ສຳເລັດກອງປະຊຸມຊີ້ແຈງຂັ້ນບ້ານ ໃນການຈັດຕັ້ງປະຕິບັດການສ້າງບ້ານໂພຊະນາການຕົວແບບ ທີ່ບ້ານຫໍກາງ ເມືອງຜາໄຊ ແຂວງຊຽງຂວາງ.

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ. ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງດ້ານຂອດປະສານງານ, ລະບົບຄຸ້ມຄອງຂໍ້ມູນ, ຄວາມອາດສາມາດຂອງທີມງານ ແລະ ຄູ່ຮ່ວມງານໃນການຈັດຕ້ັງປະຕິບັດວຽກງານໂພຊະນາການ ເພື່ອຊ່ວຍຫຼຸດຜ່ອນບັນຫາການຂາດສານອາຫານ ແລະ ອັດຕາລວງສູງເດັກຫຼຸດມາດຕະຖານ (ເຕ້ຍ) ຢູ່ 3 ແຂວງເປົ້າໝາຍ ແລະ ຢູ່ ສປປ ລາວ.

11/1/20231 min read

ໃນເດືອນ ຕຸລາ 2023, ພວກເຮົາໄດ້ເຂົ້າຮ່ວມສະໜັບສະໜູນກອງປະຊຸມຊີ້ແຈງຂັ້ນບ້ານ ໃນການຈັດຕັ້ງປະຕິບັດ ການສ້າງບ້ານໂພຊະນາການຕົວແບບ ທີ່ບ້ານຫໍກາງ ເມືອງຜາໄຊ ແຂວງຊຽງຂວາງ. ໃຫ້ກຽດເປັນປະທານຂອງ ທ່ານ ສຸດໃຈ ສີປະເສີດ, ຄະນະປະຈໍາພັກເມືອງຮອງເຈົ້າເມືອງເມືອງຜາໄຊ ມີຜູ້ເຂົ້າຮ່ວມຈາກຫຼາຍພາກສວ່ນຄື: ສະມາຄົມຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (CASE), ກອງເລຂາ ໂພຊະນາການຂັ້ນແຂວງ, ກອງເລຂາໂພຊະນາການຂັ້ນເມືອງ, ໂຮງໝໍນ້ອຍ ແລະ ຄະນະບ້ານ, ອາສາສະໝັກບ້ານ, ຫົວໜ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານ ເຊີ່ງມີຜູ້ເຂົ້າຮ່ວມ ທັງໝົດ 44 ຄົນ (ຍິງ 22 ຄົນ).

ຈຸດປະສົງກອງປະຊຸມດັ່ງກ່າວແມ່ນເພື່ອປະຊຸມຊີ້ແຈ້ງຂັ້ນບ້ານ ໃນການຈັດຕັ້ງປະຕີບັດການ ສ້າງບ້ານໂພຊະນາການຕົວແບບ ໃຫ້ຄະນະບ້ານ,ປະຊາຊົນພາຍໃນບ້ານໄດ້ເຂົ້າໃຈ ແລະ ຮັບຮູ້ແຜນຂະບວນການສ້າງບ້ານໂພຊະນການ, ເພື່ອຖອດຖອນບົດຮຽນ ແລະ ແນະນໍາຄືນຈຸດທີ່ຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດກິດຈະກໍາ. ໃນນັ້ນໄດ້ມີການນໍາສະເໜີ ຍຸດທະສາດແຫ່ງຊາດດ້ານໂພຊະນາການ ລວມເຖິງແຜນການຈັດຕັ້ງປະຕີບັດກິດຈະກໍາຂອງຂະແໜງການສາທາລະນະສຸກ, ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງການສຶກສາ.