ສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ

ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບການສົ່ງເສີມຄົນພິການ, ພວກເຮົາໄດ້ເອົາໃຈໃສ່ ແລະ ຕັ້ງໜ້າສະໜັບສະໜູນໃຫ້ຄົນພິການສາມາດເຂົ້າຮ່ວມໃນສັງຄົມ ແລະ ມີຊີວິດທີ່ສະດວກສະບາຍຂື້ນ ໂດຍໄດ້ເຜີຍແຜ່ຄວາມຮູ້ທາງດ້ານສິດທິຄວາມສະເໝີພາບຂອງຄົນພິການໃຫ້ຊຸມຊົນຮັບຮູ້, ສົ່ງເສີມກິດຈະກຳສ້າງລາຍຮັບ, ປັບປຸງຫົນທາງໃຫ້ຄົນພິການ ເຂົ້າເຖິງໄດ້, ສົ່ງຕໍ່ຄົນພິການເຂົ້າຮັບການປິ່ນປົວ, ບຳບັດ ແລະ ອື່ນໆ. ເຊິ່ງມີບາງບົດເລື່ອງທີ່ພົ້ນເດັ່ນ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງພວກເຮົາ, ຂໍເຊີນທ່ານອ່ານ ແລະ ຕິດຕາມນຳກັນໄດ້:

“ອອນຈັນ ຊາຍຜູ້ບໍ່ເຄີຍຍອມແພ້ໃຫ້ກັບບັນຫາ ແລະ ໂຊກຊະຕາ”

ທ້າວ ອອນຈັນ ໄດ້ບອກໃຫ້ຮູ້ວ່າ:

“ຫຼັງຈາກທີ່ໄດ້ເລືອກເປັນຕາງໜ້າກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການແລ້ວກໍໄດ້ມີໂອກາດເຂົ້າຮ່ວມຝຶກອົບຮົມ ແລະ ແລກປ່ຽນໃນຫຼາຍໆຫົວຂໍ້ເຊັ່ນ: ຝຶກອົບຮົມດ້ານສຸຂະພາບຈິດ, ສິດທິຂອງຄົນພິການ, ຝຶກອົບຮົມດ້ານການປູກຝັງ ແລະ ລ້ຽງສັດ, ການປະເມີນຄວາມຕ້ອງການຂອງຄົນພິການ, ກັບສິດທິຂອງຄົນພິການ, ການພັດທະນາຄົນພິການແບບມີສ່ວນຮ່ວມ ແລະ ຮ່ວມປະຊຸມກັບໂຄງການອີກຫຼາຍຄັ້ງ ເຊິ່ງເຮັດໃຫ້ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງ, ເຂົ້າໃຈເຖິງສິດທິຂອງຄົນພິການຫຼາຍຂຶ້ນ ແລະ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງວຽກງານການພັດທະນາຄົນພິການແບບມີສ່ວນຮ່ວມ. ຂ້ອຍຫວັງໄວ້ວ່າ ຂ້ອຍຈະເປັນສ່ວນໜື່ງໃນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ເຂົາເຈົ້າ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ ເຮັດໃຫ້ຄົນພິການມີບົດບາດຢູ່ໃນສັງຄົມຫຼາຍຂຶ້ນ.”

