 ແຂວງຄື: 11 ບ້ານຢູ່ ເມືອງ ທ່າປາງທອງ, 14 ບ້ານຢູ່ ເມືອງ ອາດສະພອນ, ແຂວງ ສະຫວັນນະເຂດ ແລະ 5 ບ້ານຢູ່ ເມືອງ ດາກຈຶງ, ແຂວງ ເຊກອງ ລວມທັງໝົດ 30 ບ້ານ. ໂຄງການດັ່ງກ່າວໄດ້ຮັບທຶນຈາກ ອົງການເຂົ້າຈີ່ເພື່ອປະຊາກອນໂລກ ປະເທດເຢຍລະມັນ, ອົງການເວວເຮົາ ປະເທດໂອຕຣິດ ແລະ ອົງການຟາສເຕັນນອບເຟີ ປະເທດສະວິດເຊີແລນ ລວມ 841.063,52 ໂດລາສະຫາລັດ, ເຊິ່ງມີໄລຍະການຈັດຕັ້ງປະຕິບັດໂຄງການ ເລີ່ມຕັ້ງແຕ່ເດືອນ ກໍລະກົດ 2021 ຫາ ເດືອນ ທັນວາ 2023, ໂດຍໄດ້ມີການຮ່ວມມືກັບກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກຳ ແລະ ປ່າໄມ້.

ອີງຕາມການລົງສຳຫຼວດຂໍ້ມູນ ຂອງທີມງານກ່ອນການຈັດຕັ້ງປະຕິບັດໂຄງການເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ໃນເຂດຊົນນະບົດ ສ່ວນຫຼາຍມີຄວາມຕິດພັນກັບທຳມະຊາດ ແລະ ຫາລ້ຽງຊີບຕາມລະດູການ, ບາງຄອບຄົວກໍ່ຂາດອາຫານເພື່ອມາລ້ຽງຊີບຕົນເອງ ແລະ ຄອບຄົວ, ບາງຄອບຄົວກໍ່ຍັງຂາດຄວາມຮູ້ທາງດ້ານການປູກຝັງປະສົມປະສານທີ່ເຂົ້າກັບລະດູການ. ນອກເໜືອຈາກນັ້ນ, ການລ້ຽງສັດກໍ່ຍັງບໍ່ໄດ້ມາດຕະຖານຍ້ອນຄວາມຮູ້ວິຊາການດ້ານການລ້ຽງສັດທີ່ບໍ່ທັນເໝາະສົມຈຶ່ງເຮັດໃຫ້ເກີດມີສັດລົ້ມຕາຍໄປຕາມລະດູການ. ປັດໄຈຕ່າງໆເລົ່ານັ້ນໆເຮັດໃຫ້ມີຜົນກະທົບຕໍ່ການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນທ້ອງຖິ່ນໃນເຂດຊົນນະບົດ, ກໍ່ໃຫ້ເກີດໄພອຶດຫິວ ແລະ ທຸກຍາກນັບຕັ້ງແຕ່ຂັ້ນຄອບຄົວຕະຫຼອດຮອດຂັ້ນບ້ານ ແລະ ຊຸມຊົນ.

ຍ້ອນການຄຳນຶງເຖິງຄວາມສຳຄັນຂອງບັນຫາດັ່ງກ່າວ ຫຼາຍໆພາກສ່ວນໄດ້ໃຫ້ຄວາມສົນໃຈ ແລະ ຊອກຫາວິທີການເພື່ອແກ້ໄຂບັນຫານີ້ໃຫ້ກາຍເປັນການພັດທະນາແບບຍືນຍົງ. ດັ່ງນັ້ນ, ໂຄງການນີ້ຈຶ່ງໄດ້ເກີດຂື້ນ ເພື່ອປະກອບສ່ວນໃນການພັດທະນາແຜນເສດຖະກິດ-ສັງຄົມຂອງບັນດາກຸ່ມເປົ້າໝາຍ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນການປັບປຸງຄຸນນະພາບຊີວິດ ແລະ ການເປັນຢູ່ຂອງຊຸມຊົນທີ່ທຸກຍາກໃນເມືອງເປົ້າໝາຍເຂດຊົນນະບົດໃຫ້ໄດ້ຮັບການພັດທະນາດີຂ້ືນເທື່ອລະກ້າວ. ຜູ້ໄດ້ຮັບຜົນປະໂຫຍດໂດຍກົງໃນໂຄງການນີ້ແມ່ນ 500 ຄອບຄົວໃນບ້ານເປົ້າໝາຍຂອງໂຄງການ.

ໂຄງການພັດທະນາຊຸມຊົນ ແບບມີສ່ວນຮ່ວມ ເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ມີ 3 ກິດຈະກຳຫຼັກ ແລະ 12 ກິດຈະກຳຍ່ອຍ

1. ສົ່ງເສີມການຜະລິດກະສິກຳອິນຊີ ແລະ ສ້າງລາຍຮັບ

  • ສົ່ງເສີມການປູກເຂົ້າແບບອິນຊີ

  • ການປູກພືດປະສົມປະສານ ແລະ ການປູກເຫັດ

  • ການລ້ຽງສັດ

  • ສົ່ງເສີມການສ້າງວິຊາຊີບຫັດຖະກຳໃຫ້ຊຸມຊົນ

  • ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ

2. ສົ່ງເສີມການເຂົ້າເຖິງໂພສະນາການ ແລະ ການສື່ສານເພື່ອປ່ຽນແປງພຶດຕິກຳຂອງຊຸມຊົນ

  • ເຝິກອົບຮົມກ່ຽວກັບໂພສະນາການ ແລະ ການເຊື່ອມສານບົດບາດຍິງຊາຍໃຫ້ແກ່ວິຊາການຂັ້ນເມືອງ ແລະ ອາສາສະໝັກຂັ້ນບ້ານ

  • ສົ່ງເສີມການສ້າງຕັ້ງກຸ່ມແມ່ຍິງໄວຈະເລີນພັນ, ກອງປະຊຸມໃຫ້ຄວາມຮູ້ປູກຈິດສຳນຶກ ແລະ ການສາທິດປຸງແຕ່ງອາຫານ ແລະ ຖະໜອມອາຫານ

  • ອາສາສະໝັກບ້ານຕິດຕາມຢ້ຽມຢາມຄອບຄົວເປົ້າໝາຍ ແລະ ຈັດກອງປະຊຸມປະຈຳປີ

  • ສະໜັບສະໜູນກອງປະຊຸມຄະນະກຳມະການດ້ານໂພສະນາການ ແລະ ຄະນະກອງເລຂາດ້ານໂພສະນາການຂັ້ນເມືອງ

  • ສົ່ງເສີ່ມໃຫ້ຊຸມຊົນເຂົ້າເຖິງການນຳໃຊ້ນ້ຳສະອາດ ແລະວິດຖ່າຍທີ່ຖືກຫລັກສຸຂະອານາໄມ

3. ສົ່ງເສີມການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງຢືນຍົງ

  • ການໃຫ້ຄວາມຮູ້ແກ່ຄະນະພັດທະນາບ້ານກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດ, ທັກສະການເປັນຜຸ້ນຳ ແລະ ຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍ

  • ການສະໜັບສະໜູນການສ້າງຕັ້ງເຂດອານຸລັກຊັບພະຍາກອນທຳມະຊາດ ແລະ ການໃຫ້ຄວາມຮູ້ເຖິງຄວາມສຳຄັນຂອງປ່າໄມ້

ສົ່ງເສີມການຜະລິດກະສິກຳແບບອິນຊີ ແລະ ສ້າງລາຍຮັບ

ສົ່ງເສີມການປູກເຂົ້າແບບອິນຊີ

ກອງປະຊຸມເພື່ອຄັດເລືອກຄອບຄົວເປົ້າໝາຍໃນການຈັດຕັ້ງປະຕິບັດກິດຈະກຳໃນ 2 ພື້ນທີ່ຄື: ເມືອງ ອາດສະພອນ ແລະ ເມືອງ ທ່າປາງທອງ ໂດຍຮ່ວມກັບຄະນະຈຸດສຸມ, ວິຊາການຈາກຫ້ອງການກະສິກໍາ ແລະ ປ່າໄມ້, ວິຊາການຈາກຫ້ອງການພາຍໃນ ຕະຫຼອດຮອດການປົກຄອງບ້ານເຂົ້າຮ່ວມທັງໝົດ 324 ທ່ານ (ຍິງ 52 ທ່ານ). ທີມງານໄດ້ສໍາພາດຄອບຄົວເປົ້າໝາຍ ເພື່ອສົນທະນາເບີ່ງຄວາມພ້ອມ, ທ່າແຮງ ຂອງເຂົາເຈົ້າ ຕາມມາດຖານຂອງກິດຈະກຳ. ຫຼັງຈາກນັ້ນກໍ່ໄດ້ສໍາຫຼວດພື້ນທີ່ຕົວຈິງ ເຊິ່ງສາມາດສະຫຼຸບໄດ້ ມີຈໍານວນ 51 ຄອບຄົວ (ເມືອງທ່າປາງທອງ 25, ເມືອງອາດສະພອນ 26 ຄອບຄົວ) ທີ່ມີຄວາມພ້ອມ ແລະ ມີທ່າແຮງເໝາະສົມກັບມາດຖານຂອງກິດຈະກຳ. ຫຼັງຈາກນັ້ນ ໄດ້ມີການເຊັນບົດບັນທຶກຮ່ວມປະຕິບັດກິດຈະກຳ, ເຊິ່ງປັດຈຸບັນໄດ້ສະໜອງວັດຖຸອຸປະກອນກ່ຽວຂ້ອງເຊັ່ນ: ກາກນໍ້າຕານ, ຖັງດໍາ, ແນວພັນເຂົ້າທ່າສະໂນ 7 ແລະ ໄດ້ສໍາເລັດການເຊັນສັນຍາກັບຜູ້ຮັບເໝົາຂະຫຍາຍເນື້ອນທີ່ນາໂດຍຜ່ານຂະບວນການຄັດເລືອກຮ່ວມກັບຄູ່ຮ່ວມງານຂັ້ນເມືອງ ແລະ ໄດ້ສໍາເລັດການຂະຫຍາຍນາ ປະມານ 1,600 ຕາແມັດ/ຄອບຄົວ ລວມທັງໝົດ 8.82 ເຮັກຕາ (88,216 ຕາແມັດ).

