ສະໜັບສະໜູນການປູກເຫັດນາງຟ້າຮ່ວມກັບຫົວໜ້າກຸ່ມສົ່ງເສີມແມ່ຍິງ ໃນ 5 ບ້ານເປົ້າໝາຍ ທີ່ເມືອງທຸລະຄົມ ແຂວງວຽງຈັນ.

ໂຄງການເສີມສ້າງຄວາມເຂັ້ມແຂງໃນການຈັດຕັ້ງປະຕິບັດວຽກງານໂພສະນາການຕາມແຜນຍຸດທະສາດແຫ່ງຊາດ

8/28/20231 min read

ວັນທີ 18-23 ສິງຫາ 2023 ທີ່ຜ່ານມາ, ພວກເຮົາສະມາຄົມ ສພປ ຮ່ວມກັບ ອົງການແຄຣິຕັສ ລຸກຊຳບວກ ປະຈຳ ລາວ. ໄດ້ລົງຕິດຕາມ ແລະ ສະໜັບສະໜູນສະສະມາຄົມ ພັດທະນາບົດບາດຍິງ-ຊາຍ ໃນກິດຈະກຳການຝຶກອົບຮົມການປູກເຫັດນາງຟ້າຮ່ວມກັບຫົວໜ້າກຸ່ມສົ່ງເສີມແມ່ຍິງຂັ້ນບ້ານ ຈໍານວນ 5 ບ້ານ ຄື: ບ້ານ ນານົກຂຸ້ມ, ບ້ານພູເຂົາຄວາຍ, ບ້ານວັງເຮືອ, ບ້ານສຸກສາລາ, ແລະ ບ້ານນາຍາງ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 113 ຄົນ (ຍິງ 94 ຄົນ). ຈຸດປະສົງແມ່ນເພື່ອຕິດຕາມ ແລະ ສະໜັບສະໜູນການຝືກອົບຮົມການປູກເຮັດນາງຟ້າ ແລະ ການຕິດຕາມການປູກພືດສວນຄົວໃນເຮືອນຮົ່ມ, ຖອດຖອນບົດຮຽນ ແລະ ແນະນໍາຄືນຈຸດທີ່ຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດກິດຈະກໍາຂອງໂຄງການ.