ສຳເລັດກອງປະຊຸມວາງແຜນຈັດຕັ້ງປະຕິບັດການສ້າງບ້ານໂພຊະນາການຕົວແບບ ທີ່ 2 ແຂວງເປົ້າໝາຍ ແຂວງວຽງຈັນ ແລະ ແຂວງຊຽງຂວາງ.

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ

8/22/20231 min read

ພາຍໃຕ້ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພຊະນາການຕາມແຜນຍຸດທະສາດແຫ່ງຊາດ, ພວກເຮົາສະມາຄົມເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຮ່ວມກັບ ອົງການແຄຣິຕັສ ລຸກຊຳບວກ ປະຈຳ ລາວ. ໄດ້ຈັດກອງປະຊຸມວາງແຜນຈັດຕັ້ງປະຕິບັດການສ້າງບ້ານໂພຊະນາການຕົວແບບຂື້ນທີ່ 2 ແຂວງເປົ້າໝາຍຄື: ໃນວັນທີ 9 ສິງຫາ 2023, ທີ່ຫ້ອງປະຊຸມກະສິກໍາ ແລະ ປ່າໄມ້ ເມືອງຜາໄຊ ແຂວງຊຽງຂວາງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸດໃຈ ສີປະເສີດ ຮອງເຈົ້າເມືອງຜາໄຊ, ທ່ານ ດຣ ບຸນຍອດ ມູນຄາລັກ ຮອງຫົວໜ້າສູນໂພຊະນາການແຫ່ງຊາດ. ມີກອງເລຂາໂພຊະນາການຂັ້ນແຂວງ, ຂັ້ນເມືອງ, ສາທາລະນະສຸກເມືອງ, ສຸກສາລາ ແລະ ສະມາຄົມທີ່ໄດ້ຮັບທຶນ ລວມຜູ້ເຂົ້້າຮ່ວມທັງໝົດ 29 ທ່ານ (ຍິງ 14 ທ່ານ).

ໃນວັນທີ 11 ສິງຫາ 2023, ທີ່ຫ້ອງປະຊຸມສາທາລະນະສຸກເມືອງທຸລະຄົມ ແຂວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ດຣ. ພອນສະຫວັນ ແກ້ວນະຄອນ ຫົວໜ້າສູນໂພຊະນາການແຫ່ງຊາດ, ທ່ານ ດິ້ງ ເລື່ອງໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ແລະ ທ່ານ ຄຳສິງ ນາມສະຫວັນ ຫົວອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ. ມີກອງເລຂາໂພຊະນາການຂັ້ນແຂວງ, ຂັ້ນເມືອງ, ໂຮງໝໍນ້ອຍ ແລະ ສະມາຄົມທີ່ໄດ້ຮັບທຶນ ລວມຜູ້ເຂົ້້າຮ່ວມທັງໝົດ 21 ທ່ານ (ຍິງ 9 ທ່ານ).

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອແນ່ໃສ່ການສ້າງຕົວແບບດ້ານກົນໄກການປະສານງານ ແລະ ຈັດຕັ້ງປະຕິບັດຍຸດທະສາດແບບໜຶ່ງດຽວໂດຍຫຼາຍຂະແໜງການພ້ອມທັງມີການຄັດເລືອກບ້ານ, ກໍານົດກິດຈະກໍາ ແລະ ຕົວຊີ້ວັດໃນການຈັດຕັ້ງປະຕິບັດການສ້າງບ້ານໂພຊະນາການຕົວແບບ.