ຫຼຸດຜ່ອນຄວາມທຸກຍາກໂດຍການຍົກລະດັບການຄໍ້າປະກັນສະບຽງອາຫານ

ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ໂດຍການຍົກລະດັບການຄ້ຳປະກັນສະບຽງອາຫານ, ບໍ່ວ່າຈະເປັນການປູກຝັງ ແລະ ລ້ຽງສັດ ເຊັ່ນ: ການປູກເຂົ້າ, ປູກພືດປະສົມປະສານ, ການລ້ຽງແບ້ ແລະ ອື່ນໆ. ເລື່ອງລາວລຸ່ມນີ້ເປັນພຽງສ່ວນໜື່ງຂອງຜົນສຳເລັດ ເຊິ່ງພວກເຮົາຈະພະຍາຍາມເກັບກຳ ແລະ ນຳມາເຜີຍແຜ່ໃຫ້ທຸກທ່ານໄດ້ຮັບຮູ້ໃຫ້ຫຼາຍກວ່ານີ້. ຂໍເຊີນທ່ານມ່ວນຊື່ນກັບການອ່ານບົດເລື່ອງຂອງພວກເຮົາໄດ້.

ຜູ້ລ້ຽງກົບ ທີ່ເລີ່ມຈາກສູນຈົນກາຍເປັນຜູ້ຖ່າຍທອດຄວາມຮູ້ໃຫ້ຄົນພາຍໃນບ້ານ

ທ້າວຕິນ ອາຍຸ 32 ປີ, ອາໄສຢູ່ ບ້ານສີນົນໄຊ, ເມືອງອາດສະພອນ, ແຂວງສະຫວັນນະເຂດ. ໃນຄອບຄົວມີ 4 ຄົນຄື: ທ້າວຕິນ (ຜົວ) ນາງ ບຸດ (ເມຍ) ແລະ ລູກ 2 ຄົນ. ເຂົາເຈົ້າມີອາຊີບເຮັດນາ, ເຊິ່ງຜ່ານມາ ຜົນໄດ້ຮັບບໍ່ພໍກຸ້ມກິນໃນແຕ່ລະປີ, ນອກຈາກເຮັດນາ ລາວກໍ່ຍັງໄປຫາເຄື່ອງປ່າຂອງດົງມາຂາຍເພື່ອຊື້ເຂົ້າກິນ, ຕໍ່ມາເນື່ອງຈາກເຄື່ອງປ່າຂອງດົງນັບມື້ນັບຫຼຸດລົງ ເຮັດໃຫ້ມີລາຍໄດ້ໜ້ອຍ ແລະ ການດຳລົງຊີວິດຂອງລາວກໍ່ຫຍຸ້ງຍາກຂື້ນກວ່າເກົ່າ. ເມື່ອທີມງານໄດ້ລົງປະເມີນເບື້ອງຕົ້ນເຫັນວ່າຄອບຄົວຂອງລາວ ມີຄວາມເໝາະສົມທີ່ຈະໄດ້ຮັບການສະໜັບສະໜູນກິດຈະກຳລ້ຽງກົບ. ທ້າວຕິນ ລາວບໍ່ເຄີຍລ້ຽງກົບ, ລາວບອກວ່າ: “ບໍ່ມີຄວາມຮູ້ ແລະ ປະສົບການກ່ຽວກັບການລ້ຽງກົບ, ເຮັດໃຫ້ບໍ່ມີຄວາມໝັ້ນໃຈ ຢ້ານລ້ຽງແລ້ວມັນບໍ່ໃຫຍ່, ຢ້ານມັນຕາຍ ເນື່ອງຈາກວ່າ ບໍ່ເຄີຍລ້ຽງຈັກເທື່ອ ບໍ່ຮູ້ເຕັກນິກ ແລະ ວິທີການຫຍັງເລີຍ” ແຕ່ທາງທີມງານໂຄງການກໍ່ໄດ້ອະທິບາຍໃຫ້ເຂົ້າໃຈວ່າ ພວກເຮົາຈະເປັນຜູ້ອຳນວຍຄວາມສະດວກ, ໃຫ້ຄວາມຮູ້, ແນະນຳເຕັກນິກ ແລະ ສະໜອງລູກກົບໃຫ້ລາວ.

