ປົກປັກຮັກສາສິ່ງແວດລ້ອມແລະ ຊັບພະຍາກອນທຳມະຊາດຕາມທິດສີຂຽວ-ຍືນຍົງ

ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ ບໍ່ວ່າຈະເປັນການກຳນົດຂອບເຂດປ່າສະຫງວນ ແລະ ວັງສະຫງວນຂອງບ້ານ, ສ້າງກົດລະບຽບ, ສ້າງກຸ່ມກວດກາຕິດຕາມ ແລະ ອື່ນໆ. ໄດ້ໃຫ້ຄວາມຮູ້ກ່ຽວກັບການກຽມພ້ອມຮັບມືກັບໄພພິບັດ, ສົ່ງເສີມໃຫ້ມີການຜະລິດເຕົາປະຢັດຫຼາຍຂື້ນເພື່ອຫຼຸດຜ່ອນການສິ້ນເປືອງເຊື້ອເພີງ ແລະ ຊ່ວຍແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ. ເຊິ່ງມີບາງບົດເລື່ອງທີ່ພົ້ນເດັ່ນ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງບາງໂຄງການ, ຂໍເຊີນທ່ານອ່ານ ແລະ ຕິດຕາມນຳກັນໄດ້:

ການປະກອບສ່ວນຂອງ MHP ໃນແຜນງານ FLEGT ແລະ ການປູກຈິດສຳນຶກການນຳໃຊ້ໄມ້ - ປົກປັກຮັກສາປ່າໄມ້ໃຫ້ຊຸມຊົນ

      ສະມາຄົມແມ່ຍິງຮ່ວມໃຈພັດທະນາ ຫຼື Woman Mobilizing for Development Association (MHP) ແມ່ນສະມາຄົມບໍ່ຫວັງຜົນກຳໄລ ສ້າງຕັ້ງຂຶ້ນວັນທີ 13 ກໍລະກົດ 2010, ໂດຍມີເປົ້າໝາຍຫຼັກເພື່ອສ້າງຄວາມສາມາດໃຫ້ຊຸມຊົນ ໃຫ້ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ, ສາມາດເພິ່ງພາອາໄສຕົນເອງ ແລະ ຍືນຍົງ. ໂດຍລວມແລ້ວ ສະມາຄົມ MHP ເຄື່ອນໄຫວວຽກງານໃນຂົງເຂດການສຶກສາ, ກະສິກຳ ແລະ ປ່າໄມ້, ໂພຊະນາການ, ສິ່ງແວດລ້ອມ, ການພັດທະນາຊຸມຊົນ, ການສ້າງຄວາມເຂັ້ມແຂງ ແລະ ການພັດທະນາທຸລະກິດເພື່ອສັງຄົມ.

       ກ່ອນເຂົ້າຮ່ວມແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຫຼື ແຜນງານ FLEGT, ສະມາຄົມ MHP ບໍ່ເຄີຍເຂົ້າຮ່ວມການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້ໃນຊຸມຊົນມາກ່ອນ, ໂດຍໂຄງການໄດ້ສຸມໃສ່ພຽງແຕ່ວຽກງານປັບປຸງຊີວິດການເປັນຢູ່ຂອງຊຸມຊົນໂດຍສະເພາະແມ່ຍິງຊົນເຜົ່າ ແລະ ຊົນເຜົ່າທີ່ຢູ່ເຂດພູດອຍ ໂດຍເນັ້ນໜັກການສ້າງລາຍຮັບ ແລະ ການຄໍ້າປະກັນສະບຽງອາຫານ. ພາຍຫຼັງໄດ້ເຂົ້າຮ່ວມວຽກງານ FLEGT-VPA ນັບຕັ້ງແຕ່ປີ 2015, ສະມາຄົມ MHP ກໍມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນການພັດທະນາວຽກງານ FLEGT ຄື: ໄດ້ມີສ່ວນໃນການຊຸກຍູ້ວຽກງານ ແລະ ການສ້າງນິຕິກຳກ່ຽວກັບມາດຕະຖານນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (Timber Legality Definition-TLD), ໃນກອງປະຊຸມປຶກສາຫາລື ແລະ ກອງປະຊຸມຝຶກອົບຮົມຕ່າງໆທີ່ພາກລັດອົງການຈັດຕັ້ງສາກົນ ແລະ ພາກສ່ວນອື່ນໆຈັດຂຶ້ນ. ສຳລັບວຽກງານ VPA ສະມາຄົມກໍ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ໄດ້ປະກອບສ່ວນໃນການເຈລະຈາຫຼາຍຄັ້ງ. ຕໍ່ມາສະມາຄົມໄດ້ຮັບການປັບປຸງສາມາດລົງຊ່ວຍເຫຼືອຊຸມຊົນໄດ້ດີຂຶ້ນເປັນຕົ້ນແມ່ນໂຄງການຕ່າງໆທີ່ກ່ຽວພັນກັບການຄຸ້ມຄອງປ່າໄມ້ເຊັ່ນ: ໂຄງການສົ່ງເສີມກຸ່ມແມ່ຍິງສານຟອຍ, ກຸ່ມລ້ຽງເຜິ້ງ, ສະຫະກອນລວມໝູ່ປູກຊາ, ໂຄງການຄຸ້ມຄອງຕ່ອງໂສ້ປົກປັກຮັກສາປ່າໄມ້ ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມ.

      ປັດຈຸບັນສະມາຄົມ MHP ມີຄວາມເຂັ້ມແຂງສາມາດຊຸກຍູ້ ແລະ ຊ່ວຍເຫຼືອຊຸມຊົນ ໃນການຄຸ້ມຄອງປ່າໄມ້ໄດ້ດີຂຶ້ນ. ທ່ານອິນກອງ ບົວລະພິດ ນາຍບ້ານ ບ້ານນໍ້າຍອນ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ໜື່ງໃນບ້ານທີ່ເປັນກຸ່ມເປົ້າໝາຍບອກໃຫ້ຮູ້ວ່າ: ”ກ່ອນວຽກງານຄຸ້ມຄອງປ່າໄມ້ເຂົ້າມາຈັດຕັ້ງປະຕິບັດ ພາຍໃນບ້ານປະຊາຊົນສ່ວນໃຫຍ່ພາກັນຖາງປ່າເຮັດໄຮ່ແບບເລື່ອນລອຍ, ແຕ່ມາຮອດປີ 2015 ໂຄງການເຂົ້າມາ ປະຊາຊົນເລີ່ມພາກັນຫັນປ່ຽນມາເຮັດກະສິກຳຄົງທີ່ ແລະ ເຮັດໃຫ້ການຖາງປ່າເຮັດໄຮ່ແບບເລື່ອນລອຍ ຄ່ອຍໆຫຼຸດໜ້ອຍຖອຍລົງ ແລະ ຢຸດເຊົາໃນທີ່ສຸດ”.

ຂຽນໂດຍ: ທ້າວ ແສງດາວ ພອນມະນີ, ໄລຍະການຂຽນບົດ: ເດືອນຕຸລາ 2022

ໂຄງການສ້າງຄວາມສາມາດໃຫ້ອົງການຈັດຕັ້ງສັງຄົມ ແລະ ຊຸມຊົນເປົ້າໝາຍໃນການປະຕິບັດກົດໝາຍ, ຄຸ້ມຄອງປ່າໄມ້ ແລະ ການຄ້າໄມ້ໃນ ສປປ ລາວ