ການປູກພືດປະສົມປະສານ ແລະ ການປູກເຫັດ

ກອງປະຊຸມເພື່ອຄັດເລືອກຄອບຄົວເປົ້າໝາຍໃນການຈັດຕັ້ງປະຕິບັດກິດຈະກຳໃນ 2 ພື້ນທີ່ຄື: ເມືອງ ອາດສະພອນ ແລະ ເມືອງ ທ່າປາງທອງ ໂດຍຮ່ວມກັບຄະນະຈຸດສຸມ, ວິຊາການຈາກຫ້ອງການກະສິກໍາ ແລະ ປ່າໄມ້, ວິຊາການຈາກຫ້ອງການພາຍໃນ ຕະຫຼອດຮອດການປົກຄອງບ້ານເຂົ້າຮ່ວມທັງໝົດ 324 ທ່ານ (ຍິງ 52 ທ່ານ). ທີມງານໄດ້ລົງສໍາພາດຄອບຄົວເປົ້າໝາຍ ເພື່ອສົນທະນາເພື່ອເບີ່ງຄວາມພ້ອມ ແລະ ທ່າແຮງຂອງເຂົາເຈົ້າ ໂດຍອີງໃສ່ມາດຖານຂອງກິດຈະກຳ . ຫຼັງຈາກນັ້ນກໍ່ໄດ້ສໍາຫຼວດພື້ນທີ່ຕົວຈິງ ເຊິ່ງສາມາດສະຫຼຸບໄດ້ຄື: ກິດຈະກຳປູກພືດມີ 26 ຄອບຄົວ (ເມືອງ ອາດສະພອນ 16 ແລະ ເມືອງ ທ່າປາງທອງ 10 ຄອບຄົວ); ກິດຈະກຳປູກເຫັດ 13 ຄອບຄົວ (ເມືອງ ອາດສະພອນ 10 ແລະ ເມືອງ ທ່າປາງທອງ 3 ຄອບຄົວ) ທີ່ມີຄວາມພ້ອມ ແລະ ມີທ່າແຮງສອດຄ່ອງກັບມາດຖານຂອງກິດຈະກຳ. ຫຼັງຈາກນັ້ນໄດ້ມີການເຊັນບົດບັນທຶກຮ່ວມການປະຕິບັດກິດຈະກໍາແລ້ວ ແລະ ໄດ້ສະໜອງວັດຖຸອຸປະກອນ ແລະ ແນວພັນສໍາເລັດ.

ກິດຈະກຳການລ້ຽງແບ້

ໄດ້ຈັດກອງປະຊຸມເພື່ອຄັດເລືອກຄອບຄົວເປົ້າໝາຍໃນການຈັດຕັ້ງປະຕິບັດກິດຈະກຳໃນ 2 ພື້ນທີ່ຄື: ເມືອງອາດສະພອນ ແລະ ທ່າປາງທອງ ຮ່ວມກັບຄະນະຈຸດສຸມ, ວິຊາການຈາກຫ້ອງການກະສິກໍາ ແລະ ປ່າໄມ້, ວິຊາການຈາກຫ້ອງການພາຍໃນ ແລະການປົກຄອງບ້ານເຂົ້າຮ່ວມທັງໝົດ 324 ທ່ານ (ຍິງ 52 ທ່ານ). ທີມງານໄດ້ລົງສໍາພາດຄອບຄົວເປົ້າໝາຍ ເພື່ອສົນທະນາຄວາມພ້ອມ, ທ່າແຮງ ຂອງຄອບຄົວເປົ້າໝາຍຕາມມາດຖານຂອງກິດຈະກຳ ຫຼັງຈາກນັ້ນໄດ້ສໍາຫຼວດພື້ນທີ່ຕົວຈິງ ເຊິ່ງສາມາດສະຫຼຸບໄດ້ 63 ຄອບຄົວ (ເມືອງ ອາດສະພອນ 33 ແລະ ເມືອງ ທ່າປາງທອງ 30 ຄອບຄົວ) ທີ່ມີຄວາມພ້ອມ ແລະ ມີທ່າແຮງເໝາະສົມກັບມາດຖານຂອງກິດຈະກຳ. ຫຼັງຈາກນັ້ນໄດ້ມີການເຊັນບົດບັນທຶກຮ່ວມການປະຕິບັດກິດຈະກໍາແລ້ວ ແລະ ໄດ້ສະໜອງແບ້ 252 ໂຕ (4 ໂຕ/ຄອບຄົວ ໃນນັ້ນ ຜູ້ 1, ແມ່ 3 ໂຕ); ສໍາເລັດການຝຶກອົບຮົມໂດຍເນັ້ນໜັກການເບີ່ງແຍງດູແລ, ການສັກຢາວັກຊີນ ແລະ ການປິ່ນປົວໃຫ້ແກ່ຄອບຄົວເປົ້າໝາຍ ແລະ ໄດ້ສະໜອງວັດຖຸອຸປະກອນ ແລະ ຢາສໍາລັບປິ່ນປົວທີ່ຈໍາເປັນໃນຊ່ວງການປະຕິບັດກິດຈະກຳປີທໍາອິດ.

ກິດຈະກຳການລ້ຽງກົບ

ໄດ້ຈັດກອງປະຊຸມເພື່ອຄັດເລືອກຄອບຄົວເປົ້າໝາຍໃນ ເມືອງ ອາດສະພອນ ຮ່ວມກັບຄະນະຈຸດສຸມ, ວິຊາການຈາກຫ້ອງການກະສິກໍາ ແລະ ປ່າໄມ້, ວິຊາການຈາກຫ້ອງການພາຍໃນ, ຊາວບ້ານ ແລະ ການປົກຄອງບ້ານເຂົ້າຮ່ວມທັງໝົດ 172 ທ່ານ (ຍິງ 14 ທ່ານ). ທີມງານໄດ້ສໍາພາດຄອບຄົວເປົ້າໝາຍ ເພື່ອສົນທະນາຄວາມພ້ອມ ແລະ ທ່າແຮງ ຂອງເຂົ້າເຈົ້າ ເຊີ່ງເຫັນໄດ້ວ່າ 14 ຄອບຄົວ ມີຄວາມເໝາະສົມຕາມມາດຖານ ແລະ ໄດ້ເຊັນບົດບັນທຶກຮ່ວມການປະຕິບັດກິດຈະກຳສໍາເລັດແລ້ວ. ຫຼັງຈາກນັ້ນໄດ້ຝຶກອົບຮົມທາງດ້ານເຕັກນິກການລ້ຽງກົບ ໂດຍວິຊາການລ້ຽງສັດຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຮ່ວມກັບວິຊາການໂຄງການ. ການຝຶກອົບຮົມໄດ້ເນັ້ນໜັກການດູແລເອົາໃຈໃສ່, ການສ້າງອາຫານ; ສໍາລັບກິດຈະກຳນີ,້ ໄດ້ສະໜອງອຸປະກອນເຊັ່ນ: ອ່າງລ້ຽງກົບ 2x3 ແມັດ, ຫົວອາຫານ 1 ສອບ ແລະ ລູກກົບ 500 ໂຕຕໍ່ຄອບຄົວ ໃຫ້ແກ່ 8 ຄອບຄົວ; ສ່ວນອີກ 6 ຄອບຄົວແມ່ນເລື່ອນໄປສະໜອງປີຕໍ່ໄປ ເນື່ອງຈາກວ່າ ຊ່ວງນີ້ແມ່ນບໍ່ເໝາະສົມໃນການລ້ຽງກົບຈະເຮັດໃຫ້ກົບບໍ່ກິນອາຫານ.

ກິດຈະກຳການລ້ຽງປາ

ໄດ້ຈັດກອງປະຊຸມເພື່ອຄັດເລືອກຄອບຄົວເປົ້າໝາຍໃນ 2 ພື້ນທີ່ຄື: ເມືອງ ອາດສະພອນ ແລະ ເມືອງ ທ່າປາງທອງ ຮ່ວມກັບຄະນະຈຸດສຸມ, ວິຊາການຈາກຫ້ອງການກະສິກໍາ ແລະ ປ່າໄມ້, ວິຊາການ ຈາກໂຄງການ ເຊິ່ງມີຊາວບ້ານ ແລະ ການປົກຄອງບ້ານເຂົ້າຮ່ວມທັງໝົດ 324 ທ່ານ (ຍິງ 52 ທ່ານ), ທີມງານໄດ້ສໍາພາດຄອບຄົວເປົ້າໝາຍ ເພື່ອສົນທະນາຄວາມພ້ອມ ແລະ ທ່າແຮງ ຂອງເຂົ້າເຈົ້າ ເຊີ່ງສາມາດສະຫຼຸບໄດ້ວ່າ:​ ກິດຈະກຳລ້ຽງປາດຸກມີ 18 ຄອບຄົວ ທີ່ມີຄວາມເໝາະສົມຕາມມາດຖານ ແລະ ໄດ້ເຊັນບົດບັນທຶກຮ່ວມການປະຕິບັດກິດຈະກຳສໍາເລັດແລ້ວ. ຫຼັງຈາກນັ້ນ ໄດ້ຝຶກອົບຮົມທາງດ້ານເຕັກນິກການລ້ຽງປາ ໂດຍວິຊາການລ້ຽງສັດຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຮ່ວມກັບວິຊາການໂຄງການ. ໃນການຝຶກອົບຮົມແມ່ນໄດ້ເນັ້ນໜັກການດູແລເອົາໃຈໃສ່, ການສ້າງອາຫານ; ສໍາລັບກິດຈະກຳນີ້ ບໍ່ໄດ້ສະໜອງໃນປີນີ້ເນື່ອງຈາກວ່າ ລະດູການລ້ຽງປາດຸກບໍ່ເໝາະສົມ ເພາະຈະເຮັດໃຫ້ປາບໍ່ກິນອາຫານ; ສຳລັບກິດຈະກຳໜອງດິນມີ 7 ຄອບຄົວ (ເມືອງ ອາດສະພອນ 4 ແລະ ເມືອງ ທ່າປາງທອງ 3 ຄອບຄົວ) ທີ່ມີຄວາມເໝາະສົມຕາມມາດຖານ ແລະ ໄດ້ເຊັນບົດບັນທຶກຮ່ວມການປະຕິບັດກິດຈະກຳສໍາເລັດແລ້ວ. ຫຼັງຈາກນັ້ນໄດ້ມີການຝຶກອົບຮົມທາງດ້ານເຕັກນິກການລ້ຽງປາ ໂດຍວິຊາການລ້ຽງສັດຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຮ່ວມກັບວິຊາການໂຄງການ. ໃນການຝຶກອົບຮົມແມ່ນໄດ້ເນັ້ນໜັກການດູແລເອົາໃຈໃສ່, ການສ້າງອາຫານ ສ່ວນໜອງປາດິນ/ຝາຍ ແມ່ນຍັງບໍ່ສາມາດດຸດໜອງໄດ້ເນື່ອງຈາກວ່າດິນຍັງບວມນໍ້າຢູ່ຕ້ອງໄດ້ເລື່ອນເປັນປີຕໍ່ໄປ.

