ສະມາຄົມ ສພປ ຖືເອົາວຽກພົວພັນປະສານງານ ແລະ ການມີສ່ວນຮ່ວມເປັນສິ່ງສໍາຄັນ, ສະນັ້ນ ພວກເຮົາຈຶ່ງໄດ້ເຂົ້າຮ່ວມບັນດາເຄືອຂ່າຍຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ອົງຄວາມຮູ້ ເພື່ອນໍາມາປັບໃຊ້ໃນອົງກອນ

ເຄືອຂ່າຍ
ຫ້ອງການປະສານງານ ອົງການຈັດຕັ້ງສັງຄົມລາວ (LCCO)

        ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ ຫຼື Lao CSO Coordination Office (LCCO) ແມ່ນຫ້ອງການປະສານງານໃຫ້ແກ່ບັນດາອົງການຈັດຕັ້ງທາງສັງຄົມລາວທີ່ບໍ່ຫວັງຜົນກໍາໄລ ເນັ້ນໃສ່ການປະສານງານ, ແລກປ່ຽນຂໍ້ມູນຂ່າວສານເປັນຫຼັກລະຫວ່າງສະມາຊິກໃນທົ່ວປະເທດ, ບັນດາຄູ່ຮ່ວມພັດທະນາພາກລັດຖະບານ, ພາກພື້ນ ແລະ ສາກົນ. ສະມາຄົມ ສພປ ກໍ່ແມ່ນໜຶ່ງໃນຄະນະກໍາມະການ ຫ້ອງການປະສານງານອົງການຈັດຕັ້ງສັງຄົມລາວ ທີ່ໄດ້ມີສ່ວນຮ່ວມເຮັດວຽກ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນທຸກວຽກງານທີ່ນອນໃນຢູ່ກົນໄກເຄືອຂ່າຍທັງໝົດ 7 ຂະແໜງການຄື: 1) ການປົກຄອງທີ່ດີ; 2) ກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ, 3) ສຶກສາທິການ ແລະ ກິລາ, 4) ສາທາລະນະສຸກ, 5) ສິ່ງແວດລ້ອມ, 6) ແຮງງານ ແລະ ສະຫວັດດີການສັງຄົມ, ຄົນພິການ ແລະ ການປົກປ້ອງທາງສັງຄົມ ແລະ 7) ເສດຖະກິດ, ຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ກອງປະຊຸມພາກປະຊາຊົນອາຊຽນ (ACSC/APF)

      ກອງປະຊຸມພາກປະຊາຊົນອາຊຽນ ASEAN Civil Society Conference (ACSC) ຫຼື ASEAN People’s Forum (APF) ແມ່ນກອງປະຊຸມປະຈໍາປີຂອງບັນດາອົງການຈັດຕັ້ງສັງຄົມ (CSOs) ຢູ່ໃນບັນດາລັດສະມາຊິກອາຊຽນ, ເຊິ່ງໄດ້ຖືກຈັດຂຶ້ນເປັນກອງປະຊຸມຂະໜານກັນກັບກອງປະຊຸມສຸດຍອດອາຊຽນຂອງຫົວໜ້າລັດຖະບານ. ເປັນເວທີແລກປ່ຽນ, ແບ່ງປັນປະສົບການ ແລະ ສົນທະນາບັນຫາຕ່າງໆທີ່ກ່ຽວຂ້ອງກັບການບັນລຸເປົ້າໝາຍສະຫະສະວັດ ເພື່ອການພັດທະນາເຊື່ອມສານກັບການຈັດຕັ້ງປະຕິບັດບັນດາຖະແຫຼງການສາກົນ ແລະ ຂໍ້ຕົກລົງການຮ່ວມມືອາຊຽນ ລະຫວ່າງ ອົງການຈັດຕັ້ງສັງຄົມ (CSOs) ໃນບັນດາປະເທດອາຊຽນ. ສະມາຄົມ ສພປ ໄດ້ຮັບການຄັດເລືອກເປັນໜຶ່ງໃນຄະນະກໍາມະການຊີ້ນໍາຂອງ ອົງການຈັດຕັ້ງສັງຄົມລາວ ຫຼື Steering Committee ຂອງກອງປະຊຸມພາກປະຊາຊົນອາຊຽນ ຫຼື ACSC/APF ໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວ. ນອກຈາກນີ້, ຍັງໄດ້ປະກອບສ່ວນໃນການເຮັດວຽກເປັນກອງເລຂາ ເພື່ອອໍານວຍຄວາມສະດວກ ແລະ ກະກຽມໃຫ້ແກ່ຄະນະຜູ້ແທນຈາກອົງການຈັດຕັ້ງສັງຄົມລາວເຂົ້າຮ່ວມກອງປະຊຸມ ACSC/APF ໃນແຕ່ລະປີ. ໃນປີ 2022 ປະເທດກໍາປູເຈຍເປັນເຈົ້າພາບຈັດ ACSC/APF ຂຶ້ນທີ່ ນະຄອນຫຼວງພະນົມເປັນ. ສະມາຄົມ ສພປ ພ້ອມດ້ວຍຄະນະຜູ້ແທນຈາກອົງການຈັດຕັ້ງສັງຄົມລາວອື່ນໆກໍ່ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນແຕ່ລະປີ.

      ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການລາວ Scaling Up Nutrition Civil Society Alliance in Lao PDR ຫຼື SUN CSA Laos ແມ່ນເຄືອຂ່າຍອົງການຈັດຕັ້ງທາງສັງຄົມ 60 ອົງກອນໃນ ສປປ ລາວ ທີ່ເຮັດວຽກເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານໃນສົ່ງເສີມວຽກງານດ້ານໂພຊະນາການ, ປັບປຸງສະຖານະພາບດ້ານໂພຊະນາການຂອງປະຊາຊົນໃນ ສປປ ລາວ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍໃນໄລຍະ 1000 ວັນທໍາອິດ. ສະມາຄົມ ສພປ ໄດ້ເຂົ້າຮ່ວມເປັນສະມາຊິກໃນປີ 2017, ຫຼັງຈາກທີ່ໄດ້ເປັນສະມາຊິກຂອງ SUN CSA Laos ແລ້ວ, ພວກເຮົາກ່ໍໄດ້ຕັ້ງໜ້າເຂົ້າຮ່ວມປະຊຸມ, ແລກປ່ຽນ-ຮຽນຮູ້ ແລະ ນໍາເອົາບົດຮຽນຕ່າງໆມາໝູນໃຊ້-ປັບໃຊ້ໃນວຽກງານດ້ານໂພຊະນາການຂອງສະມາຄົມ. ພິເສດໄປກວ່ານັ້ນ ສພປ ຍັງເປັນໜຶ່ງໃນຄະນະປະສານງານຂັ້ນແຂວງໃນວຽກງານດ້ານໂພຊະນາການ (ແຂວງສະຫວັນນະເຂດ) ແລະ ເປັນໜຶ່ງໃນຄະນະກໍາມະການບໍລິຫານງານຂອງເຄືອຂ່າຍ SUN CSA Laos ໃນປີ 2022 ອີກດ້ວຍ.

ເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການລາວ
ເຄືອຂ່າຍພັນທະມິດການຮຽນຮູ້ລະບົບນິເວດກະສິກຳໃນເອເຊຍຕາເວັນອອກສ່ຽງໃຕ້ (ALiSEA)

 ເຄືອຂ່າຍພັນທະມິດການຮຽນຮູ້ລະບົບນິເວດກະສິກໍາໃນເອເຊຍຕາເວັນອອກສຽງໃຕ້ Argoecology Learning alliance in South East Asia ຫຼື ALiSEA ແມ່ນເປັນໜຶ່ງໃນແຜນງານການສະໜັບສະໜູນການປ່ຽນແປງນິເວດກະສິກໍາໃນພາກພື້ນແມ່ນໍ້າຂອງ (ACTAE), ເຊິ່ງຮ່ວມກັບອົງການ CIRAD ເປັນຜູ້ຮັບຜິດຊອບບັນດາໂຄງການທີ່ກ່ຽວກັບເຄືອຂ່າຍກະສິກໍາແບບອະນຸລັກໃນອາຊີຕາເວັນອອກສ່ຽງໃຕ້ (CANSEA). ALiSEA ມີຈຸດປະສົງຫຼັກແມ່ນເພື່ອແລກປ່ຽນປະສົບການ ແລະ ຄວາມຮູ້ກ່ຽວກັບລະບົບນິເວດກະສິກໍາ. ສະມາຄົມ ສພປ ໄດ້ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍ ALiSEA ແລະ ໄດ້ຕັ້ງໜ້າປະກອບສ່ວນເຂົ້າຮ່ວມກອງປະຊຸມ ແລກປ່ຽນໃນຫົວຂໍ້ຕ່າງໆທີ່ໄດ້ຖືກຮັບເຊີນ.

