ມອບລູກກົບ ແລະ ລູກປາ ໃຫ້ກຸ່ມເປົ້າໝາຍ 32 ຄອບຄົວ ຢູ່ເມືອງທ່າປາງທອງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

6/29/20231 min read

ໃນວັນທີ 13-16 ມິຖຸນາ 2023, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຮ່ວມກັບ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ໄດ້ຕິດຕາມ ແລະ ສະໜັບສະໜູນກິດຈະກຳຂອງກຸ່ມເປົ້າໝາຍ ຢູ່ 6 ບ້ານຄື: ໄດ້ຈັດສົ່ງລູກກົບ ພ້ອມທັງແນະນຳວິທີການລ້ຽງກົບໃຫ້ 9 ຄອບຄົວ (ມອບລູກກົບ 500 ໂຕ/ຄອບຄົວ); ຈັດສົ່ງລູກປາ ພ້ອມທັງແນະນຳວິທີການລ້ຽງປາໃຫ້ 23 ຄອບຄົວ (ມອບລູກປາ 500 ໂຕ/ຄອບຄົວ). ນອກຈາກນີ້, ພວກເຮົາກໍ່ໄດ້ແນະນຳ ແລະ ທວນຄືນວິທີການນຳໃຊ້ຢາປິ່ນປົວສັດລ້ຽງ ໃຫ້ກຸ່ມເປົ້າໝາຍອີກ 5 ຄອບຄົວອີກດ້ວຍ.