ສືບຕໍ່ສະໜັບສະໜູນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນ 200 ກວ່າຄົນ.

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP)

6/19/20231 min read

ໃນຕົ້ນເດືອນ ມິຖຸນາ 2023, ພວກເຮົາໄດ້ສືບຕໍ່ສະຫນັບສະຫນູນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແລະ ວັກຊິນທົ່ວໄປ ໂດຍມີທີມແພດຈາກຫ້ອງການສາທະລະນະສຸກ ສົມທົບກັບ ທີມແພດໂຮງຫມໍນ້ອຍ ໃນ 3 ເມືອງຄື: ໂຮງໝໍນ້ອຍແດນວິໄລ ເມືອງ ນອງ ມີຜູ້ມາຮັບການບໍລິການທັງຫມົດ ໄດ້ຮັບ 25 ຄົນ(ຍິງ 17 ຄົນ), ຢູ່ໂຮງຫມໍນ້ອຍ ສີສະຫວ່າງ, ດົງດອກໄມ້, ທ່າໂພ, ມ່ວງໄຂ່ ແລະ ພູມມະເຈດີ ເມືອງ ໄຊພູທອງ ມີຜູ້ມາຮັບການບໍລິການທັງຫມົດ 171 ຄົນ(ຍິງ 135 ຄົນ), ໂຮງໜໍນ້ອຍກະທອງໄຕ້, ຫ້ວຍໝື້ນ, ພູມມະລີ,ເຊກື ແລະ ໂຮງໝໍຊຸມຊົນ ເມືອງທ່າປາງທອງ ມີຜູ້ມາຮັບການບໍລິການ 92 ຄົນ (ຍິງ 48 ຄົນ).