ສຳເລັດການເກັບກຳຂໍ້ມູນພື້ນຖານເພື່ອສົ່ງເສີມກິດຈະກຳສ້າງລາຍຮັບໃຫ້ກຸ່ມເປົ້າໝາຍ 483 ຄອບຄົວ ຢູ່ ເມືອງຈອມເພັດ
ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ
6/27/20231 min read
ເພື່ອເປັນການສົ່ງເສີມການສ້າງລາຍຮັບໃຫ້ກຸ່ມເປົ້າໝາຍຂອງ ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ໃຫ້ໄດ້ຮັບກິດຈະກຳທີ່ມີຄວາມແທດເໝາະກັບການດຳລົງຊີວິດ, ເຮັດໃຫ້ຊີວິດຂອງເຂົາເຈົ້າດີຂື້ນເທື່ອລະກ້າວ. ໃນໄລຍະທີ່ຜ່ານມາ, ພວກເຮົາໄດ້ລົງເກັບກໍາຂໍ້ມູນພື້ນຖານ ແລະ ປະເມີນພື້ນທີ່ຕົວຈິງຂອງກຸ່ມເປົ້າໝາຍ ລວມທັງໝົດ 499 ຄົນ (ຍິງ 247 ຄົນ), ໃນນັ້ນມີຜູ້ທີ່ມີຄວາມພິການ 340 ຄົນ (ຍິງ 158 ຄົນ) ແລະ ຄອບຄົວທຸກຍາກຈໍານວນ 159 ຄົນ (ຍິງ 89 ຄົນ).
ເຊິ່ງພວກເຮົາສາມາດສະຫຼຸບຄວາມຕ້ອງການໃນການເຮັດກິດຈະກຳສ້າງລາຍຮັບຂອງກຸ່ມເປົ້າໝາຍໄດ້ດັ່ງນີ້: ກິດຈະກຳລ້ຽງແບ້ 131 ຄອບຄົວ, ລ້ຽງໝູ 120 ຄອບຄົວ, ລ້ຽງໄກ່ 126 ຄອບຄົວ, ລ້ຽງເປັດ 33 ຄອບຄົວ, ລ້ຽງປາ 3 ຄອບຄົວ, ລ້ຽງກົບ 2 ຄອບຄົວ, ຮ້ານຂາຍເຄື່ອງຍ່ອຍ 25 ຄອບຄົວ, ກິດຈະກຳປູກຝັງ 10 ຄອບຄົວ ແລະ ອື່ນໆອີກ ລວມທັງໝົດ 483 ຄອບຄົວ.


ຊ່ອງທາງການຕິດຕາມ
House No.046/05 , Vilay Road
Sounantha Village, Kaysone City,
P.O.Box:1133, Savannakhet Province, Laos
Tel/Fax: (856-41) 252717 E-mail: info@armi.la