ຫຼັງຈາກນັ້ນ ໃນປີ 2021, ໂຄງການໄດ້ສະໜັບສະໜູນກິດຈະກຳລ້ຽງກົບໃຫ້ກັບລາວ, ໂດຍໄດ້ສະໜອງກົບ 500 ໂຕ, ສະໜອງອຸປະກອນອ່າງສຳລັບລ້ຽງ 1 ອັນ, ຫົວອາຫານ 1 ສອບ ແລະ ຜ້າກັນແສງ 8 ແມັດ. ພ້ອມທັງໄດ້ແນະນຳ ແລະ ສອນເຕັກນິກວິທີການລ້ຽງ, ການໃຫ້ອາຫານ, ການປ່ຽນຖ່າຍນ້ຳ ລວມໄປເຖິງການຫາອາຫານເສີມຈາກທຳມະຊາດທີ່ຫາໄດ້ງ່າຍພາຍໃນບ້ານເອງ ກໍຄືອາຫານກົບທີ່ໄດ້ມາຈາກທຳມະຊາດເປັນຕົ້ນແມ່ນ: ປວກ, ຂີ້ກະເດືອນ, ແມງໄມ້ ແລະ ອື່ນໆ. ຫຼັງຈາກທີ່ລາວໄດ້ຮຽນຮູ້ເຕັກນິກວິທີການລ້ຽງກົບ, ໄດ້ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການລ້ຽງຫຼາຍຂື້ນແລ້ວ, ລາວໄດ້ມີຄວາມໝັ້ນໃຈໃນການລ້ຽງ ຍິ່ງເມື່ອເວລາຜ່ານໄປ, ກົບຂອງລາວຄ່ອຍໆໃຫຍ່ຂື້ນ ຍິ່ງເຮັດໃຫ້ລາວມີກຳລັງໃຈ ແລະ ເອົາໃຈໃສ່ໃນການລ້ຽງຫຼາຍຂື້ນກວ່າເກົ່າ. ທ້າວຕິນເວົ້າວ່າ: “ເມື່ອໄດ້ຮັບກິດຈະກຳ ແລະ ປະຕິບັດຈົນມັນປະສົບຜົນສຳເລັດແລ້ວ, ປັດຈຸບັນຮູ້ສືກພາກພູມໃຈທີໄດ້ຮັບກິດຈະກຳ. ຫຼັງຈາກໄດ້ຮັບກິດຈະກຳແລ້ວ, ທາງຄອບຄົວໄດ້ມີການປ່ຽນແປງທີ່ດີຂື້ນ ລາຍຮັບເພິ່ມຂື້ນ (ເຊິ່ງລາຍໄດ້ຈາກການຂາຍກົບໄດ້ເງິນ 450,000 ກີບ/ຄັ້ງ), ຫຼັງຈາກໂຄງການສິ້ນສຸດ ກໍ່ຈະສືບຕໍ່ລ້ຽງ ແລະ ມີແຜນຈະປະສົມພັນກົບເອງ ເພື່ອໃຫ້ມີຄວາມຍືນຍົງຕາມຄຳແນະນຳຂອງໂຄງການ”.

ທີມງານຍັງບອກອີກວ່າ: ເມື່ອລາວໄດ້ລາຍຮັບຈາກການລ້ຽງກົບແລ້ວ, ລາວຍັງສາມາດເອົາເງິນໄປຊື້ປາ ຊື້ກຸ້ງ ມາລ້ຽງເພີ່ມອີກ, ໂດຍໄດ້ສຶກສາ ແລະ ຮຽນຮູ້ ຈາກສູນໜອງເຕົ່າ ທີ່ທາງໂຄງການໄດ້ສົ່ງໄປທັດສະນະສຶກສາ. ເນື່ອງຈາກວ່າລາວເປັນຜູ້ໜື່ງທີ່ຮຽນຮູ້ໄດ້ໄວ ແລະ ເຮັດໃຫ້ເກີດມີຜົນສຳເລັດ ລາວຈຶ່ງກາຍເປັນຄົນສຳຄັນ ທີ່ຊາວບ້ານໃຫ້ຄວາມເຄົາລົບ ແລະ ຂໍຄຳປຶກສາໃນດ້ານການລ້ຽງກົບນຳເລື້ອຍໆ, ເວົ້າໄດ້ວ່າລາວເປັນຕົວແທນໃຫ້ກັບທີມງານໂຄງການທີ່ໃຫ້ຄວາມຮູ້ ແລະ ແນະນຳວິທີການທີ່ດີໃຫ້ກັບຊຸມຊົນໄດ້. ເຊັ່ນວ່າ: ລາວສາມາດແບ່ງປັນ ຫຼື ສົ່ງຕໍ່ສິ່ງທີ່ໄດ້ຮຽນຮູ້ ໃຫ້ກັບຊຸມຊົນ ໂດຍໄດ້ນຳເອົາຄວາມຮູ້ທີ່ມີໄປເຜີຍແຜ່ໃນໝູ່ບ້ານ ແລະ ແນະນຳຄອບຄົວທີ່ໄດ້ກິດຈະກຳລ້ຽງກົບໃນບ້ານຂອງລາວນຳອີກ.

