ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ

ນີ້ແມ່ນບົດເລື່ອງຄວາມສຳເລັດທີ່ກ່ຽວກັບການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ, ພວກເຮົາໄດ້ຊ່ວຍໃນການປັບປຸງສິ່ງອຳນວຍຄວາມສະດວກໃນໂຮງຮຽນເຊັ່ນ: ໂຕະ, ​ຕັ່ງ, ຫ້ອງຮຽນ, ລະບົບນ້ຳໃຊ້, ອຸປະກອນສຸຂະອະນາໄມອື່ນໆທີ່ຈຳເປັນ, ຝຶກອົບຮົມຄູ ແລະ ສົ່ງເສີມຄູຈົບໃໝ່ມາເປັນຄູອາສາຂອງຊຸມຊົນ, ສະໜັບສະໜູນສື່ການຮຽນ-ການສອນໃຫ້ຄູ ແລະ ນັກຮຽນ. ເຊິ່ງມີບາງບົດເລື່ອງທີ່ພົ້ນເດັ່ນ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງບາງໂຄງການ, ຂໍເຊີນທ່ານອ່ານ ແລະ ຕິດຕາມນຳກັນໄດ້:

ການປັບປຸງ ແລະ ສ້ອມແປງໂຮງຮຽນແບບມີສ່ວນຮ່ວມ

ເພື່ອປະກອບສ່ວນໃນການປັບປຸງ ແລະ ແກ້ໄຂບັນຫາດ່ັງກ່າວ, ໂຄງການໄດ້ຮ່ວມກັບຄູອາຈານ ແລະ ນັກສຶກສາຈາກ ວິທະຍາໄລເຕັກນິກ - ວິຊາຊີບ ແຂວງ ສະຫວັນນະເຂດ (ພາກວິຊາກໍ່ສ້າງ-ຊ່າງໄມ້) ຈຳນວນ 18 ທ່ານ ໂດຍການຊີ້ນໍາຂອງຄະນະຈາກຫ້ອງການສືກສາທິການ ແລະ ກິລາເມືອງ ໃນການເຂົ້າມາຈັດຕັ້ງປະຕິບັດຮ່ວມກັບຊຸມຊົນ ທີ່ມີທັງຊ່າງປະຈຳບ້ານ ແລະ ພໍ່ແມ່ປະຊາຊົນ ຈົນສາມາດສຳເລັດຜົນໃນ 12 ໂຮງຮຽນເປົ້າໝາຍດັ່ງນີ້: ປຸກສ້າງວິດຖ່າຍຈໍານວນ 3 ຫຼັງ, ເຈາະນໍ້າບາດານ 3 ບໍ່; ປ້າຍໂຮງຮຽນ 5 ແຫ່ງ ແລະ ຮົ້ວໂຮງຮຽນ 5 ແຫ່ງ, ກໍ່ສ້າງຕີນຫຼັກເສົາທຸງ 2 ແຫ່ງ, ກະດານຫໍຂ່າວ 1 ແຫ່ງ, ຕູ້ໃສ່ປື້ມ 06 ໜ່ວຍ, ຕໍ່ເຕີມຫ້ອງຮຽນໄມ້ເພີ່ມ 01 ຫ້ອງ; ສະໜອງກະດານດໍາ 6 ເເຜ່ນ; ເຄື່ອງຫຼິ້ນ 11 ໂຮງຮຽນ ເເລະ ປຸກສ້າງໂຮງຮຽນໄມ້ຂື້ນໃໝ່ ໂດຍນໍາໃຊ້ ໄມ້ເກົ່າ ເເລະ ໄມ້ໃໝ່ ຈໍານວນ 1 ຫຼັງ, ຕໍ່ເຕີມຫ້ອງຮຽນ 01 ຫ້ອງ. ມີບາງໂຮງຮຽນໃນເຂດເປົ້າໝາຍຂອງໂຄງການໄດ້ມາດຖານ ແລະ ສວຍງາມຍ້ອນໄດ້ຮັບການ ສະໜັບສະໜູນ ຊ່ວຍເຫຼືອຈາກຫຼາຍພາກສ່ວນ. ແຕ່ກໍ່ຍັງມີບາງໂຮງຮຽນ ທີ່ການຊ່ວຍເຫຼືອດັ່ງກ່າວຍັງບໍ່ທັນໄປຮອດໄປເຖິງ, ບາງໂຮງຮຽນ ຊຸມຊົນເປັນຜູ້ຮ່ວມແຮງຮ່ວມໃຈກັນສ້າງຂື້ນມາ ແຕ່ກໍ່ຍັງບໍ່ໄດ້ມາດຖານ, ໂຕະຕັ່ງ, ກະດານກໍ່ໄດ້ມີການເປເພ້ ແລະ ມີບາງໂຮງຮຽນກໍ່ຍັງບໍ່ພຽງພໍ. ບາງໂຮງຮຽນສ້າງມາດົນແລ້ວ ຮອດປະຈຸບັນກໍ່ຊຸດໂຊມບໍ່ວ່າຈະເປັນຝາ, ຫຼັງຄາ, ເພດານ ແລະ ອື່ນໆ; ຫ້ອງຮຽນບໍ່ພໍ ຈຳເປັນຕ້ອງໄດ້ຮຽນນໍາກັນຫຼາຍຫ້ອງ, ເຊັ່ນດຽວກັນກັບສິ່ງອໍານວຍຄວາມສະດວກຕ່າງເຊັ່ນ: ນໍ້າສ້າງ ຫຼື ນໍ້າບາດານ, ວິດຖ່າຍ ຕະຫຼອດຮອດ ສິ່ງດຶງດູດໃຫ້ເດັກຢາກໄປໂຮງຮຽນ ເຊັ່ນ: ເຄື່ອງຫລີ້ນໂອ່ນຊາ, ຕະລູດ ແລະ ອື່ນໆ.

