ຄວາມເປັນມາ

ສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ແມ່ນອົງການຈັດຕັ້ງສັງຄົມລາວ ທີ່ມີສະມາຊິກ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດໄດ້ສ້າງຕັ້ງຂຶ້ນແຕ່ປີ 2006 ໂດຍຂື້ນທະບຽນກັບສະຫະສະມາຄົມວິທະຍາສາດ ແລະ ວິສະວະກຳສາດແຫ່ງຊາດ, ຫຼັງຈາກນັ້ນໄດ້ຂື້ນທະບຽນໃໝ່ ແລະ ໄດ້ຮັບຂໍ້ຕົກລົງສ້າງຕັ້ງຈາກກະຊວງພາຍໃນສະບັບເລກທີ 511/ ພນລົງວັນທີ 9 ສິງຫາ 2012

          ສະມາຄົມ ສພປ ເລີ່ມມາຈາກ ສະມາຊິກ 15 ທ່ານ ທີ່ເປັນພະນັກງານຂອງອົງການຊິດເຊ ແລະ ຕັດສິນໃຈສ້າງຕັ້ງ ສະມາຄົມໃນ ເດືອນຕຸລາ ປີ 2006 ຫຼັງຈາກ ອົງການສະມາຊິກຂອງຊິດເຊໄດ້ຕັດສິນໃຈທີ່ຈະໃຫ້ບັນດາຫ້ອງການປະຈໍາຢູ່ປະເທດ ກໍາປູເຈຍ, ຫວຽດນາມ ແລະ ລາວ ສ້າງໃຫ້ເປັນອົງການທ້ອງຖິນ.

          CIDSE-CLV (Cooperation International pour le Development et la Solidarite ອົງການຮ່ວມມືສາກົນເພື່ອການພັດທະນາ ແລະ ສາມັກຄີ) ເປັນແຜນງານການຮ່ວມມືຂອງ 16 ອົງການຢູ່ປະເທດໃນທະວີບ ເອີຣົບ ແລະ ອາເມລິກາເໜືອມີຈຸດປະສົງເພື່ອໃຫ້ການຊ່ວຍເຫລືອ ແລະ ສະແດງ ຄວາມສາມັກຄີກັບປະຊາຊົນກຳປູເຈຍປະຊາຊົນລາວ ແລະ ຫວຽດນາມ. ໄດ້ເລິ້ມເຂົ້າໄປຊ່ວຍປະເທດຫວຽດນາມ ໃນປີ 1997, ເຂົ້າໄປຊ່ວຍປະເທດກຳປູເຈຍ ປີ 1979 ແລະ ປະເທດລາວ ປີ 1988.

          ກອງປະຊຸມຄະນະກໍາມະການການປະສານງານໂຄງການຊິດເຊກຳປູເຈຍ-ລາວ-ຫວຽດນາມ (CIDSE-CLV programme) ທີ່ເມືອງມົງຕຣີອານ ປະເທດການາດາ (Montreal, Canada) ໃນປີ 1996 ໄດ້ມີການຕົກລົງເຫັນດີກັບຫ້ອງການພາກພື້ນຂອງແຕ່ລະປະເທດວ່າ: “ ມີຄວາມຕ້ອງການຢາກປິດຫ້ອງການພາກພື້ນ ແລະ ຢາກໃຫ້ຫ້ອງການພາກພື້ນໃນແຕ່ລະປະເທດກາຍເປັນອົງການທີ່ເອກະລາດບໍ່ຂື້ນກັບ ຜູ້ໃຫ້ທຶນໃດໜື່ງ ແລະ ສາມາດຄຸ້ມຄອງຕົນເອງໄດ້” ແລະ ອົງການຜູ້ໃຫ້ທຶນກໍ່ໄດ້ ເຫັນດີທີ່ຈະສືບຕໍ່ຮ່ວມມືຊ່ວຍເຫລືອຢ່າງໜ້ອຍຮອດປີ 2002.  ຕໍ່ກັບການຕົກລົງດັ່ງກ່າວນັ້ນ, ພະນັກງານຂອງຫ້ອງການພາກພື້ນທັງ 3 ປະເທດໄດ້ ປະຊຸມ ແລະ ພາກັນກະກຽມເພື່ອສ້າງໃຫ້ຕົນເອງກາຍເປັນອົງການທ້ອງຖີ່ນເພື່ອໃຫ້ ສາມາດສືບຕໍ່ເອົາການຊ່ວຍເຫລືອໃນການພັດທະນາປະເທດຊາດຂອງຕົນ.