ຂຽນໂດຍ: ທ້າວ ຖາວອນ ແກ້ວຄໍາວົງ, ໄລຍະການຂຽນບົດ: ເດືອນກໍລະກົດ 2023

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ຢູ່ເຂດຊົນນະບົດ

"ລູກຂອງທ້າວເຫຼີມໄດ້ຫຼຸດພົ້ນຈາກການເປັນເດັກນ້ອຍທີ່ຂາດສານອາຫານແລ້ວ"

ທ້າວເຫຼີມ ອາຍຸ 39 ປີ, ອາໄສຢູ່ ບ້ານຫ້ວຍເດື່ອ, ເມືອງອາດສະພອນ, ແຂວງສະຫວັນນະເຂດ. ມີສະມາຊິກຄອບຄົວທັງໝົດ 5 ຄົນຄື: ທ້າວເຫຼີມ (ຜົວ), ນາງທາ (ເມຍ), ລູກ 3 ຄົນ ແລະ ລູກຂອງເຂົາເຈົ້າຄົນນ້ອຍສຸດຢູ່ໃນຊ່ວງອາຍຸລຸ່ມ 5 ປີລົງມາ ແລະ ເປັນຄົນທີ່ຂາດສານອາຫານ ມີຮູບຮ່າງທີ່ຈ່ອຍ ແລະ ບໍ່ແຂງແຮງ. ຄອບຄົວຂອງທ້າວເຫຼີມມີອາຊີບເຮັດນາ, ລາຍໄດ້ຫຼັກມາຈາກການຂາຍສັດ, ຂາຍມັນຕົ້ນ ແລະ ເຄື່ອງປ່າຂອງດົງ. ເນື່ອງຈາກຄອບຄົວຂອງເຂົາເຈົ້າທຸກຍາກ ແລະ ມີລູກນ້ອຍທີ່ຂາດສານອາຫານ, ທາງໂຄງການຈຶ່ງໄດ້ມອບກິດຈະກຳໃຫ້ຫຼາຍຢ່າງ ເປັນຕົ້ນແມ່ນ: ສົ່ງເສີມການເຂົ້າເຖິງວິດຖ່າຍ, ສົ່ງເສີມການສ້າງລາຍຮັບ (ການລ້ຽງແບ້, ການລ້ຽງກົບ ແລະ ການປູກເຫັດ). ໃນໄລຍະທຳອິດປີ 2021, ທາງໂຄງການໄດ້ລົງໄປສະໜັບສະໜູນ ແລະ ສົ່ງເສີມການເຂົ້າເຖິງວິດຖ່າຍ ເພາະວ່າເປັນຄອບຄົວທີ່ມີລູກນ້ອຍອາຍຸລຸ່ມ 5 ປີ, ແຕ່ເນື່ອງຈາກວ່າ ເຂົາເຈົ້າເປັນຄອບຄົວທີ່ທຸກຍາກ ໂຄງການຈຶ່ງໄດ້ສະໜອງກິດຈະກຳການລ້ຽງກົບໃຫ້ອີກ ເຊິ່ງມີ: ອ່າງລ້ຽງກົບ 1 ອ່າງ ແລະ ກົບນ້ອຍ 500 ໂຕ. ຫຼັງຈາກໄດ້ກິດຈະກຳການລ້ຽງກົບແລ້ວ ທ້າວເຫຼີມກໍ່ມີຄວາມບຸກບືນ ແລະ ຕັ້ງໃຈໃນການລ້ຽງກົບ ເຮັດໃຫ້ຄອບຄົວມີອາຫານການກິນທີ່ດີຂື້ນ, ບາງມື້ກໍ່ເອົາກົບມາເປັນອາຫານ, ບາງມື້ກໍ່ເອົາກົບໄປຂາຍເພື່ອຊື້ຊິ້ນ-ຊື້ປາມາກິນ ເຮັດໃຫ້ເລື່ອງອາຫານການກິນຂອງເຂົາເຈົ້ານັບມື້ນັບດີຂື້ນ. ເນື່ອງເຫັນໄດ້ເຖິງຄວາມຕັ້ງໃຈ ແລະ ຄວາມບຸກບືນຂອງລາວ, ບວກກັບຄອບຄົວຂອງລາວກໍ່ຍັງມີຄວາມຂາດເຂີນ ແລະ ຍັງບໍ່ພົ້ນຈາກຄອບຄົວທຸກຍາກ ທາງໂຄງການຈຶ່ງໄດ້ສືບຕໍ່ສະໜອງກິດຈະກຳການລ້ຽງແບ້, ເຊິ່ງໄດ້ມອບແບ້ໃຫ້ 4 ໂຕ ພ້ອມກັບແນະນໍາວິທີການລ້ຽງ, ເຕັກນິກການສັກຢາ ແລະ ການບົວລະບັດຮັກສາ. ປັດຈຸບັນແບ້ຂອງລາວມີຄວາມແຂງແຮງ ຕຸ້ຍພີດີງາມ ແລະ ເກີດແມ່ແຜ່ລູກ ເປັນ 8 ໂຕ. ໃນປີ 2023, ໂຄງການຍັງໄດ້ສະໜັບສະໜູນກິດຈະກໍາການປູກເຫັດໃຫ້ກັບລາວ, ໂດຍໄດ້ສະໜອງເຊື້ອເຫັດ 50 ກ້ອນ, ປູນຂາວ 2 ໂລ, ສຳລີ 1 ຖົງ, ຖົງເບົ້າເຫັດ 1,000 ຖົງ ແລະ ປອກຄໍເບົ້າເຫັດ 1,000 ປອກ ແລະ ໄດ້ແນະນໍາເຕັກນິກການປູກ ແລະ ການບົວລະບັດຮັກສາໃຫ້ອອກຜົນດີ, ປັດຈຸບັນລາວສາມາດເກັບດອກເຫັດມາກິນ ແລະ ຂາຍເພື່ອຊື້ອາຫານອື່ນ, ລາວໄດ້ນໍາເອົາເງິນດັ່ງກ່າວໄປໝຸນໃຊ້ໃນການຊື້ເປັດຊື້ໄກ່ມາລ້ຽງ, ເຮັດສວນຜັກ ເພື່ອຕໍ່ຍອດການສ້າງລາຍຮັບ ແລະ ການສໍາຮອງອາຫານໄວ້ສໍາລັບຄອບຄົວ ໂດຍໄດ້ຮັບການແນະນໍາຈາກທີມງານໂຄງການ ດ້ານເຕັກນິກການເຮັດປຸ໋ຍຊີວະພາບ, ການເຮັດຝຸ່ນບົ່ມຝຸ່ນໝັກຈາກທຳມະຊາດອີກດ້ວຍ. ໃນຕົ້ນປີ 2023, ທາງທີມງານໄດ້ໄປຢ້ຽມຢາມ ແລະ ປະເມີນກ່ຽວກັບລູກສາວລາວອີກຄັ້ງ ເຊິ່ງພົບວ່າ: ລູກສາວຂອງລາວແມ່ນຫຼຸດພົ້ນຈາກສະພາບການຂາດສານອາຫານ ເປັນເດັກນ້ອຍປົກກະຕິ ແລະ ເປັນເດັກນ້ອຍທີ່ມີສຸຂະພາບແຂງດີ.

ຂຽນໂດຍ: ທ້າວ ໄຊເພັດ ໄຊສີວອນ, ໄລຍະການຂຽນບົດ: ເດືອນກໍລະກົດ 2023

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການ ຢູ່ເຂດຊົນນະບົດ