ມອບອຸປະກອນໃນການສ້າງຄອກສັດ ໃຫ້ກຸ່ມເປົ້າໝາຍ 129 ຄອບຄົວ ມູນຄ່າ 64 ລ້ານກວ່າກີບ ຢູ່ ເມືອງຈອມເພັດ ແຂວງຫຼວງພະບາງ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).

9/27/20231 min read

ໃນອາທິດທີ 2 ເດືອນກັນຍາ 2023, ພວກເຮົາໄດ້ມອບອຸປະກອນການສ້າງຄອກສັດໃຫ້ກຸ່ມເປົ້າໝາຍ 129 ຄອບຄົວ (ຜູ້ພິການ 103 ຄົນ, ຍິງ 52 ຄົນ) ຢູ່ 18 ບ້ານ, ເມືອງຈອມເພັດ, ແຂວງຫຼວງພະບາງ. ເຊິ່ງປະກອບມີ: ສັງກະສີ 1,548 ແຜ່ນ (12 ແຜ່ນ/ຄອບຄົວ), ເຫຼັກຕະປູເບີ 8 ຈຳນວນ 129 ກິໂລ (1 ກິໂລ/ຄອບຄົວ) ແລະ ອື່ນໆ. ລວມມູນຄ່າ ປະມານ 64 ລ້ານກີບ. ຈຸດປະສົງກໍ່ເພື່ອໃຫ້ກຸ່ມເປົ້າໝາຍຜູ້ທີ່ໄດ້ຮັບກິດຈະກຳການລ້ຽງສັດກັບໂຄງການ ໄດ້ນຳເອົາອຸປະກອນໄປສ້າງຄອກສັດ ກ່ອນທີ່ໂຄງການຈະສະໜອງແນວພັນສັດ ແຕ່ລະປະເພດໃຫ້ໃນໄວໆນີ້.