ອົງການຈັດຕັ້ງສັງຄົມລາວ ໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

       ອົງການຈັດຕັ້ງສັງຄົມລາວໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (ອລກປ) ມີຊື່ເປັນພາສາອັງກິດແມ່ນ Lao Civil Society Organization Forestry Law Enforcement Governance and Trade ຫຼື Lao CSO FLEGT: ແມ່ນກຸ່ມອົງການຈັດຕັ້ງສັງຄົມລາວທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈກັບສະຫະພາບເອີຮົບ (VPA). ເປົ້າໝາຍຂອງ Lao CSO FLEGT ແມ່ນເພື່ອເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດຜົນເຂົ້າໃນຂະບວນການຂອງ FLEGT-VPA ລະຫວ່າງລັດຖະບານລາວ ແລະ ເອີຣົບ, ການຮັບປະກັນວ່າບັນດາຊຸມຊົນທີ່ອາໄສປ່າໄມ້ສາມາດເຂົ້າເຖິງ, ນໍາໃຊ້, ຄຸ້ມຄອງ, ປົກປ້ອງ ແລະ ພັດທະນາປ່າໄມ້ໃນຮູບແບບທາງທີ່ເປັນທໍາ ແລະ ຍືນຍົງ. ແຜນງານທີ່ດໍາເນີນວຽກງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ໂດຍອີງຕາມໜັງສືຮັບຮອງຈາກກົດໝາຍປ່າໄມ້ ສະບັບເລກທີ 1278/ກກປມ, ລົງວັນທີ 23 ກັນຍາ 2015. ເຊິ່ງສະມາຄົມ ສພປ ໄດ້ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍ Lao CSO FLEGT ນັບແຕ່ປີ 2015 ເປັນຕົ້ນມາ, ໂດຍສະເພາະ ໃນປີ 2019 ກໍ່ໄດ້ຮັບການຄັດເລືອກຕັ້ງໃຫ້ເປັນໜຶ່ງໃນຄະນະກໍາມະການຊີ້ນໍາຂອງເຄືອຂ່າຍອີກດ້ວຍ. ໂດຍທີ່ຜ່ານມາພວກເຮົາໄດ້ເຂົ້າຮ່ວມບັນດາກິດຈະກໍາ ແລະ ກອງປະຊຸມຂອງເຄືອຂ່າຍຢ່າງສະໝໍ່າສະເໝີ; ປະກອບສ່ວນເຂົ້າໃນວຽກງານ FLEGT-VPA ແລະ ເຂົ້າຮ່ວມຂະບວນການຄ້ົນຄວ້າບັນດາຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLDs); ປະກອບສ່ວນໃນກອງປະຊຸມວິຊາການປ່າໄມ້ (technical working group) ທີ່ກ່ຽວຂ້ອງກັບປ່າໄມ້ຊຸມຊົນ ຫຼື ປ່າໄມ້ບ້ານ; ອອກແບບ ແລະ ຜະລິດບັນດາສື່ສິ່ງພິມ ແລະ ສື່ໂຄສະນາຂອງເຄືອຂ່າຍເຊັ່ນວ່າ: (ແຜ່ນພັບ, ໂປສເຕີ້, ເສື້ອຢືດ, ເວັບໄຊ໌), ຄຸ້ມຄອງ ແລະ ບໍລິຫານບັນດາສື່ສັງຄົມອອນລາຍ (Facebook ແລະ YouTube), ອອກແບບ ແລະ ສ້າງຖານຂໍ້ມູນອອນລາຍເພື່ອເກັບມ້ຽນບັນດາເອກະສານຕ່າງໆຂອງເຄືອຂ່າຍ.