          ອົງການຊິດເຊ – ຫວຽດນາມໄດ້ປິດຫ້ອງການພາກພື້ນໃນທ້າຍປີ 2005 ແລະ ໄດ້ສ້າງສູນຂື້ນ 2 ສູນໃນຕົ້ນປີ 2006 ຄື: ສູນເພື່ອການພັດທະນາ ເສດຖະກິດ ຊຸມຊົນ ແລະ ສະພາບແວດລ້ອມ“Centre for Community Socio Economic and Environmental Development” (CSEED) ແລະ ສູນ ເພື່ອການພັດທະນາຊົນນະບົດແບບຍືນຍົງ “Centre for Sustainable Rural Development” (SRD). ສ່ວນອົງການຊິດເຊ – ກຳປູເຈຍ ໄດ້ປິດຫ້ອງການພາກພື້ນໃນທ້າຍ ປີ 2005 ເຊັ່ນກັນ ແລະ ໄດ້ເກີດມີອົງການທ້ອງຖິ່ນຂື້ນໃນຕົ້ນປີ 2006 ຊື່ວ່າ Development and Partnership in Action (DPA).

         ກອງປະຊຸມກຸ່ມຜູ້ໃຫ້ທຶນຂອງອົງການຊິດເຊ-ລາວໃນເດືອນພຶດສະພາ 2005 ໄດ້ຕັດສິນເອົາປີ 2008 ເປັນປີທີ່ຈະປິດອົງການຊິດເຊ-ລາວ. ຕໍ່ກັບການ ຕັດສິນໃຈດັ່ງກ່າວພະນັກງານຂອງອົງການທັງຫມົດໄດ້ຈັດກອງປະຊຸມເພື່ອປືກສາຫາລືກັນລາຍຄັ້ງ. ກອງປະຊຸມຄັ້ງສຸດທ້າຍໃນວັນທີ 3-4 ເມສາ 2006, ພະນັກງານ 15 ທ່ານໄດ້ພ້ອມກັນຕັດສິນໃຈສ້າງຕັ້ງສະມາຄົມນັບແຕ່ວັນທີ 10 ຕຸລາ 2006.

ວິໄສທັດ

ສະມາຄົມ ສພປ ມີຄວາມປາດຖະໜາປະກອບສ່ວນເພື່ອໃຫ້ສັງຄົມບັນດາເຜົ່າມີຄວາມຜາສຸກ ບົນພື້ນຖານຄວາມເຄົາລົບເຊີ່ງກັນ ແລະ ກັນ, ມີໂອກາດຢ່າງເທົ່າທຽມກັນ,ໃສ່ໃຈສິ່ງແວດລ້ອມ ແລະ ຊົມໃຊ້ຊັບພະຍາກອນຢ່າງຢືນຍົງ.

ພາລະກິດ

ສ້າງຄວາມສາມາດໃຫ້ແກ່ກຸ່ມເປົ້າໝາຍໃນການຍົກລະດັບຄຸນນະພາບຊີວິດໃຫ້ມີຄວາມຜາສຸກ ຕາມທິດສີຂຽວ ແລະ ຍືນຍົງ

ກຸ່ມເປົ້າໝາຍ

ຊຸມຊົນໃນເຂດຊົນນະບົດ, ຜູ້ທຸກຍາກ, ຜູ້ດ້ອຍໂອກາດ ໂດຍສະເພາະ ເດັກນ້ອຍ, ໄວໜຸ່ມ, ແມ່ຍິງ ແລະ ຜູ້ທີ່ມີຄວາມເປັນພິການ

ຄຳຂວັນ

ສາມັກຄີ, ມີສ່ວນຮ່ວມ, ບົນຄວາມໂປ່ງໃສ, ເນັ້ນໃສ່ປະສິດທິຜົນ, ເປີດໂອກາດໃຫ້ໝົດທຸກຄົນ

ໂຄງຮ່າງການຈັດຕັ້ງຂອງສະມາຄົມ

      ເນື່ອງຈາກວ່າ ຊີວິດການເປັນຢູ່ຂອງປະຊາຊົນລາວຢູ່ໃນເຂດຊົນນະບົດ ສ່ວນຫຼາຍຍັງຕິດພັນກັບທຳມະຊາດ ແລະ ຫາລ້ຽງຊີບຕາມລະດູການ, ບາງຄອບຄົວອາຫານກິນບໍ່ພຽງພໍກຸ້ມກິນຕະຫຼອດປີ, ບາງຄອບຄົວການປູກຝັງລ້ຽງສັດກໍ່ຍັງເຮັດແບບທຳມະຊາດຍ້ອນຄວາມຊິນເຄີຍ ເຮັດໃຫ້ຜົນຜະລິດບໍ່ໄດ້ຫຼາຍເທົ່າທີ່ຄວນ, ເຮັດໃຫ້ມີຜົນກະທົບຕໍ່ການດຳລົງຊີວິດ ແລະ ການທຳມາຫາກິນຂອງປະຊາຊົນໃນທ້ອງຖິ່ນ, ກໍ່ໃຫ້ເກີດໄພອຶດຫິວ ແລະ ທຸກຍາກນັບຕັ້ງແຕ່ຂັ້ນຄອບຄົວຕະຫຼອດຮອດຂັ້ນບ້ານ ແລະ ຊຸມຊົນ. ດັ່ງນັ້ນ, ເພື່ອປະກອບສ່ວນເຂົ້າໃນການຫຼຸດຜ່ອນຄວາມທຸກຍາກ ໂດຍການຍົກລະດັບການຄໍ້າປະກັນສະບຽງອາຫານຂອງປະຊາຊົນຢູ່ເຂດຊົນນະບົດ ໃຫ້ໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ, ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງ ດ້ວຍການສົ່ງເສີມການຜະລິດສິນຄ້າ, ສົ່ງເສີມວິຊາຊີບ ແລະ ເຕັກນິກວິຊາການທີ່ກ້າວໜ້າ ເພື່ອຍົກສູງການຜະລິດຄຽງຄູ່ກັບການສ້າງອາຊີບຄົງທີ່ ແລະ ໝັ້ນຄົງ.    ດັ່ງນັ້ນ, ເປົ້າໝາຍນີ້ ຈື່ງເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ໃນວຽກຈຸດສຸມທີ 1: ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກທີ່ຍັງທຸກຍາກໄດ້ຮັບການພັດທະນາ ແລະ ຊິວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂື້ນ, ພາຍໃຕ້ເປົ້າໝາຍທີ 3: ຊິວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂື້ນເທື່ອລະກ້າວຕາມທິດມີກິນມີໃຊ້. ທັງຍັງເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 1: ລືບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ ແລະ SDG 2: ລືບລ້າງຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ ແລະ ປັບປຸງດ້ານໂພຊະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ. ເຊິ່ງພວກເຮົາໄດ້ຈັດກິດຈະກຳຕ່າງໆດັ່ງນີ້:

  1.   ສ້າງຄວາມສາມາດໃຫ້ກຸ່ມເປົ້າໝາຍ: 
    • ສ້າງຄອບຄົວຕົວແບບເພື່ອໃຫ້ສາມາດໄປຖ່າຍທອດໃຫ້ຜູ້ອື່່ນໃນຮູບແບບເພື່ອນຊ່ວຍເພື່ອນ;

    • ສ້າງຄວາມສາມາດໃຫ້ສັດຕະວະແພດບ້ານ;

    • ສ້າງຄວາມສາມາດໃຫ້ແກ່ອຳນາດການປົກຄອງຂັ້ນບ້ານ, ຄະນະພັດທະນາບ້ານໃນການຄຸ້ມຄອງບໍລິຫານ, ຕິດຕາມສະໜັບສະໜູນກຸ່ມເປ້ົາໝາຍ ເພື່ອໃຫ້ເກີດຄວາມຍືນຍົງ;

    • ສ້າງຄວາມສາມາດໃຫ້ກຸ່ມກິດຈະກຳເພື່ອການແລກປ່ຽນຮຽນຮູ້;

    • ທັດສະນະສືກສາດ້ານການຄຸ້ມຄອງບໍລິຫານ ແລະ ດ້ານເຕັກນິກທີ່ກ່ຽວຂ້ອງລະຫວ່າງບ້ານ, ເມືອງ, ແຂວງ, ແຂວງອື່ນ.

  2.  ສົ່ງເສີມເຕັກນິກການຜະລິດ:
    • ເຕັກນິກການເພີ່ມຜົນຜະລິດເຂົ້າ, ການປູກພຶດປະສົມປະສານເພື່ອເປັນອາຫານ ແລະ ເປັນສິນຄ້າໂດຍສະເພາະພືດຜັກ, ໄມ້ໃຫ້ໝາກຕະຫຼອດຮອດພຶດເສດຖະກິດ ທີ່ມີແທດເໝາະກັບທ້ອງຖິ່ນ ແລະ ເປັນຄວາມຕ້ອງການຂອງຕະຫຼາດ;

    • ເຕັກນິກການລ້ຽງສັດເພື່ອເປັນອາຫານ ແລະ ເປັນສິນຄ້າໂດຍສະເພາະສັດນ້ອຍເຊັນ: ແບ້, ໝູ, ເປັດ, ໄກ່, ເຜີ້ງ ແລະ ອື່ນໆ ທີ່ມີແທດເໝາະກັບທ້ອງຖິ່ນ ແລະ ເປັນຄວາມຕ້ອງການຂອງຕະຫຼາດ.

  3.  ສົ່ງເສີມການສ້າງລາຍຮັບ:
    • ສົ່ງເສີມພູມປັນຍາທ້ອງຖິ່ີນໃຫ້ກາຍເປັນສິນຄ້າເຊັ່ນ: ຫັດຖະກຳຈັກສານ, ຕຳ່ແຜ່ນ, ແປຮູບຜະລິດຕະພັນ ແລະ ອື່ນໆ;

    • ສົ່ງເສີມເລີື່ອງການຕະຫຼາດ: ຕະຫຼາດຊຸມຊົນ, ຕະຫຼາດນັດ ແລະ ອື່ນໆ.

