ສ້າງຈາກຊີວິດຈິງ ຂອງ ແກ້ວລຳມອນ ວົງດາລາ

ວິດີໂອສັ້ນທີ່ສ້າງຈາກຊີວິດຈິງ ຂອງ ແກ້ວລຳມອນ ວົງດາລາ, ຫຼື ແກ້ວ ຜູ້ທີ່ມີຄວາມບົກພ່ອງທາງດ້ານການເບິ່ງເຫັນມາແຕ່ກຳເນີດ ແຕ່ບໍ່ເຄີຍຍອມແພ້ ໄດ້ພະຍາຍາມ ຮຽນຮູ້ສິງຕ່າງໆ ຈົນໄດ້ມີໂອກາດມີວຽກເຮັດງານທຳ ຮັບຜິດຊອບໃຫ້ຄຳປຶກສາດ້ານໄອທີ ແລະ ສິງທີ່ສຳຄັນທີ່ສຸດກໍ່ຄືຢາກໃຫ້ສັງຄົມເປີດໂອກາດໃຫ້ຄົນພິການໄດ້ສະແດງຄວາມສາມາດຂອງເຂົາຢ່າງເຕັມທີ່.

ກອງປະຊຸມປະຈຳປີ 2022

ກອງປະຊຸມປະຈຳປີ 2022 ຂອງສະມາຄົມ ສພປ, ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 8 ເມສາ 2023, ໃນຮູບແບບເຊີ່ງໜ້າ ຢູ່ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ ແລະ ອອນລາຍເປັນເວລາເຄິ່ງວັນ, ໂດຍໃຫ້ກຽດເປັນປະທານຂອງ ທ່ານນາງ ເພັດລໍາພອນ ພາລະຄອນ, ປະທານສະມາຄົມ ສພປ. ມີຜູ້ເຂົ້າຮ່ວມຕາງໜ້າຈາກກະຊວງພາຍໃນ, ຜູ້ໃຫ້ທຶນ, ອົງການຈັດຕັ້ງສັງຄົມລາວ, ບັນດາສະມາຊິກ, ຄະນະບໍລິຫານ, ຄະນະກວດກາ, ພະນັກງານ, ອາສາສະໝັກ ຈາກແຕ່ລະເມືອງ ແລະ ແຕ່ລະແຂວງ ລວມທັງໝົດ 135 ທ່ານ (ຍິງ 75 ທ່ານ) ໃນນັ້ນມີຜູ້ທີ່ມີຄວາມເປັນພິການ 4 ທ່ານ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງລາຍງານການເຄື່ອນໄຫວຂອງສະມາຄົມ ສພປ ໃນປີ 2022, ຜົນສໍາເລັດ, ຜົນງານອັນພົ້ນເດັ່ນໃນໄລຍະໜຶ່ງປີຜ່ານມາ ນອກຈາກນັ້ນ ກໍ່ໄດ້ ຜ່ານແຜນການດໍໍາເນີນງານໃນປີ 2023 ເຊີ່ງຈະໄດ້ສືບຕໍ່ສຸມໃສ່ການປະຕິບັດບັນດາໂຄງການ ແລະ ແຜນງານທີ່ກຳລັງຈັດຕັ້ງປະຕິບັດ ຢູ່ ແຂວງຫຼວງພະບາງ, ໄຊຍະບູລີ, ຊຽງຂວາງ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ເຊກອງ.

ວິດີໂອ ບົດລາຍງານປະຈຳປີ 2022

ນີ້ແມ່ນວີດີໂອບົດລາຍງານປະຈຳປີ 2022 ໂດຍຫຍໍ້ ທີ່ລວມເອົາທັງ ຄວາມເປັນມາ, ວິໄສທັດ, ພາລະກິດ, ກຸ່ມເປົ້າໝາຍ ແລະ ວຽກງານການເຄື່ອນໄຫວຂອງສະມາຄົມ ທີ່ໄດ້ຈັດຕັ້ງປະຕິບັດ ລວມເຖິງເປົ້າໝາຍຍຸດທະຍາດ, ຜົນສຳເລັດ ແລະ ວຽກງານອື່ນໆ ທີ່ສະມາຄົມໄດ້ມີສ່ວນຮ່ວມເຂົ້າໃນເຄື່ອຄ່າຍວຽກງານດັ່ງກ່າວ.