ຂຽນໂດຍ: ທ້າວ ອຸດົມ ສຸລິມຸງຄຸນ, ໄລຍະການຂຽນບົດ:  ເດືອນມີນາ 2022

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ

ທ້າວ ອອນຈັນ ລວງປະເສີດ, ອາຍຸ 62 ປີ ເປັນຄົນຊົນເຜົ່າກຶມມຸ ອາໄສຢູ່ກັບເມຍຊື່ວ່າ ນາງ ກອງແກ້ວ, ອາຍຸ 60 ປີ ແລະ ລູກຊາຍ 3 ຄົນ. ປັດຈຸບັນຢູ່ບ້ານ ໂຄກສະຫວ່າງ, ເມືອງ ຈອມເພັດ, ແຂວງ ຫຼວງພະບາງ. ອອນຈັນ ມີຄວາມພິການດ້ານການເບິ່ງເຫັນໂດຍສະເພາະແມ່ນຕາເບື້ອງຊ້າຍ ເຊິ່ງເປັນພິການຕອນອາຍຸ 11 ປີ, ສາເຫດຂອງການເປັນພິການແມ່ນເກີດຈາກການຖິ້ມລະເບີດຂອງຈັກກະພັດອາເມລິກາ. ຫຼັງຈາກທີ່ ທ້າວ ອອນຈັນ ໄດ້ອອກຈາກອາຊີບທະຫານແລ້ວ ລາວໄດ້ຍ້າຍມາຢູ່ ບ້ານໂຄກສະຫວ່າງໃນປີ 2000 ແລະ ໄດ້ຖືອາຊີບເປັນແພດເຄື່ອນທີ່ ໄປເລາະສັກຢາໃຫ້ແກ່ຜູ້ປ່ວຍຢູ່ເຂດຫ່າງໄກສອກຫຼີກ ເພາະວ່າລາວເຄີຍໄດ້ຮຽນແພດທະຫານຊັ້ນຕົ້ນ. ຊີວິດຂອງເພິ່ນກຳລັງເຂົ້າທີ່ເຂົ້າທາງແຕ່ສິ່ງທີ່ບໍ່ຄາດຄິດກໍໄດ້ເກີດຂື້ນ ເມື່ອລູກກົກຂອງລາວຮຽນຈົບມໍປາຍ ໄດ້ກາຍເປັນຄົນເສຍສະຕິ ຫຼື ພິການດ້ານສະຕິປັນຍາ. ພາຍຫຼັງທີ່ລູກຊາຍເປັນແບບນັ້ນ ເຮັດໃຫ້ລາວມີຄວາມວິຕົກກັງວົນ ແລະ ເສຍໃຈເປັນຢ່າງຍິ່ງ. ໃນຕົ້ນປີ 2021 ໄດ້ມີໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ເຂົ້າມາຈັດຕັ້ງປະຕິບັດໂຄງການຢູ່ 10 ບ້ານເປົ້າໝາຍໃນເມືອງ ຈອມເພັດ, ແຂວງ ຫຼວງພະບາງ. ບ້ານ ໂຄກສະຫວ່າງ ກໍ່ເປັນໜື່ງໃນບ້ານເປົ້າໝາຍຂອງໂຄງການ ເພິ່ນໄດ້ຄັດເລືອກເອົາ ທ້າວ ອອນຈັນ ເປັນຫົວໜ້າກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການ ຍ້ອນວ່າລາວມີຄວາມຮູ້ຄວາມສາມາດ, ມີພາວະຄວາມເປັນຜູ້ນຳ, ກ້າສະແດງອອກ, ມີຈິດໃຈເອື້ອເຟື້ອເພື່ອແຜ່ ແລະ ມັກຊ່ວຍເຫຼືອຄົນອື່ນ. ຫຼັງຈາກທີ່ໄດ້ເລືອກເປັນຕາງໜ້າກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການແລ້ວ ທ້າວ ອອນຈັນ ໄດ້ເອົາໃຈໃສ່ເຮັດວຽກຂອງຕົນຢ່າງຕັ້ງໃຈ, ເຫັນໄດ້ເຖິງໂອກາດ ແລະ ຄວາມໝາຍຄວາມສຳຄັນຂອງໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ແລະ ໃຫ້ການຮ່ວມມືກັບທີມງານໂຄງການເປັນຢ່າງດີ ຍ້ອນວ່າລາວຢາກປັບປຸງຊີວິດການເປັນຢູ່ຂອງຄົນພິການໃຫ້ດີຂຶ້ນ. ເນື່ອງຈາກເຫັນໄດ້ເຖິງຄວາມຕັ້ງໃຈ ແລະ ຜົນງານຂອງລາວ, ທາງໂຄງການໄດ້ສະໜອງພໍ່ພັນ ແລະ ແມ່ພັນໝູໃຫ້ແກ່ ຄອບຄົວ ທ້າວ ອອນຈັນຈຳນວນ 3 ໂຕ, ນອກຈາກລ້ຽງໝູແລ້ວ ລາວກໍຍັງລ້ຽງປາໃສ່ໜອງຢູ່ກ້ອງຄອກໝູອີກ, ນອກຈາກການລ້ຽງທີ່ໂຄງການສະໜອງໃຫ້ແລ້ວ ທ້າວ ອອນຈັນ ຍັງໄດ້ເຮັດໄຮ່ເຮັດສວນ ແລະ ຂາຍຢາພື້ນເມືອງເພີ່ມຕື່ມ ເພື່ອສ້າງລາຍຮັບເພີ່ມໃຫ້ແກ່ຄອບຄົວ ເຊິ່ງເຮັດໃຫ້ຊີວິດການເປັນຢູ່ຂອງລາວຄ່ອຍດີຂຶ້ນເທື່ອລະກ້າວ.

"ເພາະວຽກງານພັດທະນາຄົນພິການບໍ່ແມ່ນວຽກຂອງຜູ້ໃດຜູ້ໜຶ່ງ"

