ເຕົາປະຢັດ 400 ກວ່າໜ່ວຍ ໄດ້ຖືກແຈກຢາຍໃຫ້ປະຊາຊົນໄດ້ຊົມໃຊ້ ທີ່ແຂວງຈຳປາສັກ, ແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ
ແຜນງານສົ່ງເສີມການຜະລິດ, ຈໍາໜ່າຍ ແລະ ນໍາໃຊ້ເຕົາປະຢັດ ຢູ່ ສປປ ລາວ
6/19/20231 min read
ເພື່ອເປັນການສົ່ງເສີມການນຳໃຊ້ເຕົາປະຢັດ ແລະ ຫຼຸດຜ່ອນການເກີດມົນລະຜິດທາງອາກາດ, ພວກເຮົາຮ່ວມກັບສະຫະພັນແມ່ຍິງແຂວງ ແລະ ເມືອງ ໄດ້ສືບຕໍ່ລົງແຈກຢາຍເຕົາປະຢັດ ໃຫ້ພໍ່ແມ່ປະຊາຊົນໄດ້ຊົມໃຊ້ໃນ 3 ແຂວງຄື: ແຂວງຈຳປາສັກ ໄດ້ລົງແຈກຢາຍເຕົາ ທີ່ບ້ານແກ້ງແກວ ເມືອງຊະນະສົມບູນ ຈໍານວນ 150 ໜ່ວຍ, ບ້ານນາໝາກເກືອ ເມືອງໄຊພູທອງ, ແຂວງສະຫວັນສະເຂດ ຈໍານວນເຕົາ 203 ໜວ່ຍ ແລະ ນະຄອນຫຼວງວຽງຈັນ ຢູ່ໂຮງຮຽນເປົ້າໝາຍທີ່ມີ ໂຮງອາຫານທ່ຽງ ທີ່ເມືອງ ໄຊທານີ ,ເມືອງ ໄຊ ເສດຖາ, ເມືອງປາກງື່ມ, ເມືອງ ຫາດຊາຍຟອງ ແລະ ເມືອງສັງທັງ ລວມ 86 ໜ່ວຍ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la