ສືບຕໍ່ຝຶກອົບຮົມເຕັກນິກການລ້ຽງສັດ ໃຫ້ແກ່ກຸ່ມເປົ້າໝາຍ 136 ຄົນ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).

9/19/20231 min read

ເພື່ອສືບຕໍ່ເສີມສ້າງຄວາມຮັບຮູ້ ແລະ ຄວາມສາມາດ ກ່ຽວກັບການສ້າງລາຍຮັບໃຫ້ກັບຄອບຄົວຂອງກຸ່ມເປົ້າໝາຍຢູ່ເມືອງຈອມເພັດ, ໃນລະຫວ່າງເດືອນສິງຫາ 2023 ທີ່ຜ່ານມາ, ພວກເຮົາໄດ້ສຳເລັດການຝຶກອົບຮົມເຕັກນິກການລ້ຽງແບ້ ແລະ ລ້ຽງໝູໃຫ້ແກ່ກຸ່ມເປົ້າໝາຍ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສັກ ສີລິວົງ ຮອງເຈົ້າເມືອງ ເມືອງຈອມເພັດ ແລະ ທ່ານ ທອງວັນ ຈັນເພັງ ຫົວໜ້າຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ, ມີຄູຝຶກວິຊາການຈາກ ຫ້ອງການກະສິກຳ ແລະ ປ່າໄມ້, ເຂົ້າຮ່ວມມີຄອບຄົວເປົ້າໝາຍ 136 ທ່ານ (ຍິງ 47 ທ່ານ), ໃນນີ້ມີຜູ້ພິການ 43 ທ່ານ (ຍິງ 7 ທ່ານ).

ຜູ້ເຂົ້າຮ່ວມມີຄວາມຕັ້ງໃຈ ແລະ ໄດ້ຮຽນຮູ້ຫຼາຍປະເດັນຄື: ຄວາມຮູ້ພື້ນຖານໃນການລ້ຽງສັດ, ເຕັກນິກການເລືອກສະຖານທີ່ ແລະ ການສ້າງຄອກ, ເຕັກນິກການລ້ຽງ ແລະ ການຈັດການ, ເຕັກນິກການໃຫ້ອາຫານ, ການຮັກສາສຸຂະພາບສັດ. ຄຽງຄູ່ກັນນີ້, ກໍ່ໄດ້ຮ່ວມປະຕິບັດຕົວຈິງໃນຫຼາຍຫົວຂໍ້ເຊັ່ນວ່າ: ການຜະລິດອາຫານເສີມ, ການສັກຢາປ້ອງກັນພະຍາດສັດ, ການສ້າງຄອກເພື່ອເປັນແບບຢ່າງ ແລະ ອື່ນໆ.