1. ຫຼຸດຜ່ອນຄວາມທຸກຍາກໂດຍການຍົກລະດັບການຄໍ້າປະກັນສະບຽງອາຫານ

    ເນື່ອງຈາກວ່າບັນຫາການຂາດໂພຊະນາການຢູ່ເຂດຊົນນະບົດຍັງພົບເຫັນໄດ້ຫຼາຍຖ້າທຽບໃສ່ກັບຕົວເມືອງ, ໃນຂະນະທີ່ 89% ຂອງປະຊາກອນມີຮູບແບບການບໍລິໂພກອາຫານທີ່ຍອມຮັບໄດ້ ແລະ ອີກ 11% ຂອງຄົວເຮືອນໃນຊົນນະບົດມີການບໍລິໂພກອາຫານທີ່ບໍ່ຖືກຫຼັກໂພຊະນາການ. ໃນປີ 2015, ເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີລົງມາ ປະມານ 35,6% ມີສະພາບຕ່ຳເຕ້ຍ, ນ້ຳໜັກຫຼຸດເກນມາດຕະຖານ ປະມານ 25,5% ແລະ ຮ່າງກາຍຈ່ອຍຜອມ 9,6%. ຄືດັ່ງທີ່ພວກເຮົາຮູ້ວ່າເຂດຊົນນະບົດແມ່ນຢູ່ຫ່າງໄກສອກຫຼີກ ແລະ ບາງບ່ອນບໍ່ມີເສັ້ນທາງເຂົ້າເຖິງ ເຮັດໃຫ້ດ້ານສາທາລະນະສຸກເຂົ້າຫາໄດ້ຍາກຈຶ່ງເຮັດໃຫ້ບັນຫາດ້ານສຸຂະພາບນີ້ແຜ່ກະຈາຍໃນເດັກນ້ອຍທີ່ຢູ່ໃນຄອບຄົວທຸກຍາກທີ່ສຸດເປັນ 3 ເທົ່າຖ້າທຽບກັບຄອບຄົວທີ່ມີຖານະດີີ. ດັ່ງນັ້ນ, ພວກເຮົາຈື່ງໄດ້ປະຕິບັດກິດຈະກຳເຊື່ອມສານວຽກງານສົ່ງເສີມໂພຊະນາການໃນຊຸມຊົນເພື່ອຫຼຸດຜ່ອນການຂາດອາຫານ ແລະ ວຽກງານສາທາລະນະສຸກໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

    ເປົ້າໝາຍນີ້ປະກອບສ່ວນເຂົ້າໃນການຈັດຕັ້ງຍຸດທະສາດດ້ານໂພຊະນາການ ແລະ ສຸຂະອານາໄມເພື່ອໃຫ້ຊຸມຊົນເປົ້າໝາຍເພື່ອໃຫ້ມີສຸຂະພາບທີ່ດີຂຶ້ນເທື່ອລະກ້າວ ແລະ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ໃນແຜນວຽກຈຸດສຸມທີ 1: ການປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພສະນາການຢ່າງທົ່ວເຖິງ ແລະ ມີຄຸນນະພາບສູງຂື້ນ, ພາຍໃຕ້ເປົ້າໝາຍທີ 2: ຊັບພະຍາກອນມະນຸດ ມີຄຸນນະພາບສູງຂື້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄ້ວາ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ້ມການຜະລິດ ແລະ ການບໍລິການ. ນອກຈາກນັ້ນ, ກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 2: ລືບລ້າງຄວາມອຶດຫິວ, ບັນລຸການຄໍ້າປະກັນສະບຽງອາຫານ ແລະ ປັບປຸງດ້ານໂພສະນາການ ແລະ ສົ່ງເສີມກະສິກຳແບບຍືນຍົງ. SDG 3: ຮັບປະກັນການມີສຸຂະພາບທີ່ດີແລະ ສົ່ງເສີມຊິວິດການເປັນຢູ່ທີ່ດີຂອງທຸກຄົນທຸກເກນອາຍຸ. SDG 6: ຮັບປະກັນໃຫ້ມີນໍ້າໃຊ້ ແລະ ການບໍລິຫານນໍ້າແບບຍືນຍົງ ແລະ ສຸຂະອະນາໄມສຳລັບໝົດທຸກຄົນ. ເຊິ່ງພວກເຮົາໄດ້ຈັດກິດຈະກຳຕ່າງໆດັ່ງນີ້:

  1. ສ້າງຄວາມສາມາດໃຫ້ກຸ່ມເປົ້າໝາຍ:
    • ສ້າງຄອບຄົວຕົວແບບ/ຄອບຄົວຕົວຫຼັກເພື່ອໃຫ້ສາມາດໄປຖ່າຍທອດໃຫ້ຜູ້ອື່່ນໃນຮູບແບບເພື່ອນຊ່ວຍເພື່ອນ