ເຝິກອົບຮົມກ່ຽວກັບໂພສະນາການ ແລະ ການເຊື່ອມສານບົດບາດຍິງຊາຍໃຫ້ແກ່ວິຊາການຂັ້ນເມືອງ ແລະ ອາສາສະໝັກຂັ້ນບ້ານ

ການຝຶກອົບຮົມແລກປ່ຽນບົດຮຽນດັງກ່າວ ໄດ້ຈັດຂຶ້ນໃນຄັ້ງວັນທີ 22-25/11/21 ເປັນເວລາ 4 ວັນ ທີ່ຫ້ອງປະຊຸມຫ້ອງການກະສິກຳ-ປ່າໄມ້ ເມືອງ ອາດສະພອນ, ກ່າວເປີດພິທີໂດຍ ທ່ານນາງ ພອນທະວີ ລາດບໍວອນ ຮອງເຈົ້າເມືອງໆ ອາດສະພອນ. ການຝຶກແມ່ນຝຶກທາງອອນລາຍ ແລະ ເຊິ່ງໜ້າໂດຍທີມຄູຝຶກຈາກນະຄອນຫຼວງວຽງຈັນ ແລະ ຜູ້ເຂົ້າຮ່ວມເຕົ້າໂຮມກັນ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 17 ທ່ານ, ຈາກພະແນກສາທາລະນະສຸກແຂວງ 2 ທ່ານ, ຈາກຫ້ອງການສາທາລະນະສຸກເມືອງ 2 ທ່ານ, ຈາກຫ້ອງການກະສິກຳ 2 ທ່ານ, ຈາກຫ້ອງການສະຫະພັນແມ່ຍິງ 1 ທ່ານ, ໂຮງໝໍນ້ອຍໂນນມີໃຊ 2 ທ່ານ, ໂຮງໝໍນ້ອຍໂພນງາມ 2 ທ່ານ, ໂຮງໝໍ່ນ້ອຍນາເລົ່າ 1 ທ່ານ, ໂຮງໝໍນ້ອຍແກ້ງໝົ້ມ 1 ທ່ານ, ໂຮງໝໍນ້ອຍວຽງໄຊ 1 ທ່ານ, ແລະ ວິຊາການສະມາຄົມ 3 ທ່ານ. ຫົວຂໍ້ໃນການຝຶກແມ່ນເນັ້ນໜັກເລື່ອງ ລະບົບການຮຽນຮູ້ການປະຕິບັດຕົວຈິງດ້ານບົດບາດຍິງ-ຊາຍ (GALS); ການເຊື່ອມໂຍງດ້ານການກະສີກໍາ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ໂພຊະນາການ (LANN) ແລະ ການປ່ຽນແປງພຶດຕິກຳທາງສັງຄົມ (SBCC).

ສົ່ງເສີມການເຂົ້າເຖິງໂພສະນາການ ແລະ ການສື່ສານເພື່ອປ່ຽນແປງພຶດຕິກຳຂອງຊຸມຊົນ

ສົ່ງເສີມການສ້າງຕັ້ງກຸ່ມແມ່ຍິງໄວຈະເລີນພັນ, ກອງປະຊຸມໃຫ້ຄວາມຮູ້ປູກຈິດສຳນຶກ ແລະ ການສາທິດປຸງແຕ່ງອາຫານ ແລະ ຖະໜອມອາຫານ

ໄດ້ສໍາເລັດການເກັບກຳຂໍ້ມູນເດັກນ້ອຍ ເພື່ອເປັນຂໍ້ມູນພື້ນຖານ ໃນການປະຕິບັດກິດຈະກຳໃນ 14 ບ້ານເປົ້າໝາຍທີ່ເມືອງ ສະອາດສະພອນ ຮ່ວມກັບວິຊາການຫ້ອງການສາທາເມືອງ, ສຸກສາລາ ແລະ ຈຸດສຸມ. ໃນການເກັບກໍາຂໍ້ມູນຄັ້ງນີ້ ແມ່ນໄດ້ຕິດນໍ້າໜັກ, ແທກລວງສູງ ແລະ ເກັບຂໍ້ມູນພື້ນຖານຄອບຄົວທີ່ມີເດັກນ້ອຍເກນອາຍຸ 5 ປີລົງມາ ເຊິ່ງສາມາດສະຫຼູບໄດ້ດັ່ງນີ້: ຈໍານວນເດັກນ້ອຍເກນອາຍຸ 5 ປີທັງໝົດ 744 ຄົນ (ຈໍານວນ 573 ຫຼັງຄາ). ໃນນັ້ນ, ອັດຕາເດັກລູ່ມ 5 ປີທີ່ມີນໍ້າໜັກຫຼຸດມາດຖານ 22% (166 ຄົນ), ອັດຕາເດັກລຸ່ມ 5 ປີທີ່ມີລວງສູງບໍ່ໄດ້ມາດຖານ 34% (255 ຄົນ).

ສົ່ງເສີ່ມໃຫ້ຊຸມຊົນເຂົ້າເຖິງການນຳໃຊ້ນໍ້າສະອາດ

ໄດ້ສໍາເລັດການເກັບຂໍ້ມູນ ແລະ ການເຈາະບາດານ ໃນ ເມືອງ ອາດສະພອນ, ເມືອງ ທ່າປາງທອງ ແລະ ດາກຈຶງ ໂດຍຮ່ວມກັບວິຊາການຫ້ອງການສາທາລະນາສຸກເມືອງ, ຜູ້ປະສານໂຄງການຂັ້ນເມືອງ ແລະ ການປົກຄອງບ້ານເປົ້າໝາຍ. ຈາກການສໍາຫຼວດພື້ນທີ່ຕົວຈິງເຫັນວ່າ: ສາມາດກຳນົດຈຸດເຈາະບາດານທີ່ຖືກຕ້ອງຕາມມາດຖານຈໍານວນ 26 ບໍ່ (ເມືອງ ອາດສະພອນ 15 ບໍ່, ທ່າປາງທອງ 11 ບໍ່) ແລະ ໄດ້ສໍາເລັດການເຊັນສັນຍາກັບຜູ້ຮັບເໝົາເຈາະບາດານ ໂດຍຜ່ານຂະບວນການຄັດເລືອກຮ່ວມກັບຄູ່ຮ່ວມງານຂັ້ນເມືອງ. ມາຮອດປະຈຸບັນ ໄດ້ສໍາເລັດການເຈາະແລ້ວ 14 ບໍ່ ໃນເມືອງອາສະພອນ, ສ່ວນອີກ 1 ບໍ່ແມ່ນເປັນພື້ນທີ່ບໍ່ມີນໍ້າ ເຊິ່ງທາງວິຊາການ, ບ້ານ ແລະ ຜູ້ຮັບເໝົາໄດ້ມີການປຶກສາຫາລື ແລະ ເລືອກຈຸດເຈາະຫຼາຍບ່ອນແຕ່ກໍ່ບໍ່ສາມາດມີນໍ້າພຽງພໍ. ສໍາລັບເມືອງທ່າປາງທອງແມ່ນ ຢູ່ໃນຊ່ວງດຳເນີນການ. ໄດ້ສໍາເລັດການສໍາຫຼວດ ແລະ ອອກແບບການສ້ອມແປງນໍ້າລິນຈໍານວນ 2 ແຫ່ງໃນ 2 ບ້ານ ຂອງເມືອງດາກຈຶງ. ໄດ້ຄັດເລືອກຄະນະກຳມະການ, ຮ່າງລະບຽບການຄຸ້ມຄອງນໍ້າໃຊ້ນໍ້າລິນຂັ້ນບ້ານສໍາເລັດ, ສ່ວນການສະໜອງອຸປະກອນ ແລະ ການສ້ອມແປງແມ່ນ ປະຕິບັດໃນປີຕໍ່ໄປ.

ສົ່ງເສີ່ມໃຫ້ຊຸມຊົນເຂົ້າເຖິງການນຳໃຊ້ວິດຖ່າຍທີ່ຖືກຫລັກສຸຂະອານາໄມ

ໄດ້ສໍາເລັດການເກັບກໍາຂໍ້ມູນຮ່ວມກັບວິຊາການຈາກຫ້ອງການສາທາລະນາສຸກເມືອງ ໂດຍສົມທົບກັບສຸກສາລາໂພນງາມ ແລະ ໂນນມີໄຊ ໃນ 7 ບ້ານເປົ້າໝາຍເມືອງ ອາດສະພອນ ຄື: ຜັກກະດາ, ຊຽງອ້ວນ, ນານ້ອຍ, ໂນນມີໄຊ, ຄໍາພູ, ກາງທ່າ, ດົງຄໍາກວນ ເພື່ອເກັບກໍາຂໍ້ມູນໃນການສະໜອງວິດຖ່າຍໃຫ້ແກ່ຄອບຄົວເປົ້າໝາຍທີ່ເດັກນ້ອຍເກນອາຍຸ 5 ປີລົງມາ. ຈາກການເກັບກໍາຂໍ້ມູນເຫັນວ່າ ຈໍານວນ ຄອບຄົວທີ່ມີເດັກນ້ອຍເກນອາຍຸ 5 ປີລົງມາມີຫຼາຍເກີນແຜນທີ່ຂຶ້ນໄວ້ (150 ຄອບຄົວ) ດັ່ງນັ້ນ ຈຶ່ງໄດ້ມີການປຶກສາຫາລືກັບ ຫ້ອງການສາທາລະນະສຸກເມືອງ. ສະນັ້ນ, ຈະໄດ້ຈັດບຸລິມະສິດໃນການສະໜອງວິດຖ່າຍໃຫ້ແກ່ຄອບຄົວເດັກລຸ່ມ 5 ປີທີ່ມີນ້ຳໜັກຫຼຸດມາດຖານ ແລະ ລວງສູງ ຫຼຸດມາດຖານກ່ອນ ເຊິ່ງສາມາດສະຫຼູບ ຂໍ້ມູນໄດ້ທັງໝົດ ຈໍານວນ 99 ຄອບຄົວ ແລະ ໄດ້ສໍາເລັດການເຊັນສັນຍາກັບຜູ້ຮັບເໝົາສະໜອງອຸປະກອນເຊັ່ນ: ແຄ່ງວິດ, ຫົວວິດ, ສັງກະສີ, ທໍ່ PVC18, ທໍ່ PVC100 ໂດຍຜ່ານຂະບວນການຄັດເລືອກຮ່ວມກັບຄູ່ຮ່ວມງານຂັ້ນເມືອງ ແລະ ໄດ້ສໍາເລັດການສະໜອງວັດຖຸອຸປະກອນດັ່ງກ່າວ.

ການສະໜັບສະໜູນການສ້າງຕັ້ງເຂດອະນຸລັກຊັບພະຍາ ກອນທຳມະຊາດ ແລະ ການໃຫ້ຄວາມຮູ້ເຖິງຄວາມສຳຄັນຂອງປ່າໄມ້

ໄດ້ຈັດກອງປະຊຸມກ່ຽວກັບການສ້າງຕັ້ງເຂດອະນຸລັກຊັບພະຍາກອນທໍາມະຊາດຂຶ້ນໃນ 3 ພື້ນທີ່ຄື: ເມືອງອາດສະພອນ, ເມືອງ ທ່າປາງທອງ ແລະ ເມືອງ ດາກຈຶງ ໂດຍສົມທົບກັບ ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການຊັບພະຍາກອນ ແລະ ສິ່ງແວດລ້ອມເມືອງ. ກອງປະຊຸມໄດ້ເຫັນດີສ້າງເຂດສະຫງວນຂຶ້ນ 9 ແຫ່ງ (ອາດສະພອນ 1, ທ່າປາງທອງ 3 ແລະ ດາກຈຶງ 5 ແຫ່ງ). ຫຼັງຈາກນັ້ນທີມງານໄດ້ ດຳເນີນການສໍາຫຼວດພື້ນທີ່ສ້າງເຂດສະຫງວນ ແລະ ໄດ້ມີການຄັດເລືອກຄະນະກຳມະການ ຈໍານວນ 16 ທ່ານ/ບ້ານ, ຍິງ 3 ຄົນ ແລະ ຮ່າງລະບຽບການຄຸ້ມຄອງໃນຂັ້ນບ້ານໄດ້ສໍາເລັດ. ປະຈຸບັນແມ່ນຍັງຢູ່ໃນຊ່ວງການມີຄໍາເຫັນຂອງໂຄງການການ ແລະ ວິຊາການຂັ້ນເມືອງ ແລະ ສໍາຫຼວດເນຶ້ອທີ່ໂຕຈິງເພື່ອກຽມປ້າຍສໍາລັບເຂດສະຫງວນ.

