ແນະນຳເຕັກນິກການເຮັດອາຫານປາ ໃຫ້ 13 ຄອບຄົວ ທີ່ບ້ານຕັງມີ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

8/28/20231 min read

ໃນວັນທີ 18 ສິງຫາ 2023, ພວກເຮົາໄດ້ຢ້ຽມຢາມກຸ່ມເປົ້າໝາຍຢູ່ເມືອງດາກຈຶງ ແລະ ໄດ້ແນະນຳເຕັກນິກການເຮັດອາຫານກ້ອນສຳລັບປາ ໃຫ້ກຸ່ມເປົ້າໝາຍ 13 ຄອບຄົວ ຢູ່ບ້ານຕັງມີ, ໂດຍນຳເອົາວັດຖຸດິບທີ່ມີພາຍໃນບ້ານ ແລະ ຫາງ່າຍຕາມທ້ອງຖີ່ນມາປະຍຸກໃຊ້ ເປັນຕົ້ນແມ່ນ: ຮຳອ່ອນ, ໜໍ່ກ້ວຍ, ໃບໝາກອຶ. ເຊິ່ງເຫັນວ່າກຸ່ມເປົ້າໝາຍມີຄວາມຕັ້ງໃຈ ແລະ ເຮັດໄດ້ດີ. ທີ່ສຳຄັນ ຜູ້ທີ່ເຂົາເຈົ້າເຮັດເປັນ ຍັງສາມາດຖ່າຍທອດບົດຮງນໃຫ້ຄອບຄົວອື່ນພາຍໃນບ້ານໄດ້.

ທີມງານຍັງບອກອີກວ່າ: ແຜນໃນຕໍ່ໜ້າຈະສົ່ງເສີມໃຫ້ກຸ່ມເປົ້າໝາຍ ປູກຫຍ້າຫວານອິດສະລະເອວ ແລະ ຖົ່ວສະຕາຍໂລ ເພື່ອນຳມາເຮັດອາຫານໃຫ້ປາ ເພາະວ່າມີໂປຼຕີນສູງ,ສາມາດເກືອສັດອື່ນໄດ້ອີກ.