ສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມເພື່ອສຸຂະພາບທີ່ດີຂອງທຸກຄົນໃນຊຸມຊົນ

ເພື່ອປະກອບສ່ວນໃນການສົ່ງເສີມວຽກງານດ້ານໂພຊະນາການ ແລະ ສຸຂະອະນາໄມທີ່ດີຂອງທຸກຄົນໃນຊຸມຊົນ, ພວກເຮົາໄດ້ແນໃສ່ການມີສຸຂະພາບທີ່ດີຂອງກຸ່ມເປົ້າໝາຍ, ໃຫ້ເຂົາເຈົ້າໄດ້ເຂົ້າເຖິງດ້ານສາທາລະນະສຸກ, ເຂົ້າເຖິງການມີນ້ຳໃຊ້ທີ່ສະອາດ, ມີອາຫານການກິນທີ່ຖືກຫຼັກໂພຊະນາການ, ມີວິດຖ່າຍໃຊ້ ແລະ ອື່ນໆ. ພວກເຮົາຈຶ່ງໄດ້ປະຕິບັດກິດຈະກຳເຊື່ອມສານວຽກງານສົ່ງເສີມໂພຊະນາການເພື່ອຊ່ວຍຫຼຸດຜ່ອນການຂາດສານອາຫານ ແລະ ວຽກງານສາທາລະນະສຸກໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສົ່ງເສີມໃຫ້ແມ່ຍິງຖືພາ, ເດັກ 1000 ວັນ ແລະ ເດັກລຸ່ມ 5 ປີ ໄດ້ເຂົ້າເຖິງໂພຊະນາການທີ່ດີ, ໃຫ້ຄວາມຮູ້ດ້ານໂພຊະນາການໂດຍເຊື່ອມສານວຽກງານບົດບາດຍິງ-ຊາຍ, ສະໜັບສະໜູນໃຫ້ເຂົ້າເຖິງການສັກຢາປ້ອງກັນພະຍາດ, ຈັດຕັ້ງປະຕິບັດກິດຈະກໍາໃຫ້ຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມໃນແຕ່ລະບ້ານ. ຜ່ານການຈັດຕັ້ງກິດຈະກຳ ເຫັນວ່າກຸ່ມເປົ້າໝາຍຫຼາຍຄອບຄົວໄດ້ມີສຸຂະພາບທີ່ດີຂື້ນ ສະແດງອອກໃນບົດເລື່ອງຄວາມສຳເລັດທີ່ພົ້ນເດັ່ນຂອງບາງໂຄງການດັ່ງຕໍ່ໄປນີ້:

ການປັບປຸງ ແລະ ສ້ອມແປງໂຮງຮຽນແບບມີສ່ວນຮ່ວມ

ການປະຕິບັດກິດຈະກຳໃນຄັ້ງນີ້ເຫັນທາງທີມງານກໍ່ມີຄວາມປະທັບໃຈຫລາຍ ຍ້ອນໄດ້ຮັບການຮ່ວມຈາກພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ພາກັນມາຊ່ວຍທາງດ້ານແຮງງານ ແລະ ອຸປະກອນທີ່ຈຳເປັນ (ໄມ້ແປ້ນ, ໄມ້ເສັ້ນ...) ຈາກທີ່ຄິດວ່າອາດຈະບໍ່ໄດ້ຮັບການຮ່ວມມືດີເຖິງຂັ້ນນີ້ ແຕ່ໃນຄວາມເປັນຈິງແມ່ນທຸກຄົນຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດກິດຈະກຳເພື່ອໂຮງຮຽນ ແລະ ນັກຮຽນທຸກໆຄົນ. ເຊິ່ງພາຍຫຼັງທີ່ໄດ້ສໍາເລັດການປະດິດສ້າງເຄື່ອງຫຼິ້ນເເລ້ວ ນັກຮຽນກໍ່ໄດ້ພາກັນທົດລອງຫຼິ້ນ ເເລະ ສິ່ງທີ່ພວກເຮົາສາມາດສັງເກດເຫັນໄດ້ແມ່ນ ນັກຮຽນມາໂຮງຮຽນໄວຂຶ້ນ, ໃນຊົ່ວໂມງພັກຜ່ອນ ນັກຮຽນກໍ່ໄດ້ມີບ່ອນຫຼິ້ນ ເເລະ ມີຄວາມມ່ວນຊື່ນ, ຈິດໃຈນັກຮຽນມີຄວາມເບີກບານ ເພາະໄດ້ຫຼິ້ນສິ່ງໃໝ່ໆ ຮ່ວມກັບໝູ່ຫຼາຍໆຄົນ ເຊິ່ງເຄືອງຫຼິ້ນ ແມ່ນ ສາມາດດຶງດູດນັກຮຽນເຂົ້າມາໂຮງຮຽນທຸກໆ ວັນບໍ່ຂາດ.