ສົ່ງເສີມການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງຢືນຍົງ

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ

ເມືອງໄຊພູທອງ, ແຂວງສະຫວັນນະເຂດ

ຂໍ້ມູນກ່ຽວກັບໂຄງການ

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ ແມ່ນໜຶ່ງໃນໂຄງການຂອງສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ), ທີ່ໄດ້ຈັດຕັ້ງປະຕິບັດຢູ່ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ. ໂຄງການນີ້ໄດ້ຮັບທຶນຈາກ U.S Agency for international Development ແລະ Humanity & Inclusion, ມູນຄ່າ 1,865,611,957 ກີບ. ເຊິ່ງມີໄລຍະການຈັດຕັ້ງປະຕິບັດໂຄງການໃນໄລຍະວັນທີ 1 ເມສາ 2019 – 31 ພຶດສະພາ 2022, ໂດຍໄດ້ມີການຮ່ວມມືກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ.

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ ເປັນວຽກງານໜຶ່ງທີ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນ SDG 10 ຄື: ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ, ໃນ SDG 18 ຄື: ຊີວິດທີ່ປອດໄພຈາກລະເບີດທີ່ບໍ່ທັນແຕກ, ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງເພື່ອການພັດທະນາແຫ່ງຊາດ ແລະ ກໍ່ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX ເຊິ່ງນອນຢູ່ເປົ້າໝາຍທີ 2 ໃນແຜນວຽກຈຸດສຸມທີ 3 ຄື: ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ, ໄວໜຸ່ມ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະ ໄດ້ຮັບການພັດທະນາ ແລະ ປະກອບສ່ວນຢ່າງເຕັມທີ່ໃນການພັດທະນາເສດຖະກິດສັງຄົມ ແລະ ໃນແຜນວຽກຈຸດສຸມທີ 5: ການກວດກູ້ລະເບີດບໍ່ທັນແຕກ ແລະ ຊິວິດຂອງປະຊາຊົນມີຄວາມປອດໄພຈາກລະເບີດບໍ່ທັນແຕກເພີ້ມຂື້ນເທື່ອລະກ້າວ.

ຈາກການລົງປະເມີນຂອງທີມງານກ່ອນການຈັດຕັ້ງປະຕິບັດໂຄງການບອກໃຫ້ຮູ້ວ່າ ໃນສັງຄົມຍັງພົບເຫັນຄົນພິການຫຼາຍຄົນທີ່ຍັງບໍ່ສາມາດເຂົ້າຮ່ວມກິດຈະກຳ, ເປັນພຽງຜູ້ທີ່ໄດ້ຢູ່ພຽງແຕ່ເບື້ອງຫຼັງ, ບໍ່ໄດ້ຮັບຄວາມເທົ່າທຽມໃນສັງຄົມ ເປັນຕົ້ນແມ່ນ ການເຂົ້າເຖິງການສຶກສາ, ໂອກາດໃນການໄດ້ຮັບຄວາມຊ່ວຍເຫຼືອ ລວມໄປເຖິງການບໍລິການທາງສັງຄົມໃນຊຸມຊົນໄດ້ຢ່າງເຕັມທີ່. ເຊິ່ງການຂາດການມີສ່ວນຮ່ວມຢ່າງເຕັມສ່ວນຂອງຄົນພິການນີ້ ແມ່ນບັນຫາທີ່ສຳຄັນສຳລັບການພັດທະນາປະເທດລາວ. ດັ່ງນັ້ນ, ຈື່ງໄດ້ເກີດມີໂຄງການນີ້ມາ ເພື່ອປັບປຸງຄວາມຍືນຍົງ, ຄວາມສາມາດໃນການດຳລົງຊີວິດ ແລະ ການເປັນຢູ່ແບບອິດສະຫຼະຂອງຄົນພິການ. ໂດຍບໍ່ໄດ້ຈຳແນກເຖິງປັດໄຈເຊັ່ນ: ອາຍຸ, ການສະແດງອອກບົດບາດຍິງຊາຍ, ຊົນເຜົ່າ ຫຼື ຖານະຊົນເຜົ່າພື້ນເມືອງ ແລະ ທີ່ຢູ່ອາໄສຂອງພວກເຂົາເຈົ້າ. ຜູ້ໄດ້ຮັບຜົນປະໂຫຍດແມ່ນຜູ້ທີ່ມີຄວາມພິການ ແລະ ຄະນະບ້ານ ຢູ່ໃນ 16 ບ້ານ ຂອງເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ. ທາງໂຄງການມີຄາດຄະເນຜົນຮັບໄວ້ດັ່ງນີ້:

  • 10841 ຜູ້ທີ່ມີຄວາມພິການໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ.

  • 160 ຜູ້ທີ່ມີຄວາມພິການໄດ້ຮັບການຝຶກອົບຮົມ.

  • 72 ຜູ້ທີ່ມີຄວາມພິການໄດ້ຮັບການສ້າງຄວາມເຂັ້ມແຂງ.

  • 1790 ຜູ້ທີ່ມີຄວາມພິການໄດ້ຮັບບໍລິການທາງ ສາທາລະນະສຸກ.

  • 557 ຜູ້ທີ່ມີຄວາມພິການສາມາດປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ.

  • 8844 ກຸ່ມເປົ້າໝາຍໄດ້ຮັບຮູ້ຂໍ້ມູນ ແລະ ທັກສະທີ່ເພີ້ມຂຶ້ນ.

  • 180 ຜູ້ທີ່ມີຄວາມພິການມີຄວາມສາມາດໃນການຊອກຫາວຽກເຮັດງານທຳ.

  • 50% ຂອງການມີສ່ວນຮ່ວມຂອງແມ່ຍິງເຂົ້າໃນການດຳເນີນໂຄງການ.

  • 140 ຄົນໃນກຸ່ມເປົ້າໝາຍທີ່ໄດ້ຮັບວຽກເຮັດງານທຳທີ່ດີຂຶ້ນ.

  • 100 ຄົນພິການທີ່ສາມາດພັດທະນາຊີວິດການເປັນຢູ່ທີ່ພຽງພຮ່ວມກັບຄອບຄົວຂອງພວກເຂົາ.

ການສົ່ງເສີມດ້ານສຸຂະພາບ

ພວກເຮົາໄດ້ໃຫ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫຼືອຄົນພິການໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານສຸຂະພາບ, ເພາະວ່າສຸຂະພາບຂອງຜູ້ພິການແມ່ນສຳຄັນຫຼາຍ ບໍ່ວ່າຈະເປັນສຸຂະພາບທາງກາຍ ຫຼື ສຸຂະພາບທາງຈິດໃຈ. ທີມງານຈຶ່ງໄດ້ຈັດສັນກິດຈະກຳຕ່າງໆທີ່ຈະລົງປະຕິບັດຕາມພື້ນທີ່ເປົ້າໝາຍດັ່ງນີ້:

ສະໜັບສະໜູນ-ສົ່ງຕໍ່ດ້ານສຸຂະພາບ ແລະ ຟື້ນຟູໜ້າທີ່ການເພື່ອສະໜອງເຄື່ອງຊ່ວຍດ້ານເຕັກໂນໂລຊີ (AT) ທີ່ເໝາະສົມ ແລະ ສ້າງພາກປະຕິບັດທີ່ດີ.

ພວກເຮົາໃນນາມທີມງານໂຄງການໄດ້ລົງຈັດຕັ້ງປະຕິບັດກິດຈະກຳຫຼາຍຢ່າງເພື່ອ ເປັນການສະໜັບສະໜູນດ້ານສຸຂະພາບ ແລະ ສະໜອງເຄື່ອງຊ່ວຍດ້ານເຕັກໂນໂລຊີໃຫ້ກັບກຸ່ມເປົ້າໝາຍເຊັ່ນ: ໄດ້ລົງສໍາພາດກ່ຽວກັບການຊ່ວຍເຫຼືອດ້ານໜ້າທີ່ການ, ໄດ້ມອບເຄື່ອງຊ່ວຍຟັງໃຫ້ກັບກຸ່ມເປົ້າໝາຍຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານການໄດ້ຍິນ, ໄດ້ສະໜອງເຂົ້າສານໃຫ້ຄອບຄົວຜູ້ທີ່ມີເຂົ້າກິນບໍ່ພຽງພໍໃນແຕ່ລະປີ, ໄດ້ຈັດກິດຈະກໍາເພີ່ມຄວາມຮັບຮູ້ການປ່ຽນແປງພຶດຕິກຳທາງສັງຄົມ, ໄດ້ລົງຕິດຕາມ ແລະ ຊຸກຍູ້ ກິດຈະກໍາສ້າງລາຍຮັບທີ່ສະໜອງສັດລ້ຽງໃຫ້ເຂົາເຈົ້າ ປະກອບມີ: ກິດຈະກໍາການລ້ຽງແບ້, ການລ້ຽງໄກ່, ການລ້ຽງໝູ, ການລ້ຽງປາ ແລະ ຂາຍເຄື່ອງຍ່ອຍ. ຈຸດປະສົງກໍເພື່ອສະໜັບສະໜູນດ້ານສຸຂະພາບ ແລະ ຊ່ວຍເຫຼືອກຸ່ມເປົ້າໝາຍໃຫ້ມີຊີວິດທີ່ດີຂື້ນກວ່າເກົ່າ.

ໂຄສະນາສົ່ງເສີມ ການຟື້ນຟູໜ້າທີ່ການໃຫ້ເປັນສ່ວນໜື່ງຂອງການດູແລສຸຂະພາບແບບຕໍ່ເນື່ອງ.

