ກອງປະຊຸມປະກາດນໍາໃຊ້ກົດລະບຽບເຂດສະຫງວນ ແລະ ເຂດຊົມໃຊ້ຂັ້ນບ້ານ ຢູ່ 5 ບ້ານເປົ້າໝາຍ, ເມືອງດາກຈຶງ

ແຜນງານສົ່ງເສີມການສ້າງຕັ້ງເຂດສະຫງວນ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ (NTFP)

6/27/20231 min read

ໃນລະຫວ່າງວັນທີ 8-16 ມິຖຸນາ 2023, ໄດ້ຈັດກອງປະຊຸມປະກາດນໍາໃຊ້ກົດລະບຽບຂື້ນ ຢູ່ 5 ບ້ານເປົ້າໝາຍຄື: ບ້ານຕັງຕະລັງ, ບ້ານຕັງເຢີຍ, ບ້ານດາກຕະອອກໃຫ່ຍ, ບ້ານດາກຕະອອກນ້ອຍ ແລະ ບ້ານດາກຊຽງອາ ເມືອງດາກຈຶງ, ແຂວງເຊກອງ. ເຊິ່ງ ໃນ 5 ບ້ານ ມີ ຜູ້ເຂົ້າຮ່ວມທັງໝົດ 225 ທ່ານ ຍິງ 117 ທ່ານ. ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍແຕ່ງຕັ້ງຄະນະກໍາມະການຄຸ້ມຄອງເຂດສະຫງວນ ແລະ ເຂດຊົມໃຊ້ຂອງບ້ານ ແລະ ຂໍ້ຕົກລົງຮັບຮອງກົດລະບຽບປ່າສະຫງວນ ແລະ ເຂດປ່າຊົມໃຊ້ຂອງ 5 ບ້ານຂອງໂຄງການ.

ທ່ານ ແສງນາວົງ ແກ້ວຄໍາແຊ , ຮອງຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ໄດ້ມີຄຳເຫັນວ່າ: ການບໍລິຫານຄຸ້ມຄອງເຂດສະຫງວນ ແລະ ເຂດຊົມໃຊ້ ຢາກໃຫ້ຊາວບ້ານເອົາໃຈໃສ່ ແລະ ຫັນມາຊົມໃຊ້ແບບຍືນຍົງ, ຢາກໃຫ້ທຸກຄົນມີສ່ວນຮ່ວມ, ມີຄວາມຮັບຜິດຊອບຜະລິດກະສິກໍາແບບພໍພຽງ ເພື່ອຊ່ວຍປົກປັກຮັກສາ ແລະ ຄຸ້ມຄອງປ່າໄມ້ໃຫ້ຍືນຍົງໄດ້.