ການມອບເຄື່ອງອຳນວຍຄວາມສະດວກ ເຄື່ອງຄ້ຳຊູ-ຊ່ວຍຊູ ໃຫ້ 13 ຄົນພິການ ຢູ່ 9 ບ້ານເປົ້າໝາຍ ທີ່ ເມືອງ ຈອມເພັດ ແຂວງ ຫຼວງພະບາງ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ

8/10/20231 min read

ໃນອາທິດທີ 3 ເດືອນກໍລະກົດ 2023, ພວກເຮົາໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ໄລຍະທີ່ II ທີ່ແຂວງຫຼວງພະບາງ ຮ່ວມກັບ ຄູ່ຮ່ວມງານທີ່ກ່ຽວຂ້ອງຈາກຂັ້ນ ແຂວງ ແລະ ຂັ້ນເມືອງ ໄດ້ມອບອຸປະກອນເຄື່ອງຄໍ້າຊູ ແລະ ເຄື່ອງຊ່ວຍຊູ ໃຫ້ແກ່ກຸ່ມເປົ້າໝາຍຜູ້ທີ່ມີຄວາມເປັນພິການ ທັງໝົດ 13 ທ່ານ (ຍິງ 7 ທ່ານ) ຈາກ 9 ບ້ານ ໃນເມືອງຈອມເພັດ, ພ້ອມທັງໄດ້ແນະນຳວິທີການນຳໃຊ້ ແລະ ການຮັກສາໃຫ້ເຂົາເຈົ້າອີກດ້ວຍ. ພວກເຮົາໄດ້ມອບເຄື່ອງຊ່ວຍອຳນວຍຄວາມສະດວກໃຫ້ຜູ້ພິການທາງດ້ານຮ່າງກາຍ 6 ທ່ານ ປະກອບມີ: ໄມ້ຄ້ອນເທົ້າສາມຂາ 2 ອັນ, ໄມ້ຄໍ້າສອກ 3 ຄູ່, ຄອກຊ່ວຍຍ່າງ 1 ອັນ ແລະ ໄດ້ມອບໄມ້ຄ້ຳເຖົ້າຂາວ 7 ອັນ ໃຫ້ແກ່ຜູ້ພິການທາງດ້ານການເບິ່ງເຫັນ 7 ທ່ານ. (ລວມມູນຄ່າທັງໝົດ 6,787,000 ກີບ).

ທີມງານໄດ້ເລົ່າໃຫ້ຟັງວ່າ: ພາຍຫຼັງທີ່ກຸ່ມເປົ້າໝາຍໄດ້ຮັບອຸປະກອນຊ່ວຍເຫຼືອຄັ້ງນີ້, ເຂົາເຈົ້າມີຄວາມດີອົກດີໃຈ ແລະ ສາມາດເຂົ້າຮ່ວມກິດຈະກຳໃນສັງຄົມ, ມີສ່ວນຮ່ວມໃນສັງຄົມ ແລະ ມີຊີວິດການເປັນຢູ່ດີຂຶ້ນ.