ກອງປະຊຸມປະເມີນຜົນ 6 ເດືອນຕົ້ນປີ ຂອງໂຄງການ CBID-LPB ໄລຍະ II ທີ່ແຂວງຫຼວງພະບາງ

ໂຄງການພັດທະນາຄົນພິການແບບມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຫຼວງພະບາງ ກຳລັງຈັດຕັ້ງປະຕິບັດຢູ່ 20 ບ້ານ ໃນເມືອງຈອມເພັດ, ແຂວງຫຼວງພະບາງ ສປປ ລາວ

8/11/20231 min read

ໃນລະຫວ່າງວັນທີ່ 1-2 ສິງຫາ 2023, ພວກເຮົາໄດ້ຈັດກອງປະຊຸມປະເມີນຜົນ 6 ເດືອນຕົ້ນປີຂອງໂຄງການຂື້ນຢູ່ ຫ້ອງປະຊຸມຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫຼວງພະບາງ. ໂດຍການເປັນປະທານຮ່ວມຂອງທ່ານ ສຸລິສັກ ພົມມາລີ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ແຂວງຫຼວງພະບາງ, ທ່ານ ແສງອາລຸນ ຫຼວງລາດ ຮອງຫົວໜ້າກົມນະໂຍບາຍຕໍ່ຜູ້ມີຜົນງານ, ພິການ ແລະ ຜູ້ອາຍຸສູງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນວນຕາ ລາດຊະວົງໄຊ ຜູ້ຕາງໜ້າຈາກອົງການ CBM Global, ມີຄູ່ຮ່ວມງານທີ່ກ່ຽວຂ້ອງຈາກຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ທີມງານໂຄງການ ເຊິ່ງລວມທັງໝົດ 47 ທ່ານ (ຍິງ 10 ທ່ານ), ຜູ້ທີ່ມີຄວາມເປັນພິການ 5 ທ່ານ (ຍິງ 1 ທ່ານ). ຈຸດປະສົງເພື່ອລາຍງານການຈັດຕັ້ງປະຕິບັດກິດຈະກຳຕົ້ນປີຂອງໂຄງການກໍ່ຄືເລີ່ມແຕ່ເດືອນມັງກອນ - ກໍລະກົດ 2023.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຈາກທີມງານໂຄງການ, ໄດ້ມີການສົນທະນາແລກປ່ຽນ ແລະ ປະກອບຄຳຄິດເຫັນຮ່ວມກັນກ່ຽວກັບຜົນສຳເລັດ, ບັນຫາ, ສິ່ງທ້າທາຍ ແລະ ວິທີແກ້ໄຂ, ການນຳໃຊ້ງົບປະມານ ລວມເຖິງແຜນທີ່ຈະຈັດຕັ້ງປະຕິບັດໃນຕໍ່ໜ້າ. ນອກຈາກນີ້, ກ່ອນການເຂົ້າຮ່ວມກອງປະຊຸມ ຜູ້ເຂົ້າຮ່ວມໄດ້ລົງຢ້ຽມຢາມບ້ານເປົ້າໝາຍຢູ່ ບ້ານໜອງຈອງ, ເມືອງຈອມເພັດ, ແຂວງຫຼວງພະບາງ ໂດຍໄດ້ພົບປະກັບອໍານາດການປົກຄອງບ້ານ, ຕາງໜ້າກຸ່ມຊ່ວຍເຫຼືອຕົນເອງ, ສະມາຊິກຄົນພິການ ກ່ຽວກັບຜົນໄດ້ຮັບຂອງໂຄງການຊຸດທຳອິດ ແລະ ສິ່ງທີ່ຊາວບ້ານຕ້ອງການຢາກໃຫ້ໂຄງການສືບຕໍ່ສະໜັບສະໜູນໃນຕໍ່ໜ້າ.