ປະເມີນຄວາມຕ້ອງການດ້ານສຸຂະພາບ ແລະ ການປິ່ນປົວຟື້ນຟູໜ້າທີ່ການຂອງຄົນພິການ 459 ຄົນ ຢູ່ 20 ບ້ານເປົ້າໝາຍ ທີ່ແຂວງຫຼວງພະບາງ
ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ
5/30/20231 min read
ໃນລະຫວ່າງວັນທີ 16 ມີນາ - 24 ເມສາ 2023 ທີ່ຜ່ານມາ, ພວກເຮົາໄດ້ສຳເລັດການປະເມີນຄວາມຕ້ອງການດ້ານສຸຂະພາບ ແລະ ການປິ່ນປົວ ຟື້ນຟູໜ້າທີ່ການຂອງຄົນພິການ ຢູ່ 20 ບ້ານເປົ້າໝາຍ ທີ່ ເມືອງຈອມເພັດ, ແຂວງຫຼວງພະບາງ. ເຊິ່ງມີຜູ້ທີ່ມີຄວາມເປັນພິການທັງໝົດ 459 ຄົນ (ຍິງ 210 ຄົນ) ໄດ້ຮັບການປະເມີນດ້ານສຸຂະພາບ, ໃນນັ້ນປະກອບມີ: ຜູ້ພິການທາງດ້ານຮ່າງກາຍ, ດ້ານການໄດ້ຍິນ, ດ້ານການປາກເວົ້າ, ດ້ານການເບິ່ງເຫັນ ແລະ ດ້ານສະຕິປັນຍາ.
ກິດຈະກຳດັ່ງກ່າວນີ້, ເພື່ອວາງແຜນການສົ່ງຕໍ່ ແລະ ສະໜອງການຊ່ວຍເຫຼືອ ການບໍລິການດ້ານສຸຂະພາບ ແລະ ການປິ່ນປົວຟື້ນຟູໜ້າທີ່ການ, ພ້ອມທັງສະໜອງອຸປະກອນເຄື່ອງຄ້ຳຊູ, ເຄື່ອງຊ່ວຍຊູ ເຮັດໃຫ້ຄົນພິການສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ມີສຸຂະພາບທີ່ດີຂຶ້ນ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la