ວຽກງານອື່ນໆ
ວຽກງານສົ່ງເສີມບົດບາດ ຍິງ-ຊາຍ

      ສະມາຄົມ ສພປ ຖືເອົາວຽກບົດບາດຍິງ-ຊາຍ ເປັນຫົວໃຈຫຼັກໃນການພັດທະນາ, ພວກເຮົາຖືວ່າ ຍິງ ແລະ ຊາຍ ມີສິດເທົ່າທຽມກັນໃນທຸກລະດັບ, ເຊິ່ງສະແດງອອກໃຫ້ເຫັນໄດ້ໃນທຸກໆວຽກງານ ພວກເຮົາຈະເຊື່ອມສານບົດບາດຂອງແມ່ຍິງໃຫ້ມີສ່ວນຮ່ວມນໍາກັນ ເຊີ່ງຢ່າງນ້ອຍແມ່ນໃຫ້ມີແມ່ຍິງ 30% ຂອງທຸກຂະບວນການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກໍາໃນແຕ່ລະຂົງເຂດ, ພື້ນທີ່ຕ່າງໆ ໂດຍສະເພາະການເປັນຜູ້ນໍາ ບໍ່ວ່າຈະເປັນຄະນະກຸ່ມຕ່າງໆ ແມ່ນຈະຕ້ອງໃຫ້ມີແມ່ຍິງຢູ່ທຸກຂັ້ນ ເພື່ອເປັນການເປີດໂອກາດ ແລະ ສົ່ງເສີມໃຫ້ແມ່ຍິງໄດ້ມີບົດບາດໃນການນໍາພາ ແລະ ໄດ້ປະກອບສ່ວນຢ່າງເຕັມທີ່. ການຈັດຕັ້ງປະຕິບັດກິດຈະກໍາໃນລະດັບຄອບຄົວ ພວກເຮົາກໍ່ໄດ້ສະໜັບສະໜູນແມ່ຍິງໃຫ້ມີສ່ວນຮ່ວມໃນການຮັບຟັງ, ການປະກອບຄໍາຄິດຄໍາເຫັນ ແລະ ການຕັດສິນໃຈຄຽງຄູ່ໄປກັບຜູ້ຊາຍ.

      ສະມາຄົມ ສພປ ກໍ່ແມ່ນໜຶ່ງໃນສະມາຊິກຂອງສະມາຄົມພັດທະນາບົດບາດຍິງ-ຊາຍ ເຊີ່ງເປັນສະມາຄົມທີ່ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ. ນອກຈາກນັ້ນ, ພວກເຮົາກໍ່ເປັນໜຶ່ງໃນຄະນະບໍລິຫານເຄື່ອຂ່າຍໂພຊະນາການ ຫຼື SUNCSA ເຊິ່ງເປັນວຽກງານໜຶ່ງທີ່ເນັ້ນໜັກການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກໂພຊະນາການ ໂດຍສະເພາະແມ່ຍິງທີ່ຢູ່ໃນເຂດຊົນນະບົດ ທີ່ຍັງບໍ່ທັນເຂົ້າເຖິງຂໍ້ມູນກ່ຽວກັບເລື່ອງສຸຂະອະນາໄມ, ການລ້ຽງລູກ (ເດັກນ້ອຍ 1000 ວັນ) ແລະ ບໍ່ມີໂອກາດໃນການຮໍ່າຮຽນ ຍັງມີການນັບຖືຮີດຄອງປະເພນີດັ້ງເດີມ ທີ່ເຮັດໃຫ້ແມ່ຍິງບາງກຸ່ມເຂົ້າບໍ່ເຖິງຫຼັກໂພຊະນາການທີ່ຖືກຕ້ອງ. ສະນັ້ນ, ພວກເຮົາຈຶ່ງໄດ້ເນັ້ນໜັກເລື່ອງນີ້ເປັນພິເສດຄື: ການສ້າງຄວາມອາດສາມາດ ແລະ ຄວາມເຂັ້ມແຂງໃຫ້ແມ່ຍິງໄດ້ມີສິດຮຽນຮູ້ ແລະ ເຂົ້າເຖິງໂພຊະນາການທີ່ດີ, ສົ່ງເສີມໃຫ້ແມ່ຍິງຖືພາໄດ້ໄປຝາກທ້ອງຢູ່ໂຮງໝໍ, ລ້ຽງລູກໃຫ້ຖືກວິທີ, ກິນອາຫານທີ່ຖືກຫຼັກສຸຂະອະນາໄມ ແລະ ອື່ນໆ ເປັນຕົ້ນ.

      ສະເພາະພາຍໃນສະມາຄົມ ສພປ ນັບແຕ່ຄະນະບໍລິຫານ, ປະທານ, ຄະນະກວດກາ ລວມໄປເຖິງສະມາຊິກຂອງສະມາຄົມ ລ້ວນແລ້ວແຕ່ມີແມ່ຍິງຢູ່ຕາມທຸກຂະແໜງການເຮັດວຽກ, ເຊິ່ງໃນທ້າຍປີ 2022 ອົງກອນຂອງພວກເຮົາມີສະມາຊິກແມ່ຍິງທັງໝົດ 42%, ພະນັກງານຂອງພວກເຮົາກໍ່ໄດ້ຕັ້ງໜ້າເຂົ້າຮ່ວມຝຶກອົບຮົມ ແລະ ສ້າງຄວາມອາດສາມາດຢູ່ຢ່າງສະໝໍ່າສະເໝີ ເພື່ອຍົກລະດັບຄວາມຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຍົກສູງບົດບາດຍິງ-ຊາຍ. ໃນອະນາຄົດພວກເຮົາຈະຍົກສູງບົດບາດຍິງ-ຊາຍໃຫ້ສູງຂື້ນ ໂດຍຈະສອດແຊກວຽກງານດັ່ງກ່າວໃຫ້ເຂົ້າເຖິງໃນບັນດາທຸກຂົງເຂດວຽກງານຕ່າງໆໃຫ້ຫຼາຍກວ່າເກົ່າ.

ວຽກງານສົ່ງເສີມຜູ້ທີ່ມີຄວາມເປັນພິການ

         ວຽກງານສົ່ງເສີມການມີສ່ວນຮ່ວມຂອງຜູ້ທີ່ມີຄວາມພິການ ຖືໄດ້ວ່າເປັນວຽກງານໃໝ່ສໍາລັບສະມາຄົມ ສພປ, ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ 2-3 ປີທີ່ຜ່ານມາ. ພວກເຮົາໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ກັບວຽກງານຜູ້ທີ່ມີຄວາມເປັນພິການ ເພື່ອປັບປຸງຊີວິດການເປັນຢູ່ຂອງຄົນພິການຢູ່ເຂດຊົນນະບົດມີຄຸນະພາບທີ່ດີຂຶ້ນ ໂດຍສະເພາະ ຜູ້ທີ່ມີຄວາມຫຍຸ້ງຍາກໃນການເຂົ້າເຖິງການບໍລີການຕ່າງໆ ແລະ ປັບຕົວເຂົ້າກັບສັງຄົມກໍ່ຄືຊຸມຊົນທີ່ເຂົາອາໄສຢູ່ນັ້ນເອງ. ສະນັ້ນ, ພວກເຮົາຈຶ່ງໄດ້ຍົກເອົາວຽກງານຄົນພິການເຂົ້າມາຢູ່ໃນແຜນຍຸດທະສາດ 5 ປີ 2021-2025 ຂອງສະມາຄົມ. ໃນໄລຍະທີ່ຜ່ານມາ ພວກເຮົາໄດ້ໃຫ້ການສົ່ງເສີມ ແລະ ສະໜັບສະໜູນຄົນພິການຫຼາຍກໍລະນີເຊັ່ນວ່າ: ໄດ້ສົ່ງເສີມກິດຈະກໍາການສ້າງລາຍຮັບບໍ່ວ່າຈະເປັນການລ້ຽງສັດ, ຮ້ານຕັດຜົມ, ຮ້ານຂາຍເຄື່ອງຍ່ອຍ ແລະ ອື່ນໆ ເພື່ອໃຫ້ເຂົາເຈົ້າໄດ້ມີອາຊີບ ແລະ ສາມາດສ້າງລາຍໄດ້ໃຫ້ຕົນເອງ ແລະ ຄອບຄົວ. ສິ່ງສຳຄັນພວກເຮົາຍັງໄດ້ສະໜັບສະໜູນໃຫ້ຄົນພິການສາມາດເຂົ້າເຖິງການບໍລິການ, ສົ່ງຄົນພິການໄປສູນຟື້ນຟູໜ້າທີ່ການ, ມອບອຸປະກອນ-ເຄື່ອງມືອໍານວຍຄວາມສະດວກໃນການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າໃຫ້ມີຄວາມສະດວກສະບາຍຫຼາຍຂື້ນກວ່າເກົ່າ. ນອກຈາກນີ້, ກໍ່ໄດ້ເຜີຍແຜ່ຄວາມຮູ້ທາງດ້ານກົດໝາຍ ເພື່ອໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈເຖິງສິດທິ, ຄວາມສະເໝີພາບຂອງຄົນພິການ, ເປັນການສ້າງຄວາມຮັບຮູ້ກ່ຽວກັບຄວາມເປັນພິການໃຫ້ແກ່ຊຸມຊົນ ແລະ ຍັງເປັນການສົ່ງເສີມໃຫ້ຜູ້ທີ່ມີຄວາມເປັນພິການສາມາດດໍາລົງຊີວິດຢູ່ໃນສັງຄົມໄດ້ຢ່າງປົກກະຕິ ໂດຍມີສ່ວນຮ່ວມໃນສັງຄົມໄດ້ຢ່າງເທົ່າທຽມກັນ.

            ໃນຕໍ່ໜ້າພວກເຮົາຈະຍົກສູງວຽກງານສົ່ງເສີມຜູ້ທີ່ມີຄວາມເປັນພິການໃຫ້ສູງຂື້ນ, ໂດຍການສົ່ງຕໍ່ຄວາມຮູ້ ແລະ ເຜີຍແຜ່ບົດບາດຂອງຄົນພິການໃຫ້ກັບສະມາຄົມອື່ນໆ, ບໍ່ໃຫ້ຖືວ່າເປັນວຽກງານຂອງບຸກຄົນໃດໜຶ່ງ ຫຼື ສະມາຄົມໃດໜຶ່ງເທົ່ານັ້ນ ເພາະມັນແມ່ນໜ້າທີ່ຂອງທຸກຄົນໃນສັງຄົມ ໃຫ້ສອດຄ່ອງກັບຄໍາເວົ້າຂອງເປົ້າໝາຍການພັດທະນາແບບຍືນຍົງ ຫຼື SDGs ທີ່ວ່າ “ບໍ່ປະໃຫ້ໃຜຢູ່ເບື້ອງຫຼັງ (Leave no one behind)”. ຜ່ານມາສະມາຄົມ ສພປ ເປີດໂອກາດໃຫ້ກັບຄົນພິການໄດ້ເຂົ້າມາຮ່ວມງານ ແລະ ເຮັດວຽກໃນສະມາຄົມຢູ່ສະເໝີ, ໄດ້ປັບນະໂຍບາຍໃຫ້ແທດເໝາະກັບເຂົາເຈົ້າ. ປັດຈຸບັນພວກເຮົາກໍ່ໄດ້ມີສະມາຊິກພະນັກງານທີ່ເປັນຄົນພິການ 4 ຄົນ (ຍິງ 1 ຄົນ), ໜຶ່ງໃນນັ້ນກໍ່ຄື ພະນັກງານໄອທີ ເປັນຄົນທີ່ມີຄວາມບົກບ່ອງທາງດ້ານການເບິ່ງເຫັນ (ພິການຕາ). ໃນອະນາຄົດພວກເຮົາກ່ໍຈະເປີດໂອກາດໃຫ້ມີຄົນພິການໄດ້ເຂົ້າມາເຮັດວຽກກັບພວກເຮົາໃຫ້ຫຼາຍຂື້ນ.