ຂຽນໂດຍ: ທ້າວ ອຸດົມ ສຸລິມຸງຄຸນ, ໄລຍະການຂຽນບົດ: ເດືອນມີນາ 2022

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ

ທ້າວ ຄຳຊາຍ ມະນີວົງ ອາຍຸ 41 ປີ, ປັດຈຸບັນລາວອາໄສຢູ່ກັບເມຍ ທີ່ບ້ານ ປາກຫ້ວຍຄໍ້, ເມືອງ ຈອມເພັດ, ແຂວງ ຫຼວງພະບາງ. ມີອາຊີບຫຼັກແມ່ນຊາວກະສິກອນ, ປູກຫຍ້າ ແລະ ລ້ຽງສັດ. ຄຳຊາຍເປັນຜູ້ທີ່ມີຄວາມພິການດ້ານຮ່າງກາຍມາແຕ່ຕອນອາຍຸຍັງນ້ອຍ, ເຊິ່ງສາເຫດແມ່ນເກີດຈາກການສັກຢາ ໃນຕອນນັ້ນລາວອາຍຸພຽງ 5 ປີ. ດັ່ງນັ້ນ, ຈື່ງເຮັດໃຫ້ການດຳລົງຊີວິດປະຈຳວັນຂອງລາວມີຄວາມຫຍຸ້ງຍາກຫຼາຍບໍ່ວ່າຈະເປັນ ວຽກໄຮ່ນາຮົ້ວສວນ, ການຍ່າງ, ການຫຼີ້ນກິລາ, ການມີສ່ວນຮ່ວມໃນກິດຈະກຳຕ່າງໆຢູ່ຊຸມຊົນ ແລະ ອື່ນໆ. ແນ່ນອນວ່າທັດສະນະຄະຕິດ້ານລົບຂອງຊຸມຊົນຕໍ່ຄົນພິການກໍເປັນບັນຫາໃຫຍ່ເພາະວ່າລາວຖືກຈຳແນກ, ແບ່ງແຍກ ແລະ ຖືກມິ່ນປະໝາດວ່າ ຄົນພິການເຮັດວຽກຊ້າບໍ່ທັນຄົນອື່ນ. ໃນຕົ້ນປີ 2021, ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ກໍ່ໄດ້ມາຈັດຕັ້ງປະຕິບັດໂຄງການ ທີ່ເມືອງ ຈອມເພັດ, ແຂວງ ຫຼວງພະບາງ. ເພື່ອເຕົ້າໂຮມຄວາມສາມັກຄີຂອງຄົນພິການ, ສ້າງຄວາມເຂັ້ມແຂງ, ແກ້ໄຂບັນຫາ, ຊ່ວຍເຫຼືອຄົນພິການ. ບ້ານປາກຫ້ວຍຄໍ້ ກໍ່ເປັນໜື່ງໃນບ້ານເປົ້າໝາຍຂອງໂຄງການ ເຊິ່ງມີສະມາຊິກທີມີຄວາມເປັນພິການ ທັງໝົດ 30 ຄົນ, ໃນທີ່ນີ້ ຄຳຊາຍ ກໍ່ໄດ້ຖືກຄັດເລືອກໃຫ້ເປັນຫົວໜ້າກຸ່ມຊ່ວຍເຫຼືອຕົນເອງຂອງຄົນທີ່ມີຄວາມເປັນພິການ ຍ້ອນວ່າລາວມີຄວາມຮູ້ຄວາມສາມາດ, ມີພາວະຄວາມເປັນຜູ້ນຳ, ກ້າສະແດງອອກ, ມີຈິດໃຈເອື້ອເຟືອເພື່ອແຜ່ ແລະ ມັກຊ່ວຍເຫຼືອຄົນອື່ນ. ພາຍຫຼັງທີ່ໂຄງການພັດທະນາຄົນພິການແບບມີສ່ວນຂອງຊຸມຊົນເຂົ້າມາຈັດຕັ້ງປະຕິບັດກິດຈະກຳຕ່າງຂອງໂຄງການ ສາມາດເຫັນໄດ້ວ່າຊຸມຊົນ ແລະ ອຳນາດການປົກຄອງບ້ານເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງໂຄງການ, ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄົນພິການ ແລະ ສິດທິຂອງເຂົາເຈົ້າຫຼາຍຂຶ້ນເຊັ່ນ: ກິດຈະກຳຕ່າງໆຢູ່ໃນຊຸມຊົນ, ມີສ່ວນຮ່ວມໃນກອງປະຊຸມຂັ້ນບ້ານຫຼາຍຂຶ້ນ, ການວາງແຜນປະຕິບັດງານເພື່ອປັບປຸງຊີວິດການເປັນຢູ່ຮ່ວມກັບອຳນາດການປົກຄອງບ້ານ ແລະ ທີມງານໂຄງການ, ການຈຳແນກແບ່ງແຍກຫຼຸດໜ້ອຍຖອຍລົງ ແລະ ຄົນພິການມີສັດລ້ຽງ, ຫ້ອງນ້ຳ, ຮ້ານຕັດຜົມ, ຮ້ານຂາຍເຄື່ອງ ເປັນຂອງຕົນເອງ ເຊິ່ງສາມາດສ້າງລາຍໄດ້ສູ່ຄອບຄົວ ແລະ ປັບປຸງຊີວິດການເປັນຢູ່ຂອງຄົນພິການໃຫ້ດີຂຶ້ນເທື່ອລະກ້າວ. ການມີສ່ວນຮ່ວມຂອງຄົນພິການຢູ່ຊຸມຊົນເພີ່ມຂຶ້ນ, ຮອດເດືອນກັນຍາ ປີ 2021 ທາງໂຄງການໄດ້ສະໜອງພໍ່ພັນ ແລະ ແມ່ພັນແບ້ໃຫ້ແກ່ຄອບຄົວຂອງຄຳຊາຍຈຳນວນ 4 ໂຕ.

ຄຳຊາຍ ໄດ້ເວົ້າວ່າ: “ວຽກງານພັດທະນາຄົນພິການບໍ່ແມ່ນວຽກຂອງຄົນດຽວ ຫຼື ກຸ່ມຄົນໃດໜຶ່ງ ແຕ່ເປັນວຽກຂອງໝົດທຸກຄົນ, ດັ່ງນັ້ນທຸກໆຄັ້ງທີ່ຂ້ອຍໄດ້ໄປຝຶກອົບຮົມ ຫຼື ປະຊຸມກັບໂຄງການຂ້ອຍຈຶ່ງພະຍາຍາມເກັບກຳຄວາມຮູ້ໃຫ້ຫຼາຍ ແລະ ໄດ້ນຳມາເຜີຍແຜ່ບົດຮຽນໃຫ້ແກ່ສະມາຊິກຄົນພິການຂອງຕົນ ເພື່ອໃຫ້ເຂົາເຈົ້າໄດ້ຮຽນຮູ້ ແລະ ເພີ່ມຄວາມຮູ້ຄວາມສາມາດດັ່ງຕົນເອງ”

“ກິ່ງ ອ້າຍຜູ້ເສຍສະຫຼະ”

ຂຽນໂດຍ:  ທ້າວ ສີພັນ ບຸນທອງສີ, ໄລຍະການຂຽນບົດ: ເດືອນມີນາ 2022

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ

ທ້າວ ກິ່ງ ດວງວິໄລ ອາຍຸ 31 ປີ, ປັດຈຸບັນອາໄສຢູ່ກັບແມ່ ແລະ ຫຼານນ້ອຍ 1 ຄົນທີ່ບ້ານ ໜອງຈອງ, ເມືອງ ຈອມເພັດ, ແຂວງພະບາງ. ລາວມີອ້າຍນ້ອງນຳກັນທັງໝົດ 3 ຄົນ. ບ້ານເກີດເມືອງນອນຂອງກິ່ງຢູ່ທີ່ບ້ານ ວຽງແກ້ວ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ. ພໍ່ແມ່ເປັນກຳມະກອນຢູ່ສວນໝາກມ່ວງ ແລະ ສາເຫດທີ່ພາໃຫ້ເກີດມີຄວາມເປັນພິການນັ້ນຍ້ອນວ່າ ຕອນລາວອາຍຸໄດ້ 8 ເດືອນລາວບໍ່ສະບາຍ ເປັນທ້ອງຂີ້ຮາກ, ຄອບຄົວກໍ່ເລີຍພາລາວໄປສັກຢາ ຈື່ງເຮັດໃຫ້ຂາລາວເປັນພິການມາເຖິງປັດຈຸບັນ. ຍ້ອນຄອບຄົວທຸກຍາກ ກໍ່ເລີຍຕ້ອງໄດ້ໄປຊອກວຽກເຮັດງານທຳ ເພື່ອຫາລາຍຮັບມາສ້າງສາພັດທະນາຄອບຄົວໃຫ້ດີຂຶ້ນ, ແຕ່ກໍ່ບໍ່ໄດ້ເປັນໄປຕາມທີ່ຫວັງ ເພາະຕອນນັ້ນພໍ່ແມ່ໄດ້ມີລູກນຳກັນ 3 ຄົນ ແລະ ກິ່ງ ກໍ່ຕ້ອງໄດ້ເບິ່ງແຍງນ້ອງອີກ 2 ຄົນເມື່ອພໍ່ແມ່ໄດ້ອອກໄປເຮັດວຽກແຕ່ລະມື້. ລາວມີຄວາມຫຍຸ້ງຍາກໃນການເບິ່ງແຍງນ້ອງ 2 ຄົນ, ເພາະວ່າຕົນເອງກໍ່ມີຄວາມຫຍຸ້ງຍາກໃນການໄປມາ ແລະ ຕ້ອງໄດ້ມາຮັບຜິດຊອບໃນການເບິ່ງແຍງນ້ອງອີກ. ຫຼັງຈາກຮຽນຮອດ ປ 4, ກິ່ງກໍ່ຈໍາໃຈຕ້ອງໄດ້ອອກໂຮງຮຽນ ເພາະວ່າເສຍສະລະໃຫ້ນ້ອງໆທັງສອງໄດ້ເຂົ້າໂຮງຮຽນຕໍ່ໄປ ຍ້ອນຄອບຄົວບໍ່ສາມາດສົ່ງລູກຮຽນໄດ້ໝົດທຸກຄົນ. ຕອນນັ້ນ, ກິ່ງເອງກໍ່ຄິດວ່າຖ້າຮຽນຕໍ່ໄປ ຈົບມາກໍ່ບໍ່ມີໃຜຈະຮັບເອົາໄປເຮັດວຽກນຳ, ມີບາງຄັ້ງກໍ່ມີແນວຄວາມຄິດນ້ອຍໃຈ ຍ້ອນຕົນເອງເປັນຄົນພິການ ເຊິ່ງຕ້ອງໄດ້ອາໄສແຕ່ຄົນອື່ນເປັນສ່ວນຫຼາຍ ແລະ ຍັງເປັນພາລະໃຫ້ກັບຄອບຄົວ ແລະ ຍາດພີ່ນ້ອງອີກດ້ວຍ.

     ພາຍຫຼັງມີໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ເຂົ້າມາຊ່ວຍເຫຼືອຄົນພິການພາຍໃນບ້ານຂອງຕົນເອງ ກໍ່ຮູ້ສືກມີຄວາມຫວັງຂື້ນອີກຄັ້ງ. ພ້ອມກັນນີ້, ກິ່ງກໍ່ໄດ້ເອົາໃຈໃສ່ເຂົ້າຮ່ວມກິດຈະກຳຕ່າງໆທີ່ທາງໂຄງການໄດ້ມາຈັດຕັ້ງປະຕິດບັດຢູ່ຂັ້ນບ້ານ ແລະ ຂັ້ນເມືອງ. ໃນທີ່ສຸດກິ່ງໄດ້ຖືກຄັດເລືອກມາເປັນຕາງໜ້າກຸ່ມຊ່ວຍເຫຼືອຕົນເອງຂອງຄົນພິການຢູ່ບ້ານໜອງຈອງ. ລາວໄດ້ກາຍເປັນຕົວແທນຂອງສະມາຊິກຄົນພິການເຂົ້າຮ່ວມການຝືກອົບຮົມ ແລະ ກອງປະຊຸມຕ່າງໆທີ່ທາງໂຄງການຈັດຂຶ້ນ. ທ້າວ ກິ່ງ ຈຶ່ງສະເໜີຂໍຄວາມຊ່ວຍເຫຼືອຈາກໂຄງການ ເພື່ອມາຕໍ່ຍອດສິ່ງທີ່ຕົນເອງມັກ ແລະ ຖະນັດທີ່ສຸດ ນັ້ນກໍ່ຄືການເຮັດຮ້ານຕັດຜົມ, ເພາະມັນຈະສ້າງອາຊີບທີ່ໝັ້ນຄົງໃຫ້ກັບຕົນເອງ ແລະ ສາມາດສ້າງລາຍຮັບໃຫ້ກັບຕົນເອງ ຫຼື ເປັນການແບ່ງເບົາພາລະໃຫ້ກັບຄອບຄົວອີກທາງໜຶ່ງ. ຫຼັງຈາກນັ້ນ, ທາງໂຄງການກໍ່ໃຫ້ການຊ່ວຍເຫຼືອ ໂດຍເລີ່ມຈາກການເອົາໄປຝືກອົບຮົມກ່ຽວກັບການຕັດຜົມ ເພື່ອຮຽນຮູ້ເຕັກນິກຕ່າງໆ ແລະ ຫຼາຍໆຢ່າງພາຍໃນເວລາທີ່ບໍ່ດົນ.

ທ້າວກິ່ງ ໄດ້ເວົ້າອີກວ່າ: “ຂ້ອຍໄດ້ຮັບອຸປະກອນໃນການສ້າງຮ້ານຕັດຜົມ ແລະ ອຸປະກອນຕັດຜົມ ທີ່ຄົບຖ້ວນ, ຂ້ອຍຈື່ງສາມາດຕັ້ງຮ້ານຕັດຜົມຂອງຕົນເອງ ພາຍໃນບ້ານຂອງຂ້ອຍໄດ້ ແລະ ຊາວບ້ານພາຍໃນບ້ານກໍ່ໄດ້ໃຫ້ຄວາມສົນໃຈ ມາໃຊ້ບໍລິການຂ້ອຍຫຼາຍຂຶ້ນ. ເຊິ່ງປັດຈຸບັນນີ້ຂ້ອຍກໍ່ມີລູກຄ້າ ແລະ ລາຍຮັບຫຼາຍຂຶ້ນ.

