ການໃຫ້ຄວາມຮູ້ກ່ຽວກັບການອະນຸລັກຊັບພະຍາກອນທຳມະຊາດ ຢູ່ 5 ບ້ານ ເມືອງດາກຈຶງ ແຂວງເຊກອງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/11/20231 min read

ໃນລະຫວ່າງວັນທີ 22-31 ສິງຫາ 2023 ທີ່ຜ່ານມາ, ພວກເຮົາ ຮ່ວມກັບ ຄູ່ຮ່ວມງານຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ແລະ ຫ້ອງການຊັບພະຍາກອນທຳມະຊາດ ເມືອງດາກຈຶງ ໄດ້ຈັດກອງປະຊຸມໃຫ້ຄວາມຮູ້ກ່ຽວກັບການອະນຸລັກຊັບພະຍາກອນທຳມະຊາດ ຢູ່ 5 ບ້ານເປົ້າໝາຍຄື: ບ້ານຕັງໂບຣງ, ບ້ານຕັງລູ, ບ້ານຕັງມີ, ບ້ານດາກເລ ແລະ ບ້ານດາກຢຮັງ.

ພວກເຮົາໄດ້ໃຫ້ຄວາມຮູ້ກ່ຽວກັບຫຼາຍຫົວຂໍ້ເຊັ່ນວ່າ: ຄວາມສຳຄັນໃນການອະນຸລັກຊັບພະຍາກອນທຳມະຊາດ, ການກຽມພ້ອມຮັບມື ແລະ ການປ້ອງກັນໄພພິບັດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ອື່ນໆ... ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 143 ຄົນ (ຍິງ 64 ຄົນ).