ໂຄງການທີ່ສຳເລັດ

ພື້ນທີ່ຈັດຕັ້ງປະຕິບັດຢູ່ 12 ໂຮງຮຽນປະຖົມ ເມືອງອາດສະພອນ, ແຂວງສະຫວັນນະເຂດ

ທີ່ເມືອງອາດສະພອນ, ເມືອງເຊໂປນ ແລະ ເມືອງນອງ ແຂວງສະຫວັນນະເຂດ

ຢູ່ 10 ບ້ານ ເມືອງຈອມເພັດ, 10 ບ້ານ ເມືອງປາກອູ, 10 ບ້ານ ເມືອງຊຽງເງິນ ແຂວງຫຼວງພະບາງ

ຢູ່ 18 ບ້ານ ທີ່ແຂວງສະຫວັນນະເຂດ ແລະ 25 ບ້ານ ທີ່ແຂວງຫົວພັນ

ຢູ່ 7 ບ້ານ 4 ເມືອງ ໃນ 3 ແຂວງ: ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ແລະ ແຂວງສະຫວັນນະເຂດ

3

4

5

ໂຄງການພັດທະນາໂຮງຮຽນບ້ານເຮົາ

ໂຄງການພັດທະນາໂຮງຮຽນບ້ານເຮົາແມ່ນໜຶ່ງໃນໂຄງການຂອງສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ທີ່ໄດ້ຈັດຕັ້ງປະຕິບັດຢູ່ 12 ໂຮງຮຽນເປົ້າໝາຍຄື: ໂຮງຮຽນປະຖົມສົມບູນດົງຂວາງ, ໂຮງຮຽນປະຖົມສົມບູນກາງຕີ້ວ, ໂຮງຮຽນປະຖົມສົມບູນຕັບເຕົ່າ, ໂຮງຮຽນປະຖົມສົມກາງບອນ, ໂຮງຮຽນປະຖົມສົມບູນຄັນຕະກຽນ, ໂຮງຮຽນມູນລະປະຖົມບັງແບດ, ໂຮງຮຽນປະຖົມສົມບູນຄຳພູ, ໂຮງຮຽນປະຖົມສົມບູນບ້ານທົ່ງ, ໂຮງຮຽນປະຖົມສົມບູນຮ່ອງເໝືອງ, ໂຮງຮຽນປະຖົມສົມບູນຕາດຂາແດງ, ໂຮງຮຽນປະຖົມສົມບູນພະນອມພອນ ແລະ ໂຮງຮຽນປະຖົມສົມບູນຜັກກະດາ. ທີ່ເມືອງອາດສະພອນ, ແຂວງສະຫວັນນະເຂດ. ໂຄງການດັ່ງກ່າວໄດ້ຮັບທຶນຈາກ ອົງການ ຄໍໂອເປີເຣດ ປະເທດສະວິດເຊີແລນ, ມູນຄ່າ 120.720 ໂດລາສະຫະລັດ, ເຊິ່ງມີໄລຍະການຈັດຕັ້ງປະຕິບັດໂຄງການ ເລີ່ມຕັ້ງແຕ່ວັນທີ 25 ມິຖຸນາ 2020 – 31 ມີນາ 2022, ໂດຍໄດ້ມີການຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ, ຕາງໜ້າໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງ ສະຫັວນນະເຂດ.

ໂຄງການພັດທະນາໂຮງຮຽນບ້ານເຮົາເປັນໂຄງການໜື່ງທີ່ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 4 ກໍ່ຄື: ຮັບປະກັນການສຶກສາທີ່ມີຄຸນະພາບເທົ່າທຽມ ແລະ ຢ່າງທົ່ວເຖິງ ແລະ ສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊີວິດສຳລັບໝົດທຸກຄົນ ແລະ ກໍ່ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ 9IX ເຊິ່ງນອນຢູ່ໃນເປົ້າໝາຍທີ 2 ກໍ່ຄື ແຜນວຽກຈຸດສຸມທີ 2 ເພື່ອປັບປຸງຄຸນະພາບການສືກສາໃນທຸກລະດັບໃຫ້ສູງຂື້ນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສືກສາເພື່ອໃຫ້ມີຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນທັງເປັນການຮອງຮັບອຸດສາຫະກຳ 4.0.

ອີງຕາມການເກັບຂໍ້ມູນເບື້ອງຕົ້ນກ່ອນການຈັດຕັ້ງປະຕິບັດໂຄງການເຫັນວ່າ ໂຮງຮຽນໃນເຂດບ້ານເປົ້າໝາຍຂອງໂຄງການຍັງມີຫຼາຍຢ່າງບໍ່ທັນພຽງພໍເຊັ່ນ: ອຸປະກອນການຮຽນ-ການສອນ, ຫ້ອງຮຽນ, ຄູຍັງບໍ່ໄດ້ຮັບການຝຶກອົບຮົມທັກສະການສອນແບບໃໝ່, ຄອບຄົວທຸກຍາກບໍ່ມີເງິນທີ່ຈະຊື້ເຄື່ອງນຸ່ງ ແລະ ອຸປະກອນຮັບໃຊ້ການຮຽນຕະຫຼອດຮອດການບໍ່ໃຫ້ຄວາມສຳຄັນຕໍ່ການສຶກສາຂອງລູກ. ການປະຕິບັດບົດບາດໜ້າທີ່ຂອງຄະນະພັດທະນາການສຶກສາຂັ້ນບ້ານລວມທັງການສົ່ງເສີມການສຶກສາຂອງພໍ່ແມ່ນັກຮຽນຍັງບໍ່ທັນເຮັດໄດ້ດີ. ສະນັ້ນ, ເພື່ອເປັນການເສີມສ້າງຂີດຄວາມສາມາດ, ສະໜັບສະໜູນສົ່ງເສີມ ແລະ ແກ້ໄຂບັນຫາດັ່ງກ່າວຂ້າງເທິງ ໂຄງການພັດທະນາໂຮງຮຽນບ້ານເຮົາ ຈື່ງເກີດຂື້ນ. ເຊິ່ງມີຜູ້ໄດ້ຮັບຜົນປະໂຫຍດທາງກົງແມ່ນນັກຮຽນ 622 ຄົນ ແລະ ທາງອ້ອມແມ່ນຄູ, ພໍ່ແມ່ນັກຮຽນ, ຄະນະກຳມະການພັດທະນາການສຶກສາຂັ້ນບ້ານ ແລະ ອຳນາດການປົກຄອງບ້ານ ປະມານ 1,000 ຄົນ. ໂຄງການມີຄາດຄະເນຜົນຮັບຄື:

  • ອັດຕາການປະລະ ແລະ ການຄ້າງຫ້ອງຮຽນຂອງນັກຮຽນຢູ່ໂຮງຮຽນເປົ້າໝາຍບໍ່ເກີນ 5%.

  • ຢ່າງໜ້ອຍ 80% ຂອງຄູສອນຢູ່ໂຮງຮຽນເປົ້້າໝາຍນໍາໃຊ້ເຕັກນິກທີ່ໄດ້ຮັບຝຶກອົບຮົມຈາກໂຄງການ (ຄູ 38 ຄົນ).

  • ຢ່າງໜ້ອຍ 50% ຄະນະພັດທະນາການສືກສາຂັ້ນບ້ານຂອງໂຮງຮຽນເປົ້າໝາຍ ລິເລີ່ມການບໍາລຸງຮັກສາ ແລະ ສ້ອມແປງໂຮງຮຽນໂດຍການສະໜັບສະໜູບຈາກຊາວບ້ານ.

ຂໍ້ມູນກ່ຽວກັບ ໂຄງການພັດທະນາໂຮງຮຽນບ້ານເຮົາ

1) ການປັບປຸງສິ່ງອຳນວຍຄວາມສະດວກໃນໂຮງຮຽນ

  • ປັບປຸງ ແລະ ສ້ອມແປງອາຄານໂຮງຮຽນ ແລະ ໂຕະຕັ່ງ

  • ປັບປຸງບໍລິເວນໂຮງຮຽນ

  • ຫ້ອງອ່ານ (ມຸມສຳລັບອ່ານໜັງສື)

  • ສະໜັບສະໜູນອຸປະກອນການຮຽນສຳລັບນັກຮຽນ

  • ສະໜັບສະໜູນອຸປະກອນ ແລະ ສື່ການຮຽນການສອນ

2) ການສະໜັບສະໜູນການຮຽນການສອນ

  • ຝຶກອົບຮົມຄູຊັ້ນປະຖົມສຶກສາ

  • ການສະໜັບສະໜູນລາງວັນດີເດັ່ນສຳລັບໂຮງຮຽນ, ຄູດີເດັ່ນປະຈຳປີ ແລະ ຄູອາສາ

  • ສະເຫຼີມສະຫຼອງວັນເດັກສາກົນ

  • ການປ່ຽນເເປງພຶດຕິກໍາ ແລະ ຝຶກທັກສະຊິວິດ

3) ການສ້າງຂີດຄວາມສາມາດທາງດ້ານການສຶກສາໃຫ້ເເກ່ຊຸມຊົນ

  • ການສ້າງຄວາມເຂັ້ມແຂງໃຫ້ ຄະນະພັດທະນາການສຶກສາຂັ້ນບ້ານ

  • ກອງປະຊຸມຄະນະກໍາມະການໂຮງຮຽນ

  • ກອງປະຊຸມພໍ່ແມ່ນັກຮຽນ

ໂຄງການພັດທະນາໂຮງຮຽນບ້ານເຮົາ ມີ 3 ກິດຈະກຳຫຼັກ ແລະ 12 ກິດຈະກຳຍ່ອຍ

ການປັບປຸງສິ່ງອຳນວຍຄວາມສະດວກໃນໂຮງຮຽນ

ເນື່ອງຈາກວ່າ ໂຮງຮຽນເປົ້າໝາຍ ຍັງບໍ່ທັນມີສິ່ງອຳນວຍຄວາມສະດວກຫຼາຍຢ່າງ ທີ່ຈະດຶງດູດຄວາມສົນໃຈເຮັດໃຫ້ນັກຮຽນບໍ່ຢາກມາໂຮງຮຽນ ເປັນຕົ້ນແມ່ນ: ອຸປະກອນການຮຽນ-ການສອນ, ສະຖານທີ່ອາຄານຊຸດໂຊມ, ໂຕະຕັ່ງເປ່ເພ, ຫ້ອງນ້ຳບໍ່ພຽງພໍ, ບາງໂຮງຮຽນບໍ່ມີເດີ່ນເພື່ອໃຫ້ເດັກນ້ອຍເຮັດກິດຈະກຳ, ຍັງບໍ່ມີຫ້ອງອ່ານ ແລະ ຕຳລາຮຽນຍັງບໍ່ພຽງພໍ. ເພື່ອເປັນການປະກອບສ່ວນ ແລະ ແກ້ໄຂບັນຫາດັ່ງກ່າວ ຈື່ງມີກິດຈະກຳດັ່ງນີ້:

ປັບປຸງ ແລະ ສ້ອມແປງອາຄານໂຮງຮຽນ ແລະ ໂຕະຕັ່ງ

ປັບປຸງບໍລິເວນໂຮງຮຽນ

ຫ້ອງອ່ານ (ມຸມສຳລັບອ່ານໜັງສື)

ກິດຈະກຳນີ້ໄດ້ຈັດຕັ້ງປະຕິບັດຮ່ວມກັບຄູ່ຮ່ວມງານກໍຄື: ຄູ-ນັກສຶກສາ ຈາກວິທະຍາໄລເຕັກນິກ - ວິຊາຊີບແຂວງ ສະຫວັນນະເຂດ ແລະ ພໍ່ແມ່ນັກຮຽນເຂົ້າມາມີສ່ວນຮ່ວມ ເຊັ່ນ: ການທາສີປ້າຍໂຮງຮຽນພ້ອມເເຕ້ມຕົວໜັງສື, ສ້າງຮົ້ວໜາມໝາກຈັບອ້ອມໂຮງຮຽນ, ກໍ່ສ້າງຕີນຫຼັກເສົາທຸງ, ກະດານຫໍຂ່າວ, ຕູ້ໃສ່ປື້ມ, ກໍ່ສ້າງຫ້ອງນ້ຳໃໝ່, ສ້າງຫ້ອງຮຽນໄມ້ເພີ່ມ, ສະໜອງກະດານດໍາໃໝ່, ມ້າງໂຮງຮຽນຫຼັງເກົ່າ ເເລະ ຍ້າຍປຸກສ້າງໂຮງຮຽນໄມ້ຫຼັງໃໝ່ໂດຍນໍາໃຊ້ໄມ້ເກົ່າ ເເລະ ໄມ້ໃໝ່ຈາກການປະກອບສ່ວນຂອງບ້ານ ແລະ ເຈາະນຳ້ບາດານ.

ກິດຈະກຳການປັບປຸງບໍລິເວນໂຮງຮຽນ ພວກເຮົາໄດ້ຮ່ວມກັບພໍ່ແມ່ປະຊາຊົນ, ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ວິທະຍາໄລເຕັກນິກວິຊາຊີບ, ຊ່າງປະຈໍາບ້ານ ຈັດຕັ້ງປະຕິບັດກິດຈະກຳປັບປຸງບໍລິເວນໂຮງຮຽນ ເປັນຕົ້ນແມ່ນ: ເຮັດເຄື່ອງຫຼິ້ນ, ຂະບວນການສ້າງເຄື່ອງໂອ່ນຊາ, ເດື່ອງດ່າງ ເເລະ ຢາງຕີນລົດ.

ພວກເຮົາໄດ້ຈັດຕັ້ງປະຕິບັດກິດຈະກຳນີ້ໃນ 10 ໂຮງຮຽນ ເຊິ່ງໄດ້ສະໜັບສະໜູນ ຖັງຢາງເກັບມ້ຽນປຶ້ມ, ປຶ້ມນິທານ 449 ເລື່ອງ, ເລື່ອງລະ 2 ຫົວ ລວມທັງໝົດເເມ່ນ 1,298 ຫົວ, ສະໜອງນິທານເຈ້ຍ, ປື້ມນິທານກາບກອນທີ່ທາງວິຊາການເມືອງ ເເລະ ວິຊາການໂຄງການໄດ້ຜະລິດເອງເເບບງ່າຍດາຍສະບັບກັອບປີ້ໃສ່ເຈ້ຍເເຂງ 7 ເລື່ອງໃຫ້ເເກ່ຄູສອນທັງໝົດ 38 ທ່ານ ເພື່ອນໍາໃຊ້ເຂົ້າໃນການຈັດກິດຈະກຳການເລົ່ານິທານ ໃຫ້ເເກ່ນັກຮຽນກ່ອນການຮຽນ.

ສະໜັບສະໜູນອຸປະກອນການຮຽນສຳລັບນັກຮຽນ

ສະໜັບສະໜູນອຸປະກອນ ແລະ ສື່ການຮຽນການສອນ

ພວກເຮົາໄດ້ສະໜັບສະໜູນອຸປະກອນການຮຽນໃຫ້ກັບນ້ອງໆນັກຮຽນ ຈຳນວນ 1,490 ຄົນ (ຍິງ 787 ຄົນ) ໃນ 12 ໂຮງຮຽນ. ໃນນັ້ນ, ມີນັກຮຽນທີ່ຢູ່ໃນຄອບຄົວທຸກຍາກ 306 ຄົນ. ການສະໜັບສະໜູນອຸປະກອນນັກຮຽນປະກອບມີ: ຖົງປຶ້ມ, ປຶ້ມຂຽນ, ບິກ ເເລະ ສໍດຳ.

ພວກເຮົາໄດ້ສະໜັບສະໜູນອຸປະກອນ ແລະ ສື່ການຮຽນ-ການສອນເຊິ່ງປະກອບມີ: ບັນທັດໄມ້ (ຍາວ, ສາມແຈສາກ, ສາມແຈທ່ຽງ ແລະ ມູມ), ລູກຄິດ, ບັດຕົວອັກສອນພາສາລາວ, ບັດໂຕອັກສອນພາສາອັງກິດ, ບັດສະຫຼະ, ບັດໂຕເລກ, ບັດຮູບຊື່ຂອງສັດ, ບັດຮູບຊື່ອາຊີບ, ບັດຮູບຊື່ໝາກໄມ້, ໂພສເຕີ້ແມ່ສະກົດໃນພາສາລາວ, ໂພສເຕີ້ຄຳສັບຮ່າງກາຍ (ລາວ/ອັງກິດ), ໂພສເຕີ້ ບັ້ງສູດ, ໂພສເຕີ້ສະຫຼະໃນພາສາລາວ, ແຜນທີ່ປະເທດລາວ, ແຜນທີ່ໂລກ ເເລະ ໜ່ວຍໂລກຈໍາລອງ. ເຊິ່ງຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງເເມ່ນ ຄູ 38 ທ່ານ ເເລະ ນັກຮຽນທັງໝົດ 609 ຄົນ.

ການສະໜັບສະໜູນການຮຽນການສອນ

ເນື່ອງຈາກວ່າບາງໂຮງຮຽນເປົ້າໝາຍຄູສອນບໍ່ພຽງພໍ, ໂຮງຮຽນຫ່າງໄກຈາກບ້ານຄູສອນ ແລະ ຫົນທາງກໍ່ມີຄວາມຫຍຸ້ງຍາກ, ບໍ່ມີບ່ອນພັກເຊົາໃຫ້ກັບຄູ ເຊິ່ງເປັນສາເຫດໜື່ງເຮັດໃຫ້ມາສອນນັກຮຽນບໍ່ປົກກະຕິ, ມື້ມາມື້ບໍ່ ແລະ ເຮັດໃຫ້ການຮຽນຂອງນັກຮຽນບໍ່ມີຄວາມຕໍ່ເນື່ອງ. ອີກຢ່າງໜື່ງຄູຍັງບໍ່ໄດ້ຮັບການຝຶກອົບຮົມທັກສະການສອນແບບໃໝ່ຈື່ງເປັນສາເຫດຫຼັກເຮັດໃຫ້ນັກຮຽນບໍ່ມີຄວາມສົນໃຈ ແລະ ບໍ່ມາໂຮງຮຽນ. ດັ່ງນັ້ນ, ເພ່ືອເປັນການສ້າງຄວາມອາດສາມາດ ແລະ ສ້າງຄວາມເຂັ້ມແຂງໃຫ້ຄູ ແລະ ນັກຮຽນ ເພື່ອໃຫ້ການສຶກສາມີຄຸນະພາບທີ່ສູງຂື້ນ ຈື່ງໄດ້ມີການຈັດຕັ້ງປະຕິບັດກິດຈະກຳດັ່ງນີ້:

ສະມາຄົມພັດທະນາທັກສະຊີວິດເຊິ່ງເປັນໜື່ງໃນຜູ້ມີສ່ວນຮ່ວມໃນໂຄງການນີ້ ໄດ້ຈັດຝຶກອົບຮົມໃຫ້ກັບວິຊາການ ຈາກພະເເນກສຶກສາທິການ ເເລະ ກິລາເເຂວງ, ວິຊາການ ຈາກຫ້ອງການສຶກສາທິການ ເເລະ ກິລາເມືອງ ເເລະ ວິຊາການໂຄງການ ຈໍານວນທັງໝົດ 7 ຫົວຂໍ້ຄື: 1) ການຈັດການຮຽນ-ການສອນແບບເອົາເດັກເປັນໃຈກາງ, 2) ທັກສະການນຳພາກິດຈະກຳ ແລະ ດຶງດູດຄວາມສົນໃຈຂອງເດັກ (ເກມ, ເພັງ, ລະຄອນ, ນິທານ...), 3) ການຜະລິດ ສື່ການຮຽນ ການສອນ ໂດຍການນຳໃຊ້ວັດຖຸວັດທະນະທຳທ້ອງຖິ່ນ. 4) ທັກສະການສອນພາສາລາວ-ຄະນິດສາດ. 5) ການຈັດການຮຽນ-ການສອນຫ້ອງຄວບ. 6) ເຕັກນິກການເລົ່ານິທານ ແລະ ວຽກສົ່ງເສີມການອ່ານໃນໂຮງຮຽນ. 7) ສິດທິເດັກ ແລະ ການປົກປ້ອງເດັກໃນໂຮງຮຽນ ແລະ ຊຸມຊົນ.

ຝຶກອົບບຮົມຄູຊັ້ນປະຖົມສຶກສາ

ການສະໜັບສະໜູນລາງວັນດີເດັ່ນສຳລັບໂຮງຮຽນ, ຄູດີເດັ່ນປະຈຳປີ ແລະ ຄູອາສາ

ເພື່ອເປັນການກະຕຸກຊຸກຍູ້-ສົ່ງເສີມ ແລະ ເປັນກຳລັງໃຈໃຫ້ກັບບັນດາໂຮງຮຽນ, ຄູ, ຄູອາສາ ຜູ້ທີ່ມີຄວາມເອົາໃຈໃສ່, ຕັ້ງໃຈ ແລະ ມີຜົນງານໂດດເດັ່ນໃນການປະຕິບັດບົດບາດໜ້າທີ່ຂອງຕົນ. ສະນັ້ນ, ພວກເຮົາຈື່ງໄດ້ມີການຄັດເລືອກບັນດາໂຮງຮຽນ, ຄູ, ຄູອາສາດັ່ງກ່າວ ເພື່ອມອບລາງວັນໂຮງຮຽນດີເດັ່ນໃຫ້ໃນບັນດາໂຮງຮຽນເປົ້າໝາຍທັງ 12 ແຫ່ງ. ຜ່ານການປະເມີນໃນແຕ່ລະປີແມ່ນ ສາມາດຄັດເລືອກໄດ້ໂຮງຮຽນດີເດັ່ນ 5 ແຫ່ງຕໍ່ປີ ແລະ ຄັດເລືອກຄູດີເດັ່ນໄດ້ 7 ຄົນຕໍ່ປີ. ກິດຈະກຳນີ້ກໍເພື່ອກະຕຸກຊຸກຍູ້ຊຸມຊົນ ແລະ ຄູຜູ້ທີ່ມີຜົນງານໃຫ້ປະຕິບັດບົດບາດໜ້າທີ່ຂອງຕົນໄດ້ດີ ແລະ ສືບຕໍ່ໃຫ້ດີຂື້ນໄປເລື່ອຍໆໂດຍສະເພາະການສອນທີ່ມີປະສິດທິິພາບ ແລະ ປະສິດທິຜົນ.

