ຄູສອນ 16 ທ່ານ ຈາກ 5 ໂຮງຮຽນເປົ້າໝາຍ ທີ່ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຮັບການຝຶກອົບຮົມກ່ຽວກັບສິດທິເດັກ, ການປົກປ້ອງເດັກໃນໂຮງຮຽນ ແລະ ຊຸມຊົນ.

ໂຄງການສົ່ງເສີມການເຂົ້າເຖິງການສຶກສາຂັ້ນພື້ນຖານໃຫ້ແກ່ເດັກນ້ອຍຜູ້ດ້ອຍໂອກາດໃນຊັ້ນປະຖົມ ຈັດຕັ້ງປະຕິບັດຢູ່ ເມືອງ ໂພນໄຊ, ແຂວງ ຫຼວງພະບາງ 5 ໂຮງຮຽນ (ໂຮງຮຽນປະຖົມ ສົບເຈ້ຍ, ຜັກຫົກ, ດອນຄໍາ, ຫ້ວຍລອນ ແລະ ຕາດທອງ)

8/25/20231 min read

ໃນວັນທີ 17-19 ສິງຫາ 2023, ພວກເຮົາໂດຍຮ່ວມກັບພະແນກສືກສາທິການ ແລະ ກິລາ ແຂວງ ຫຼວງພະບາງ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບສິດທິເດັກ ແລະ ການປົກປ້ອງເດັກໃນໂຮງຮຽນ ແລະ ຊຸມຊົນ. ໃຫ້ກຽດເປັນປະທານໂດຍ ທ່ານ ໂພຍະວົງ ສິດທິໄຊ ຫົວໜ້າສຶກສາທິການ ແລະ ກິລາ ເມືອງໂພນໄຊ ແຂວງຫຼວງພະບາງ, ມີຜູ້ເຂົ້າຮ່ວມຕ່າງໜ້າຈາກພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໂພນໄຊ, ຄູສອນຈາກ 5 ໂຮງຮຽນເປົ້າໝາຍ, ສະມາຄົມ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ລວມທັງໝົດ 25 ທ່ານ (ຍິງ 6 ທ່ານ) ທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາ ໂພນໄຊ ແຂວງ ຫຼວງພະບາງ.