ອຳນວຍຄວາມສະດວກໃຫ້ຄອບຄົວເປົ້າໝາຍເຮັດຝຸ່ນບົ່ມໃສ່ນາ ຢູ່ 2 ບ້ານ ທີ່ເມືອງທ່າປາງທອງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

7/28/20231 min read

ໃນອາທິດທີ 3 ເດືອນກໍລະກົດ 2023, ທີມງານໂຄງງານ ພ້ອມດ້ວຍ ຄູ່ຮ່ວມງານຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ໄດ້ອຳນວຍຄວາມສະດວກໃຫ້ແກ່ຄອບຄົວເປົ້າໝາຍເຮັດຝຸ່ນບົ່ມໃສ່ນາ ເພື່ອປັບປຸງດິນນາ ຢູ່ບ້ານຜືວຽງຄຳ ແລະ ບ້ານນາຈັນທາງ. ພ້ອມກັນນີ້, ກໍ່ໄດ້ຕິດຕາມກິດຈະກໍາການລ້ຽງກົບ, ການລ້ຽງປາ, ຄອບຄົວຜູ້ທີ່ໄດ້ຮັບການສົ່ງເສີມໃຫ້ເຂົ້າເຖິງວິດຖ່າຍ ແລະ ເຂົ້າເຖິງການໃຊ້ນ້ຳທີ່ສະອາດໂດຍການເຈາະນໍ້າບາດານ.

ໃນນີ້, ເຫັນວ່າ: ກິດຈະກໍາລ້ຽງກົບ ແລະ ການລ້ຽງປາດຸກ ຂອງບາງຄອບຄົວແມ່ນລ້ຽງຢູ່ນາ ເຊິ່ງມັນຢູ່ໄກຈາກບ້ານ, ບາງຄອບຄົວແມ່ນຍັງບໍ່ສາມາດປັກດຳນາ ເນື່ອງຈາກວ່າ ຜ່ານມານາບໍ່ມີນ້ຳ ແລະ ປັດຈຸບັນ ຝົນຫາກໍ່ເລີ່ມຕົກ.