    • ສ້າງຄວາມສາມາດໃຫ້ອາສາສະໝັກບ້ານໃນການປ່ຽນແປງພຶດຕິກໍາຂອງຄອບຄົວທີ່ມີແມ່ຍິງຖືພາ ແລະ ເດັກ 1000 ວັນ ແລະ ລຸ່ມ 5 ປີ

  2. ສົ່ງເສີມໂພສະນາການທີ່ດີ:
    • ສົ່ງເສີມຊຸມຊົນໃຫ້ເຂົ້າເຖິງໂພສະນາການ ໂດຍເນັ້ນໃສ່ແມ່ຍິງຖືພາ ແລະ ເດັກ 1000 ແລະ ເດັກລຸ່ມ 5 ປີ

    • ເສື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານໂພສະນາການ

    • ສົ່ງເສີມຄອບຄົວໄປຝາກທ້ອງ ແລະ ສັກຢາກັນພະຍາດ

    • ຫ້ຄວາມຮູ້ດ້ານໂພສະນາການໃຫ້ແກ່ກຸ່ມເປົ້າໝາຍ

  3. ສົ່ງເສີມສຸຂະອານາໄມທີ່ດີ:
    • ຈັດຕັ້ງປະຕິບັດກິດຈະກໍາຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ໃນແຕ່ລະບ້ານເປົ້າໝາຍຂອງໂຄງການ

    • ສະໜັບສະໜຸນນໍ້າ (ບາດານ, ນໍ້າປະປາຊຸມຊົນ...) ແລະ ເຄື່ອງກອງນໍ້າ, ວິດຖ່າຍ ແລະ ອື່ນໆ

2. ສົ່ງເສີມໂພຊະນາການ ແລະ ສຸຂະອະນາໄມເພື່ອສຸຂະພາບທີ່ດີຂອງທຸກຄົນໃນຊຸມຊົນ

3. ປົກປັກຮັກສາສິ່ງແວດລ້ອມແລະ ຊັບພະຍາກອນທຳມະຊາດຕາມທິດສີຂຽວ-ຍືນຍົງ

   ເນື່ອງຈາກວ່າປະຊາຊົນຜູ້ທີ່ດໍາລົງຊີວິດຢູ່ໃນເຂດຊົນນະບົດຍັງເພິ່ງພາອາໄສການຜະລິດກະສິກຳ ແລະ ອາໄສແຫຼ່ງຊັບພະຍາກອນປ່າໄມ້ເປັນບ່ອນທຳມາຫາກິນ, ເປັນແຫຼ່ງອາຫານ. ເຊິ່ງມັນໄດ້ເຮັດໃຫ້ສິ່ງຕ່າງໆທີ່ມາຈາກທຳມະຊາດ ໂດຍສະເພາະແມ່ນບັນດາເຄື່ອງປ່າຂອງດົງຫຼຸດໜ້ອຍລົງໃນແຕ່ລະປີ ຍ້ອນວ່າຈຳນວນປະຊາກອນເພີ່ມຂຶ້ນ. ດັ່ງນັ້ນ, ເພື່ອເປັນການປະກອບສ່ວນສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ, ເພື່ອປະກອບສ່ວນເຂົ້າໃນການປ້ອງກັນ-ຫຼຸດຜ່ອນຄວາມສ່ຽງ ແລະ ການຟື້ນຟູຫຼັງໄພພິບັດ, ເພື່ອປະກອບສ່ວນໃນການປະຕິບັດຍຸດທະສາດການເຕີບໂຕສີຂຽວ ແລະ ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ.

    ເປົ້າໝາຍນີ້ຍັງເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນວຽກຈຸດສຸມທີ 1: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ໃຫ້ມີຄວາມຍືນຍົງ; ແຜນວຽກຈຸດສຸມທີ 2: ການເຕີບໂຕສີຂຽວ ແລະ ແກ້ໄຂບັນຫາຕໍ່ກັບການປ່ຽນແປງດິນຟ້າອາກາດ; ແຜນວຽກຈຸດສຸມທີ 3: ເພີ່ມທະວິການປ້ອງກັນ, ການຄວບຄຸມ ແລະ ການຟ້ືນຟູຫຼັງໄພພິບັດຕ່າງໆ. ທັງ 3 ແຜນວຽກຢູ່ພາຍໃຕ້ເປົ້າໝາຍທີ 4: ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສົມດຸນ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພພິບັດຕ່າງໆ. ນອກຈາກນັ້ນກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 7: ຮັບປະກັນການເຂົ້າເຖິງພະລັງງານທີ່ທັນສະໄໝ, ຍືນຍົງ, ເຊື່ອຖືໄດ້ ແລະ ລາຄາບໍ່ແພງສຳລັບໝົດທຸກຄົນ. SDG 13: ມີແຜນຮັບມືກັບການປ່ຽນແປງດິນຟ້າອາກາດ. SDG 15: ປົກປ້ອງ, ຟື້ນຟູ ແລະ ສົ່ງເສີມການນໍາໃຊ້ລະບົບນິເວດແບບຍືນຍົງ, ຄຸ້ມຄອງປ່າໄມ້ແບບຍືນຍົງ, ຕ້ານການກາຍເປັນທະເລຊາຍ, ຢຸດຕິ ແລະ ຟື້ນຟູການເສື່ອມໂຊມຂອງດິນ ແລະ ຢຸດການສູນເສຍຊິວະນາໆພັນ. ເຊິ່ງພວກເຮົາໄດ້ຈັດກິດຈະກຳຕ່າງໆດັ່ງນີ້:

  1. ການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ:
    • ສ້າງຄວາມສາມາດໃຫ້ແກ່ອຳນາດການປົກຄອງຂັ້ນບ້ານ,ກໍ່ຄືຊຸມຊົນໃນການຄຸ້ມຄອງ-ບໍລິຫານ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ

    • ກຳນົດຂອບເຂດປ່າອະນຸລັກ, ວັງສະຫງວນບ້ານ, ສ້າງກົດລະບຽບກ່ຽວການຄຸ້ມຄອງສັດນ້ຳ-ສັດປ່າ, ກວດກາຕິດຕາມ, ໂຄສະນາປະຊາສຳພັນກົດລະບຽບບ້ານ

  2. ການກຽມພ້ອມຮັບມືກັບໄພພິບັດ ແລະ ການຟື້ນຟູຫຼັງໄພພິບັດຕ່າງໆ:
    • ໃຫ້ຄວາມຮູ້ແກ່ອຳນາດການປົກຄອງບ້ານ, ຄະນະພັດທະນາບ້ານ ແລະ ຊາວບ້ານ ກ່ຽວກັບການກຽມພ້ອມຮັບມືກັບໄພພິບັດ ແລະ ການຟື້ນຟູຫຼັງໄພພິບັດຕ່າງໆ

    • ຈັດທັດສະນະສືກສາ ແລະ ແລກປ່ຽນບົດຮຽນ

  3. ການເຕີບໂຕສີຂຽວ ແລະ ແກ້ໄຂບັນຫາຕໍ່ກັບການປ່ຽນແປງດິນຟ້າອາກາດ:
    • ສົ່ງເສີມຜູ້ຜະລິດໃຫ້ການຜະລິດເຕົາປະຢັດປະເພດຕ່າງໆໃຫ້ຫຼາຍຂື້ນ ພ້ອມທັງຫຼຸດຜ່ອນການຜະລິດເຕົາທົ່ວໄປທີ່ສິ້ນເປື່ອງເຊື້ອເຜີງ

    • ໂຄສະນາສົ່ງເສີມການນໍາໃຊ້ເຕົາປະຢັດທີ່ມີປະສິດທິພາບທົດແທນເຕົາທີ່ສິ້ນເປືອງເຊື້ອງເພີ່ງໃຫ້ທົ່ວເຖິງ

4. ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ

    ເນື່ອງຈາກວ່າ ບັນຫາດ້ານການສຶກສາຍັງມີພົບເຫັນຢູ່ຫຼາຍໃນເຂດຊົນນະບົດ ໂດຍສະເພາະໃນພື້ນທີ່ຫ່າງໄກ ການສຶກສາເຂົ້າບໍ່ເຖິງ, ເຮັດໃຫ້ການເຂົ້າຮຽນ, ການໄດ້ຮຽນຄົບຊັ້ນ ແລະ ການຮູ້ໜັງສືແມ່ນຍັງຕ່ຳທີ່ສຸດໃນບັນດາເດັກນ້ອຍ ແລະ ເດັກໄວໜຸ່ມທີ່ກຳລັງດຳລົງຊີວິດຢູ່ເຂດຊົນນະບົດ, ບັນຫາພື້ນຖານໂຄງລ່າງແມ່ນຍັງບໍ່ພຽງພໍ ໃນປີ 2015 ໂຮງຮຽນປະຖົມປະມານ 1,500 ແຫ່ງ ມີບໍ່ຄົບຊັ້ນຮຽນ, ໂຮງຮຽນສ່ວນໃຫຍ່ບໍ່ຕອບສະໜອງປຶ້ມຕຳລາ ແລະ ເກືອບເຄິ່ງໜຶ່ງຂອງໂຮງຮຽນຂັ້ນປະຖົມ ຂາດແຄນນ້ຳໃຊ້ຂັ້ນພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານສຸຂະອະນາໄມທີ່ເປັນໄປຕາມມາດຕະຖານແຫ່ງຊາດ. ດັ່ງນັ້ນ, ເປົ້າໝາຍນີ້ແມ່ນເພື່ອສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເພື່ອການສຶກສາທີ່ມີຄຸນະພາບ ພວກເຮົາໄດ້ເອົາໃຈໃສ່ປະຕິບັດວຽກງານຕາມແຜນຍຸດທະສາດການສຶກສາ ເພື່ອພັດທະນາຄົນໃຫ້ມີຄວາມຮູ້ ແລະ ຄວາມສາມາດ.