ສະເຫຼີມສະຫຼອງວັນເດັກສາກົນ

ການຈັດງານສະເຫຼີມສະຫຼອງວັນເດັກສາກົນໄດ້ຈັດຂື້ນໃນແຕ່ລະປີຄື: ປີທີ1 ໄດ້ຈັດຂື້ນໃນ 5 ໂຮງຮຽນເປົ້າໝາຍ, ປີທີ2 ໄດ້ຈັດຂື້ນໃນ 12 ໂຮງຮຽນເປົ້າໝາຍ. ເຊິ່ງກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດກໍ່ຄື: ການປູກຕົ້ນໄມ້ (ຕົ້ນໄມ້ກິນໝາກ ເເລະ ຕົ້ນໄມ້ໃຫ້ຮົ່ມ), ໄດ້ມີການສາທິດການປູກ, ການປົກປັກຮັກສາໃຫ້ເເກ່ນ້ອງນັກຮຽນ. ພາຍຫຼັງປູກສໍາເລັດເເມ່ນໄດ້ມີກິດຈະກຳຫຼິ້ນເກມເຊັ່ນ: ເກມອົມນໍ້າໃສ່ເເກ້ວ, ເກມຕີກັອບຊາວບ້ານ, ເກມຢຽບໝາກປູ້ງ... ດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.

ການປ່ຽນເເປງພຶດຕິກໍາ ແລະ ຝຶກທັກສະຊິວິດ

ກິດຈະກຳນີ້ ຄູ ແລະ ນັກຮຽນຢູ່ໂຮງຮຽນເປົ້າໝາຍ 12 ແຫ່ງ ໄດ້ເຮັດກິດຈະກຳ ການແຕ້ມຮູບຕາມໃຈ ແລະ ການລະບາຍສີ, ເຊິ່ງພວກເຮົາກໍໄດ້ສະໜອງອຸປະກອນຕ່າງໆເຊັ່ນ: ເຈ້ຍ, ສໍດໍາ ເເລະ ສໍສີ ເປັນຕົ້ນ. ເພື່ອເສີມສ້າງທັກສະຂອງນັກຮຽນກ່ຽວກັບການຈິນຕະນາການ ເເລະ ສາມາດບອກເລົ່າເລື່ອງລາວຕ່າງໆຜ່ານທາງຮູບເເຕ້ມໄດ້. ພວກເຮົາໄດ້ມີການໃຫ້ຄວາມຮູ້ກ່ຽວກັບໂພຊະນະການ, ບົດບາດຍິງຊາຍ, ສິ່ງແວດລ້ອມ, ກະສິກຳ ແລະ ກິລາພື້ນເມືອງ ແລະ ມີການນຳພາປະຕິບັດຕົວຈິງກ່ຽວກັບການແຕ່ງກິນທີ່ຖືກຫຼັກໂພຊະນາການ ໃຫ້ແກ່ຄູ, ຄພສບ, ນ້ອງນັກຮຽນ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງຂອງນັກຮຽນທີ່ເຂົ້າມາຮ່ວມ. ບັນຍາກາດແມ່ນເຕັມໄດ້ດ້ວຍຄວາມມ່ວນຊື່ນ, ຕື່ນເຕັ້ນ, ເອົາໃຈໃສ່ ແລະ ຫ້າວຫັນ.

ການສ້າງຂີດຄວາມສາມາດທາງດ້ານການສຶກສາໃຫ້ເເກ່ຊຸມຊົນ

    ກິດຈະກຳນີ້ ຄູ ແລະ ນັກຮຽນຢູ່ໂຮງຮຽນເປົ້າໝາຍ 12 ແຫ່ງ ໄດ້ເຮັດກິດຈະກຳ ການແຕ້ມຮູບຕາມໃຈ ແລະ ການລະບາຍສີ, ເຊິ່ງພວກເຮົາກໍໄດ້ສະໜອງອຸປະກອນຕ່າງໆເຊັ່ນ: ເຈ້ຍ, ສໍດໍາ ເເລະ ສໍສີ ເປັນຕົ້ນ. ເພື່ອເສີມສ້າງທັກສະຂອງນັກຮຽນກ່ຽວກັບການຈິນຕະນາການ ເເລະ ສາມາດບອກເລົ່າເລື່ອງລາວຕ່າງໆຜ່ານທາງຮູບເເຕ້ມໄດ້. ພວກເຮົາໄດ້ມີການໃຫ້ຄວາມຮູ້ກ່ຽວກັບໂພຊະນະການ, ບົດບາດຍິງຊາຍ, ສິ່ງແວດລ້ອມ, ກະສິກຳ ແລະ ກິລາພື້ນເມືອງ ແລະ ມີການນຳພາປະຕິບັດຕົວຈິງກ່ຽວກັບການແຕ່ງກິນທີ່ຖືກຫຼັກໂພຊະນາການ ໃຫ້ແກ່ຄູ, ຄພສບ, ນ້ອງນັກຮຽນ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງຂອງນັກຮຽນທີ່ເຂົ້າມາຮ່ວມ. ບັນຍາກາດແມ່ນເຕັມໄດ້ດ້ວຍຄວາມມ່ວນຊື່ນ, ຕື່ນເຕັ້ນ, ເອົາໃຈໃສ່ ແລະ ຫ້າວຫັນ.