ພວກເຮົາຍັງໄດ້ສືບຕໍ່ລົງຈັດກິດຈະກຳສຳພາດກຸ່ມເປົ້າໝາຍເຂົ້າໃໝ່ເປັນຮອບທີສອງ ໂດຍລົງເອົາຂໍ້ມູນຕົວຈິງຢູ່ເຮືອນຂອງກຸ່ມເປົ້າໝາຍ, ລົງຈັດກິດຈະກຳການດັດປັບລໍ້ເລື່ອນ ແລະ ຕັ່ງນັ່ງຖ່າຍ ໃຫ້ຜູ້ທີ່ມີຄວາມຫຍຸ້ງຍາກທາງດ້ານການເຄື່ອນໄຫວ, ລົງປະສານງານ ແລະ ສົ່ງຕໍ່ບັນດາຜູ້ທີ່ມີຄວາມຫຍຸ້ງຍາກໃນການໄດ້ຍິນເພື່ອເຂົ້າຮັບການປີ່ນປົວຢູ່ໂຮງໝໍແຂວງ, ລົງຕິດຕາມ ແລະ ຊຸກຍູ້ ກັບກຸ່ມເປົ້າໝາຍທີ່ສະໜອງສັດລ້ຽງ ປະກອບມີ: ການລ້ຽງແບ້, ການລ້ຽງໝູ ແລະ ຂາຍເຄື່ອງຍ່ອຍ. ພ້ອມກັນນີ້, ທີມງານຍັງໄດ້ລົງສໍາຫຼວດຂໍ້ມູນກ່ຽວກັບການຂຽນຂ່າວກ່ອນທີ່ຈະສະໜອງໂທລະໂຄ່ງໃນບ້ານເປົ້າໝາຍອີກດ້ວຍ. ທັງໝົດນີ້ກໍເພື່ອເປັນການສົ່ງເສີມໃຫ້ຜູ້ພິການໄດ້ຮັບຮູ້ຂໍ້ມູນຂ່າວສານ, ໄດ້ຮັບອຸປະກອນອຳນວຍຄວາມສະດວກ ແລະ ສາມາດສ້າງລາຍຮັບແບ່ງເບົາພາລະຄອບຄົວໄດ້.

ການສົ່ງເສີມດ້ານເສດຖະກິດ

ຄຽງຄູ່ກັບວຽກງານສະໜອງອຸປະກອນ ແລະ ໃຫ້ຄວາມຊ່ວຍເຫຼືອເຄື່ອງອຳນວຍຄວາມສະດວກກັບກຸ່ມເປົ້າໝາຍແລ້ວ, ພວກເຮົາຍັງໄດ້ລົງສະໜັບສະໜູນ ແລະ ສົ່ງເສີມດ້ານການຫາລາຍໄດ້ໃຫ້ກັບກຸ່ມເປົ້າໝາຍອີກດ້ວຍ. ເພື່ອເປັນການຊຸກຍູ້ໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳ ສາມາດສ້າງລາຍຮັບກຸ້ມຕົນເອງ ແລະ ຊ່ວຍເຫຼືອຄອບຄົວໄດ້.

ເຮັດວຽກພົວພັນກັບມະຫາວິທະຍາໄລ, ໂຮງຮຽນວິຊາຊີບ, ອົງການຈັດຕັ້ງທາງສັງຄົມ, ພາກເອກກະຊົນ ແລະ ສະມາຄົມດ້ານເສດຖະກິດ ເພື່ອສ້າງ ແລະ ຈັດຕັ້ງປະຕິບັດການຝຶກອົບຮົມວິຊາຊີບ ແບບມີສ່ວນຮ່ວມ ແລະ ມີປະສິດທິພາບ.

ເພື່ອໃຫ້ກິດຈະກຳບັນລຸຜົນຕາມທີ່ຄາດຄະເນໄວ້ ແລະ ເປັນການສານສຳພັນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ມີສ່ວນຮ່ວມນຳກັນ, ພວກເຮົາກໍໄດ້ລົງເຮັດວຽກພົວພັນກັບຫຼາຍພາກສ່ວນທີ່ກ່ຽວຂ້ອງ ເພື່ອທີ່ຈະສາມາດຊ່ວຍສະໜັບສະໜູນໃນດ້ານການປະກອບອາຊີບໃຫ້ກັບກຸ່ມເປົ້າໝາຍໄດ້ເຊັ່ນວ່າ: ພວກເຮົາຮ່ວມກັບຫ້ອງການກະສິກຳປ່າໄມ້ເມືອງ ລົງຕິດຕາມ ແລະ ຊຸກຍູ້ກິດຈະກຳສົ່ງເສີມສ້າງລາຍຮັບໃຫ້ກັບກຸ່ມເປົ້າໝາຍ ໂດຍສະເພາະແມ່ນການລ້ຽງສັດ, ການໃຫ້ຫົວອາຫານສັດ. ພ້ອມນີ້ກໍໄດ້ລົງຕິດຕາມ ແລະ ຊຸກຍູ້ຄູ່ຮ່ວມງານຂັ້ນແຂວງ ໃນການເຂົ້າຮ່ວມງານສະເຫຼີມສະຫຼອງວັນຄົນພິການແຫຼ່ງຊາດ ແລະ ວັນສາຄົນກົນເພື່ອນພິການອີກດ້ວຍ.

ເຮັດວຽກພົວພັນກັບເອກກະຊົນ ແລະ ໜ່ວຍງານສະໜອງຝຶກອົບຮົມວິຊາຊີບຂອງລາວເພື່ອໃຫ້ລວມຄົນພິການເຂົ້າໃນຊ່ອງທາງການຈ້າງງານທີ່ມີຢູ່.

ນອກຈາກພວກເຮົາໄດ້ຕິດຕາມ ແລະ ຊຸກຍູ້ກັບຄູ່ຮ່ວມງານພາກລັດແລ້ວ, ພວກເຮົາຍັງໄດ້ເຂົ້າຮ່ວມການຝຶກອົບຮົມກ່ຽວກັບບັນຫາສຸຂະພາບຈິດກັບອົງກອນສືກສາໂລກ ເພື່ອສ້າງຄວາມອາດສາມາດໃຫ້ກັບທີມງານທີ່ຫ້ອງການປະສານງານເມືອງ ໄຊພູທອງ. ຕໍ່ມາກໍໄດ້ຮ່ວມມືກັບຫຼາຍພາກສ່ວນຈັດງານສະເຫຼີມສະຫຼອງວັນຄົນພິການແຫຼ່ງຊາດ ແລະ ວັນສາຄົນກົນເພື່ອນພິການ. ນອກຈາກນີ້, ພວກເຮົາ ແລະ ຜູ້ຮັບຜິດຊອບກິດຈະກໍາສ້າງລາຍຮັບຮ່ວມກັບຜູ້ໃຫ້ທືນອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ ໄດ້ລົງຕິດຕາມກິດຈະກຳການລ້ຽງແບ້, ການລ້ຽງໝູ, ການລ້ຽງປາ ແລະ ຂາຍເຄື່ອງຍ່ອຍທີ່ໂຄງການໄດ້ສະໜອງໃຫ້ກັບກຸ່ມເປົ້າໝາຍຜ່ານມາ.

ສະໜອງການຊ່ວຍເຫຼືຶຶອໃຫ້ຄົນພິການ ແລະ ຄອບຄົວຂອງພວກເຂົາເພື່ອໃຫ້ເຂົ້າເຖິງໂອກາດການສ້າງລາຍໄດ້ທີ່ອີງໃສ່ຕະຫຼາດ.

ສຳລັບກິດຈະກຳສະໜອງການຊ່ວຍເຫຼືອໃຫ້ຄົນພິການ ແລະ ຄອບຄົວຂອງເຂົາເຈົ້າ ເພື່ອໃຫ້ເຂົ້າເຖິງໂອກາດການສ້າງລາຍໄດ້ທີ່ອີງໃສ່ຕະຫຼາດ ຜ່ານມາວ່າພວກເຮົາໄດ້ສະໜອງກິດຈະກຳການລ້ຽງສັດ ແລະ ກິດຈະກຳຂາຍເຄື່ອງຍ່ອຍໃຫ້ກັບກຸ່ມເປົ້າໝາຍ. ດັ່ງນັ້ນ, ເພື່ອເປັນການຕໍ່ຍອດກິດຈະກຳດັ່ງກ່າວພວກເຮົາພ້ອມດ້ວຍທີມງານຂອງໂຄງການໄດ້ລົງຕິດຕາມ ພ້ອມຊຸກຍູ້ກິດຈະກຳສ້າງລາຍຮັບຂອງເຂົາເຈົ້າກໍ່ຄື: ກິດຈະກຳການລ້ຽງແບ້, ການຂາຍເຄື່ອງຍ່ອຍ ແລະ ຕິດຕາມການນຳໃຊ້ເຄື່ອງຄໍ້າຊູຂອງກຸ່ມເປົ້າໝາຍ; ນອກຈາກນີ້, ທີມງານໂຄງການຮ່ວມກັບຄະນະຊີ້ນຳໂຄງການຂັ້ນເມືອງ ກໍ່ໄດ້ລົງມອບອຸປະກອນເຄື່ອງຊ່ວຍອຳນວຍຄວາມສະດວກລໍ້ເລື່ອນ, ລໍ້ໂຍກ ແລະ ມອບເຂົ້າສານໃຫ້ກັບຄອບຄົວເປົ້າໝາຍອີກດ້ວຍ.

ຜົນໄດ້ຮັບຂອງໂຄງການ

  • ຜູ້ທີ່ມີຄວາມພິການໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອ ຈາກ 11,314 ໄດ້ 3,426 ເທົ່າກັບ 30%.

  • ຜູ້ທີ່ມີຄວາມພິການໄດ້ຮັບການສ້າງຄວາມເຂັ້ມແຂງ ຈາກ 82 ໄດ້ 63 ເທົ່າກັບ 77%.

  • ຜູ້ທີ່ມີຄວາມພິການໄດ້ຮັບການຝຶກອົບຮົມ ຈາກ 282 ໄດ້ 152 ເທົ່າກັບ 54%.

  • ຜູ້ທີ່ມີຄວາມພິການສາມາດປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ຈາກ 557 ໄດ້ 59 ເທົ່າກັບ 11%.

  • ຄົນພິການສາມາດພັດທະນາຊີວິດການເປັນຢູ່ທີ່ພຽງພໍຮ່ວມກັບຄອບຄົວຂອງພວກເຂົາ ຈາກ 100 ໄດ້ 37 ເທົ່າກັບ 37%.

  • ຜູ້ທີ່ມີຄວາມພິການໄດ້ຮັບບໍລິການທາງສາທາລະນະສຸກ ຈາກ 1,790 ໄດ້ 241 ເທົ່າກັບ 13%.

  • ກຸ່ມເປົ້າໝາຍທີ່ໄດ້ຮັບວຽກເຮັດງານທຳທີ່ດີຂຶ້ນ ຈາກ 140 ໄດ້ 34 ເທົ່າກັບ 24%.

  • ຜູ້ທີ່ມີຄວາມພິການມີຄວາມສາມາດໃນການຊອກຫາວຽກເຮັດງານທຳ ຈາກ 180 ໄດ້ 86 ເທົ່າກັບ 48%.

  • ການມີສ່ວນຮ່ວມຂອງແມ່ຍິງເຂົ້າໃນການດຳເນີນໂຄງການ ຈາກ 50% ໄດ້ 1.04 ເທົ່າກັບ 108%.

  • ກຸ່ມເປົ້າໝາຍໄດ້ຮັບຮູ້ຂໍ້ມູນ ແລະ ທັກສະທີ່ເພີ້ມຂຶ້ນ ຈາກ 9,324 ໄດ້ 3,099 ເທົ່າກັບ 33%.

ໂຄງການສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດ

ແຂວງວຽງຈັນ, ແຂວງຊຽງຂວາງ ແລະ ແຂວງບໍລິຄຳໄຊ

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດ ແມ່ນໜຶ່ງໃນໂຄງການຂອງ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ທີ່ໄດ້ຈັດຕັ້ງປະຕິບັດຢູ່ 3 ເມືອງ ໃນ 3 ແຂວງຄື: 13 ບ້ານ ໃນເມືອງທຸລະຄົມ ແຂວງວຽງຈັນ, 16 ບ້ານ ໃນເມືອງໄຊຈຳພອນ ແຂວງບໍລິຄຳໄຊ ແລະ 17 ບ້ານ ໃນເມືອງຜາໄຊ ແຂວງຊຽງຂວາງ. ໂຄງການດັ່ງກ່າວໄດ້ຮັບທຶນຈາກ ສະຫະພາບເອີຣົບ ແລະ ລັດຖະບານລຸກຊຳບວກ, ມູນຄ່າ 1.352.510 ເອີໂຣ, ເຊິ່ງມີໄລຍະການຈັດຕັ້ງປະຕິບັດໂຄງການ ເລີ່ມຕັ້ງແຕ່ວັນທີ 28 ທັນວາ 2021 –- 31 ມີນາ 2024, ໂດຍໄດ້ມີການຮ່ວມມືກັບອົງການແຄຣິຕັສ ລຸກຊຳບວກປະຈຳລາວ, ພະແນກສາທາລະສຸກ, ສູນໂພຊະນາການ ແລະ ນໍ້າສະອາດ ແລະ ບັນດາອົງການຈັດຕັ້ງສັງຄົມ.

ໂຄງການນີ້ແມ່ນໂຄງການໜື່ງທີ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 3 ກໍ່ຄື: ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ; ແລະ SDG 6 ຄື: ມີນໍ້າສະອາດ ແລະ ສຸຂະອະນາໄມ. ນອກນັ້ນ ກໍ່ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX ເຊິ່ງນອນຢູ່ໃນເປົ້າໝາຍທີ 2 ກໍ່ຄື ແຜນວຽກຈຸດສຸມທີ 1 ເພື່ອປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການຢ່າງທົ່ວເຖິງ ແລະ ມີຄຸນະພາບສູງຂຶ້ນ; ແລະ ເປົ້າໝາຍທີ 3 ກໍ່ຄືແຜນວຽກຈຸດສຸມທີ 2: ໂຄງຮ່າງພື້ນຖານການບໍລິການດ້ານສາທາລະນຸປະໂພກໄດ້ຮັບການປັບປຸງ ແລະ ສະໜອງໃຫ້ປະຊາຊົນຢ່າງທົ່ວເຖິງ ເພື່ອຫຼຸດຜ່ອນຄວາມແຕກໂຕນດ້ານການເຂົ້າເຖິງໂຄງລ່າງພື້ນຖານ ແລະ ການບໍລິການຕ່າງໆ.

ສປປ ລາວ ຍັງປະເຊີນໜ້າກັບສະພາບການຂາດໂພຊະນາການ ແລະ ມີລະດັບຕົວຊີ້ວັດຕ່ຳທຽບໃສ່ຂົງເຂດອາຊີຕາເວັນອອກສຽງໃຕ້. ສະນັ້ນ, ເພື່ອຮັບປະກັນວ່າບັນຫາການຂາດສານອາຫານຈະໄດ້ຮັບການຄຸ້ມຄອງບໍລິຫານຢ່າງເປັນລະບົບ ນັບຕັ້ງແຕ່ການບົ່ງມະຕິຈົນເຖິງການສະໜອງການປິ່ນປົວ ໂດຍສ້າງການປ່ຽນແປງດ້ານພຶດຕິກຳໃນຂັ້ນຊຸມຊົນ ແລະ ລະບົບບໍລິການສາທາລະນະສຸກໃຫ້ມີຄວາມເຂັ້ມແຂງ. ຈຸດປະສົງຂອງພວກເຮົາແມ່ນເພື່ອແກ້ໄຂຮີບດ່ວນສຳລັບການຂາດແຄນອາຫານບໍລິໂພກ ໂດຍສຸມໃສ່ການກິນອາຫານຢ່າງພຽງພໍ ແລະ ປອດໄພ (ໂດຍສະເພາະໃນໄລຍະ 1,000 ມື້ທໍາອິດຂອງຊີວິດ) ແລະ ຫຼຸດຜ່ອນອັດຕາການຕິດພະຍາດທີ່ເກີດຈາກອາຫານທີ່ບໍ່ສະອາດ ແລະ ຕິດເຊື້ອພະຍາດຊືມເຊື້ອທາງອ້ອມ ທີ່ເຮັດໃຫ້ຮ່າງກາຍບໍ່ສາມາດດູດຊຶມເອົາສານອາຫານທີ່ໄດ້ບໍລິໂພກ.

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດ ມີທັງໝົດ 16 ກິດຈະກຳ ເພື່ອຕອບສະໜອງ 2 ຈຸດປະສົງສະເພາະຄື:

  • ຈຸດປະສົງສະເພາະທີ 1: ເພື່ອສ້າງລະບົບຄຸ້ມຄອງຂໍ້ມູນດ້ານໂພຊະນາການແບບຍືນຍົງ ແລະ ລະບົບຕ່ອງໂສ້ການສະໜອງວັດສະດຸດ້ານໂພຊະນາການ ໃນສາມແຂວງເປົ້າໝາຍ

    ຄາດຄະເນຜົນໄດ້ຮັບ 1: ລະບົບຄຸ້ມຄອງຂໍ້ມູນ, ການລາຍງານ, ອຸປະກອນການແພດຮັບໃຊ້ວຽກງານແມ່ ແລະ ເດັກດ້ານໂພຊະນາການ, ລະບົບນໍ້າສະອາດ ແລະ ສຸຂະພິບານ ແລະ ຄວາມຮັບຮູ້ດ້ານໂພຊະນາການຂອງຊຸມຊົນ ໄດ້ຮັບການປັບປຸງດີຂຶ້ນຕາມລຳດັບ.

  • ຈຸດປະສົງສະເພາະທີ 2: ເພື່ອສ້າງການເຊື່ອມຕໍ່ລະຫວ່າງຄູ່ຮ່ວມຈັດຕັ້ງປະຕິບັດງານລະດັບທ້ອງຖິ່ນ ແລະ ລະດັບຊາດໃນການສົນທະນາດ້ານນະໂຍບາຍ ແລະ ການສະໜັບສະໜູນ

    ຄາດຄະເນຜົນໄດ້ຮັບ 2: ລະບົບການເຊື່ອມສານຕໍ່ລະຫວ່າງຄູ່ຮ່ວມຈັດຕັ້ງປະຕິບັດງານລະດັບທ້ອງຖິ່ນ ແລະ ລະດັບຊາດໃນການສົນທະນາດ້ານນະໂຍບາຍ, ການສະໜັບສະໜູນໄດ້ຖືກປັບປຸງດີຂຶ້ນ.

ຂໍ້ມູນກ່ຽວກັບໂຄງການ

  • ການປະເມີນອົງການຈັດຕັ້ງທາງສັງຄົມລາວພາຍໃນແຂວງເປົ້າໝາຍ

  • ການຝຶກອົບຮົມການຂຽນບົດສະເໜີຂໍທຶນຍ່ອຍ

  • ການຝຶກອົບຮົມການນຳໃຊ້ເຄື່ອງມືໂພຊະນາການ (GALS, LANN ແລະ SBCC)

  • ກອງປະຊຸມຄັດເລືອກ 4 ບົດນຳສະເໜີຂໍທຶນຍ່ອຍ

  • ກອງປະຊຸມຖອດຖອນບົດຮຽນໃຫ້ແກ່ 5 ອົງການຈັດຕັ້ງສັງຄົມລາວທີ່ບໍ່ຖືກຄັດເລືອກ

  • ກອງປະຊຸມປຶກສາຫາລືປັບປຸງບົດນຳສະເໜີຂໍທຶນຍ່ອຍໃຫ້ແກ່ 4 ອົງການຈັດຕັ້ງສັງຄົມລາວ

  • ການຝຶກອົບຮົມລະບົບການຄຸ້ມຄອງໂຄງການ, ການສື່ສານ ແລະ ມາດຖານການເງິນອີງຕາມລະບົບຂອງສະຫະພາບເອີຣົບ

  • ການຝຶກອົບຮົມກ່ຽວກັບການຄຸ້ມຄອງການຈັດຕັ້ງ, ລະບົບຈັດເກັບເອກະສານ ແລະ ການຜະລິດສື່

  • ຝຶກອົບຮົມທັກສະການເຮັດວຽກຮ່ວມກັບຊຸມຊົນ

  • ຝຶກອົບຮົມລະບົບການຕິດຕາມ ແລະ ປະເມີນໂຄງການ

  • ຝຶກອົບຮົມລະບົບການຄຸ້ມຄອງບຸກຄະລາກອນ

  • ຝຶກອົບຮົມການສື່ສານ, ການເຮັດວຽກເປັນທີມ ແລະ ທັກສະການເປັນຜູ້ນຳ

  • ຝຶກອົບຮົມການບໍລິຫານອົງກອນຢ່າງມີປະສິດທິພາບ

  • ສະໜັບສະໜູນ ແລະ ຕິດຕາມ 4 ອົງການຈັດຕັ້ງສັງຄົມລາວໃນການຈັດຕັ້ງປະຕິບັດໂຄງການຍ່ອຍ ໃນ 3 ເມືອງເປົ້າໝາຍ

ພວກເຮົາໄດ້ຮັບຜິດຊອບກິດຈະກຳຕ່າງໆດັ່ງນີ້:

ການ​ປະ​ເມີນ​ອົງການຈັດຕັ້ງທາງສັງຄົມລາວ​ພາຍ​ໃນ​ແຂວງ​ເປົ້າ​ໝາຍ

ການປະເມີນບັນດາອົງການຈັດຕັ້ງສັງຄົມລາວເບື້ອງຕົ້ນ ໃນວັນທີ 1-18 ກັນຍາ 2021 ເຊິ່ງມີ 9 ອົງການຈັດຕັ້ງສັງຄົມລາວທີ່ໄດ້ຍືນສະໝັກມີຄຶ: ສະມາຄົມ ADSA, APREN, GDA, APL+, ADWLE, FAPPL, APEDC, QLA ແລະ PDDA. ຜູ້ເຂົ້າຮ່ວມລວມມີ: ຄະນະບໍລິຫານສະມາຄົມ, ຜູ້ອໍານວຍການ, ຫົວໜ້າ ຫຼື ຜູ້ປະສານງານໂຄງການ, ຜູ້ຮັບຜິດຊອບການເງິນ/ບໍລິຫານ ແລະ ວິຊາການທີ່ກ່ຽວຂ້ອງໃນອົງກອນ.

