ສືບຕໍ່ຝຶກອົບຮົມການຜະລິດຟອຍໃຫ້ກຸ່ມເປົ້າໝາຍ ຢູ່ 6 ບ້ານ ເມືອງດາກຈຶງ

ໂຄງການພັດທະນາຊຸມຊົນແບບມີສ່ວນຮ່ວມເພື່ອປັບປຸງຊີວິດການເປັນຢູ່ ແລະ ສົ່ງເສີມໂພຊະນາການຢູ່ເຂດຊົນນະບົດ ຈັດຕັ້ງປະຕິບັດໂດຍ ສະມາຄົມ ເພື່ອການສະໜັບສະໜູນ ແລະ ປັບປຸງຊົນນະບົດ (ສພປ) ຢູ່ 30 ບ້ານ ໃນເມືອງອາດສະພອນ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ ແລະ ເມືອງດາກຈຶງ, ແຂວງເຊກອງ.

9/20/20231 min read

ໃນວັນທີ 8 ກັນຍາ 2023 ທີ່ຜ່ານມານີ້, ພວກເຮົາໄດ້ສືບຕໍ່ຝຶກອົບຮົມເຕັກນິກການຜະລິດຟອຍ ໃຫ້ກັບກຸ່ມເປົ້າໝາຍຢູ່ເມືອງດາກຈຶງ ແຂວງເຊກອງ ໃນ 6 ຄື: ບ້ານຕັງໂບຣງ, ບ້ານຕັງລູ, ບ້ານຕັງມີ, ບ້ານດາກເລ, ບ້ານດາກຢັຣງ ແລະ ບ້ານດາກຕະອອກນ້ອຍ, ພ້ອມຍັງມີຊາວບ້ານ ແລະ ຄູ່ຮ່ວມງານພາກລັດສົນໃຈເຂົ້າຮ່ວມເພີ່ມອີກ 3 ຄົນ, ລວມມີຜູ້ເຂົ້າຮ່ວມທັງໝົດ 23 ຄົນ (ຍິງ 7 ຄົນ).

ການຜະລິດຟອຍຈະດຳເນີນໄປຕາມ 3 ຂັ້ນຕອນຫຼັກຄື: 1) ກາານໄຈ້ແຂມ, 2) ການມັດລູກແຂມ, 3) ການນຳມາເຂົ້າຫົວ ຫຼື ມັດລວມກັນ. ຜົນຂອງການຝຶກໃນຄັ້ງນີ້ເຫັນວ່າ: ເຂົາເຈົ້າຮຽນຮູ້ໄດ້ໄວ, ສາມາດຖັກອອກມາໄດ້ຫຼາຍແບບ ຫຼາຍລາຍ, ເຊິ່ງໃນຄັ້ງນີ້ ເຂົາເຈົ້າສາມາດຖັກໄດ້ທັງໝົດແມ່ນ 103 ກ້ານ, ເຊິ່ງຖືວ່າເຮັດໄດ້ຫຼາຍສຳລັບການເລີ່ມຕົ້ນ. ແຕ່ກໍ່ຍັງມີຂໍ້ຫຍຸ້ງຍາກຄື: ບ້ານເປົ້າໝາຍບາງບ້ານບໍ່ມີແຂມ, ຕ້ອງໄດ້ໄປຊອກເອົາຢູ່ປ່າ ຫຼື ເຂດອື່ນ.