ສຳເລັດການແຈກຢາຍເຕົາປະຢັດ 400 ກວ່າໜ່ວຍໃນທ້າຍເດືອນກໍລະກົດ 2023
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
8/4/20231 min read
ການເຂົ້າຮອດເຂົ້າເຖິງການນຳໃຊ້ເຕົາປະຢັດໃນປັດຈຸບັນແມ່ນສະດວກສະບາຍ ເພາະວ່າທີມງານເຮົາໄດ້ເອົາໃສ່ໃຈສືບຕໍ່ໂຄສະນາ, ລົງຊຸມຊົນ ເພື່ອໃຫ້ປະຊົນຊົນທຸກຂົງເຂດຫັນມາມານຳໃຊ້ເຕົາປະຢັດທີ່ມີປະສິດທິພາຍໃນການແຕ່ງຢູ່ຄົວກິນ, ປະຢັດເວລາ ແລະ ງົບປະມານຂອງທ່ານ. ໃນທ້າຍເດືອນກໍລະກົດ, ໄດ້ສຳເລັດການແຈກຢາຍເຕົາປະຢັດຈຳນວນ 400 ກວ່າໜ່ວຍ ໃນແຕ່ລະຂົງເຂດພື້ນທີ່ຄື: ແຂວງຂຽງຂວາງ ຮ່ວມກັບ ສະຫະພັນແມ່ຍິງແຂວງ ໄດ້ສຳເລັດການແຈກ ຈຳນວນ 177 ໜ່ວຍ, ທີ່ບ້ານ ໜອງແຄນ ເມືອງ ຊະນະສົມບູນ ແຂວງຈຳປາສັກ ຈຳນວນ 158 ໜ່ວຍ, ບ້ານ ຫ້ວຍອອນ ແລະ ບ້ານຫ້ວຍມາດ ເມືອງຈອມເພັດ ແຂວງຫຼວງພະບາງ ຈຳນວນ 154 ໜ່ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la