ການປະຕິບັດກິດຈະກຳໃນຄັ້ງນີ້ເຫັນທາງທີມງານກໍ່ມີຄວາມປະທັບໃຈຫລາຍ ຍ້ອນໄດ້ຮັບການຮ່ວມຈາກພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ພາກັນມາຊ່ວຍທາງດ້ານແຮງງານ ແລະ ອຸປະກອນທີ່ຈຳເປັນ (ໄມ້ແປ້ນ, ໄມ້ເສັ້ນ...) ຈາກທີ່ຄິດວ່າອາດຈະບໍ່ໄດ້ຮັບການຮ່ວມມືດີເຖິງຂັ້ນນີ້ ແຕ່ໃນຄວາມເປັນຈິງແມ່ນທຸກຄົນຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດກິດຈະກຳເພື່ອໂຮງຮຽນ ແລະ ນັກຮຽນທຸກໆຄົນ. ເຊິ່ງພາຍຫຼັງທີ່ໄດ້ສໍາເລັດການປະດິດສ້າງເຄື່ອງຫຼິ້ນເເລ້ວ ນັກຮຽນກໍ່ໄດ້ພາກັນທົດລອງຫຼິ້ນ ເເລະ ສິ່ງທີ່ພວກເຮົາສາມາດສັງເກດເຫັນໄດ້ແມ່ນ ນັກຮຽນມາໂຮງຮຽນໄວຂຶ້ນ, ໃນຊົ່ວໂມງພັກຜ່ອນ ນັກຮຽນກໍ່ໄດ້ມີບ່ອນຫຼິ້ນ ເເລະ ມີຄວາມມ່ວນຊື່ນ, ຈິດໃຈນັກຮຽນມີຄວາມເບີກບານ ເພາະໄດ້ຫຼິ້ນສິ່ງໃໝ່ໆ ຮ່ວມກັບໝູ່ຫຼາຍໆຄົນ ເຊິ່ງເຄືອງຫຼິ້ນ ແມ່ນ ສາມາດດຶງດູດນັກຮຽນເຂົ້າມາໂຮງຮຽນທຸກໆ ວັນບໍ່ຂາດ.

