ສຳເລັດຝຶກອົບຮົມການນຳໃຊ້ເຄື່ອງມືໂຄສະນາໃຫ້ຄວາມຮູ້ສຸຂະສຶກສາ ແລະ ການເຂົ້າເຖິງວັກຊີນໂຄວິດ-19

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP). ຈຸດປະສົງເພື່ອ- ເພີ່ມທະວີການປົກຄຸມ ຂອງການສັກວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນຮອບປົກກະຕິ ໃນ 4 ແຂວງເປົ້າໝາຍຂອງ ສປປ ລາວ (ສະເພາະ ສະມາຄົມ ສພປ ແມ່ນຢູ່ແຂວງສະຫວັນນະເຂດ), ສະໜັບສະໜູນຊຸມຊົນ ໂດຍໃຊ້ວິທີການເຊື່ອມສານ ແລະ ແທດເໝາະກັບທ້ອງຖິ່ນໃນການສ້າງຄວາມເຂັ້ມແຂງທາງດ້ານການສື່ສານ, ລະບົບສາທາລະນະສຸກຢູ່ຂັ້ນທ້ອງຖິ່ນແລະ ເພີ່ມທະວີການເຂົ້າເຖິງວັກຊິນແບບເຄື່ອນທີ່.

11/7/20231 min read

ເພື່ອການເຂົ້າຮອດເຂົ້າເຖິງຂອງປະຊາຊົນໃນການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ແລະ ເພື່ອໃຫ້ພະນັກງານແພດໝໍ ມີຄວາມຮູ້ຄວາມສາມາດ, ມີເຄື່ອງມືທີ່ທັນສະໄຫມ ແລະ ປັບໃຊ້ໃຫ້ແທດເໝາະກັບຊຸມຊົນ, ພວກເຮົາ ສະມາຄົມ ສພປ ຮ່ວມກັບ ພະແນກສາທາແຂວງ ສົມທົບກັບຫ້ອງການສາທາເມືອງ ແລະ ໂຮງຫມໍນ້ອຍໄດ້ສຳເລັດການຮົມຝຶກອົບຮົມການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19,ຕ່ອງໂສ້ລະບົບເຢັນ ແລະ ການນຳໄຊ້ເຄື່ອງມືໂຄສະນາໃຫ້ຄວາມຮູ້ສຸຂະສຶກສາ ໃຫ້ພະນັກງານແພດໝໍເປົ້າໝາຍໃຫ້ພະນັກງານແພດຫມໍ ແລະ ອາສາສະຫມັກ ຢູ່ໃນ 4 ເມືອງເປົ້າຫມາຍຂອງແຂວງສະຫວັນນະເຂດໃນທ້າຍເດືອນ ຕຸລາ 2023. ໃນນັ້ນພວກເຮົາໄດ້ຝຶກການບັນທຶກຕິດຕາມລາຍງານຕົວເລກສັກຢາວັກຊິນ, ການສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ການມີສ່ວນຮ່ວມຊຸມຊົນ ແລະ ໂຮງໝໍນ້ອຍ ເຊິ່ງມີຜູ້ເຂົ້າຮ່ວມຫລາຍກວ່າ 80 ຄົນ.