"ແສງສະຫວ່າງໃນຄວາມມືດ"

ຂຽນໂດຍ:  ນາງ ຕ່ອງທອງ ອິນທະວົງ, ໄລຍະການຂຽນບົດ: ເດືອນມີນາ 2022

ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ ຢູ່ 25 ບ້ານ ໃນແຂວງຫົວພັນ

ນາງ ສີຈ່າ ອາຍຸ 34 ປີ ອາໄສຢູ່ກັບຄອບຄົວທີ່ ບ້ານຫ້ວຍໄຄ້, ເມືອງຊໍາເໜືອ, ແຂວງຫົວພັນ. ເຊິ່ງລາວມີຄວາມພິການທາງດ້ານການເບິ່ງເຫັນມາຕັ້ງແຕ່ກໍາເນີດ (ບໍ່ສາມາດເບິ່ງເຫັນໄດ້), ເວລາເຄື່ອນໄຫວໄປມາຈະຕ້ອງໄດ້ໃຊ້ໄມ້ນໍາທາງເພື່ອຊ່ວຍເຫຼືອຕົນເອງ, ໃນໄລຍະຜ່ານມາລາວກໍບໍ່ໄດ້ເຂົ້າຮັບການປິ່ນປົວ ແລະ ບໍ່ໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນອື່ນເລີຍ.  ໃນລະຫວ່າງປີ 2016-2018 ລາວໄດ້ໄປຮຽນການນວດແຜນບູຮານທີ່ສະມາຄົມພິການຕາທີ່ນະຄອນຫຼວງວຽງຈັນ, ສໍາຫຼັບການຮຽນແມ່ນຟຣີທຸກຢ່າງ. ຫຼັງຈາກລາວຮຽນຈົບແລ້ວ, ລາວກໍ່ໄດ້ກັບມາຢູ່ບ້ານຫ້ວຍໄຄ້ ເພື່ອຈະໄດ້ນໍາໃຊ້ຄວາມຮູ້ທີ່ຮຽນມາປະກອບອາຊີບທີ່ດີໄດ້. ຈົນມາຮອດໃນຊ່ວງເດືອນ ມີນາ 2021, ທີມງານໂຄງການໄດ້ລົງໄປຢ້ຽມຢາມເພື່ອປະເມີນສຸຂະພາບຂອງລາວໂດຍມີຊ່ຽວຊານຈາກອົງການເພື່ອມະນຸດສະທໍາແລະ ການມີສ່ວນຮ່ວມ (HI) ແລະ ຜູ້ຊ່ຽວຊານຈາກສູນການແພດຟື້ນຟູໜ້າທີ່ການແຂວງຫົວພັນ. ເຊີ່ງໄດ້ປະເມີນວ່າ: ຕາທັງສອງໜ່ວຍແມ່ນບໍ່ສາມາດເບິ່ງເຫັນໄດ້ ຍ້ອນວ່າເປັນມາຕັ້ງແຕ່ກໍາເນີດ. ພາຍຫຼັງປະເມີນແລ້ວທີມງານກໍ່ໄດ້ພາກັນກະກຽມສະໜອງແບ້ ແລະ ມອບອຸປະກອນສ້າງຄອກແບ້ໃຫ້ລາວ. ພາຍຫຼັງແຜນກິດຈະກໍາໄດ້ຖືກຈັດຕັ້ງປະຕິບັດ ລາວໄດ້ຮັບແບ້ 3 ໂຕຈາກໂຄງການ ແລະ ຄອບຄົວຂອງລາວໄດ້ມີສ່ວນຮ່ວມໃນການຕິດຕາມເບີ່ງແຍງ ແລະ ການໃຫ້ອາຫານແບ້ຕາມຄໍາແນະນໍາຂອງຜູ້ຊ່ຽວຊານ ເພື່ອຈະໄດ້ຊ່ວຍໃຫ້ຊີວິດການເປັນຢູ່ ແລະ ເສດຖະກິດຂອງຄອບຄົວດີຂື້ນ.

ນາງ ສີຈ່າ ໄດ້ບອກໃຫ້ຮູ້ວ່າເຖິງວ່າຕົນເອງຈະມີຄວາມເປັນພິການທາງດ້ານການເບິ່ງເຫັນ, ແຕ່ກໍບໍ່ໄດ້ມີຄວາມຫຍໍ້ທໍ້ ຫຼື ຮູ້ສຶກນ້ອຍໃຈ ແລະ ຮູ້ສຶກອາຍໃນສິ່ງທີ່ຕົນເອງເປັນເລີຍ, ເພາະວ່າມີກຳລັງໃຈຈາກຄອບຄົວ ແລະ ທາງຄອບຄົວກໍຍັງໃຫ້ຄວາມອົບອຸ່ນ, ໃຫ້ການເບີ່ງແຍງເປັນຢ່າງດີ. ພ້ອມກັນນີ້, ທີມງານຍັງເລົ່າໃຫ້ຟັງອີກວ່າ: ເຖິງວ່າລາວຈະມີຄວາມພິການທາງດ້ານການເບິ່ງເຫັນ, ແຕ່ລາວກໍມີປະສົບການທາງດ້ານການນວດແຜນບູຮານທີ່ດີໃນລະດັບໜຶ່ງ.