ການຝຶກອົບຮົມການຂຽນບົດສະເໜີໂຄງການເພື່ອຂໍທຶນຍ່ອຍ

ການຝຶກອົບຮົມການຂຽນບົດສະເໜີໂຄງການເພື່ອຂໍທຶນຍ່ອຍໃນຄັ້ງນີ້ໄດ້ດໍາເນີນເປັນໄລຍະເວລາ 1 ວັນ, ເຊີ່ງໄດ້ຈັດຂື້ນໃນວັນທີ 24 ກັນຍາ 2021 ຜ່ານກອງປະຊຸມອອນລາຍ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 47 ທ່ານ (ຍີງ 24 ທ່ານ), ທີ່ມາຈາກບັນດາ 9 ອົງກອນ, ສະມາຄົມ ສພປ ແລະ ອົງການແຄຣີຕັສ ລຸກຊໍາບວກ ປະຈໍາລາວ. ຜູ້ເຂົ້າຮ່ວມທັງໝົດໄດ້ຮັບຟັງການນໍາສະເໜີພາບລວມຂອງແຕ່ລະອົງກອນ, ຮັບຟັງການລາຍງານສະພາບໂພຊະນາການໃນປະຈຸບັນ ແລະ ແຜນຍຸດ​ທະ​ສາ​ດ​ໂພຊະນາການແຫ່​ງຊາດປີ 2021-2025 ຈາກຕາງໜ້າສູນໂພຊະນາການ, ຮູ້ຈັກຂອບເຂດ, ຂໍ້ມູນພື້ນຖານທີ່ມີຂອງໂຄງການ ProCSpiNut, ຮ່າງບົດສະເໜີໂຄງການ ແລະ ວາງແຜນການຂຽນບົດສະເໜີໂຄງການກ່ຽວກັບອົງປະກອບ, ຂະບວນການ, ແນວຄວາມຄິດການເຮັດກິດຈະກຳແບບມີສ່ວນຮ່ວມ ແລະ ສິ່ງທີ່ຈະເຮັດຕໍ່ໄປຈາກທີມງານສະມາຄົມ ສພປ.

ເສີມສ້າງຄວາມສາມາດໃຫ້ອົງການຈັດຕັ້ງທາງສັງຄົມລາວ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດດ້ານໂພຊະນາການແຫ່ງຊາດ

ການຝຶກອົບຮົມການນຳໃຊ້ເຄື່ອງມືໂພຊະນາການ (GALS, LANN ແລະ SBCC)

ການຝຶກອົບຮົມການນຳໃຊ້ເຄື່ອງມືໂພຊະນາການ (GALS, LANN ແລະ SBCC) ໃນຄັ້ງນີ້ໄດ້ດໍາເນີນເປັນໄລຍະເວລາ 4 ວັນ, ມີຈໍານວນທັງໝົດ 43 ທ່ານ ຍີງ 22 ທ່ານ, ລວມມີຄື: ຕາງໜ້າຜູ້ໃຫ້ທືນຈາກອົງການແຄຣີຕັສ ລຸກຊໍາບວກ ປະຈໍາລາວ, ທີມງານ ແລະ ຄູຝືກຈາກສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ແລະ ບັນດາ 9 ສະມາຄົມ ທີ່ຢູ່ຕ່າງແຂວງ ແລະ ນະຄອນຫຼວງວຽງຈັນ.

ກອງປະຊຸມຄັດເລືອກ 4 ບົດນຳສະເໜີຂໍທຶນໂຄງການຍ່ອຍ

ພາຍຫຼັງໂຄງການໄດ້ຈັດຕັ້ງການຝຶກອົບຮົມ ແລະ ສ້າງຄວາມອາດສາມາດກ່ຽວກັບການຂຽນບົດສະເໜີຂໍທຶນ ແລະ ຄວາມຮູ້ກ່ຽວກັບໂພຊະນາການໃຫ້ແກ່ບັນດາ 9 ອົງການຈັດຕັ້ງສັງຄົມລາວ, ເພື່ອເປັນການຄັດເລືອກເອົາ 4 ອົງການຈັດຕັ້ງສັງຄົມລາວຕາມມາດຖານ, ເງື່ອນໄຂ ແລະ ຄຸນນະພາບຂອງບົດສະເໜີຂໍທຶນໂຄງການ, ທາງຄະນະຮັບຜິດຊອບ ຈະໄດ້ຈັດກອງປະຊຸມຄັດເລືອກເປັນທາງການ ແລະ ຈະໄດ້ເຊີນເອົາບັນດາສະມາຊິກຄະນະກຳມະການທີ່ໄດ້ກຳນົດໄວ້ແລ້ວ ແລະ ບັນດາຜູ້ໃຫ້ທຶນ ເພື່ອເຂົ້າຮ່ວມສັງເກດການ ແລະ ເປັນສັກຂິພີຍານໃນການຄັດເລືອກ 4 ອົງການຈັດຕັ້ງສັງຄົມລາວ. ຜູ້ເຂົ້າຮ່ວມທັງໝົດມີ 15 ທ່ານ. ຜ່ານຂະບວນການຄັດເລືອກບົດສະເໜີຂໍທຶນຍ່ອຍດັ່ງກ່າວ ຄະນະກຳມະການໄດ້ສະຫຼຸບມະຕິເລືອກເອົາ 4 ສະມາຄົມ ໂດຍຜ່ານການໃຫ້ຄະແນນຕາມມາດຖານຂອງສະຫະພາບເອີຣົບ, 4 ສະມາຄົມດັ່ງກ່າວມີ: APEDC (ຈັດຕັ້ງປະຕິບັດຢູ່ແຂວງຊຽງຂວາງ, QLA ແລະ APL+ (ຈັດຕັ້ງປະຕິບັດຢູ່ແຂວງບໍລິຄຳໄຊ), GDA (ຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ).

ກອງປະຊຸມຖອດຖອນບົດຮຽນໃຫ້ແກ່ 5 ສະມາຄົມທີ່ບໍ່ຖືກຄັດເລືອກ

ໃນລະຫວ່າງກອງປະຊຸມເພື່ອຄັດເລືອກເອົາ 4 ຂໍ້ສະເໜີຍ່ອຍ, ຄະນະກຳມະການ ໄດ້ລວບລວມຄະແນນຂອງອົງການຈັດຕັ້ງທາງສັງຄົມລາວ ໂດຍຜ່ານການວິເຄາະ ແລະ ທົບທວນຄືນການສະເໜີຂໍທຶນຊ່ວຍເຫຼືອລ້າຂອງແຕ່ລະອົງການຕາມຮູບແບບການໃຫ້ຄະແນນທີ່ໄດ້ມາດຕະຖານ. ເພື່ອຈັດຕັ້ງປະຕິບັດວຽກງານໂພຊະນາການ, ຈຶ່ງມີຄວາມສຳຄັນພາຍຫຼັງກອງປະຊຸມ. ກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ເວທີ​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ຄວາມ​ຮູ້​ໃຫ້​ບັນດາ​ອົງການ LCSO ​ທີ່​ບໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ, ພາຍຫລັງ​ສາມາດ​ນຳ​ໃຊ້​ບົດຮຽນ​ໃນ​ການ​ປັບປຸງ​ຂໍ້​ສະ​ເໜີ​ຂອງ​ຕົນ​ໃຫ້​ເປັນ​ໂອກາດ​ໃໝ່ ​ໂດຍ​ສະ​ເພາະ​ແມ່ນ​ໂຄງການ​ທີ່​ໄດ້​ຮັບ​ທຶນ​ຈາກ EU. ນອກນັ້ນ, ຍັງເປັນການເປີດໂອກາດໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນການອອກແບບ ແລະ ວິໄສທັດຂອງກິດຈະກໍາການເສີມສ້າງຂີດຄວາມສາມາດອື່ນໆ ທີ່ເຂົາເຈົ້າສາມາດເຂົ້າຮ່ວມ ແລະ ຮຽນຮູ້ໄດ້ ເພື່ອຕອບສະໜອງຄວາມຕ້ອງການຂອງອົງການຈັດຕັ້ງທາງສັງຄົມຂອງລາວ ຕາມຈຸດປະສົງຂອງໂຄງການ.

ກອງປະຊຸມປຶກສາຫາລືປັບປຸງບົດນຳສະເໜີຂໍທຶນຍ່ອຍໃຫ້ແກ່ 4 ອົງການຈັດຕັ້ງສັງຄົມລາວ

​ເຖິງແມ່ນ​ວ່າ, 4 ບົດສະ​ເໜີຂໍ​ທຶນ​ຍ່ອຍ​ທີ່​ໄດ້​ຮັບ​ຄັດ​ເລືອກ​ລ້ວນ​ແຕ່​ມີ​ຄຸນ​ນະພາ​ບດີ ​ແລະ ຕົ້ນຕໍ​ແມ່ນ​ກົງ​ກັບ​ຈຸດປະສົງ​ຂອງ​ໂຄງການ; ແນວໃດກໍ່ຕາມ, ຂໍ້ບົດສະ​ເໜີຂໍ​ທຶນ​ຍ່ອຍຕ້ອງດັດປັບເພື່ອເຮັດໃຫ້ທິດທາງໂດຍລວມສາມາດຮັບປະກັນໃຫ້ບັນດາຕົວຊີ້ວັດບັນລຸໄດ້. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ 2 ແລະ ມີຜູ້ເຂົ້າຮ່ວມຢ່າງໜ້ອຍ 3 ຕົວແທນຈາກ 4 LCSOs ທີ່ຖືກຄັດເລືອກຈະເຂົ້າຮ່ວມກອງປະຊຸມທີ່ອໍານວຍຄວາມສະດວກໂດຍ ARMI ແລະ Caritas. ກອງປະຊຸມດັ່ງກ່າວມີຈຸດປະສົງ: ປັບປຸງ ແລະ ດັດສົມບົດສະເໜີໂຄງການຍ່ອຍຕາມແຜນແມ່ບົດຂອງໂຄງການ; ສ້າງຂີດຄວາມສາມາດຂອງ 4 ອົງການ LCSO ກ່ຽວກັບວຽກງານໂພຊະນາການໃນລະດັບຊຸມຊົນ ລວມທັງນະໂຍບາຍຍ່ອຍ ແລະ ຜູ້ໃຫ້ທຶນ; ແລະ ສະເໜີແຜນຜັງການຝຶກອົບຮົມຄວາມອາດສາມາດໃຫ້ແກ່ 4 LCSOs.

ການຝຶກອົບຮົມລະບົບການຄຸ້ມຄອງໂຄງການ, ການສື່ສານ ແລະ ມາດຖານການເງິນອີງຕາມລະບົບຂອງສະຫະພາບເອີຣົບ

ຝຶກອົບຮົມການຄຸ້ມຄອງວົງຈອນໂຄງການ, ການເງິນ ແລະ ການສື່ສານພາຍໃຕ້ລະບຽບຂອງສະຫະພາບເອີຣົບຂຶ້ນ ໃນວັນທີ 26-28 ມັງກອນ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ຜູ້ເຂົ້າຮວ່ມແມ່ນມາຈາກ 9 ອົງການຈັດຕັ້ງທາງສັງຄົມລາວ, ທີມງານຄູຝຶກ ແລະ ຜູ້ອໍານວຍຄວາມສະດວກຈາກສະມາຄົມສພປ/ARMI ລວມທັງໝົດມີ 26 ທ່ານ, ຍິງ 13 ທ່ານ (ຜ່ານລະບົບອອນລາຍ 4 ທ່ານ). ຈຸດປະສົງເພື່ອເພີ່ມຄວາມສາມາດຂອງອົງການຈັດຕັ້ງສັງຄົມລາວ ກ່ຽວກັບການຄຸ້ມຄອງໂຄງການ, ການພັດທະນາສື່ສານ ແລະ ລະບຽບການດ້ານການເງິນພາຍໃຕ້ກົດລະບຽບຂອງສະຫະພາບເອີຣົບ, ເພື່ອຮັບປະກັນຄຸນນະພາບຂອງການຈັດຕັ້ງປະຕິບັດໂຄງການ.

