ການມອບລໍ້ເລື່ອນໃຫ້ກຸ່ມເປົ້າໝາຍ ຜູ້ທີ່ມີຄວາມຫຍຸ້ງຍາກໃນການເຄື່ອນໄຫວ 4 ຄົນ ຢູ່ 3 ບ້ານ ທີ່ ເມືອງໄຊພູທອງ

ໂຄງການທົດລອງການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ເມືອງ ໄຊພູທອງ, ແຂວງ ສະຫວັນນະເຂດ ໂຄງການນີ້ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ (HI), ມີຄູ່ຮ່ວມງານຄື ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ARMI). ເພື່ອສົ່ງເສີມຄວາມເປັນອິດສະຫຼະ ແລະ ຄວາມສາມາດໃນການເຮັດວຽກຂອງຄົນພິການຜ່ານການເຂົ້າເຖິງການບໍລິການສຸຂະພາບ ແລະ ສັງຄົມຢ່າງເທົ່າທຽມກັນ.

8/29/20231 min read

ວັນທີ 17 ສິງຫາ 2023 ທີ່ຜ່ານມານີ້, ພວກເຮົາ ຮ່ວມກັບ ຫ້ອງການແຮງງານສະຫວັດດີການ ແລະ ສັງຄົມ ເມືອງໄຊພູທອງ, ສູນການແພດຟື້ນຟູໜ້າທີ່ການ ແຂວງສະຫວັນນະເຂດ ໄດ້ມອບລໍ້ເລື່ອນໃຫ້ກຸ່ມເປົ້າໝາຍຜູ້ທີ່ມີຄວາມຫຍຸ້ງຍາກໃນການເຄື່ອນໄຫວ 4 ຄົນ ຢູ່ 3 ບ້ານຄື: ນາງ ລຳເງິນ ແລະ ນາງ ດວງຈັນ ຢູ່ ບ້ານດົງດອກໄມ້, ນາງ ມູລີ້ ຢູ່ ບ້ານນາໂມງ ແລະ ທ້າວ ໂທນ ຢູ່ ບ້ານນາໝາກເກືອ. ເພື່ອໃຫ້ເຂົາເຈົ້າສາມາດເຄື່ອນໄຫວໄປ-ມາພາຍໃນເຮືອນ ແລະ ພາຍໃນບ້ານຂອງຕົນໄດ້ຢ່າງສະດວກສະບາຍຂື້ນຕື່ມ.