ປະເມີນສຸຂະພາບເດັກນ້ອຍທີ່ອາຍຸຕ່ຳກວ່າ 5 ປີ ຢູ່ເມືອງອາດສະພອນ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ

6/25/20231 min read

ໃນລະຫວ່າງວັນທີ 6-9 ມິຖຸນາ 2023, ພວກເຮົາໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດກາເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ໄດ້ສຳເລັດການປະເມີນສຸຂະພາບຂອງເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 5 ປີ ຢູ່ທີ່ຈຸດສຸມນາເລົ່າ, ເມືອງອາດສະພອນ, ແຂວງສະຫວັນນະເຂດ. ເຊິ່ງມີຜູ້ເຂົ້າຮ່ວມ ຈາກ 3 ບ້ານຄື: ບ້ານຫ້ວຍຫົວຄຳ, ບ້ານສີນົນໄຊ ແລະ ບ້ານຫ້ວຍເດື່ອ ທັງໝົດ 147 ຄົນ (ເດັກນ້ອຍ 83 ຄົນ).

ໃນການປະເມີນນີ້, ພວກເຮົາໄດ້ເລີ່ມຈາກການຊັ່ງນ້ຳໜັກ ແລະ ແທກລວງສູງຂອງເດັກນ້ອຍທີ່ຢູ່ໃນເກນອາຍຸ 5 ປີ. ພ້ອມກັນນີ້, ກໍ່ໄດ້ມີການແນະນຳ ແລະ ສາທິດການປຸງແຕ່ງອາຫານທີ່ຖືກຕ້ອງຕາມຫຼັກໂພຊະນາການ ໃຫ້ກັບແມ່ມານ ແລະ ກຸ່ມເປົ້າໝາຍ ເພື່ອໃຫ້ເຂົາເຈົ້າໄດ້ນຳໄປໃຊ້ໃນຊີວິດປະຈຳວັນ, ເພື່ອໃຫ້ເດັກນ້ອຍໄດ້ຮັບສານອາຫານທີ່ດີ ແລະ ມີປະໂຫຍດນັ້ນເອງ.