ແບ້ນ້ອຍເກີດໃໝ່ 2 ໂຕ ບໍ່ໄດ້ກິນນົມແມ່ ເຮັດໃຫ້ເຈັບທ້ອງ
ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.
9/7/20231 min read
ໃນວັນທີ 30 ສິງຫາ 2023 ທີ່ຜ່ານມາ, ພວກເຮົາໄດ້ຢ້ຽມຢາມ ແລະ ຕິດຕາມການລ້ຽງແບ້ຂອງຄອບຄົວເປົ້າໝາຍ 3 ຄອບຄົວ ຢູ່ 3 ບ້ານຄື: ບ້ານດາກເລ, ບ້ານຕັງໂບຣງ ແລະ ບ້ານຕັງມີ ເມືອງດາກຈຶງ, ແຂວງເຊກອງ. ເຊິ່ງພວກເຮົາໄດ້ໃຫ້ຄວາມຮູ້ກ່ຽວກັບເຕັກນິກການລ້ຽງແບ້ ແລະ ການນຳໃຊ້ຢາ, ການນຳໃຊ້ສະໝຸນໄພສຳລັບແບ້ໃຫ້ກັບເຂົາເຈົ້າ.
ໃນນັ້ນ, ເຫັນວ່າມີແບ້ເກີດໃໝ່ 8 ໂຕ, ເຊີ່ງມີແບ້ຂອງໜື່ງຄອບຄົວທີ່ມີບັນຫາຄື: ແມ່ແບ້ທີ່ຫາກໍ່ເກີດລູກໃໝ່ບໍ່ໃຫ້ລູກກິນນົມ, ເຮັດໃຫ້ແບ້ນ້ອຍ 2 ໂຕເຈັບປ່ວຍ ແລະ ເຈັບທ້ອງ ທີມງານຈຶ່ງໄດ້ແນະນຳໃຫ້ຄອບຄົວດັ່ງກ່າວ ນຳເອົາໃບໝາກຫຸ່ງມາຕຳປະສົມກັບເກືອ ແລ້ວກອກໃສ່ປາກໃຫ້ແບ້ນ້ອຍກິນທຸກເຊ້ົາ-ແລງ ເພື່ອໃຫ້ແບ້ແຂງແຮງ ແລະ ກັບໄປກິນນົມແມ່ໄດ້ປົກກະຕິ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la