ສຳເລັດການແຈກຢາຍເຕົາປະຢັດຈຳນວນ 400 ກວ່າໜ່ວຍ
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
7/28/20231 min read
ໃນຕົ້ນເດືອນ ກໍລະກົດ 2023, ທີມງານ ແລະ ຜູ້ຜະລິດເຕົາປະຢັດໃນແຕ່ລະພື້ນທີ່ ໄດ້ເອົາໃຈໃສ່ສືບຕໍ່ຜະລິດປະຢັດ ເພື່ອແຈກໃຫ້ກັບປະຊາຊົນໄດ້ຊົມໃຊ້ເຕົາທີ່ມີຄູນນະພາບທີມງານເຕົາປະຢັດເຮົາໄດ້ລົງແຈກຢາຍ ຮ່ວມກັບສະຫະພັນແມ່ຍິງເມືອງ ແລະ ຄະນະບ້ານ ຕະຫຼອດຮອດພໍ່ແມ່ປະຊົນຊົນ ພວກເຮົາໄດ້ສາທິດການຕົ້ມນ້ຳສົມທຽບເອົາເຕົາປະຢັດ,ເຕົາສີມັງ ແລະ ເຕົາຄຽງ ມາສົມທຽບໃຫ້ຊາວບ້ານຄອບຄົວເປົ້າໝາຍເບີ່ງເຫັນຄວາມແຕກຕ່າງກັນ ແລະ ເຮັດໃຫ້ເຂົາເຈົ້າໄດ້ສັງເກດສາທິດຕົວຈິງກັບຕົວເຂົາເຈົ້າເອງມີຄວາມດຶງດູດໃຫ້ມີຄວາມຢາກຊົມໃຊ້ເຕົາປະຢັດ. ສາມາດແຈກຢາຍເຕົາໄດ້ 70 ໜ່ວຍ ທີ່ບ້ານນໍ້າຕົ້ມ ເມືອງແປກ ແຂວງຊຽງຂວາງ, ບ້ານບຶງຊ້າ ແລະ ບ້ານແສງຈະເລີນສຸກ ແຂວງສະຫວັນນະເຂດ ສາມາດແຈກຢາຍເຕົາໄດ້ 250 ໜ່ວຍ, ບ້ານທົ່ງກາຫຼົງ ເມືອງ ປາກຊ່ອງ ແຂວງຈຳປາສັກ ສາມາດແຈກຢາຍເຕົາໄດ້ 166 ໜ່ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la