ການລົງຢ້ຽມຢາມຄອບຄົວ 1000 ວັນ ແລະ ຄອບຄົວທີ່ມີເດັກລຸ່ມ 5 ປີ ທີ່ເມືອງໄຊຈຳພອນ ແຂວງບໍລິຄຳໄຊ

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງດ້ານຂອດປະສານງານ, ລະບົບຄຸ້ມຄອງຂໍ້ມູນ, ຄວາມອາດສາມາດຂອງທີມງານ ແລະ ຄູ່ຮ່ວມງານໃນການຈັດຕ້ັງປະຕິບັດວຽກງານໂພຊະນາການ ເພື່ອຊ່ວຍຫຼຸດຜ່ອນບັນຫາການຂາດສານອາຫານ ແລະ ອັດຕາລວງສູງເດັກຫຼຸດມາດຕະຖານ (ເຕ້ຍ) ຢູ່ 3 ແຂວງເປົ້າໝາຍ ແລະ ຢູ່ ສປປ ລາວ.

9/26/20231 min read

ທີມງານ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຮ່ວມກັບ ທີມງານ ອົງການແຄຣິຕັສ ລຸກຊໍາບວກ ປະຈໍາລາວ ໄດ້ໄປຢ້ຽມຢາມຄອບຄົວ 1000 ວັນ ແລະ ຄອບຄົວທີ່ມີເດັກລຸ່ມ 5 ປີ, ສາທິດປຸງແຕ່ງອາຫານເພື່ອໂພຊະນາການ ຮ່ວມກັບຫົວຫນ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານໃນເດືອນ ກັນຍາ 2023 ທີ່ຜ່ານມາ.

ພະນັກງານຕິດຕາມຫຼັກໃນຄັ້ງນີ້ແມ່ນວິຊາການຂອງ ສະມາຄົມເຄື່ອຂ່າຍຜູ້ຕິດເຊື້ອ ເຮັສໄອວີ/ເອດ ທີ່ໄດ້ຮັບທຶນຍ່ອຍສະໜັບສະໜູນການຈັດຕັ້ງປະຕິບັດກິດຈະກຳໂພຊະນາການຂັ້ນຊຸມຊົນ. ລວມທັງໝົດມີ 4 ບ້ານເປົ້າໝາຍໃນເມືອງໄຊຈໍາພອນ, ແຂວງບໍລິຄໍາໄຊ.

ຈຸດປະສົງແມ່ນເພື່ອເສີມທັກສະວິຊາການດ້ານໂພຊະນາການກ່ຽວກັບພຶດຕິກຳ ແລະ ການປະຕິບັດດ້ານໂພຊະນາການໃນການຕິດຕາມຈະເລີນເຕີບໂຕຂອງເດັກ ແລະ ການກິນອາຫານທີ່ຖືກຫຼັກໂພຊະນາການຂອງໄວໜຸ່ມ ແລະ ແມ່ໄວຈະເລີນພັນຂອງຊີວິດ, ໃຫ້ກັບຫົວໜ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ ເພື່ອນຳພາສະມາຊິກແມ່ຍິງໃນຊຸມຊົນປະຕິບັດກິດຈະກຳປັບປຸງດ້ານໂພຊະນາການ ແລະ ການປ່ຽນແປງພຶດຕິກຳດ້ານໂພຊະນາການໃນຊຸມຊົນໃຫ້ດີຂຶ້ນ.