ສຳເລັດການຜະລິດເຕົາປະຢັດໄດ້ 1,000 ກວ່າໜ່ວຍ ໃນທ້າຍເດືອນ ສິງຫາ 2023

ແຜນງານສົ່ງເສີມເຕົາປະຢັດ ຢູ່ ສປປ ລາວ ແມ່ນໜຶ່ງໃນແຜນງານ ຂອງ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ທີ່ໄດ້ຈັດຕັ້ງປະຕິບັດຢູ່ ແຂວງຊຽງຂວາງ, ແຂວງຫຼວງພະບາງ, ແຂວງໄຊຍະບູລີ, ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ.

9/7/20231 min read

ພວກເຮົາໄດ້ຕິດຕາມ, ກວດສອບ ແລະ ໃຫ້ການສະໜັບສະໜູນຜູ້ຜະລິດຢ່າງເຕັມທີ່, ເພື່ອໃຫ້ຜູ້ຜະລິດສາມາດຜະລິດເຕົາໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແລະ ການຊົມໃຊ້ຂອງຕະຫຼາດ. ອີງຕາມການລາຍງານໃນກອງປະຊຸມປະຈຳ 3 ເດືອນຂອງຜູ້ຜະລິດເຫັນວ່າໃນຊ່ວງໜ້າຝົນເຮັດບໍ່ໃຫ້ສາມາດຜະລິດເຕົາໄດ້ຕາມຄາດໝາຍພໍສົມຄວນ ແຕ່ເຖິງຢ່າງໃດກໍຕາມຜູ້ຜະລິດເຮົາໃນທຸກພື້ນທີ່ກໍ່ໄດ້ພະຍາຍາມຢ່າງເຕັມກຳລັງ ເພື່ອຜະລິດເຕົາອອກມາໃຫ້ພວກເຮົາໄດ້ນຳໃຊ້.

ໃນທ້າຍເດືອນ ສິງຫາ 2023, ຜູ້ຜະລິດສາມາດຜະລິດເຕົາໄດ້ 1,000 ກວ່າໜ່ວຍຄື: ໂຮງງານ ນາງ ຂັນພອນ ສາມາດຜະລິດເຕົາໄດ້ 510 ໜ່ວຍ, ໂຮງງານ ນາງ ຄຳມ່ວນ 195 ໜ່ວຍ ແລະ ໂຮງງານ ທ່ານ ອຳພອນ 72 ໜ່ວຍ ໂຮງງານ ນາງ ຈິດສະໜາ 300 ໜ່ວຍ ທີ່ແຂວງຈຳປາສັກ,ໂຮງງານ ທ່ານ ນາງ ບົວທອງ ບ້ານ ດອນໃໝ່ ແຂວງຫຼວງພະບາງ ຜະລິດໄດ້ 240 ໜ່ວຍ.