ການສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ຄົນພິການ ແລະ ຄອບຄົວຄົນພິການຢູ່ 5 ບ້ານເປົ້າໝາຍ ເມືອງຈອມເພັດ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ. ຈຸດປະສົງຂອງໂຄງການເພື່ອປະກອບສ່ວນເຂົ້າໃນວຽກງານການປັບປຸງຄຸນະພາບຊິວີດຂອງຄົນພິການ, ສະໜັບສະໜູນການສ້າງລາຍຮັບ ແລະ ໂດຍໄດ້ຮັບທຶນສະໜັບສະໜູນຈາກອົງການ CBM Global Disability Inclusion (CBM Global).

9/11/20231 min read

ໃນວັນທີ 22-24 ສິງຫາ 2023 ທີ່ຜ່ານມາ, ພວກເຮົາໄດ້ສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດໃຫ້ຄົນພິການ ແລະ ຄອບຄົວຂອງຄົນພິການ ຢູ່ບ້ານເປົ້າໝາຍ ເມືອງຈອມເພັດ, ແຂວງຫຼວງພະບາງ ໂດຍຜ່ານການຝຶກອົບຮົມ ເພື່ອຮັບປະກັນການມີສ່ວນຮ່ວມໃນການພັດທະນາຢູ່ຂັ້ນບ້ານ ແລະ ຮັບປະກັນຊີວິດການເປັນຢູ່ທີ່ດີຂື້ນຂອງຄົນພິການຢູ່ໃນຊຸມຊົນ, ເຊິ່ງມີຜູ້ເຂົ້າຮ່ວມທີ່ມາຈາກ 5 ບ້ານເປົ້າໝາຍ ທັງໝົດ 86 ຄົນ (ຍິງ 43 ຄົນ), ໃນນີ້ມີຜູ້ທີ່ມີຄວາມເປັນພິການ 46 ຄົນ (ຍິງ 19 ຄົນ).

ໃນຝຶກອົບຮົມ, ໄດ້ເຜີຍແຜ່ ແລະ ໃຫ້ຄວາມຮູ້ກ່ຽວກັບການພັດທະນາຄົນພິການແບບມີສ່ວນຮ່ວມ ເພື່ອໃຫ້ຜູ້ເຂົ້າຮ່ວມຮັບຮູ້ກ່ຽວກັບຄວາມເປັນພິການ, ປະເພດຂອງຄວາມເປັນພິການ, ສາເຫດຂອງຄວາມເປັນພິການ, ສິດທິຂອງຄົນພິການ ແລະ ທັດສະນະຄະຕິຂອງຊຸມຊົນທີ່ມີຕໍ່ຄົນພິການ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນປະສົບການການໃຊ້ຊີວິດ, ຄວາມຫຍຸ້ງຍາກ, ອຸປະສັກ, ລວມໄປເຖິງວິທີແກ້ໄຂບັນຫາຕ່າງໆໃຫ້ກັນຟັງ ໂດຍສະເພາະແມ່ນ: ຜູ້ທີ່ມີຄວາມພິການທາງດ້ານຮ່າງກາຍ, ດ້ານການໄດ້ຍິນ, ການເບິ່ງເຫັນ, ການປາກເວົ້າ, ດ້ານສະຕິປັນຍາ ແລະ ອື່ນໆ.