     ເປົ້າໝາຍນີ້ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນວຽກຈຸດສຸມທີ 2: ປັບປຸງຄຸນນະພາບການສືກສາໃນທຸກລະດັບໃຫ້ສູງຂື້ນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສືກສາເພື່ອໃຫ້ມີຄວາມພ້ອມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ທັງເປັນການຮອງຮັບອຸດສາຫະກຳ 4.0 ເຊີ່ງຢູ່ພາຍໃຕ້ເປົ້າໝາຍທີ 2: ຊັບພະຍາກອນມະນຸດມີຄຸນນະພາບສູງຂື້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ມີຄວາມສາມາດຄົ້ນຄ້ວາ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ້ມການຜະລິດ ແລະ ການບໍລິການ. ນອກຈາກນັ້ນກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 4: ຮັບປະກັນການສືກສາໃຫ້ມີຄຸນນະພາບ, ເທົ່າທຽມກັນ, ທົ່ວເຖິງ ແລະ ສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊິວິດສຳລັບໝົດທຸກຄົນ. ເຊິ່ງພວກເຮົາໄດ້ຈັດກິດຈະກຳຕ່າງໆດັ່ງນີ້:

  1. ປັບປຸງສິ່ງອຳນວຍຄວາມສະດວກໃນໂຮງຮຽນ:
    • ປັບປຸງ ແລະ ສ້ອມແປງອາຄານໂຮງຮຽນ, ໂຕະຕັ່ງ, ກະດານ, ຕູ້ໃສ່ເອກະສານ ແລະ ອື່ນໆ

    • ປັບປຸງສິ່ງອຳນວຍຄວາມສະດວກບໍລິເວນໂຮງຮຽນ (ຫ້ອງນ້ຳ, ອ່າງລ້າງມື, ລະບົບນ້ຳໃຊ້, ເຄື່ອງຫຼິ້ນ, ຮົ້ວໂຮງຮຽນ...)

    • ການສະໜັບສະໜູນອຸປະກອນການຮຽນ ແລະ ສົ່ງເສີມການອ່ານ

  2. ສົ່ງເສີມການສ້າງໂຮງຮຽນສີຂຽວ, ສະອາດ ແລະ ສວຍງາມ:
    • ສະໜັບສະໜູນອຸປະກອນອຳນວຍຄວາມສະດວກດ້ານສຸຂະອະນາໄມເຊັ່ນ: ລະບົບນ້ຳໃຊ້, ເຄື່ອງກອງນ້ຳແບບທຳມະຊາດ ແລະ ອຸປະກອນສຸຂະອະນາໄມ ອື່ນໆທີ່ຈຳເປັນ

    • ສົ່ງເສີມການຮັກສາອະນາໄມສະພາບແວດລ້ອມໃນ ແລະ ນອກໂຮງຮຽນ

    • ການເຝິກທັກສະຊິວິດຂອງນ້ອງນັກຮຽນ

  3. ສະໜັບສະໜູນການຮຽນ-ການສອນ:
    • ເຝິກອົບຮົມຄູ ແລະ ສົ່ງເສີມຄູຈົບໃໝ່ມາເປັນຄູອາສາຂອງຊຸມຊົນ

    • ການສະໜັບສະໜູນສື່ການຮຽນ-ການສອນໃຫ້ຄູ

  4. ສ້າງຄວາມສາມາດໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ.

5. ສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ

     ເນື່ອງຈາກວ່າການຂາດການມີສ່ວນຮ່ວມຢ່າງເຕັມສ່ວນຂອງຄົນພິການໃນຄອບຄົວ ແລະ ຊຸມຊົນຂອງພວກເຂົາແມ່ນບັນຫາທີ່ສໍາຄັນສໍາລັບການພັດທະນາປະເທດລາວ, ເຊິ່ງມີຫຼາຍໆຢ່າງທີ່ສະແດງໃຫ້ເຫັນວ່າຄົນພິການບໍ່ໄດ້ເຂົ້າຮ່ວມກິດຈະກໍາໃນຄອບຄົວ ແລະ ຊຸມຊົນຢ່າງເທົ່າທຽມກັນ. ທີ່ຜ່ານມາ, ຄົນພິການເຮັດໄດ້ພຽງເປັນຄົນທີ່ຢູ່ເບື້ອງຫຼັງ ແລະ ຍັງເຂົ້າບໍ່ເຖິງດ້ານອື່ນໆເທົ່າທຽມກັບຄົນທີ່ບໍ່ມີຄວາມເປັນພິການ ເຊັ່ນວ່າ: ໃນແງ່ຂອງການສຶກສາ, ການບໍລິການ ແລະ ໂອກາດໃນການຊ່ວຍເຫຼືອ... ເພື່ອສົ່ງເສີມການພັດທະນາຊຸມຊົນແບບມີສ່ວນຮ່ວມຂອງຄົນພິການ ໃຫ້ເຂົາເຈົ້າສາມາດດໍາລົງຊີວິດຢູ່ໃນສັງຄົມຢ່າງເທົ່າທຽມ, ມີອຸປະກອນອໍານວຍຄວາມສະດວກສະບາຍ ແລະ ມີລາຍຮັບທີ່ເຮັດໃຫ້ຊີວິດຂອງເຂົາເຈົ້າດີຂື້ນ.