ການຝຶກອົບຮົມກ່ຽວກັບການຄຸ້ມຄອງການຈັດຕັ້ງ, ລະບົບຈັດເກັບເອກະສານ ແລະ ການຜະລິດສື່

ຝຶກອົບຮົມຫົວຂໍ້ ການຄຸ້ມຄອງ-ການຈັດເກັບເອກະສານຂໍ້ມູນໂຄງການ ແລະ ການສ້າງສື່ວິດິໂອສັ້ນໃນລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 4 ມິນາ 2022 ຢູ່ທີ່ ເມືອງຄຳ, ແຂວງຊຽງຂວາງ ແລະ ເມືອງ ແກ້ວອຸດົມ, ແຂວງວຽງຈັນ. ລວມມີຜູ້ເຂົ້າຮ່ວມຈຳນວນ 26 ທ່ານ (ຍິງ 13 ທ່ານ) ຈາກ 9 ອົງການຈັດຕັ້ງສັງຄົມລາວ. ຈຸດປະສົງ ແມ່ນເພື່ອຍົກລະດັບຄວາມສາມາດຂອງພະນັກງານຂອງອົງການຈັດຕັ້ງສັງຄົມລາວທີ່ເປັນຄູ່ຮ່ວມງານໃນການຈັດຕັ້ງປະຕິບັດກິດຕະກຳຂອງໂຄງການໃຫ້ມີປະສິດທິຜົນສູງ. ເນື້ອໃນຂອງການຝຶກອົບຮົມ ແມ່ນການນຳໃຊ້ເຄື່ອງມື Logsheet ສຳລັບວຽກງານການຄຸ້ມຄອງ-ການຈັດເກັບເອກະສານໂຄງການ ແລະ ໂປຣແກມ Adobe Premier Pro 2022 ສຳລັບການຜະລິດວິດິໂອສັ້ນ.

ຝຶກອົບຮົມທັກສະການເຮັດວຽກຮ່ວມກັບຊຸມຊົນ

ຝຶກອົບຮົມຫົວຂໍ້ “ທັກສະການເຮັດວຽກຮ່ວມກັບຊຸມຊົນ” ໃນລະຫວ່າງວັນທີ 22 ຫາ 24 ມິນາ 2022 ທີ່ຫ້ອງປະຊຸມ ໂຮງແຮມ ຟ້າວັນໃຫມ່ ແລະ ບ້ານຫໍກາງ ເມືອງຜາໄຊ, ແຂວງຊຽງຂວາງ. ລວມມີຜູ້ເຂົ້າຮ່ວມຈຳນວນ 23 ທ່ານ (ຍິງ 15 ທ່ານ) ຈາກ 9 ອົງການຈັດຕັ້ງສັງຄົມລາວ. ຈຸດປະສົງຂອງຝຶກອົບຮົມຫົວຂໍ້ນີ້ ແມ່ນເພື່ອໃຫ້ພະນັກງານ ແລະ ວິຊາການໂຄງການໄດ້ມີບົດຮຽນ ແລະ ເຂົ້າໃຈເຖິງສະຖານະການຂອງຊຸມຊົນໄດ້, ຮູ້ເຖິງບັນຫາ, ສາຍເຫດ ແລະ ການອອກແບບວິທີການ ແກ້ໄຂທີ່ມີຄວາມເໝາະສົມ, ສອດຄ່ອງກັບຄວາມຕ້ອງການຂອງຊຸມຊົນໂດຍການນໍາໃຊ້ທ່າແຮງຂອງຊຸມຊົນ.

ຝຶກອົບຮົມລະບົບການຕິດຕາມ ແລະ ປະເມີນໂຄງການ

ໃນຊ່ວງອາທິດທີ 3 ຂອງເດືອນພຶດສະພາ 2022, ໄດ້ມີນັກວິຊາການຕິດຕາມ ແລະ ປະເມີນຜົນຈຳນວນລວມ 24 ທ່ານ (ຍິງ 12 ທ່ານ) ຈາກ 9 ອົງການຈັດຕັ້ງສັງຄົມລາວ ໄດ້ຮັບການຍົກລະດັບດ້ານວິຊາການຕິດຕາມ ແລະ ປະເມີນຜົນ. ຈຸດປະສົງ ແມ່ນເພື່ອຍົກລະດັບຄວາມສາມາດວິຊາການດ້ານການຕິດຕາມ ແລະ ປະເມີນຜົນໃຫ້ພະນັກງານວິຊາການຂອງອົງການຈັດຕັ້ງສັງຄົມລາວ ເພື່ອປັບປຸງ ແລະ ຈັດຕັ້ງປະຕິບັດກອບວຽກງານຕິດຕາມປະເມີນຜົນກິດຈະກຳຂອງໂຄງການເສີມສ້າງຄວາມເຂັ້ມແຂງໃຫ້ຄູ່ຮ່ວມງານໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ຝຶກອົບຮົມລະບົບການຄຸ້ມຄອງບຸກຄະລາກອນ

ຝຶກອົບຮົມຫົວຂໍ້ “ການຄຸ້ມຄອງບໍລິຫານບຸກຄະລາກອນ” ໃຫ້ແກ່ພະນັກງານວິຊາການຂອງ 9 ອົງການຈັດຕັ້ງສັງຄົມລາວ, ໂດຍມີຈຸດປະສົງເພື່ອເພີ່ມທະວີຄວາມອາດສາມາດຂອງພະນັກງານວິຊາການຂອງ 9 ອົງການຈັດຕັ້ງສັງຄົມລາວ ແລະ ປັບປຸງລະບົບການບໍລິຫານຄຸ້ມຄອງບຸກຄະລາກອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຮັບປະກັນຄຸນນະພາບຂອງການຈັດຕັ້ງປະຕິບັດວຽກງານໂຄງການ ແລະ ພາລະກີດຂອງອົງກອນ. ລວມມີພະນັກງານວິຊາການທັງໝົດຂອງ 9 ອົງການຈັດຕັ້ງສັງຄົມລາວ ຈຳນວນ 24 ຄົນ (ຍິງ 16 ຄົນ) ໄດ້ສຳເລັດການເຂົ້າຮ່ວມຮຽນຮູ້ຈາກການຝຶກອົບຮົມໃນຄັ້ງນີ້.

ຝຶກອົບຮົມການສື່ສານ, ການເຮັດວຽກເປັນທີມ ແລະ ພາວະການເປັນຜູ້ນຳ

ຝຶກອົບຮົມຫົວຂໍ້ “ການສື່ສານ, ການເຮັດວຽກເປັນທີມ ແລະ ພາວະຜູ້ນໍາ” ໃຫ້ແກ່ພະນັກງານວິຊາການຂອງ 9 ອົງການຈັດຕັ້ງສັງຄົມລາວ, ໂດຍມີຈຸດປະສົງເພື່ອເພີ່ມທະວີຄວາມອາດສາມາດ ແລະ ຮູ້ເຖິງການສື່ສານທີ່ມີປະສິດທິພາບ, ການສື່ສ່ນເພື່ອຫຼຸດຜ່ອນຄວາມຂັດແຍ່ງ, ອົງປະກອບພາຍໃນທີມ, ການຮັກສາຄວາມສໍາພັນຕໍ່ບຸກຄົນໃນທີມ, ການຮຽນຮູ້ເຖິງພາວະຜູ້ນໍາທີ່ດີ ແລະ ສາມາດວິເຄາະໄດ້ ເພື່ອຮັບປະກັນຄຸນນະພາບຂອງການຈັດຕັ້ງປະຕິບັດວຽກງານໂຄງການ ແລະ ພາລະກີດຂອງອົງກອນ. ລວມ 25 ຄົນ (ຍິງ 12 ຄົນ) ໄດ້ສຳເລັດການເຂົ້າຮ່ວມຮຽນຮູ້ຈາກການຝຶກອົບຮົມໃນຄັ້ງນີ້.

ຝຶກອົບຮົມກ່ຽວກັບສິດທິເດັກ, ຜູ້ທີ່ຄວາມເປັນພິການ ແລະ ບົດບາດຍິງ-ຊາຍ

ຝຶກອົບຮົມ ຍົກລະດັບຄວາມເຂັ້ມແຂງໃນວຽກງານການມີສ່ວນຮ່ວມຂອງຄວາມພິການ, ການປົກປ້ອງເດັກ ແລະ ສິດທິເດັກ ໃຫ້ບັນດາ 9 ອົງການຈັດຕັ້ງສັງຄົມລາວ, ຈຸດປະສົງ ແມ່ນເພື່ອຍົກລະດັບຄວາມສາມາດວິຊາການດ້ານການການມີສ່ວນຮ່ວມ ແລະ ການເສື່ອມສານວຽກງານຄວາມພິການ, ການປົກປ້ອງເດັກ ແລະ ສິດທິເດັກເຂົ້າໃນການຈັດຕັ້ງປະຕິບັດກິດຈະກຳໂຄງການ ເພື່ອໃຫ້ໄປຕາມຈຸດປະສົງຂອງໂຄງການທີ່ໄດ້ກຳນົດໄວ້. ໂດຍມີວິຊາການທັງໝົດ 17 ທ່ານ (ຍິງ 8 ທ່ານ) ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້.

ຝຶກອົບຮົມການບໍລິຫານອົງກອນຢ່າງມີປະສິດທິພາບ

ຝຶກອົບຮົມຫົວຂໍ້ “ຮູບແບບອົງກອນຢ່າງມີປະສິດທິພາບ” ໃຫ້ແກ່ຜູ້ອໍານວຍການຂອງ 9 ອົງການຈັດຕັ້ງສັງຄົມລາວ, ໂດຍມີຈຸດປະສົງແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການຈັດຕັ້ງອົງກອນ ແລະ ເພີ່ມຄວາມສາມາດຂອງພະນັກງານຫຼັກແຫຼ່ງຂອງອົງການຈັດຕັ້ງສັງຄົມລາວເພື່ອປັບປຸງຄຸນນະພາບລະບົບການຈັດຕັ້ງປະຕິບັດ. ລວມມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 15 ທ່ານ (ຍິງ 5 ທ່ານ) ໄດ້ສໍາເລັດການເຂົ້າຮ່ວມຮຽນຮູ້ຈາກການຝຶກອົບຮົມໃນ ຄັ້ງນີ້.