ມອບແບ້ 40 ໂຕ ໃຫ້ 10 ຄອບຄົວເປົ້າໝາຍທີ່ ບ້ານດາກເລ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

4/28/20231 min read

ອາທິດທຳອິດຂອງເດືອນເມສາ 2023 ທີ່ຜ່ານມານີ້, ພວກເຮົາທີມງານໂຄງການ ພ້ອມດ້ວຍວິຊາການຈາກຫ້ອງການກະສິກໍາ ແລະ ປ່າໄມ້ ແລະ ອໍານາດການປົກຄອງບ້ານ ໄດ້ມອບແບ້ໃຫ້ແກ່ຄອບຄົວເປົ້າໝາຍ 10 ຄອບຄົວ ຢູ່ ບ້ານດາກເລ, ເມືອງດາກຈຶງ, ແຂວງ ເຊກອງ. ຈຳນວນທັງໝົດ 40 ໂຕ (ແບ້ແມ່ 30 ໂຕ) ແລະ ໄດ້ໃຫ້ຄວາມຮູ້ທາງດ້ານເຕັກນິກການລ້ຽງ, ການນໍາໃຊ້ຢາ, ການເຮັດສະໝູນໄພ, ການບົວລະບັດຮັກສາໃຫ້ກັບເຂົາເຈົ້າອີກດ້ວຍ. ທີມງານໄດ້ເລົ່າໃຫ້ຟັງວ່າ ແບ້ທີ່ມອບແມ່ນແຂງແຮງດີ ແລະ ເປັນພໍ່ແມ່ພັນ.