ສຳເລັດຝຶກອົບຮົມ ການພັດທະນາຄົນພິການແບບມີສ່ວນຮ່ວມ ແລະ ສິດທິຂອງຄົນພິການ ໃຫ້ ອົງການຈັດຕັ້ງບ້ານ ແລະ ອາສາສະໝັກບ້ານ ຢູ່ 20 ບ້ານເປົ້າໝາຍ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ

7/12/20231 min read

ໃນວັນທີ 28-30 ມີຖຸນາ 2023, ພວກເຮົາໄດ້ຈັດຝຶກອົບຮົມກ່ຽວກັບການພັດທະນາຄົນພິການແບບມີສ່ວນຮ່ວມ ແລະ ສິດທິຂອງຄົນພິການ ໃຫ້ ອົງການຈັດຕັ້ງບ້ານ ແລະ ອາສາສະໝັກບ້ານ ໃນ 20 ບ້ານເປົ້າໝາຍຂອງໂຄງການ ຂື້ນທີ່ ເມືອງຈອມເພັດ, ແຂວງຫລວງພະບາງ. ໂດຍມີຄູຝຶກຈາກສູນບໍລິການຄົນພິການຈາກນະຄອນຫຼວງວຽງຈັນ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ທັງໝົດ 35 ຄົນ (ຍິງ 12 ຄົນ), ໃນນີ້ມີຜູ້ພິການທາງດ້ານຮ່າງກາຍ 1 ຄົນ.

ການຝຶກອົບຮົມໄດ້ດຳເນີນໄປ 3 ວັນ, ໂດຍໄດ້ມີການນຳສະເໜີ ແລະ ແລກປ່ຽນຮຽນຮູ້ນຳກັນລະຫວ່າງຜູ້ເຂົ້າຮ່ວມ, ພ້ອມຍັງໄດ້ໃຫ້ແຕ່ລະບ້ານຮ່າງແຜນພັດທະນາບ້ານແບບມີສ່ວນຮ່ວມຂອງຄົນພິການ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ກ່ຽວກັບຄວາມເປັນພິການ ແລະ ຄວາມຫຼາກຫຼາຍໃນຊຸມຊົນ; ຮັບຮູ້ກ່ຽວກັບກົດໝາຍ ແລະ ນະໂຍບາຍທີ່ສົ່ງເສີ່ມໃຫ້ຄົນພິການມີສ່ວນຮ່ວມ, ເພື່ອເປັນຂໍ້ມູນພື້ນຖານໃນການກະກຽມສ້າງແຜນສະໜອງທຶນໃຫ້ແກ່ 5 ບ້ານເປົ້າໝາຍໃນປີ 2023 ນີ້.