ຕິດຕາມການນຳໃຊ້ອຸປະກອນເຄື່ອງຄ້ຳຊູ-ຊ່ວຍຊູ ຂອງກຸ່ມເປົ້າໝາຍ 13 ຄົນ ຢູ່ ເມືອງຈອມເພັດ
ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).
9/7/20231 min read
ນອກຈາກພວກເຮົາໄດ້ມອບອຸປະກອນເຄື່ອງຄ້ຳຊູໃຫ້ກັບກຸ່ມເປົ້າໝາຍແລ້ວ, ເພື່ອໃຫ້ໝັ້ນໃຈວ່າອຸປະກອນທີ່ໄດ້ມອບໃຫ້ເຂົາເຈົ້າສາມາດນຳໃຊ້ໄດ້ຢ່າງເໝາະສົມສຳລັບຜູ້ທີ່ມີຄວາມເປັນພິການນັ້ນ, ໃນກາງເດືອນສິງຫາ 2023 ທີ່ຜ່ານມານີ້, ພວກເຮົາໄດ້ຕິດຕາມການນໍາໃຊ້ອຸປະກອນເຄື່ອງຊ່ວຍຊູ-ເຄື່ອງຄໍ້າຊູ ທີ່ໄດ້ມອບໃຫ້ກຸ່ມເປົ້າໝາຍ 13 ຄົນ (ຍິງ 7 ຄົນ) ຢູ່ 9 ບ້ານເປົ້າໝາຍຂອງໂຄງການ. ເຊິ່ງໃນນັ້ນມີ: ໄມ້ເທົ້າຂາວ, ໄມ້ຄໍ້າສອກ, ຄອກຊ່ວຍຍ່າງ ແລະ ໄມ້ຄ້ອນເທົ້າສາມຂາ.
ພາຍຫຼັງການຕິດຕາມເຫັນວ່າ: ມີ 2 ຄົນຈະຕ້ອງໄດ້ປ່ຽນອຸປະກອນຈາກ ໄມ້ຄໍ້າສອກ ເປັນ ໄມ້ຄ້ອນເທົ້າ 3 ຂາ, 1 ຄົນຕ້ອງໄດ້ດັດປັບອຸປະກອນໄມ້ຄໍ້າສອກ ເພື່ອເຮັດໃຫ້ສາມາດນຳໃຊ້ອຸປະກອນໃຫ້ເກີດຜົນປະໂຫຍດຕໍ່ດ້ານການເຄື່ອນໄຫວ ແລະ ດ້ານການຟື້ນຟູນ້າທີ່ການໃຫ້ຫຼາຍທີ່ສຸດ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la