ຂຽນໂດຍ: ທ້າວ ສົມຈິດ, ໄລຍະການຂຽນບົດ: ເດືອນທັນວາ 2021

ໂຄງການພັດທະນາໂຮງຮຽນບ້ານເຮົາ ຢູ່ໂຮງຮຽນປະຖົມ 12 ແຫ່ງ ແຂວງສະຫວັນນະເຂດ

ຄູສອນຢູ່ໂຮງຮຽນເປົ້າໝາຍນຳໃຊ້ເຕັກນິກການຮຽນ-ການສອນທີ່ໄດ້ຝຶກອົບຮົມຈາກໂຄງການ

ສາວຄູ ແກ່ນຕາ ກໍ່ໄດ້ນໍາໃຊ້ບົດຮຽນທີ່ໄດ້ຮຽນມາ ເເລະ ລາວໄດ້ສັງເກດເຫັນວ່າ ນັກຮຽນຂອງຕົນມີສ່ວນຮ່ວມຫຼາຍຂື້ນ ເຮັດໃຫ້ນັກຮຽນດຸໝັ່ນ, ມີຄວາມກ້າສະແດງອອກ ແລະ ສາມາດຂຽນພາສາລາວໄດ້ດີຍີ່ງຂື້ນ, ຊຸກຍູ້ໃຫ້ຄູນໍາເອົາບົດຮຽນທີ່ຖອດຖອນໄດ້ໄປໃຊ້ເຂົ້າໃນການສອນຕາມຄວາມເໝາະສົມ ເຊິ່ງຄູສອນກໍ່ໄດ້ນໍາໃຊ້ເພັງ, ນິທານ, ເກມ ເປັນຕົ້້ນ ໃນການເສີມເຂົ້າໄປກ່ອນການສິດສອນ ເພື່ອໃຫ້ນັກຮຽນຜ່ອນຄາຍ ເເລະ ມ່ວນຊື່ນ ກ່ອນນໍານັກຮຽນເຂົ້າສູ່ຫຼັກສູດ ແລະ ລາວຍັງສັງເກດເຫັນໄດ້້ຈາກທີ່ ນັກຮຽນສາມາດຮ້ອງເພັງພ້ອມທັງທ່າທາງປະກອບໄດ້. ສາວຄູ ແກ່ນຕາ ຍັງໄດ້ສັງເກດເຫັນໄດ້ວ່ານັກຮຽນຂອງຕົນບໍ່ຂາດໂຮງຮຽນຫຼາຍ, ນັກຮຽນດຸໝັ່ນ, ມີຄວາມມ່ວນຊື່ນ ແລະ ຮັກການຮຽນພາສາລາວ ເຊັ່ນວ່າ: ເກມຈັບຄູ່ຮູບພາບ ແລະ ພະຍັນຊະນະການນຳໃຊ້ກິດຈະກຳຕ່າງໆທີ່ໄດ້ຈາກການຝຶກອົບຮົມ ຄູໄດ້ນຳໃຊ້ໃນເວລາກ່ອນເຂົ້າຮຽນ, ຫຼັງເຄົາລົບທຸງ ແລະ ຈັດໃນຕາຕາລາງຊົ່ວໂມງກິດຈະກຳຂອງໂຮງຮຽນ. ນີແມ່ນສ່ວນໜຶ່ງຂອງຜົນສຳເລັດຂອງໂຄງການພັດທະນາໂຮງຮຽນບ້ານເຮົາ ຢູ່ເມືອງອາດສະພອນ ແຂວງສະຫວັນນະເຂດ, ໄດ້ຈັດຕັ້ງປະຕິບັດກິດຈະກຳເຝິກອົບຮົມໃຫ້ຄູຊັ້ນປະຖົມສຶກສາຢູ່ໃນ 12 ບ້ານເປົ້າໝາຍ, ອີງໃສ່ຕົວຊີ້ວັດໃນຈຸດປະສົງຂອງໂຄງການ ເຫັນໄດ້ວ່າ ຢ່າງໜ້ອຍ 80% ຂອງຄູສອນ ຢູ່ໂຮງຮຽນເປົ້າໝາຍນໍາໃຊ້ເຕັກນິກທີ່ໄດ້ຮັບການຝຶກອົບຮົມຈາກໂຄງການ (ຄູ 65 ຄົນ) ເນື່ອງຈາກວ່າມີ ອັດຕາການປະລະ ແລະ ການຄ້າງຫ້ອງຮຽນ ຂອງນັກຮຽນຢູ່ໂຮງຮຽນເປົ້າໝາຍບໍ່ເກີນ 5% (ນັກຮຽນທັງໝົດປະມານ 913 ຄົນ ຂອງໂຮງຮຽນປະຖົມສຶກສາ ຈຳນວນ 12 ແຫ່ງ)