ວຽກງານການປ່ຽນແປງດິນຟ້າອາກາດ

      ການປ່ຽນແປງດິນຟ້າອາກາດ ເປັນປະເດັນທີ່ທົ່ວໂລກໃຫ້ຄວາມສໍາຄັນ ເຊິ່ງພວກເຮົາກໍ່ເຊັ່ນດຽວກັນ, ເນື່ອງຈາກວ່າມັນໄດ້ຕິດພັນກັບການດໍາລົງຊີວິດຂອງປະຊາຊົນໃນຊຸມຊົນ, ໂດຍສະເພາະ ກໍ່ແມ່ນການປູກຝັງ-ລ້ຽງສັດ ເພື່ອໃຫ້ເຂົາເຈົ້າໄດ້ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ກຽມພ້ອມຮັບມືກັບໄພພິບັດຕ່າງໆທີ່ຈະເກີດຂື້ນຈາກທໍາມະຊາດ.

  ພວກເຮົາກໍ່ມີພະນັກງານທີ່ໄດ້ຜ່ານການເຂົ້າຮ່ວມຝຶກອົບຮົມສ້າງຄວາມອາດສາມາດໃນດ້ານການປ່ຽນແປງດິນຟ້າອາກາດ ໂດຍສະເພາະກ່ໍແມ່ນໃນດ້ານເຕັກນິກການຜະລິດທີ່ນໍາໃຊ້ພື້ນທີ່ໜ້ອຍແຕ່ໄດ້ຜົນຜະລິດຫຼາຍ, ການຊອກແນວພັນພຶດທີ່ດີ ແລະ ປູກໄດ້ທຸກລະດູການ. ພວກເຮົາຍັງໄດ້ໃຫ້ຄວາມຮູ້ກ່ຽວກັບການຮັບມືກັບໄພພິບັດທໍາມະຊາດ ໂດຍສະເພາະໃນຂົງເຂດພື້ນທີ່ທີ່ມັກມີນ້ໍາຖ້ວມ, ໄດ້ສ້າງຕັ້ງຄະນະກໍາມະການຂັ້ນບ້ານໃນການຄຸ້ມຄອງໄພພິບັດທາງທໍາມະຊາດ ແລະ ຝຶກອົບຮົມໃຫ້ເຂົາເຈົ້າຮູ້ວິທີປ້ອງກັນ ແລະ ຫຼຸດຜ່ອນຄວາມເສຍຫາຍທີ່ເປັນຜົນກະທົບມາຈາກໄພພິບັດ. ນອກຈາກນີ້, ພວກເຮົາຍັງໄດ້ມີການສົ່ງເສີມໃຫ້ເຂົາເຈົ້າສ້າງຕັ້ງເຂດອະນຸລັກ, ເຂດສະຫງວນຂອງບ້ານ ເພື່ອໃຫ້ເຂົາເຈົ້າໄດ້ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງຍືນຍົງ. ພ້ອມກັນນີ້, ພວກເຮົາຍັງໄດ້ສົ່ງເສີມໃຫ້ປະຊາຊົນໄດ້ນໍາໃຊ້ເຕົາປະຢັດໃຫ້ຫຼາຍຂື້ນ ເພື່ອຊ່ວຍຫຼຸດຜ່ອນການນໍາໃຊ້ເຊື້ອເພີງຈາກທໍາມະຊາດ ປາສະຈາກການຕັດໄມ້ທໍາລາຍປ່າ ແລະ ບໍ່ເປັນການລົບກວນລະບົບນິເວດໃຫ້ຊຸດໂຊມລົງໄວ້ຂຶ້ນ. ໂດຍການລົງເຜີຍແຜ່ ແລະ ໂຄສະນາຕາມບ້ານຕ່າງໆທັງໃນເຂດຊຸມຊົນທີ່ຫ່າງໄກສອກຫຼີກ ແລະ ຍັງເພິ່ງພາອາໄສການໄປຕັດໄມ້ທໍາລາຍປ່າມາເປັນເຊື້ອເພີງໃນການເຮັດກິດຈະວັດປະຈໍາວັນ. ໃນອະນາຄົດ, ພວກເຮົາຈະໄດ້ສືບຕໍ່ຜັນຂະຫຍາຍວຽກງານດັ່ງກ່າວຕາມຂົງເຂດຊົນນະບົດໃຫ້ຫຼາຍຂື້ນ.

ຄູ່ຮ່ວມງານພາກລັດ
ຜູ້ໃຫ້ທຶນ