ພວກເຮົາໄດ້ເຊີນຄູຝຶກຈາກ ສະມາຄົມພັດທະນາທັກສະຊີວິດມາຝຶກອົບຮົມໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ 40 ທ່ານ ໃນ 3 ຫົວຂໍ້ຄືື: ການຢູ່ຮ່ວມກັນແບບຫຼາກຫຼາຍວັດທະນະທຳຢ່າງມີຄວາມສຸກ, ການຄຸ້ມຄອງບໍລິຫານແບບມີສ່ວນຮ່ວມຂອງຊຸມຊົນ, ການພັດທະນາວິຊາຄວາມຮູ້ທ້ອງຖິ່ນ. ອີງໃສ່ການປະເມີນເບື້ອງຕົ້ນຂອງການຝຶກອົບຮົມເຫັນວ່າ ຜູ້ເຂົ້າຮ່ວມເຫັນໄດ້ເຖິງຂະບວນການຊຸກຍູ້ ເເລະ ນໍາພາຊຸມຊົນສ້າງເເຜນພັດທະນາໂຮງຮຽນຂອງຕົນ. ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ ເເລະ ເກັບກ່ຽວປະສົບການ ຈາກຮູບເເບບວິທີການເຮັດວຽກ ເພື່ອນໍາມາປັບໃຊ້ເຂົ້າໃນການປະຕິບັດກິດຈະກຳໃນຄັ້ງຕໍ່ໄປ.

ການສ້າງຄວາມເຂັ້ມແຂງໃຫ້ຄະນະພັດທະນາການສຶກສາຂັ້ນບ້ານ (ຄພສບ)

ກອງປະຊຸມພໍ່ແມ່ນັກຮຽນ

ກອງປະຊຸຸມຂັ້ນບ້ານໄດ້ຈັດຂື້ນໃນແຕ່ລະປີກ່ອນເປີດສົກຮຽນ ໃນປີທີ1 ໄດ້ຖືກຈັດຕັ້ງປະຕິບັດຂື້ນໂດຍໄດ້ແບ່ງອອກເປັນ 4 ກຸ່ມ. ກຳນົດເອົາບ້ານໃກ້ຄຽງກັນມາເຕົ້າໂຮມ ແລະ ປະຊຸມໃນສະຖານທີ່ດຽວກັນ. ເພື່ອຮ່ວມກັນວາງແຜນພັດທະນາການສຶກສາຂອງຊຸມຊົນ. ໂດຍຜູ້ເຂົ້າຮ່ວມຈາກຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ, ຄູອາຈານ ໃນ 12 ໂຮງຮຽນປະຖົມເປົ້າໝາຍ. ເຊິ່ງລາຍລະອຽດມີດັ່ງນີ້:ໂຮງຮຽນປະຖົມສົມບູນ ພະນອມພອນ ໂດຍມີ 3 ບ້ານເຂົ້າຮ່ວມຄື: ຜັກກະດາ, ພະນອມພອນ ແລະ ຕາດຂາແດງ; ໂຮງຮຽນປະຖົມສົມບູນ ຄັນຕະກຽນ ມີ 4 ບ້ານ ເຂົ້າຮ່ວມຄື: ຄຳພູ, ຮ່ອງເໝືອງ, ບັງແບດໂຄກ ແລະ ຄັນຕະກຽນ. ໂຮງຮຽນປະຖົມສົມບູນ ກາງຕິ້ວ ມີ 4 ບ້ານເຂົ້າຮ່ວມຄື: ຕັບເຕົ່າ, ດົງຂວາງ, ກາງບອນ ເເລະ ກາງຕິ້ວ ແລະ ໂຮງຮຽນປະຖົມສົມບູນບ້ານທົ່ງ. ກອງປະຊຸມດັ່ງກ່າວເປັນກອງປະຊຸມປຶກສາຫາລືບັນຫາການສຶກສາ, ຊອກວິທີແກ້ໄຂຮ່ວມກັນ ແລະ ວາງແຜນເພື່ອການພັດທະນາໂຮງຮຽນບ້ານຂອງຕົນເອງ ຜ່ານກອງປະຊຸມເຫັນວ່າ ຄະນະພັດທະນາຂັ້ນບ້ານ ແລະ ພໍ່ແມ່ນັກຮຽນ ມີຄວາມເຂົ້າໃຈຫຼາຍຂື້ນ.

ກອງປະຊຸມຄະນະກໍາມະການໂຮງຮຽນ

ກອງປະຊຸມພໍ່ແມ່ນັກຮຽນ ໄດ້ຖືກຈັດຂື້ນໃນ 12 ບ້ານເປົ້າໝາຍ. ເຊິ່ງມີຜູ້ເຂົ້າຮ່ວມຈັດຕັ້ງປະຕິບັດຈາກ ວິຊາການຈາກຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຈຸດສຸມ, ຄະນະພັດທະນາການສຶກສາຂັ້ນບ້ານທັງໝົດ, ສະມາຄົມພໍ່ແມ່ນັກຮຽນທັງໝົດ ແລະ ຄູໃນໂຮງຮຽນທັງໝົດ. ໂດຍໄດ້ມີການແລກປ່ຽນ ແລະ ຮຽນຮູ້ຮ່ວມກັນ, ເພື່ອຈະໄດ້ນຳເອົາຂໍ້ດີໄປປັບໃຊ້ໃຫ້ຖືກວິທີ ເພື່ອສົ່ງເສີມວຽກງານການສຶກສາໃຫ້ດີຂື້ນ.

