ສຳເລັດການໃຫ້ຄວາມຮຸ້ສຸຂະສຶກສາ ແລະ ແຈກຍາຍເຄື່ອງມືໂຄສະນາກ່ຽວກັບການສັກຢາວັກຊີນໂຄວິດ-19 ຢູ່ໃນ 4 ເມືອງເປົ້າໝາຍ ແຂວງສະຫວັນນະເຂດ.

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP). ຈຸດປະສົງເພື່ອ- ເພີ່ມທະວີການປົກຄຸມ ຂອງການສັກວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນຮອບປົກກະຕິ ໃນ 4 ແຂວງເປົ້າໝາຍຂອງ ສປປ ລາວ (ສະເພາະ ສະມາຄົມ ສພປ ແມ່ນຢູ່ແຂວງສະຫວັນນະເຂດ), ສະໜັບສະໜູນຊຸມຊົນ ໂດຍໃຊ້ວິທີການເຊື່ອມສານ ແລະ ແທດເໝາະກັບທ້ອງຖິ່ນໃນການສ້າງຄວາມເຂັ້ມແຂງທາງດ້ານການສື່ສານ, ລະບົບສາທາລະນະສຸກຢູ່ຂັ້ນທ້ອງຖິ່ນແລະ ເພີ່ມທະວີການເຂົ້າເຖິງວັກຊິນແບບເຄື່ອນທີ່.

11/2/20231 min read

ເວົ້າໄດ້ວ່າ ການໃຫ້ຂໍ້ມູນສຸຂະສຶກສາໃຫ້ແກ່ປະຊາຊົນ ແລະ ນ້ອງໆນັກຮຽນ ທີ່ຢູ່ໃນເຂດຊົນນະບົດ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບພະຍາດໂຄວິດ-19 ແລະ ບໍ່ໃຫ້ຖືເບົາໃນການປ້ອງກັນ ແລະ ຫຼີກລ້ຽງການແຜ່ລະບາດໃນຊຸມຊົນ.ການແຈກຢາຍເຄື່ອງມືໂຄສະນາກໍ່ເປັນອີກໜື່ງໃນກິດຈະກຳຂອງໂຄງການພວກເຮົາ ເພື່ອກະຈາຍການເຂົ້າເຖິງຂໍ້ມູນທີ່ຖືກຕ້ອງໄດ້ຢ່າງກວ້າງຂວາງ ໂດຍຮ່ວມມືກັບຄະນະຫ້ອງການສາທາເມືອງ, ຜູ້ປະສານງານ, ຫນ່ວຍງານສຸຂະສຶກສາ, ທີມງານແພດເຄື່ອນທີ່ ແລະ ໂຮງໝໍນ້ອຍ ເພື່ອເດີນທາງໄປຍັງ 4 ເມືອງເປົ້າໝາຍ ໃນການສັກຢາວັກຊີນໃນຮອບປົກະຕິໃນແຕ່ລະຈຸດ ທີ່ໄດ້ກຳນົດໄວ້.

ໃນນັ້ນພວກເຮົາໄດ້ສຳເລັດໃຫ້ຄວາມຮູ້ສຸຂະສຶກສາກ່ຽວກັບການສັກຢາວັກຊິນປ້ອງກັນພະຍາດຮອບປົກກະຕິທີ່ ແລະ ແຈກຍາຍເຄື່ອງມືໂຄສະນາ ລວມມູນຄ່າ: 11 ລ້ານກວ່າກີບ ແລະ ມີຜູ້ເຂົ້າຮ່ວມທັງໝົດ 774 ຄົນ (ຍິງ 437 ຄົນ) ໃນນັ້ນປະກອບມີ: ຜູ້ມາຮັບບໍລິການວັກຊິນຮອບປົກກະຕິທັງໝົດ 87 ຄົນ, ແມ່ຍິງຖືພາ 2 ຄົນ ແລະ ຜູ້ພິການ 1 ຄົນ.