     ເປົ້າໝາຍນີ້ເປັນການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ NSEDP 9 (2021-2025): ແຜນວຽກຈຸດສຸມທີ 3: ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ, ໄວໜຸ່ມ, ເດັກນ້ອຍ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະ ໄດ້ຮັບການພັດທະນາ ແລະ ປະກອບສ່ວນຢ່າງເຕັມທີ່ໃນການພັດທະນາເສດຖະກິດສັງຄົມ; ແຜນວຽກຈຸດສຸມທີ 5: ການກວດກູ້ລະເບີດບໍ່ທັນແຕກ ແລະ ຊີວິດຂອງປະຊາຊົນມີຄວາມປອດໄພຈາກລະເບີດບໍ່ທັນແຕກເພີ້ມຂື້ນເທື່ອລະກ້າວ ເຊີ່ງທັງສອງແຜນວຽກຈຸດສຸມແມ່ນຢູ່ພາຍໃຕ້ເປົ້າໝາຍທີ 3: ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂື້ນເທື່ອລະກ້າວຕາມທິດມີກິນມີໃຊ້. ນອກຈາກນັ້ນກໍ່ເປັນການປະກອບສ່ວນເຂົ້າໃນເປົ້າໝາຍສະຫັດສະວັັດດ້ານການພັດທະນາສູ່ເປົ້າໝາຍການພັດທະນາແບບຍືນຍົງຄື: SDG 10 ຫຼຸດຜ່ອນຄວາມບໍ່ສະເໝີພາບຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ. SDG 18: ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ, ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ, ເພື່ອການພັດທະນາແຫ່ງຊາດ.  ເຊິ່ງພວກເຮົາໄດ້ຈັດກິດຈະກຳຕ່າງໆດັ່ງນີ້:

  1. ສ້າງຄວາມສາມາດໃຫ້ກຸ່ມເປົ້າໝາຍ:
    • ຝືກອົບຮົມ ແລະ ໃຫ້ຄວາມຮູ້ທາງດ້ານສິດທິ ແລະ ຄວາມສະເໜີພາບຂອງຄົນພິການໃຫ້ແກ່ຊຸມຊົນ

    • ສ້າງຄວາມສາມາດໃຫ້ແກ່ອຳນາດການປົກຄອງຂັ້ນບ້ານ, ຄະນະພັດທະນາບ້ານ ແລະ ກຸ່ມຊ່ວຍເຫຼືອຕົນເອງ

  2. ສົ່ງເສີມການສ້າງແຫຼ່ງອາຫານ ແລະ ລາຍຮັບ:
    • ສົ່ງເສີມກິດຈະກຳສ້າງລາຍຮັບຈາກການຜະລິດກະສິກຳ (ການປູກ ການລ້ຽງ)
    • ສົ່ງເສີມກິດຈະກຳສ້າງລາຍຮັບຈາກສີມືແຮງງານ ແລະ ພູມປັນຍາທ້ອງຖິ່ນ
    • ກວດລະເບີດບໍ່ທັນແຕກໃນພື້ນທີ່ສ່ຽງກ່ອນເຮັດກິດຈະກຳກ່ຽວກັບການປູກການລ້ຽງ
  3. ສົ່ງເສີມການເຂົ້າເຖິງການສືກສາ ແລະ ກິລາສຳລັບເດັກພິການ:
    • ສົ່ງເສີມເດັກນ້ອຍພິການທີ່ຢູ່ໃນເກນອາຍຸເຂົ້າໂຮງຮຽນເພື່ອໃຫ້ຈົບການສືກສາຂັ້ນພື້ນຖານ ແລະ ດ້ານກິລາປະເພດຕ່າງໆກ່ຽວກັບຄົນພິການ

  4. ສົ່ງເສີມວຽກງານໜ້າທີການ ແລະ ການເຂົ້າຮອດເຂົ້າເຖິງ:
    • ປັບປຸງພື້ນຖານໂຄງລ່າງໃນຂັ້ນພື້ນຖານເພື່ອໃຫ້ຄົນພິການສາມາດເຂົ້າຮອດເຂົ້າເຖິງໄດ້ຢ່າງສະດວກ

    • ສົ່ງເສີມດ້ານສຸຂະພາບ, ການປິ່ນປົົວ ແລະ ການສົ່ງຕໍ່