"ພໍ່ຕູ້ ວ່າຊົງ ຄົນພິການ ຢູ່ແຂວງຫົວພັນ"

ຂຽນໂດຍ: ທ້າວ ມົວຊົ່ງ, ໄລຍະການຂຽນບົດ: ເດືອນມີນາ 2022

ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ ຢູ່ 25 ບ້ານ ໃນແຂວງຫົວພັນ

ພໍ່ຕູ້ວ່າຊົ່ງ ອາຍຸໄດ້ 67 ປີ ອາໄສຢູ່ທີ່ບ້ານ ຫ້ວຍໄຄ້, ເມືອງຊໍາເໜືອ, ແຂວງຫົວພັນ. ລາວມີຄວາມເປັນພິການທາງດ້ານຮ່າງກາຍຄື: ກ້າມຊີ້ນອ່ອນເພຍ (ຂານ້ອຍ). ເຊິ່ງລາວເປັນມາຕັ້ງແຕ່ຕອນອາຍຸຍັງນ້ອຍ, ເຮັດໃຫ້ການໃຊ້ຊີວິດປະຈໍາວັນຂອງລາວມີຄວາມຫຍຸ້ງຍາກ, ຍ່າງໄປມາບໍ່ໄດ້, ເຄື່ອນໄຫວເຮັດໃຫ້ມີອາການເຈັບຂາ ແລະ ປວດກ້າມຊີ້ນ. ທຸກມື້ນີ້, ລາວອາໄສຢູ່ກັບຄອບຄົວຂອງຫຼານຊາຍ, ທີ່ມີສະມາຊິກທັງໝົດ 8 ຄົນ. ຄົນທີ່ຄອຍເບີ່ງແຍງເປັນເສົາຫຼັກຂອງຄອບຄົວແມ່ນ ຫຼານຊາຍທີ່ມີອາຍຸພຽງ 29 ປີ ແລະ ມີອາຊີບຫຼັກເຮັດໄຮ່, ເຮັດນາ ແລະ ລ້ຽງສັດ. 

ຕະຫຼອດໄລຍະທີ່ຜ່ານມາ, ພໍ່ຕູ້ວ່າຊົງບໍ່ສາມາດເຂົ້າຫາສັງຄົມໄດ້ ເນື່ອງຈາກວ່າເສັ້ນທາງບໍ່ສະດວກ ແລະ ຂາທັງສອງເບື້ອງຂອງຜູ່ກ່ຽວແມ່ນບໍ່ແຂງແຮງ, ຈຶ່ງເຮັດໃຫ້ຜູ້ກ່ຽວບໍ່ສາມາດຍ່າງອອກຈາກເຮືອນໄດ້ເລີຍ. ຈົນມາຮອດ ວັນທີ 25 ເມສາ 2021 ທີມງານໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນປະຈຳພື້ນທີ່ຊຳເໜືອ ແລະ ທີມງານກາຍະບໍາບັດໂຮງໝໍ ແຂວງຫົວພັນ ໄດ້ລົງປະເມີນສຸຂະພາບເບື້ອງຕົ້ນກ່ຽວກັບຄວາມຫຍຸ້ງຍາກໃຫ້ກັບລາວ, ປາກົດວ່າຜູ້ກ່ຽວແມ່ນຕ້ອງການຄວາມຊ່ວຍເຫຼືອແທ້. ດັ່ງນັ້ນ, ວັນທີ 23 ມີຖຸນາ 2021 ທີມງານພວກເຮົາ ແລະ ທີມງານກາຍະບໍາບັດ ຈຶ່ງໄດ້ລົງມອບອຸປະກອນຄໍ້າຊູເປັນໄມ້ເທົ້າ ພ້ອມກັບ ສະໜອງທຶນໃນການລ້ຽງສັດໃຫ້ກັບຜູ້ກ່ຽວ.

ຕູ້ວ່າຊົງໄດ້ເວົ້າວ່າ: “ຂ້ອຍດີໃຈຫຼາຍທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ, ບໍ່ພຽງແຕ່ຊ່ວຍເຫຼືອໃນດ້ານອຸປະກອນຍັງສະໜອງທຶນໃຫ້ໃນການລ້ຽງສັດຄື: ສະໜອງແບ້, ແນະນໍາວິທີການລ້ຽງແບ້ ແລະ ໄດ້ຮັບໄມ້ເທົ້າສາມຂາ ເພື່ອເຮັດໃຫ້ຂ້ອຍສາມາດຍ່າງອອກໄປມາໄດ້ສະດວກ.”

"ລຸງແສງ ພິການກາຍ ແຕ່ໃຈນັກສູ້"

