ກຸ່ມເປົ້າໝາຍໃນເມືອງອາດສະພອນ ສ້າງວິດຖ່າຍສຳເລັດ 27 ຄອບຄົວ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/21/20231 min read

ໃນອາທິດທຳອິດຂອງ ເດືອນກັນຍາ 2023, ພວກເຮົາ ຮ່ວມກັບ ຄະນະຈຸດສຸມ ແລະ ໂຮງໝໍນ້ອຍໂນນມີໄຊ ໄດ້ຕິດຕາມ ແລະ ຊຸກຍູ້ການສ້າງວິດຖ່າຍໃຫ້ກັບກຸ່ມເປົ້າໝາຍ ຢູ່ 4 ບ້ານຄື: ຢູ່ບ້ານຄຳແກ້ວ 16 ຄອບຄົວ, ສຳເລັດ ແລະ ນຳໃຊ້ແລ້ວ 10 ຄອບຄົວ; ຢູ່ບ້ານກາງຕີ້ວ 15 ຄອບຄົວ, ສຳເລັດ ແລະ ນຳໃຊ້ແລ້ວ 11 ຄອບຄົວ; ຢູ່ບ້ານດົງຂວາງ 5 ຄອບຄົວ, ສຳເລັດ ແລະ ນຳໃຊ້ແລ້ວ 3 ຄອບຄົວ; ຢູ່ບ້ານກາງບອນ 5 ຄອບຄົວ, ສຳເລັດ ແລະ ນຳໃຊ້ແລ້ວ 3 ຄອບຄົວ, ສ່ວນຄອບຄົວທີ່ຍັງບໍ່ທັນສຳເລັດແມ່ນກຳລັງເລັ່ງການກໍ່ສ້າງ, ເພື່ອຈະໄດ້ນຳໃຊ້ວິດຖ່າຍ ເພື່ອສຸຂະອະນາໄມ ແລະ ສຸຂະພາບທີ່ດີຂອງທຸກຄົນໃນຄອບຄົວ.