ຜົນໄດ້ຮັບຂອງໂຄງການ

1

ອັດຕາການປະລະ ແລະ ການຄ້າງຫ້ອງຮຽນຂອງນັກຮຽນຢູ່ໂຮງຮຽນເປົ້າໝາຍ ສະເລ່ຍໃນ 12 ໂຮງຮຽນ ເທົ່າກັບ 0.42% ສາມາດປະຕິບັດໄດ້ເກີນແຜນ. ໂດຍອີງໃສ່ແຜນທີ່ວາງໄວ້ 5%

2

ຄະແນນສະເລ່ຍ 88% ຈາກການປະເມີນ ຄູສອນຢູ່ໃນໂຮງຮຽນເປົ້າໝາຍ ນຳໃຊ້ເຕັກນິກທີ່ໄດ້ຮັບ ການເຝິກອົບຮົມຈາກໂຄງການ (ຄູທັງໝົດ 36 ຄົນ). ສາມາດປະຕິບັດໄດ້ເກີນເປົ້າໝາຍທີ່ວາງໄວ້ (80%)

3

ຄະນະພັດທະນາການສືກສາຂັ້ນບ້ານລິເລີ່ມການບຳລຸງຮັກສາ ແລະ ສ້ອມແປງໂຮງຮຽນໂດຍການສະໜັບສະໜູບຈາກຊາວບ້ານຄະແນນສະເລ່ຍ 83% ຈາກການສຸ່ມສຳພາດ 6 ໂຮງຮຽນເປົ້າໝາຍ 30 ທ່ານ ຂອງຄະນະພັດທະນາການສຶກສາຂັ້ນບ້ານ ສາມາດປະຕິບັດໄດ້ເກີນແຜນທຽບໃສ່ແຜນທີ່ວາງໄວ້ 50%

ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ

ຢູ່ 18 ບ້ານ ແຂວງສະຫວັນນະເຂດ ແລະ 25 ບ້ານ ແຂວງຫົວພັນ

ຂໍ້ມູນກ່ຽວກັບ ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ

ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ ແມ່ນໜຶ່ງໃນໂຄງການຂອງ ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ), ທີ່ໄດ້ຈັດຕັ້ງປະຕິບັດຢູ່ 18 ບ້ານ ໃນນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ແລະ 25 ບ້ານ ໃນເມືອງຊຳເໜືອ, ແຂວງຫົວພັນ. ໂຄງການນີ້ໄດ້ຮັບທຶນຈາກກະຊວງການຕ່າງປະເທດລຸກຊຳບວກ, ມູນຄ່າ 957,000 ໂດລາສະຫະລັດ, ເຊິ່ງມີໄລຍະການຈັດຕັ້ງປະຕິບັດໂຄງການໃນໄລຍະເດືອນ ມິຖຸນາ 2020 ເຖິງ ເດືອນພະຈິກ 2022. ໂດຍໄດ້ມີການຮ່ວມມືກັບກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ (ກອງເລຂາຄະນະກຳມະການແຫ່ງຊາດເພື່ອຄົນພິການ ແລະ ຜູ້ອາຍຸສູງ), ອົງການເພື່ອມະນຸດສະທຳ ແລະ ການມີສ່ວນຮ່ວມ (HI).

  ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ ເປັນໂຄງການໜື່ງທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 10: ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ; SDG 18: ຊີວິດທີ່ປອດໄພຈາກລະເບີດທີ່ບໍ່ທັນແຕກ, ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງເພື່ອການພັດທະນາແຫ່ງຊາດ ແລະ ກໍ່ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດ 5 ປີ ຄັັ້ງທີ IX ເຊິ່ງນອນຢູ່ໃນເປົ້າໝາຍທີ 2 ແຜນວຽກຈຸດສຸມທີ 3 ຄື: ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ, ໄວໜຸ່ມ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະ ໄດ້ຮັບການພັດທະນາ ແລະ ປະກອບສ່ວນຢ່າງເຕັມທີ່ໃນການພັດທະນາເສດຖະກິດສັງຄົມ ແລະ ແຜນວຽກຈຸດສຸມທີ 5 ຄື: ການກວດກູ້ລະເບີດບໍ່ທັນແຕກ ແລະ ຊິວິດຂອງປະຊາຊົນມີຄວາມປອດໄພຈາກລະເບີດບໍ່ທັນແຕກເພີ່ມຂື້ນເທື່ອລະກ້າວ.

     ການສຳຫຼວດກຸ່ມຄົນທີ່ມີຄວາມພິການຢູ່ໃນຊຸມຊົນ, ທັງໃນຕົວເມືອງ ແລະ ຊານເມືອງກ່ອນການຈັດຕັ້ງປະຕິບັດໂຄງການ, ພວກເຮົາໄດ້ພົບເຫັນວ່າ ຍັງມີກຸ່ມຄົນພິການຫຼາຍທີ່ຍັງບໍ່ສາມາດເຂົ້າຮ່ວມກິດຈະກຳ ແລະ ເຂົ້າເຖິງການບໍລິການທາງສັງຄົມໃນຊຸມຊົນໄດ້ເຕັມທີ່. ເຊິ່ງນຳໄປສູ່ອຸປະສັກໃນການສ້າງລາຍໄດ້ໃຫ້ແກ່ພວກເຂົາ. ສະນັ້ນ, ເພື່ອເປັນການເສີມສ້າງຂີດຄວາມສາມາດ, ສະໜັບສະໜູນສົ່ງເສີມ ແລະ ແກ້ໄຂບັນຫາດັ່ງກ່າວຂ້າງເທິງ, ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນຈື່ງໄດ້ເກີດຂື້ນ, ເພື່ອສະໜັບສະໜູນຄົນພິການໃຫ້ໄດ້ຮັບການປັບປຸງດ້ານສຸຂະພາບ, ມີເງື່ອນໄຂໃນການດຳລົງຊີວິດ, ມີການເຂົ້າຮ່ວມໃນສັງຄົມ, ເຊິ່ງຜູ້ໄດ້ຮັບຜົນປະໂຫຍດແມ່ນຄົນພິການໃນພື້ນທີ່ເປົ້າໝາຍຂອງໂຄງການເຊີ່ງມີຄາດຄະເນຜົນຮັບໄວ້ດັ່ງນີ້:

  • ພາກສ່ວນທີ່ກ່ຽວຂ້ອງ ໃນວຽກງານພັດທະນາ ການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ, ໃນຂັ້ນສູນກາງ ແລະ ທ້ອງຖິ່ນ (ຢູ່ 2 ແຂວງ) ໄດ້ຮັບການສ້າງຄວາມອາດສາມາດ, ຄວາມຮູ້ທາງວິຊາການ ແລະ ທັກສະ

  • ການເຊື່ອມໂຍງລະຫວ່າງວຽກງານຟື້ນຟູໜ້າທີ່ການ ແລະ ການດຳເນີນກິດຈະກຳການສ້າງລາຍຮັບໄດ້ຮັບການປັບປຸງດີຂື້ນ

  • ຄົນພິການໃນແຂວງສະຫວັນນະເຂດ ແລະ ແຂວງຫົວພັນມີຄວາມພໍໃຈຕໍ່ກັບຄວາມຮັບຮູ້ທີ່ເພີ່ມຂື້ນ ແລະ ສາມາດເຂົ້າເຖິງການບໍລິການໃນການປັບປຸງຊີວິດການເປັນຢູ່ ແລະ ການຟື້ນຟູໜ້າທີ່ການ

ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ ມີ 4 ກິດຈະກຳຫຼັກ ແລະ 23 ກິດຈະກຳຍ່ອຍ

  1. ອົງການຈັດຕັ້ງມະຫາຊົນ (ສະຫະພັນແມ່ຍິງ ອົງການອື່ນໆທີ່ກ່ຽວຂ້ອງ ຫຼື ກຸ່ມຊວ່ຍເຫຼືອຕົນເອງ) ເພື່ອປະເມີນສິ່ງກີດຂວາງຕ່າງໆສໍາລັບຜູ້ທີ່ມີຄວາມເປັນພິການ
  • ການປະເມີນພາບລວມກ່ຽວກັບອຸປະສັກຕ່າງໆ ແລະ ການມີສ່ວນຮ່ວມສະຫະພັນແມ່ຍິງນະຄອນໄກສອນ

  • ການປະເມີນພາບລວມກ່ຽວກັບອຸປະສັກຕ່າງໆ ແລະ ການມີສ່ວນຮ່ວມສະຫະພັນແມ່ຍິງ ແລະ ຊາວໜຸ່ມ ເມືອງຊໍາເໜືອ

  • ສະໜອງທຶນຍ່ອຍໃຫ້ກັບສະຫະພັນແມ່ຍິງເມືອງຊໍາເໜືອ

  • ສະໜັບສະໜູນອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງນະຄອນໄກສອນພົມວິຫາ

  • ສະໜັບສະໜູນການຮຽນ-ການສອນ

  1. ປະເມີນຄວາມເປັນພິການ ໃນພື້ນທີ່ເປົ້າໝາຍ ແລະ ສົ່ງຕໍ່ເຂົາເຈົ້າຍັງໄປສູນການແພດຟຶ້ນຟູໜ້າທີ່ການຂັ້ນແຂວງ
  • ກອງປະຊຸມປຶກສາຫາລືການວາງແຜນຈັດຕັ້ງປະຕິບັດກັບອົງການຈັດຕັ້ງບ້ານ ແລະ ຄູ່ຮ່ວມງານທີ່ກ່ຽວຂ້ອງ
  • ກອງປະຊຸມການສ້າງຄວາມເຂົ້້າໃຈກ່ຽວກັບຄວາມເປັນພິການ ແລະ ຄັດເລືອກກຸ່ມເປົ້າໝາຍ

  • ການເຜີຍແຜ່ການຈັດລໍາລັບບຸລິມະສິດ ແລະ ໃຫ້ຄັດເລືອກຜູ້ໄດ້ຮັບຜົນປະໂຫຍດ

  • ປະເມີນຄວາມຫຍຸ້ງຍາກໜ້າທີການ ແລະ ຄວາມຕ້ອງການລາຍບຸກຄົນ ໂດຍໃຊ້ເຄື່ອງມືປະເມີນ

  • ສ້າງແຜນປະຕິບັດ (ໂດຍເອົາຄອບຄົວກຸ່ມເປົ້າໝາຍເປັນໃຈກາງ)

  • ການ ສົ່ງຕໍ່ໄປຫາອຸປະກອນຊ່ວຍ/ເຄື່ອງຄໍ້າຊູ (ຂາທຽມ, ແຂນທຽມ, ໄມ້ເທົ້າຊ່ວຍນໍາທາງ, ລໍ້ເລື່ອນ, ເຄື່ອງຊ່ວຍຟັງ)

  • ການ ສົ່ງຕໍ່ ຟື້ນຟູບໍາບັດສຸຂະພາບ

  • ການສົ່ງຕໍ່ກໍລະນີສຸກເສີນ

  • ການສໍາພາດພາຍຫຼັງສໍາເລັດກິດຈະກໍາ