ຂຽນໂດຍ: ທ້າວ ສຸກສະຫວັດ, ໄລຍະການຂຽນບົດ: ເດືອນມີນາ 2022

ໂຄງການພັດທະນາການມີສ່ວນຮ່ວມໃນພື້ນຖານຂັ້ນຊຸມຊົນ ຢູ່ 18 ບ້ານ ໃນແຂວງສະຫວັນນະເຂດ

ລຸງແສງ ອາຍຸ 55 ປີ, ລາວອາໄສຢູ່ກັບຄອບຄົວ ທີ່ບ້ານປາກບໍ່, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ. ລາວເປັນຄົນພິການທາງດ້ານຮ່າງກາຍຄື: ຂາເບື້ອງຂວາຂາດ. ຍ້ອນຜົນກະທົບຈາກລະເບີດບໍ່ທັນແຕກຕັ້ງແຕ່ອາຍຸ 14 ປີ. ລາວມີຄວາມຫຍຸ້ງຍາກໃນການເຄື່ອນໄຫວໄປມາ ແລະ ໃຊ້ຊີວິດປະຈຳວັນ. ລາວຮຽນຈົບການຊ່າງຊັ້ນກາງ ເຊິ່ງສາມາດເຮັດກໍ່ສ້າງເຮືອນໄດ້ ແລະ ລາວຍັງຮັບຈ້າງກໍ່ສ້າງທົ່ວໄປ ເພາະລາວເປັນຫົວໜ້າຄອບຄົວຈື່ງເຮັດວຽກໜັກເພື່ອສ້າງລາຍຮັບໃຫ້ກັບຄອບຄົວ. ເຖິງແມ່ນວ່າ ລຸງແສງ ຈະມີຄວາມເປັນພິການ, ແຕ່ກໍ່ມີຄວາມດຸໝັ່ນ ແລະ ຫ້າວຫັນໃນການຊອກຢູ່ຫາກິນເພື່ອຫາລ້ຽງຊີບ ແລະ ຄອບຄົວ. ລາວເປັນຄົນພິການແຕ່ລາວກໍບໍ່ຄິດນ້ອຍໃຈ ແລະ ສູ້ຊີວິດ. ນອກຈາກນີ້, ລາວຍັງມີທັກສະ ແລະ ຄວາມສາມາດປະດິດອຸປະກອນໃຊ້ເອງໃນຄົວເຮືອນເຊັ່ນ: ຕັ່ງ, ຕຽງ, ສານແຫ, ສານຫວດ ແລະ ຍັງຂັບເຮືອເພື່ອຫາປາມາຂາຍ. ຈົນມາຮອດເດືອນກັນຍາ ປີ 2020, ທາງທີມງານໄດ້ລົງເຮັດການຄັດກອງ ແລະ ສຳພາດໃນເບື້ອງຕົ້ນ ເຫັນວ່າລາວມີຄວາມຫຍຸ້ງຍາກໃນການໄປມາ ແລະ ທາງດ້ານເສດຖະກິດ, ຕໍ່ມາເດືອນພະຈິກ ປີ 2020 ຈຶ່ງໄດ້ລົງໄປພົບກັບລາວເລື່ອງການປະເມີນຄວາມຕ້ອງການລາຍບຸກຄົນ. ໃນເດືອນກຸມພາ ປີ 2021, ທີມງານໄດ້ລົງສ້າງແຜນທຸລະກິດຮ່ວມກັບລາວເຫັນວ່າລາວມີຄວາມສົນໃຈຢາກລ້ຽງແບ້. ໃນທີ່ສຸດເດືອນກໍລະກົດ ປີ 2021, ທີມງານໂຄງການໄດ້ລົງປະເມີນສຸຂະພາບເບື້ອງຕົ້ນໂດຍ ທ່ານໝໍຈາກສູນການແພດຟື້ນຟູໜ້າທີ່ການແຂວງສະຫວັນນະເຂດ ເຊີ່ງໄດ້ປະເມີນວ່າ: ລາວເປັນຄົນພິການທາງດ້ານຮ່າງກາຍເສຍອົງຄະ (ຂາເບື້ອງຊ້າຍຂາດ) ແລະ ຕ້ອງການຄວາມຊ່ວຍເຫຼືອແທ້. ພາຍຫຼັງສ້າງແຜນສໍາເລັດທີມງານໄດ້ກະກຽມການສະໜອງກິດຈະກໍາໃຫ້ກັບລາວ ແລະ ໄດ້ມອບອຸປະກອນສ້າງຄອກແບ້ ແລະ ມອບແບ້ໃຫ້ກັບຜູ້ກ່ຽວ 3 ໂຕ. ທາງທີມງານໄດ້ບອກໃຫ້ຮູ້ວ່າ: ການທີ່ໂຄງການເຂົ້າມາຊ່ວຍເຫຼືອລາວ ລາວຮູ້ສຶກໂຊກດີຫຼາຍ ເພາະໂຄງການໄດ້ຊ່ວຍເຫຼືອທາງດ້ານການສ້າງລາຍຮັບ, ເຊີ່ງມັນເຮັດໃຫ້ຄອບຄົວຂອງລາວມີລາຍຮັບເພີ່ມຂື້ນ ແລະ ລາວຍັງບອກອີກວ່າ ລາວດີໃຈຫຼາຍທີ່ໂຄງການຊ່ວຍເຫຼືືອເຄື່ອງຄ້ຳຊູ (ຂາທຽມ) ເພາະມັນຊ່ວຍໃນການໃຊ້ຊີວິດປະຈຳວັນ ແລະ ການເຮັດວຽກງານຮັບຈ້າງຂອງລາວໃຫ້ດີຂື້ນກວ່າເກົ່າ.