ສືບຕໍ່ການສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 700 ກວ່າຄົນ ຢູ່ 4ເມືອງເປົ້າໝາຍ ໃນທ້າຍເດືອນ ກັນຍາ 2023

ໂຄງການສະໜັບສະໜູນການເຂົ້າເຖິງວັກຊີນ, ປ້ອງກັນພະຍາດໂຄວິດ-19 ຢູ່ໃນ ສປປ ລາວ (AHP). ຈຸດປະສົງເພື່ອ- ເພີ່ມທະວີການປົກຄຸມ ຂອງການສັກວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນຮອບປົກກະຕິ ໃນ 4 ແຂວງເປົ້າໝາຍຂອງ ສປປ ລາວ (ສະເພາະ ສະມາຄົມ ສພປ ແມ່ນຢູ່ແຂວງສະຫວັນນະເຂດ), ສະໜັບສະໜູນຊຸມຊົນ ໂດຍໃຊ້ວິທີການເຊື່ອມສານ ແລະ ແທດເໝາະກັບທ້ອງຖິ່ນໃນການສ້າງຄວາມເຂັ້ມແຂງທາງດ້ານການສື່ສານ, ລະບົບສາທາລະນະສຸກຢູ່ຂັ້ນທ້ອງຖິ່ນແລະ ເພີ່ມທະວີການເຂົ້າເຖິງວັກຊິນແບບເຄື່ອນທີ່.

10/16/20231 min read

ການແພ່ລະບາດ ແລະ ການຕິດເຊື້ອຂອງພະບາດໂຄວິດ-19 ໃນປັດຈຸບັນ ແມ່ນຫຼຸດໜ້ອຍຖອຍລົງ ສາຍເຫດໜື່ງກໍ່ຍ້ອນການເອົາໃຈໃສ່ຂອງແພດໝໍ ໃນການໃຫ້ບໍລິການສັກວັກຊີນແບບສູນກາງ ແລະ ແບບເຄື່ອນທີ່, ປະຊາຊົນໃຫ້ຄວາມຮ່ວມມືໃນການເຂົ້າຮັບການສັກຢາປ້ອງກັນພະຍາດໂຄວິດ-19 ເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ ການສັກຢາປ້ອງກັນພະຍາດ ແມ່ນມີຄວາມສຳຄັນຫຼາຍ ໂດຍສະເພາະ ແມ່ຍິງຖືພາ, ຜູ້ສຸງອາຍຸ, ຜູ້ທີ່ມີຄວາມເປັນພິການ, ເດັກນ້ອຍ ແລະ ຜູ້ທີ່ມີພະຍາດປະຈຳໂຕ;

ພວກເຮົາ ສະມາຄົມ ສພປ ຮ່ວມກັບ ທີມແພດເຄື່ອນທີ່ໄດ້ສືບຕໍ່ການໃຫ້ບໍລິການສັກວັກຊີນ ໂດຍສົມທົບກັບໂຮງຫມໍນ້ອຍ ແລະ ອາສາສະໝັກ ປະຈຳພື້ນທີ່ເພື່ອໃຫ້ບໍລິການປະຊົນໃນ 4 ເມືອງເປົ້າໝາຍຄື: ເມືອງອາດສະພອນ 235 ຄົນ (ຍິງ 183 ຄົນ), ເມືອງນອງ 117 ຄົນ (ຍິງ 136 ຄົນ), ເມືອງໄຊພູທອງ 167 ຄົນ (ຍິງ 149 ຄົນ) ແລະ ເມືອງທ່າປາງທອງ 69 ຄົນ (ຍິງ 41 ຄົນ).