ສາວຄູ ແກ່ນຕາ ອິນທະທິລາດ ອາຍຸ 21 ປີ ອາໄສຢູ່ ບ້ານ ພະນອນພອນ ເມືອງ ອາດສະພອນ ແຂວງສະຫວັນນະເຂດ. ພາຍຫລັງທີ່ໄດ້ຮຽນຈົບ ມ 4 ລາວໄດ້ໄປຮຽນຕໍ່ຢູ່ວິທະຍາໄລຄູສະຫວັນນະເຂດ (ຫລັກ 7) ແລະ ຫລັງຈາກຮຽນຈົບ, ລາວກໍ່ໄດ້ກັບມາເປັນຄູອາສາຢູ່ ໂຮງຮຽນປະຖົມພະນົມພອນໄດ້ 3 ປີແລ້ວ. ສາວຄູ ແກ່ນຕາ ເປັນຜູ້ໜື່ງທີ່ມີຄວາມເອົາໃຈໃສ່ ໃນການສິດສອນນັກຮຽນເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ, ໄລຍະຜ່ານມາລາວໄດ້ສອນຕາມຫຼັກສູດທີ່ໄດ້ຮຽນມາ ໂດຍເນັ້ນສອນຕາມປື້ມຕຳລາແບບຮຽນ ໃນການສິດສອນເປັນສ່ວນໃຫຍ່ ເຊີ່ງເປັນສາຍເຫດໜື່ງເຮັດໃຫ້ນັກຮຽນຫ້ອງປໍກຽມ ມັກຂາດໂຮງຮຽນ ແລະ ພາກັນຄ້າງຫ້ອງຮຽນ. ໂຄງການພັດທະນາໂຮງຮຽນບ້ານເຮົາໄດ້ປະຕິບັດກິດຈະກຳສົ່ງເສີມ ແລະ ເຝຶກອົບຮົມໃຫ້ຄູປະຖົມສຶກສາມີ 7 ຫົວຂໍ້ຄື: 1) ການຈັດການຮຽນ-ການສອນແບບເອົາເດັກເປັນໃຈກາງ, 2) ທັກສະການນຳພາກິດຈະກຳ ແລະ ດຶງດູດຄວາມສົນໃຈຂອງເດັກ (ເກມ, ເພັງ, ລະຄອນ, ນິທານ...), 3) ການຜະລິດ ສື່ການຮຽນ ການສອນ ໂດຍການນຳໃຊ້ວັດຖຸວັດທະນະທຳທ້ອງຖິ່ນ, 4) ທັກສະການສອນພາສາລາວ-ຄະນິດສາດ, 5) ການຈັດການຮຽນ-ການສອນຫ້ອງຄວບ, 6) ເຕັກນິກການເລົ່ານິທານ ແລະ ວຽກສົ່ງເສີມການອ່ານໃນໂຮງຮຽນ, 7) ສິດທິເດັກ ແລະ ການປົກປ້ອງເດັກໃນໂຮງຮຽນ ແລະ ຊຸມຊົນ.

“ຂ້ອຍມີຄວາມປະທັບໃຈຫຼາຍ ທີ່ທາງໂຄງການໄດ້ຝຶກອົບຮົມສີ່ງໃໝ່ໆ ໂດຍສະເພາະແມ່ນວິທີສອນທີ່ໄດ້ນຳເອົາ ເກມ ແລະ ເພັງ ເຮັດໃຫ້ນັກຮຽນມີຊີວິດຊີວາ, ມ່ວນຊື່ນ, ດີໃຈທີ່ຮຽນໄດ້ ພ້ອມທັງໄດ້ຮັບການສະໜັບສະໜູນສື່ການຮຽນການສອນຈາກໂຄງການເປັນຕົ້ນແມ່ນເຄື່ອງດົນຕີ ເຮັດໃຫ້ສອນວິຊາພາລະ-ອອກກຳລັງກາຍໄດ້ດີ, ປະທັບໃຈໄດ້ຈັດກິດຈະກຳຢູ່ໃນໂຮງຮຽນ ໃນວັນເດັກ ແລະ ວັນຄູແຫ່ງຊາດ”

ຂຽນໂດຍ: ນາງ ສຸພາລີ, ໄລຍະການຂຽນບົດ: ເດືອນທັນວາ 2021

ໂຄງການພັດທະນາໂຮງຮຽນບ້ານເຮົາ ຢູ່ໂຮງຮຽນປະຖົມ 12 ແຫ່ງ ແຂວງສະຫວັນນະເຂດ

ທ້າວ ຄູນ ແລະ ໂຮງຮຽນຂອງລາວ ຢູ່ບ້ານ ກາງບອນ, ເມືອງ ອາດສະພອນ, ແຂວງ ສະຫວັນນະເຂດ

ຜ່ານການລົງປະຕິບັດກິດຈະກຳຂອງໂຄງການ ໂດຍສົ່ງເສີມ ແລະ ເຝິກອົບຮົມໃຫ້ຄູປະຖົມສຶກສານຳໃຊເຕັກນິກທີ່ໃໝ່ເຂົ້າໃນການສິດສອນນ້ອງໆນັກຮຽນ ເຮັດໃຫ້ນັກຮຽນມີສິ່ງດຶງດູດໃຈ ແລະ ບໍ່ຂາດໂຮງຮຽນ. ໂຄງການໄດ້ສະໜັບສະໜູນ ເຮັດຫ້ອງສຳລັບອ່ານໜັງສື, ຖັງເກັບຮັກສາປຶ້ມ 1 ຖົງ/ໂຮງຮຽນ ຖັງຢາງເກັບມ້ຽນປຶ້ມ, ປຶ້ມນິທານ 449 ເລື່ອງ, ເລື່ອງລະ 2 ຫົວ ລວມທັງໝົດເເມ່ນ 1,298 ຫົວ. ອຸປະກອນ ແລະ ສືການຮຽນການສອນໃຫ້ 12 ໂຮງຮຽນ ເຊັ່ນ: ບັນທັດໄມ້ (ໄມ້ບັນທັດຍາວ, ສາມແຈສາກ, ສາມແຈທ່ຽງ ແລະ ມູມ) 10 ຊຸດ, ລູກຄິດ 8 ອັນ, ບັດຕົວອັກສອນພາສາລາວ 6 ກັບ, ບັດໂຕອັກສອນພາສາອັງກິດ 8 ກັບ, ບັດສະຫຼະ 8 ກັບ, ບັດໂຕເລກ 7 ກັບ, ບັດຮູບ ແລະ ຊື່ຂອງສັດ 11 ກັບ, ບັດຮູບ ແລະ ຊື່ອາຊີບ 12 ກັບ, ບັດຮູບ ແລະ ຊື່ໝາກໄມ້ 12 ກັບ, ໂພສເຕີ້ ແມ່ສະກົດໃນພາສາລາວ 12 ເເຜ່ນ, ໂພສເຕີ້ ຄຳສັບຮ່າງກາຍ (ລາວ/ອັງກິດ) 12 ເເຜ່ນ, ໂພສເຕີ້ ບັ້ງສູດ 12 ເເຜ່ນ, ໂພສເຕີ້ ສະຫຼະໃນພາສາລາວ 5 ເເຜ່ນ, ແຜ່ນທີ່ປະເທດລາວ 6 ເເຜ່ນ, ແຜ່ນທີ່ໂລກ 6 ເເຜ່ນ ເເລະ ໜ່ວຍໂລກຈໍາລອງ 4 ໜ່ວຍ. ພາຍຫຼັງທີ່ໂຄງການກໍ່ໄດ້ສົ່ງເສີມຈັດກິດຈະກຳເພື່ອໃຫ້ນັກຮຽນມີສ່ວນຮ່ວມ ແລະ ໄດ້ສໍາເລັດການປະດິດສ້າງເຄື່ອງຫຼິ້ນ. ສາມາດສັງເກດເຫັນໄດ້ວ່າ ລາວມາໂຮງຮຽນໄວຂຶ້ນ, ໃນຊົ່ວໂມງພັກຜ່ອນ ລາວກໍ່ໄດ້ມີບ່ອນຫຼິ້ນ ເເລະ ມີຄວາມມ່ວນຊື່ນ, ຈິດໃຈນັກຮຽນມີຄວາມເບີກບານ ເພາະໄດ້ຫຼິ້ນສິ່ງໃໝ່ໆຮ່ວມກັບໝູ່ຫຼາຍໆຄົນ. ບົດເລື່ອງຂອງທ້າວຄູນໄດ້ສະແດງໃຫ້ເຫັນວ່າ ສະພາບແວດລ້ອມຂອງໂຮງຮຽນ ຫຼື ເທັກນິກການສອນນັກຮຽນໂດຍນຳໃຊ້ປື້ມຕຳລາພຽງຢາ່ງດຽວ ບໍ່ສາມາດດຶງດູດໃຈຂອງນັກຮຽນໄດ້ດີປານໃດ.

ທ້າວ ຄູນ ອາຍຸ 10 ປີ ຮຽນຢູ່ຫ້ອງ ປ 5, ອາໄສຢູ່ກັບຄອບຄົວ ຢູ່ບ້ານກາງບອນ ເມືອງອາດສະພອນ ແຂວງສະຫວັນນະເຂດ. ລາວເປັນຄົນທີ່ບໍ່ກ້າສະແດງອອກ, ແຕ່ລະມື້ລາວມັກແຕ່ໄປກ້ານກົບການຂຽດຫາຕາມພາສາເດັກນ້ອຍ ແລະ ມັກຂາດໂຮງຮຽນເປັນປະຈຳ ເຊິ່ງທີມງານ ກັບ ຄອບຄົວລາວ ຮ່ວມກັບ ຄູ ໄດ້ປຶກສາຫາລືການວິເຄາະສາຍເຫດທີ່ເຮັດໃຫ້ລາວຂາດໂຮງຮຽນ ເປັນຍ້ອນສະພາບສິ່ງແວດລ້ອມຂອງໂຮງຮຽນບໍ່ມີຄວາມໜ້າສົນໃຈພໍທີ່ຢາກເຮັດໃຫ້ລາວມາໂຮງຮຽນ.

ຂຽນໂດຍ: ນາງ ສຸພາລີ, ໄລຍະການຂຽນບົດ: ເດືອນທັນວາ 2021

ໂຄງການພັດທະນາໂຮງຮຽນບ້ານເຮົາ ຢູ່ໂຮງຮຽນປະຖົມ 12 ແຫ່ງ ແຂວງສະຫວັນນະເຂດ